ຂ່າວລະບຸວ່າ,ທ່ານ ຟ້າມມິງຈິງ ກ່າວຄຳເຫັນວ່າ: ຄວາມປອດໄພດ້ານຄົມມະນາຄົມແມ່ນເນື້ອໃນສຳຄັນໃນໜ້າທີ່ຮັບປະກັນຄວາມສະຫງົບ, ຄວາມປອດໄພໃນສັງຄົມ. ການຊຸກຍູ້ການນຳໃຊ້ເຕັກໂນໂລຊີໃໝ່ເພື່ອຄຸ້ມຄອງຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພດ້ານຄົມມະນາຄົມ ໄດ້ປະກອບສ່ວນຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພໃນທ່າອ່ຽງລວມກ່ຽວກັບວິທະຍາສາດ ເຕັກໂນໂລຊີ, ນະວັດຕະກຳ, ປັນຍາປະດິດໃນການເຄື່ອນໄຫວເສດຖະກິດ - ສັງຄົມເວົ້າລວມ.
ໃນໄລຍະຈະມາເຖິງ, ທ່ານ ຟ້າມມິງຈິງ ສະເໜີໃຫ້ທຸກຂັ້ນ, ທຸກຂະແໜງການ, ທ້ອງຖິ່ນ ເພີ່ມທະວີການຊີ້ນຳ, ກວດກາ, ກະຕຸກຊຸກຍູ້ການປະຕິບັດແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍ, ກົດໝາຍຂອງລັດຢ່າງເຂັ້ມງວດກ່ຽວກັບການຮັບປະກັນຄວາມເປັນລະບຽບຮຽບຮ້ອຍດ້ານຄົມມະນາຄົມ, ສຸມແຫຼ່ງກຳລັງພັດທະນາພື້ນຖານໂຄງລ່າງຄົມມະນາຄົມ, ຮັບປະກັນການຄົບຊຸດ ມຸ່ງໄປເຖິງເປົ້າໝາຍ ທຸກແຂວງ, ນະຄອນລ້ວນແຕ່ແມ່ນແຂວງມີຄວາມປອດໄພດ້ານຄົມມະນາຄົມ.
ຄໍາເຫັນ