ທ່ານ ຟຣານຊິສໂກ ທິວ ເລົາເຣລ ລັດຖະມົນຕີກະຊວງກະສິກຳ ຟີລິບປິນ ທີ່ມາຢ້ຽມຢາມຫວຽດນາມ ໃນຕົ້ນເດືອນກໍລະກົດ ຜ່ານມາ ເພື່ອແນໃສ່ຊຸກຍູ້ການຮ່ວມມືໃນຂະແໜງກະສິກຳລະຫວ່າງສອງປະເທດ. ໃນການຢ້ຽມຢາມ, ທ່ານໄດ້ພົບປະກັບເຈົ້າໜ້າທີ່ກະສິກຳ ຫວຽດນາມ ເພື່ອແລກປ່ຽນກ່ຽວກັບການຮ່ວມມືລະຫວ່າງສອງປະເທດ ໃນຂົງເຂດກະສິກຳ ແລະ ສະເໜີ ຫວຽດນາມ ສ້າງສະຫະພັນຂະແໜງເຂົ້າສານ ລະຫວ່າງສອງປະເທດ.
ທ່ານ ຟຣານຊິສໂກ ທິວ ເລົາເຣລ ກ່າວວ່າ: ຟີລິບປິນ ໄດ້ນຳເຂົ້າ ເຂົ້າສານເກືອບ 2,2 ລ້ານໂຕນໃນ 6 ເດືອນຕົ້ນປີນີ້, ໃນນັ້ນມີເກືອບ 1,6 ລ້ານໂຕນ ມາຈາກ ຫວຽດນາມ. ຫວຽດນາມ ແມ່ນປະເທດສະໜອງເຂົ້າສານຫຼາຍທີ່ສຸດໃຫ້ແກ່ ຟີລິບປິນ ໃນຫຼາຍປີຜ່ານມາ. ໃນຂະນະນທີ່ ຟີລິບປິນ ກໍແມ່ນຕະຫຼາດສົ່ງອອກເຂົ້າສານໃຫຍ່ທີ່ສຸດຂອງ ຫວຽດນາມ, ກວມເອົາ 35 – 40% ຂອງຍອດວົງເງິນການສົ່ງອອກເຂົ້າສານໃນທົ່ວປະເທດ.
ຄໍາເຫັນ