ຫວຽດນາມສ້າງກໍາລັງຕໍາຫຼວດປະຕິວັດໃນສະພາບການໃໝ່

ຮຽບຮຽງໂດຍ: ວັນໄຊ ຕະວິນຍານ
ຄວາມສະຫງົບແຫ່ງຊາດ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ແມ່ນບັນຫາສໍາຄັນຍິ່ງ ກະທົບໂດຍກົງ ຕໍ່ຄວາມໝັ້ນຄົງ ແລະ ການພັດທະນາຂອງປະເທດ.
ໃນສະພາບການຂອງໂລກ, ພາກພື້ນ ໃນຊຸມປີມໍ່ໆມານີ້, ຫວຽດນາມ ມີຫຼາຍສະພາບການທີ່ສັບສົນ ເປັນສິ່ງທ້າທາຍ ຕໍ່ຄວາມໝັ້ນຄົງຂອງປະເທດຊາດ. ສະນັ້ນ, ກ່ອນອື່ນໝົດ ຫວຽດນາມ ໄດ້ສຸມໃສ່ປັບປຸງ: - ແນວທາງນະໂຍບາຍ, ຂໍ້ກໍານົດ-ກົດໝາຍ ຢ່າງຄົບຊຸດ ໃຫ້ແກ່ການຈັດຕັ້ງເຄື່ອນໄຫວຂອງກໍາລັງຕໍາຫຼວດ ໄປຄ່ຽງຄູ່ກັບການຄວບຄຸມອໍານາດ, ຄວບຄຸມກໍາລັງຕໍາຫຼວດ ປະຊາຊົນ. ສ້າງຄວາມເປັນເອກະພາບໃນລະດັບສູງ ຕໍ່ມູນເຊື້ອອັນອົງອາດກ້າແກ່ນຂອງຕໍາຫຼວດປະຕິວັດ ທີ່ເປັນຄົນຂອງປະຊາຊົນ.ລະດົມກໍາລັງແຮງໃນທຸກລະບົບການເມືອງ ໃນການສ້າງກໍາລັງຕໍາຫຼວດປະຕິວັດ (ກໍາລັງຫຼວງ-ກໍາລັງທ້ອງຖິ່ນ) ເປັນພື້ນຖານຮັບປະກັນຄວາມໜັກແໜ້ນ ຕໍ່ຄວາມສະຫງົບຂອງຊາດ, ຄວາມເປັນລະບຽບຮຽບຮ້ອຍຂອງທົ່ວສັງຄົມ ໃນສະພາບການໃໝ່. - ກໍານົດແຜນງານ, ໂຄງການ, ຂັ້ນຕອນ, ບາດກ້າວ, ຈຸດສຸມ, ກໍານົດເປົ້າໝາຍຢ່າງລະອຽດ ລວມທັງແຫຼ່ງທຶນສະໜັບສະໜູນ ເພື່ອຮັບປະກັນວິຊາສະເພາະ ຫັນກໍາລັງຕໍາຫຼວດ ໄປສູ່ຄວາມທັນສະໄໝ. ກ່ອນອື່ນໝົດ ແມ່ນຫັນຄົນ ໄປສູ່ຄວາມທັນສະໄໝ ຕາມທິດ “ຄົນໄປກ່ອນ ປືນໄປນໍາຫຼັງ”. - ສຸມໃສ່ສຶກສາອົບຮົມດ້ານການເມືອງແນວຄິດ, ຍົກສູງຄວາມຮັບຮູ້ໃນທຸກດ້ານໃຫ້ການນໍາຕໍາຫຼວດ, ຕະຫຼອດຮອດຕໍາຫຼວດຊັ້ນຜູ້ນ້ອຍ ຕິດພັນກັບການປ້ອງກັນ, ສະກັດກັ້ນ ຕ້ານການສໍ້ລາດບັງຫຼວງໃນກໍາລັງ. - ສຸມໃສ່ກໍ່ສ້າງຖັນແຖວການນໍາຕໍາຫຼວດ, ລະດັບກອງບັນຊາການ ທີ່ມີຄຸນສົມບັດ ສິນທໍາປະຕິວັດ, ຄວາມສາມາດພຽງພໍ, ມີອິດທິພົນຊື່ສຽງ ຄ້າຍກັບ ນັກວິທະຍາສາດ-ເຕັກນິກ ຫຼື ຜູ້ຊ່ຽວຊານເກັ່ງ. ປະຕິບັດຢ່າງຮີບດ່ວນ ໃນກໍລະນີພົບເຫັນຕໍາຫຼວດລະເມີດກົດໝາຍ, ຄໍາສັ່ງ, ລະບຽບກາ. ກໍລະນີສໍ້ລາດບັງຫຼວງ ບໍ່ເຮັດໜ້າທີ່ຮັບໃຊ້ປະຊາຊົນ ຫຼື ເອົາລັດ ເອົາປຽບ ປະຊາຊົນ. ໄປພ້ອມກັນນັ້ນ,ຕ້ອງຊຸກຍູ້ສົ່ງເສີມຕໍາຫຼວດ ທີ່ມີຄວາມຕັ້ງໜ້າ, ມານະອົດທົນ, ມີຄຸນສົມບັດສິນທໍາປະຕິວັດ, ເຮັດສໍາເລັດໜ້າທີ່ ມີຄວາມມຸ້ງໝັ້ນພັດທະນາຕົນເອງ ໃຫ້ທັນກັບສະພາບການໃໝ່. - ປັບປຸງກົງຈັກການຈັດຕັ້ງ,ຮັບປະກັນການປັບປຸງ, ຍົກຍ້າຍ, ສັບຊ້ອນຕໍາຫຼວດ ທີ່ມີທ່າແຮງບົມຊ້ອນ, ບໍາລຸງກໍ່ສ້າງ ເພື່ອກາຍເປັນຜູ້ບັນຊານໍາພາໃນອະນາຄົດ ຕາມທິດ “ກະຊວງກະທັດລັດ, ແຂວງເຂັ້ມແຂງ, ເມືອງຮອບດ້ານ, ຕາແສງຕິດແທດຮາກຖານ”, ເຮັດໃຫ້ຮູບແບບ ແລະ ຂະໜາດການຈັດຕັ້ງກົງຈັກ ເໜາະສົມກັບລັກສະນະ, ຄຸນລັກສະນະ, ພາລະໜ້າທີ່ຂອງແຕ່ກົມກອງ, ໜ່ວຍງານ, ທ້ອງຖິ່ນ ຮັບປະກັນຫົວໜ່ວຍສູ້ຮົບ ກັບຫົວໜ່ວຍຮັບໃຊ້ໃຫ້ມີຄວາມດຸ່ນດ່ຽງ. - ໃຫ້ບູລິມະສິດການລົງທຶນດ້ານພື້ນຖານໂຄງລ່າງ, ອຸປະກອນເຕັກນິກ,ພາຫະນະ, ນໍາໃຊ້ວິທະຍາສາດເຕັກໂນໂລຊີທັນສະໄໝ (ດີຈີຕອນ) ປັນຍາປະດິດໃຫ້ແກ່ກໍາລັງຕໍາຫຼວດປະຊາຊົນ, ກໍ່ສ້າງພັດທະນາອຸດສະຫະກໍາ ຜະລິດຕະພັນ ຮັບໃຊ້ວຽກງານປ້ອງກັນຄວາມສະຫງົບ ຕາມທິດຫຼາກຫຼາຍ ເປັນເຈົ້າຕົນເອງ. - ລະດົມການສະໜັບສະໜູນ, ການຊ່ວຍເຫຼືອຂອງປະຊາຊົນ ໃນການສ້າງກໍາລັງຕໍາຫຼວດປະຕິວັດ, ປັບປຸງພື້ນຖານຄວາມສະຫງົບປະຊາຊົນ, ທ່າສະໜາມຮົບປະຊາຊົນ ໃຫ້ຢູ່ໃນຈິດໃຈປະຊາຊົນ ຢ່າງໜັກແໜ້ນ. - ເພີ່ມທະວີການຮ່ວມມືສາກົນ, ຍາດແຍ່ງດຶ່ງດູດການຊ່ວຍເຫຼືອຈາກສາກົນ ກ່ຽວກັບການຝຶກອົບຮົມຍົກລະດັບວິຊາການ, ການຄົ້ນຄວ້າດ້ານວິທະຍາສາດ-ເຕັກໂນໂລຊີ ທີ່ທັນສະໄໝ ຈາກປະເທດທີ່ມີພື້ນຖານອຸດສະຫະກໍາກ້າວໜ້າ.

ຄໍາເຫັນ

ຂ່າວຕ່າງປະເທດ

ເຕັກ​ໂນ​ໂລ​ຊີ​ຈີນ ​ພວມ​ໄດ້​ຮັບ​ຄວາມ​ນິ​ຍົມ​ຈາກວິ​ສາ​ຫະ​ກິດ​​ລົດ​​ໃນທົ່ວ​ໂລກ

ເຕັກ​ໂນ​ໂລ​ຊີ​ຈີນ ​ພວມ​ໄດ້​ຮັບ​ຄວາມ​ນິ​ຍົມ​ຈາກວິ​ສາ​ຫະ​ກິດ​​ລົດ​​ໃນທົ່ວ​ໂລກ

ຫວ່າງບໍ່ດົນມານີ້, ບໍ​ລິ​ສັດ XIAOPENG ​ຊຶ່ງ​ເປັນ​ບໍ​ລິ​ສັດ​ຜະ​ລິດ​ລົດ​ຂອງ​ຈີນ​ປະ​ກາດ​ວ່າໄດ້​ຄົ້ນ​ຄວ້າ​ຜະ​ລິດ​ແຜ່ນ​ຊິບ​ຂັບ​ລົດ​ແບບ​ອັດ​ຕະ​ໂນ​ມັດທີ່​ມີສະ​ມັດ​ຖະ​ພາບ​ສູງ, ກຸ່ມ​ບໍ​ລິ​ສັດ​ໂວນ​ສະວາເກິນ​ຂອງ​ເຢຍ​ລະ​ມັນ​ອາດ​ຈະ​ຈັດ​ຊື້​ແຜ່ນ​ຊິບ​ຊຸດ​ທຳ​ອິດ​ຈາກ​ບໍ​ລິ​ສັດຕົນ. ນອກ​ນີ້, ​ບໍ​ລິ​ສັດ​ອໍ​ດີ​ໄດ້​ໂຄ​ສະ​ນາ​ຂາຍລົດ​ລຸ້ນ A5L ຂອງ​ຕົນ​ທີ່​ຈະ​ປ້​ອນ​ເຂົ້າ​ຕະຫຼາດ​ໃນ​ໄວໆ​ນີ້, “ລະ​ບົບ​ຂັບ​ລົດ​ອັດ​ສະ​ລິ​ຍະ​ສຽນ​ຄຸນ​ຂອງ​ບໍ​ລິ​ສັດ​ຫົວ​ເຫວີຍ” ໃນ​​ແຜ່ນ​ປ້າຍ​ໂຄ​ສະ​ນາ ຫຼື ໂປ​ສະ​ເຕີ​ ໄດ້​ກາຍ​ເປັນ​ຈຸດ​ເດັ່ນ​ທີ່​ດຶງ​ດູດ​ລູກ​ຄ້າ… ປັດ​ຈຸ​ບັນ, ອຸດ​ສາ​ຫະ​ກຳ​ລົດ​​ໃນທົ່ວ​ໂລກ​ພວມ​ເກີດ​ມີ​ການ​ປະ​ຕິ​ວັດ​ຄັ້ງ​ປະ​ຫວັດ​ສາດ, ​ຄວາມ​ເປັນ​ຜູ້​ນຳ​ດ້ານ​ເຕັກ​ໂນ​ໂລ​ຊີ​ລົດ​​ໃນ​ທົ່ວ​ໂລກ​ພວມ​​ຍົກ​ຍ້າຍ​ຈາກ​ຕາ​ເວັນ​ຕົກ​ມາ​ຫາ​ຕາ​ເວັນ​ອອກ, ເຕັກ​ໂນ​ໂລ​ຊີ​ຈີນ​ພວມ​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຈາກວິ​ສາ​ຫະ​ກິດ​ລົດ​​ໃນ​ທົ່ວ​ໂລກນັບ​ມື້​ນັບຫຼາຍ​ຂຶ້ນ.
ສະຫະພັນເຂົ້າມຽນມາ ວາງແຜນຈະນຳໃຊ້ພະລັງງານແສງຕາເວັນ ໃນໂຮງສີເຂົ້າ

ສະຫະພັນເຂົ້າມຽນມາ ວາງແຜນຈະນຳໃຊ້ພະລັງງານແສງຕາເວັນ ໃນໂຮງສີເຂົ້າ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້; ທ່ານ ອູເຍມິນອອງ ປະທານສະຫະພັນເຂົ້າມຽນມາ ເປີດເຜີຍວ່າ: ສະຫະພັນເຂົ້າວາງແຜນທີ່ຈະໃຊ້ພະລັງງານແສງຕາເວັນໃນໂຮງສີເຂົ້າສຳລັບຜະລິດເຂົ້າເພື່ອສົ່ງອອກ.
3 ອະນຸສອນສະຖານຂອງກຳປູເຈຍ ໄດ້ເຂົ້າເປັນມໍລະດົກໂລກ

3 ອະນຸສອນສະຖານຂອງກຳປູເຈຍ ໄດ້ເຂົ້າເປັນມໍລະດົກໂລກ

ຂ່າວຕ່າງປະເທດລາຍງານໃນທ້າຍອາທິດ ຜ່ານມານີ້ວ່າ: ຖະແຫຼງການຈາກກະຊວງ​ວັດທະນະທຳ​ແລະ ​ວິຈິດ​ສິນ​ຂອງ​ກຳປູ​ເຈຍ​ ລະບຸວ່າ: ອະນຸສອນສະຖານຂອງ​ກຳປູ​ເຈຍ ​(The Cambodian Memorial Sites) ໄດ້ຮັບການຂຶ້ນທະບຽນເປັນ​ມໍລະດົກ​ໂລກ​ ຂອງ​ອົງການ UNESCO ​ໃນລະຫວ່າງ​ກອງ​ປະຊຸມ​ຄັ້ງ​ທີ 47 ຂອງ​ຄະນະ​ກຳມະການ​ມໍລະດົກ​ໂລກ​ຂອງ​ອົງການ UNESCO ທີ່​ນະຄອນຫຼວງ​ປາຣີ ປະ​ເທດ​ຝຣັ່ງ. ໂດຍການຂຶ້ນທະບຽນຄັ້ງນີ້ເຮັດໃຫ້ກຳປູເຈຍມີຈໍານວນແຫຼ່ງມໍລະດົກໂລກເພີ່ມຂຶ້ນເປັນ 5 ແຫ່ງ.
ລັດຖະບານຍີ່ປຸ່ນ ສົ່ງເສີມການນຳໃຊ້ AI

ລັດຖະບານຍີ່ປຸ່ນ ສົ່ງເສີມການນຳໃຊ້ AI

ຂ່າວຕ່າງປະເທດລາຍງານວ່າ: ກະ​ຊວງ​ປ້ອງກັນຄວາມສະຫງົບ​ ຍີ່​ປຸ່ນ ເປີດເຜີຍວ່າ, ຊາວ​ຍີ່​ປຸ່ນ​ຍັງ​ຊັກ​ຊ້າ​ໃນ​ການ​ນຳ​ໃຊ້ Generative AI ແລະ ຊຸກ​ຍູ້​ໃຫ້​ພົນ​ລະ​ເມືອງ​ຝຶກ​ນຳ​ໃຊ້ AI ໃນ​ຊີ​ວິດ​ປະ​ຈຳ​ວັນຫຼາຍຂຶ້ນ.
ນາ​ຍົກຫວຽດນາມ ປະ​ຊຸມ​ກັບ​ການ​ນຳ​ບັນ​ດາ​ແຂວງ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້

ນາ​ຍົກຫວຽດນາມ ປະ​ຊຸມ​ກັບ​ການ​ນຳ​ບັນ​ດາ​ແຂວງ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 13 ກໍລະກົດ ຜ່ານມາ ຢູ່ນະຄອນເກີ່ນເທີ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມກັບການນຳບັນດາແຂວງ, ນະຄອນ ກ່ຽວກັບສະພາບການປະຕິບັດຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ; ຄວາມຄືບໜ້າການຜັນຂະຫຍາຍບັນດາໂຄງການຄົມມະນາຄົມຈຸດສຸມ ແລະ ແຜນຮ່າງພັດທະນາເຂດປູກເຂົ້າ 1 ລ້ານເຮັກຕາ ທີ່ບັນລຸຄຸນນະພາບສູງຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ. ນີ້ແມ່ນກອງປະຊຸມຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ກັບເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ນັບແຕ່ສັບຊ້ອນຄືນບັນດາແຂວງ, ນະຄອນ ແລະ ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນມາ.
ຍ້ອນຫຍັງໂລກຈຶ່ງຕ້ອງການຈິດໃຈການຮ່ວມມືແຫ່ງ “ບຣິກສໃຫຍ່”?

ຍ້ອນຫຍັງໂລກຈຶ່ງຕ້ອງການຈິດໃຈການຮ່ວມມືແຫ່ງ “ບຣິກສໃຫຍ່”?

ກອງປະຊຸມພົບປະຄັ້ງທີ 17 ຂອງຜູ້ນຳປະເທດສະມາຊິກບຣິກສ ໄດ້ຈັດຂຶ້ນຢູ່ນະຄອນຣີໂອເດີຈາເນໂຣ ປະເທດບຣາຊິນ ໃນລະຫວ່າງວັນທີ 6-7 ກໍລະກົດ ຜ່ານມາ. ນີ້ເປັນກອງປະຊຸມຄົບຄະນະ “11+10” ຄັ້ງທຳອິດຂອງວົງຄະນາຍາດໃຫຍ່ບຣິກສຫຼັງຈາກອິນໂດເນເຊຍເຂົ້າເປັນສະມາຊິກບຣິກສໃນເດືອນມັງກອນ ແລະ ຫວຽດນາມ ເຂົ້າເປັນປະເທດຄູ່ຮ່ວມໃນເດືອນມິຖຸນາປີນີ້.
ຄວາມມີສະເໜ່ຂອງຈີນຕໍ່ໂລກເພີ່ມສູງຂຶ້ນ

ຄວາມມີສະເໜ່ຂອງຈີນຕໍ່ໂລກເພີ່ມສູງຂຶ້ນ

ຫວ່າງມໍ່ໆມານີ້, ຜົນການສຳຫຼວດຄວາມຄິດເຫັນສາກົນສະບັບໜຶ່ງໄດ້ດຶງດູດຄວາມສົນໃຈຢ່າງກວ້າງຂວາງ: ນັບມາຮອດທ້າຍເດືອນພຶດສະພາຜ່ານມາ, ຄວາມມີສະເໜ່ຂອງຈີນຕໍ່ໂລກໄດ້ເພີ່ມຂຶ້ນເປັນ 8,8 ຄະແນນ, ຜົນການສຳຫຼວດຄວາມຄິດເຫັນສາກົນຫຼາຍສະບັບໃນຊຸມປີຜ່ານມາ ລ້ວນແຕ່ໄດ້ເບິ່ງຈີນດ້ວຍທ່າທີທີ່ເປັນມິດ ແລະ ດ້ານດີນັບມື້ນັບຫຼາຍຂຶ້ນ ແລ້ວຄວາມມີສະເໜ່ຂອງຈີນເປັນຄືແນວໃດ?
ທ່ານ ສີຈິ້ນຜິງ ສົ່ງສານຊົມເຊີຍເຖິງກອງປະຊຸມລະດັບລັດຖະມົນຕີການສົນທະນາລະຫວ່າງອະລິຍະທຳໂລກ

ທ່ານ ສີຈິ້ນຜິງ ສົ່ງສານຊົມເຊີຍເຖິງກອງປະຊຸມລະດັບລັດຖະມົນຕີການສົນທະນາລະຫວ່າງອະລິຍະທຳໂລກ

ວັນທີ 10 ກໍລະກົດນີ້, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນໄດ້ສົ່ງສານຊົມເຊີຍເຖິງກອງປະຊຸມລະດັບລັດຖະມົນຕີການສົນທະນາລະຫວ່າງອະລິຍະທຳໂລກທີ່ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ ປະເທດຈີນໃນມື້ດຽວກັນ.
ບໍລິສັດ ຍີ່ປຸ່ນ ຫຼຸດລາຄາລົດສົ່ງອອກໄປຍັງ ສະຫະລັດ ອາເມຣິກາ

ບໍລິສັດ ຍີ່ປຸ່ນ ຫຼຸດລາຄາລົດສົ່ງອອກໄປຍັງ ສະຫະລັດ ອາເມຣິກາ

ຂ່າວຕ່າງປະເທດລາຍງານວ່າ: ທະນາຄານກາງຍີ່ປຸ່ນ (BOJ) ໄດ້ເປີດເຜີຍໃນວັນທີ 10 ກໍລະກົດ ຜ່ານມາວ່າ: ບໍລິສັດຜະລິດລົດຂອງຍີ່ປຸ່ນ ໄດ້ຫຼຸດລາຄາລົດທີ່ຈະສົ່ງອອກໄປ ສະຫະລັດ ອາເມຣິກາ ໃນອັດຕາທີ່ຫຼາຍທີ່ສຸດແບບບໍ່ເຄີຍມາກ່ອນ ຊຶ່ງເປັນສັນຍານວ່າບໍລິສັດຍີ່ປຸ່ນຍອມເສຍຜົນກຳໄລເພື່ອຮັກສາຄວາມສາມາດໃນການແຂ່ງຂັນ ເນື່ອງຈາກມາດຕະການອັດຕາພາສີຂອງ ທ່ານ ໂດໂນ ທຣໍາ ປະທານາທິບໍດີ ສະຫະລັດ ອາເມຣິກາ ໄດ້ສົ່ງຜົນກະທົບຕໍ່ອຸດສາຫະກຳລົດ.
ສິງກະໂປ ຊ່ວຍເຫຼືອບັນດາວິສາຫະກິດ ປັບຕົວກັບການປ່ຽນແປງຂອງອັດຕາພາສີ

ສິງກະໂປ ຊ່ວຍເຫຼືອບັນດາວິສາຫະກິດ ປັບຕົວກັບການປ່ຽນແປງຂອງອັດຕາພາສີ

ຂ່າວຕ່າງປະເທດລາຍງານ ໃນວັນທີ 10 ກໍລະກົດ ຜ່ານມາວ່າ: ທ່ານ ກັນ ຄິມຢົງ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຄ້າ ແລະ ອຸດສາຫະກຳ ສິງກະໂປ ໄດ້ປະກາດແຜນການດຳເນີນໂຄງການທຶນຊ່ວຍເຫຼືອເພື່ອການປັບຕົວທາງທຸລະກິດ (Business Adaptation Grant) ພາຍໃນເດືອນຕຸລາ 2025 ນີ້ ເພື່ອຊ່ວຍໃຫ້ບັນດາວິສາຫະກິດທີ່ມີເງື່ອນໄຂປັບຕົວເຂົ້າກັບການປ່ຽນແປງຂອງອັດຕາພາສີ.
ເພີ່ມເຕີມ