ເຈົ້າຂອງທຸລະກິດ ແລະ ຜູ້ປະກອບການຂະໜາດນ້ອຍຈຳນວນ 1 ລ້ານຄົນພາຍໃນ 5 ປີ ຫຼື ປີລະ 2 ແສນຄົນ.
ໂຄງການເພີ່ມທັກສະໃຫ້ຜູ້ທີ່ມີຄວາມຮູ້ຄວາມສາມາດທາງດີຈີຕອນນີ້ ຄອບຄຸມຫຼັກສູດການຮຽນຕ່າງໆ ເຊັ່ນ: ການຈັດການສິນຄ້າຄ້າງສາງ, ການອັບເດດຊັອຟແວ ແລະ ຄວາມປອດໄພທາງອອນລາຍ, ການຫຼຸດຄວາມສ່ຽງຖືກຫຼອກລວງທາງອິນເຕີເນັດ ແລະ ມັລແວ, ການກູ້ຄືນຂໍ້ມູນເພື່ອທຸລະກິດໂດຍຜູ້ເຂົ້າຮ່ວມຈະໄດ້ຮັບໃບປະກາສະນີຍະບັດຫຼັງຈາກຈົບຫຼັກສູດ.
ທັງນີ້, ມີການປະເມີນວ່າ: ອິນໂດເນເຊຍ ຕ້ອງການຜູ້ມີຄວາມຮູ້ຄວາມສາມາດທາງດີຈີຕອນສະເລ່ຍ 458.043 ຄົນຕໍ່ປີ ໃນໄລຍະປີ 2023-2030 ຊຶ່ງຕອກຢໍ້າຄວາມສຳຄັນຂອງການລົງທຶນໃນຊັບພະຍາກອນມະນຸດດ້ານຄວາມປອດໄພທາງໄຊເບີ.
ກະຊວງສື່ສານ ແລະ ຂໍ້ມູນ ຂອງອິນໂດເນເຊຍ ຫວັງວ່າໂຄງການດັ່ງກ່າວຈະຊ່ວຍຜູ້ທີ່ມີຄວາມຮູ້ຄວາມສາມາດ ແລະ ຜູ້ທີ່ຊ່ຽວຊານ ພັດທະນາທັກສະຂອງຕົນເອງ ແລະ ກຽມພ້ອມສູ່ການເປັນຜູ້ທີ່ຊ່ຽວຊານດ້ານຄວາມປອດໄພທາງໄຊເບີ ພ້ອມທັງເຂົ້າເຖິງຄວາມສຳຄັນຂອງການພັດທະນາທັກສະຄວາມປອດໄພທາງໄຊເບີຢ່າງຕໍ່ເນື່ອງ.
ຄໍາເຫັນ