ຂ່າວລະບຸວ່າ: ໃນ 6 ເດືອນຕົ້ນປີ 2026, ວົງເງິນສົ່ງອອກທົ່ວຂະແໜງຕ່ຳແຜ່ນຕັດຫຍິບບັນລຸ 22 ຕື້ກວ່າໂດລາ, ເພີ່ມຂຶ້ນ 1.7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025. ໃນນັ້ນ, ຈຸດເດັ່ນຂອງການເຕີບໂຕແມ່ນນອນຢູ່ບັນດາ ໝວດວັດຖຸດິບ ແລະ ເຄິ່ງສຳເລັດຮູບ ຄື: ສົ່ງອອກແຜ່ນແຜ, ເສັ້ນຝ້າຍ, ວັດຖຸຕັດຫຍິບສຳຮອງ.
ເພື່ອບັນລຸເປົ້າໝາຍສົ່ງອອກ 48 ຕື້ໂດລາ, ສະມາຄົມເຄື່ອງຕ່ຳແຜ່ນຕັດຫຍິບ ຫວຽດນາມ ໄດ້ອອກມາດຕະການແກ້ໄຂຈຸດສຸມ ລວມມີ: ປັບຕົວເຂົ້າກັບຮູບແບບຊື້ເຄື່ອງໃໝ່ຂອງບັນດາຍີ່ຫໍ້ທົ່ວໂລກ; ໃຫ້ບຸລິມະສິດພັດທະນາເຂດປູກວັດຖຸດິບຢູ່ພາຍໃນປະເທດ; ຫັນຕະຫຼາດເປັນຫຼາຍຮູບຫຼາຍແບບ; ຍູ້ແຮງການລົງທຶນດ້ານເຕັກໂນໂລຊີ, ການຫັນເປັນອັດຕະໂນມັດ ແລະ ການຫັນເປັນດີຈີຕອນ.
ຄໍາເຫັນ