ຂ່າວລະບຸວ່າ: ຕາມ OpenGov Asia ແລ້ວ, ປີ 2023, ຍອດມູນຄ່າສິນຄ້າ (GMV) ຂອງ 8 ພື້ນຖານການຄ້າເອເລັກໂຕນິກແຖວໜ້າ ອາຊີຕາເວັນອອກສ່ຽງໃຕ້ບັນລຸ 114,6 ຕື້ໂດລາ, ເພີ່ມຂຶ້ນ 15% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022. ຕໍ່ກັບບັນດາສິ່ງທ້າທາຍດ້ານເສດຖະກິດມະຫາພາກ, ຂົງເຂດການຄ້າເອເລັກໂຕນິກຢູ່ອາຊີຕາເວັນອອກສ່ຽງໃຕ້ ຍັງສະແດງໃຫ້ເຫັນການເຕີບໂຕຢ່າງຕໍ່ເນື່ອງ, ດ້ວຍ GMV ໃນປີ 2024 ຄາດວ່າຈະເພີ່ມຂຶ້ນທົບ 2 ເທົ່າເມື່ອທຽບໃສ່ປີ 2020. ຫວຽດນາມ ແລະ ໄທ ນຳໜ້າໃນການເຕີບໂຕ, ດ້ວຍ GMV ເພີ່ມຂຶ້ນຕາມລຳດັບແມ່ນ 52,9% ແລະ 34,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ຕະຫຼາດການຄ້າເອເລັກໂຕນິກ ຫວຽດນາມ ມີອັດຕາເຕີບໂຕເປັນປົກກະຕິດ້ວຍລະດັບການເຕີບໂຕຄິດໄລ່ສະເລ່ຍແຕ່ລະປີແຕ່ 16 - 30% ໃນ 4 ປີຜ່ານມາ ຊຶ່ງແມ່ນລະດັບສູງທີ່ສຸດໃນໂລກ.
CMG ປະກາດສັດນຳໂຊກງານລາຕີບຸນກຸດຈີນປີ 2026
ຂ່າວສານຊີອາໄອລາຍງານວ່າ: ມ້າສວຍສົດງົດງາມສີ່ໂຕໄດ້ປະກົດຕົວ,ອອກເດີນທາງ
ຄັ້ງໃໝ່,ແລ່ນໄປສູ່ຂ້າງໜ້າຢ່າງເຕັມກຳລັງ.
ຄໍາເຫັນ