ກາ​ເຟ​ຈອກ​ໜຶ່ງ​ ຈະ​ຊຸກ​ຍູ້ການ​ພັດ​ທະ​ນາ​ຊົນ​ນະ​ບົດ​ຂອງ​ຈີນ​ໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ​ໄດ້​ຄື​ແນວ​ໃດ?

ກາ​ເຟ​ຈອກ​ໜຶ່ງ​ ຈະ​ຊຸກ​ຍູ້ການ​ພັດ​ທະ​ນາ​ຊົນ​ນະ​ບົດ​ຂອງ​ຈີນ​ໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ​ໄດ້​ຄື​ແນວ​ໃດ?

ກາ​ເຟ​ຈອກ​ໜຶ່ງ​ ຈະ​ຊຸກ​ຍູ້ການ​ພັດ​ທະ​ນາ​ຊົນ​ນະ​ບົດ​ຂອງ​ຈີນ​ໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ​ໄດ້​ຄື​ແນວ​ໃດ?
ຢູ່​ແຄມ​ທົ່ງ​ນາ​ບ້ານ​ເຢນ​ເຫີ ​​ເຂດຖະ​ໜົນ​ຢຽວ​ຈີ​ ເມືອງ​ຫວງ​ເປີ່ຍ​ ນະ​ຄອນ​ອູ​ຮັ້ນ​ແຂວງ​ຫູ​ເປີຍຂອງ​ຈີນ, ຮ້ານ​ກາ​ເຟ​ແຫ່ງ​ໜຶ່ງ​ທີ່​ມີ​ຊື່​ວ່າ “ຊ່ຽງ​ບັກ ” ກາຍ​ເປັນ​ສະ​ຖານ​ທີ່​ທີ່​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຈາກ​ນັກ​ທ່ອງ​ທ່ຽວ. ການ​ໄດ້​ຮັບ​ຄວາມ​ນິ​ຍົມຊົມ​ຊອບ​ຂອງ​ຮ້ານ​ກາ​ເຟ​ແຫ່ງ​ນີ້, ບໍ່​ພຽງ​ແຕ່​ເປັນ​ຜົນ​ສຳ​ເລັດ​ດ້ານ​ທຸ​ລະ​ກິດ​ເທົ່າ​ນັ້ນ, ​ຫາກ​ຍັງ​ໄດ້​ເພີ່ມ​ພະ​ລັງ​ຊີ​ວິດ​ອັນ​ໃໝ່​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຊົນ​ນະ​ບົດ​ອີກ​ດ້ວຍ.

 

ຄວາມລັບແຫ່ງຄວາມສຳເລັດຂອງຮ້ານກາເຟ “ຊ່ຽງບັກ”, ກ່ອນອື່ນແມ່ນໄດ້ຄົ້ນພົບຈຸດເຊື່ອມຈອດຄວາມຕ້ອງການຂອງຕົວເມືອງ ແລະ ຊົນນະບົດຢ່າງແມ່ນຢຳ. ໃນປັດຈຸບັນເນື່ອງຈາກວິຖີຊີວິດໃນຕົວເມືອງນັບມື້ຈະເລີນກ້າວໜ້າໄວຂຶ້ນ ແລະ ມີການແຂ່ງຂັນກັນນັບມື້ດຸເດືອດກວ່າເກົ່າ, ປະຊາຊົນມີຄວາມປາຖະໜາຕໍ່ຊີວິດທີ່ປາສະຈາກການຊຸມແຊວ ແລະ ຢາກໃກ້ຊິດກັບທຳມະຊາດຢູ່ຊົນນະບົດ. ຮ້ານກາເຟ “ຊ່ຽງບັກ” ໄດ້ເຊື່ອມໂຍງກາເຟທີ່ໄດ້ຮັບຄວາມນິຍົມໃນຕົວເມືອງ ກັບທິວທັດທົ່ງນາທີ່ງຽບສະຫງົບ ແລະ ສວຍງາມຂອງຊົນນະບົດຢ່າງມີຫົວຄິດປະດິດສ້າງ ແລະ ໄດ້ສ້າງສະພາບການບໍລິໂພກແບບພິເສດ. ການເຊື່ອມໂຍງແບບມີຫົວຄິດປະດິດສ້າງຄືແນວນີ້, ໄດ້ດຶງດູດນັກທ່ອງທ່ຽວຈາກຕົວເມືອງຢ່າງຫຼວງຫຼາຍໄປບໍລິໂພກຢູ່ຊົນນະບົດ ຊຶ່ງໄດ້ຊຸກຍູ້ສົ່ງເສີມຄວາມມີຊີວິດຊີວາໃນການພັດທະນາເສດຖະກິດຢູ່ຊົນນະບົດ.

ເມື່ອສັງເກດຈາກການພັດທະນາອຸດສາຫະກຳແລ້ວເຫັນວ່າ, ຮ້ານກາເຟ “ຊ່ຽງບັກ” ໄດ້ເສີມຂະຫຍາຍບົດບາດການເປັນແບບຢ່າງໃນການພັດທະນາແບບເຊື່ອມໂຍງອຸດສາຫະກຳ ໂດຍຖືເອົາທຸລະກິດຮ້ານກາເຟເປັນຈຸດລົງມື ຫຼື ຈັດຕັ້ງປະຕິບັດ, ຂະຫຍາຍກວ້າງອອກເປັນອຸດສາຫະກຳຕ່າງໆ, ເປັນຕົ້ນ ຢູ່ບໍລິເວນອ້ອມຂ້າງຮ້ານກາເຟໄດ້ສ້າງເດີ່ນຕັ້ງແຄ້ມ ແລະ ເຮືອນພັກໂຮມສະເຕຫຼາຍແຫ່ງ, ໃນອະນາຄົດຈະໃຫ້ການບໍລິການໂຮມສະເຕທີ່ສົມບູນກວ່າເກົ່າແກ່ນັກທ່ອງທ່ຽວ; ທົດລອງຈັດສົ່ງກາເຟດ້ວຍໂດຣນ, ຄົ້ນຄວ້າຮູບແບບໃໝ່ແຫ່ງການຈໍລະຈອນສິນຄ້າໃນຊົນນະບົດ ແລະ ເປີດກວ້າງຂອບເຂດບໍລິການ. ຮູບແບບການພັດທະນາອຸດສາຫະກຳແບບເຊື່ອມໂຍງກັນຄືແນວນີ້, ໄດ້ຍົກສູງມູນຄ່າເພີ່ມ ແລະ ກຳລັງການແຂ່ງຂັນແບບສັງລວມຂອງອຸດສາຫະກຳໃນຊົນນະບົດ ຊຶ່ງໄດ້ເພີ່ມແຮງຂັບເຄື່ອນທີ່ບໍ່ເຫືອດແຫ້ງໃຫ້ແກ່ການພັດທະນາເສດຖະກິດຢູ່ຊົນນະບົດ.

ການພັດທະນາຂອງຮ້ານກາເຟ “ຊ່ຽງບັກ” ໄດ້ສ້າງໂອກາດໃຫ້ແກ່ການພັດທະນາຊົນນະບົດດ້ວຍຜູ້ມີຄວາມຮູ້ຄວາມສາມາດ. ເຖິງວ່າທ່ານ ຫວາງຊວີ່ຈິງ ຜູ້ກໍ່ຕັ້ງຮ້ານກາເຟມີອາຍຸກາຍຮັບບຳນານແລ້ວ, ແຕ່ຍັງມີຄວາມກະຕືລືລົ້ນປະກອບສ່ວນເຂົ້າໃນການສ້າງສາພັດທະນາບ້ານເກີດ, ຮ່ວມກັບເພື່ອນມິດຈຳນວນໜຶ່ງທີ່ມີຄວາມປາຖະໜາຮ່ວມກັນກັບຄືນບ້ານເກີດ ເພື່ອດຳເນີນທຸລະກິດໃໝ່. ເຂົາເຈົ້າໄດ້ນຳເອົາແນວຄິດໃນການດຳເນີນທຸລະກິດ, ບົດຮຽນການຄຸ້ມຄອງ ແລະ ຫົວຄິດປະດິດສ້າງທີ່ທັນສະໄໝ, ກາຍມາເປັນ “ແຮງຂັບເຄື່ອນທາງສະຕິປັນຍາ” ໃນການພັດທະນາຊົນນະບົດ. ຂະນະດຽວກັນ, ການໄດ້ຮັບຄວາມນິຍົມຊົມຊອບເປັນຢ່າງດີຂອງຮ້ານກາເຟ “ຊ່ຽງບັກ” ໄດ້ດຶງດູດຊາວໜຸ່ມຈຳນວນຫຼວງຫຼາຍໄປບໍລິໂພກ ແລະ ເຮັດວຽກ, ຈົນມີບາງວິສາຫະກິດມີຈຸດປະສົງຢາກເຂົ້າມາຕັ້ງຢູ່ບ້ານເຢນເຫີ. ນີ້ບໍ່ພຽງແຕ່ໄດ້ນຳເອົາໂອກາດໃໝ່ມາໃຫ້ແກ່ຊົນນະບົດເທົ່ານັ້ນ, ຫາກຍັງໄດ້ສ້າງບັນຍາກາດແຫ່ງການສ້າງທຸລະກິດ ແລະ ການປະດິດສ້າງໃໝ່ທີ່ດີ, ດຶງດູດຜູ້ມີຄວາມຮູ້ຄວາມສາມາດຫຼາຍກວ່າເກົ່າກັບຄືນສູ່ຊົນນະບົດ ແລະ ມີສ່ວນຮ່ວມເຂົ້າໃນການສ້າງສາພັດທະນາຊົນນະບົດ.

ການຂະຫຍາຍຕົວຂອງຮ້ານກາເຟ “ຊ່ຽງບັກ” ຢູ່ນະຄອນອູຮັ້ນ ບໍ່ເປັນພຽງກໍລະນີໜຶ່ງດຽວ. ໃນກະແສຟອງແຫ່ງການພັດທະນາຊົນນະບົດໃຫ້ຈະເລີນຮຸ່ງເຮືອງຂອງຈີນ, “ຮ້ານກາເຟໃນຊົນນະບົດ” ໃນຖານະເປັນຮູບແບບອຸດສາຫະກຳທີ່ເກີດ ໃໝ່, ຄ່ອຍໆເຂົ້າສູ່ສາຍຕາຂອງປະຊາຊົນ. “ບົດລາຍງານສັງເກດຕະຫຼາດກາເຟຈີນ 2024” ສະແດງໃຫ້ເຫັນວ່າ, ປະລິມານໃບສັ່ງກາເຟຢູ່ຕົວເມືອງທີ່ເສດຖະກິດພັດທະນາອ່າວຊ້າຂອງຈີນໄດ້ເພີ່ມຂຶ້ນ 250% ເມື່ອທຽບໃສ່ປີ 2023 ແລະ ຈຳນວນຮ້ານກາເຟຂັ້ນເມືອງໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ.

ການຂະຫຍາຍຕົວຂອງ “ຮ້ານກາເຟໃນຊົນນະບົດ” ແມ່ນຍ້ອນໄດ້ຮັບຜົນປະໂຫຍດຈາກການຊຸກຍູ້ຂອງຫຼາຍປັດໄຈ. ການສະໜັບສະໜູນດ້ານນະໂຍບາຍແມ່ນປະຖົມປັດໄຈທີ່ສຳຄັນ, ການຈັດຕັ້ງປະຕິບັດແຜນຍຸດທະສາດໃນການພັດທະນາຊົນນະບົດຂອງຈີນ ໄດ້ສ້າງໂອກາດໃນການພັດທະນາຫຼາຍກວ່າເກົ່າໃຫ້ແກ່ເຂດຊົນນະບົດ, ມາດຕະການຕ່າງໆຂອງລັດຖະບານໃນການສະໜັບສະໜູນດ້ານນະໂຍບາຍ ດຶງດູດຜູ້ມີຄວາມຮູ້ຄວາມສາມາດກັບຄືນໄປດຳເນີນທຸລະກິດຢູ່ບ້ານເກີດ ແລະ ອື່ນໆ, ໄດ້ສ້າງສະພາບແວດລ້ອມດ້ານນະໂຍບາຍທີ່ດີໃຫ້ແກ່ທຸລະກິດ “ຮ້ານກາເຟຊົນນະບົດ”; ຄວາມຕ້ອງການດ້ານການຕະຫຼາດເປັນແຮງຂັບເຄື່ອນພາຍໃນ, ຄຽງຄູ່ກັບການຫັນປ່ຽນທັດສະນະການບໍລິໂພກ ແລະ ລະດັບຊີວິດການເປັນຢູ່ໄດ້ຮັບການຍົກສູງຂຶ້ນຂອງຊາວຈີນ, ກຸ່ມຄົນທີ່ສະແຫວງຫາຮູບແບບການດຳລົງຊີວິດທີ່ມີຄຸນນະພາບສູງ ແລະ ມີເອກະລັກພິເສດ.

ການຂະຫຍາຍຕົວຂອງ “ຮ້ານກາເຟຊົນນະບົດ” ເປັນຕົວແບບທີ່ມີຊີວິດຊີວາຂອງຍຸດທະສາດໃນການພັດທະນາຊົນນະບົດຂອງຈີນ. ມັນບໍ່ພຽງແຕ່ໄດ້ເພີ່ມພະລັງຊີວິດໃໝ່ໃຫ້ແກ່ເສດຖະກິດຢູ່ຊົນນະບົດເທົ່ານັ້ນ, ຫາກຍັງໄດ້ກາຍເປັນກຳລັງແຮງສຳຄັນທີ່ຊຸກຍູ້ການແລກປ່ຽນວັດທະນະທຳລະຫວ່າງຕົວເມືອງ ແລະ ຊົນນະບົດ. ໃນອະນາຄົດ, ຄຽງຄູ່ກັບການປະດິດສ້າງດ້ານເຕັກໂນໂລຊີ ການພັດທະນາຂອງຕະຫຼາດ ແລະ ການສະໜັບສະໜູນດ້ານນະໂຍບາຍເສີມຂະຫຍາຍບົດບາດຢ່າງຕໍ່ເນື່ອງ, “ຮ້ານກາເຟຊົນນະບົດ” ຈະເສີມຂະຫຍາຍບົດບາດຫຼາຍກວ່າເກົ່າໃນການຍົກລະດັບເສດຖະກິດຢູ່ຊົນນະບົດ, ປັບປຸງຜະລິດຕະພັນການທ່ອງທ່ຽວຊົນນະບົດໃຫ້ສົມບູນ, ສືບທອດວັດທະນະທຳໃນຊົນນະບົດ ແລະ ອື່ນໆເພື່ອປະກອບສ່ວນເຂົ້າໃນການພັດທະນາຊົນນະບົດໃຫ້ນັບມື້ຈະເລີນຮຸ່ງເຮືອງຢ່າງບໍ່ຢຸດຢັ້ງ.

ໂດຍ: ຊີອາໄອ

ຄໍາເຫັນ

ຂ່າວຕ່າງປະເທດ

OPEC+ ຕັ້ງເປົ້າໝາຍເພີ່ມການຜະລິດນ້ຳມັນໃນເດືອນທັນວານີ້

OPEC+ ຕັ້ງເປົ້າໝາຍເພີ່ມການຜະລິດນ້ຳມັນໃນເດືອນທັນວານີ້

ຂ່າວຕ່າງປະເທດລາຍງານ ໃນວັນທີ 3 ພະຈິກ ຜ່ານມາວ່າ: ອົງການປະເທດຜູ້ສົ່ງອອກນ້ຳມັນ (OPEC) ແລະ ພັນທະມິດ ຫຼື ເອີ້ນລວມກັນວ່າ OPEC+ ໄດ້ຕົກລົງທີ່ຈະເພີ່ມກຳລັງການຜະລິດນ້ຳມັນຂຶ້ນເປັນ137,000 ບາເຣວຕໍ່ມື້ໃນເດືອນທັນວານີ້.ຫຼັງຈາກປະເທດສະມາຊິກເຊັ່ນ: ຊາອຸດິດ ອາຣັບບີ, ຣັດເຊຍ, ອີຣັກ, ສະຫະລັດອາຣັບເອມິເຣດ, ກູເວດ, ກາຊັກສະຖານ, ອານເຊຣີ ແລະ ໂອມານ ປະຊຸມອອນລາຍເພື່ອທົບທວນສະພາບຕະຫຼາດໂລກ ແລະ ທ່າອ່ຽງເສດຖະກິດ.
ກອງປະຊຸມ APEC ມີຈຸດປະສົງເພີ່ມທະວີການຮ່ວມມືເພື່ອອະນາຄົດທີ່ຍືນຍົງ

ກອງປະຊຸມ APEC ມີຈຸດປະສົງເພີ່ມທະວີການຮ່ວມມືເພື່ອອະນາຄົດທີ່ຍືນຍົງ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ທ່ານ ລີເຈມຽນ ປະທານາທິບໍດີ ສ ເກົາຫຼີຊຶ່ງເປັນປະທານກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 32 ທີ່ເມືອງ Gyeongju ປະເທດ ສ ເກົາຫຼີໄດ້ຮຽກຮ້ອງໃຫ້ເພີ່ມການຮ່ວມມື ແລະ ຄວາມສາມັກຄີໃນພາກພື້ນອາຊີປາຊີຟິກ ເພື່ອເອົາຊະນະສິ່ງທ້າທາຍໃໝ່ໆ ໃນຂະນະທີ່ໂລກກຳລັງເຂົ້າສູ່ຈຸດປ່ຽນທີ່ສຳຄັນ.
ອິນໂດເນເຊຍຕັ້ງເປົ້າໝາຍເພີ່ມກຳລັງການຜະລິດພະລັງງານໝູນວຽນ

ອິນໂດເນເຊຍຕັ້ງເປົ້າໝາຍເພີ່ມກຳລັງການຜະລິດພະລັງງານໝູນວຽນ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີວ່າ: ກະຊວງພະລັງງານ ແລະ ຊັບພະຍາກອນບໍ່ແຮ່ຂອງອິນໂດເນເຊຍໄດ້ປະກາດເປົ້າໝາຍໃນການເພີ່ມກຳລັງການຜະລິດພະລັງງານໄຟຟ້າຈາກພະລັງງານໝູນວຽນ 42.6 ກິໂລວັດໃນໄລຍະທົດສະວັດຕໍ່ໄປ ຊຶ່ງເປັນສ່ວນໜຶ່ງຂອງຍຸດທະສາດເພື່ອເລັ່ງການຫັນປ່ຽນຈາກເຊື້ອໄຟຟອດຊິວໄປສູ່ລະບົບພະລັງງານທີ່ມີກາກບອນຕ່ຳ.
ຈີນຍິນດີເພີ່ມຄວາມໝັ້ນໃຈ ແລະ ແຮງຂັບເຄື່ອນທີ່ເຂັ້ມແຂງແກ່ການຄຸ້ມຄອງດິນຟ້າອາກາດໂລກ

ຈີນຍິນດີເພີ່ມຄວາມໝັ້ນໃຈ ແລະ ແຮງຂັບເຄື່ອນທີ່ເຂັ້ມແຂງແກ່ການຄຸ້ມຄອງດິນຟ້າອາກາດໂລກ

ຂ່າວສານຊີອາໄອລາຍງານໃນທ້າຍອາທິດຜ່ານມາວ່າ: ທ່ານ ໂກ່ວເຈ່ຍຄຸນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ. ໂດຍມີນັກຂ່າວຖາມກ່ຽວກັບກອງປະຊຸມພາຄີສົນທິສັນຍາຂອບການປ່ຽນແປງຂອງດິນຟ້າອາກາດອົງການສະຫະປະຊາຊາດຄັ້ງທີ 30 ຫຼື COP30 ທີ່ຈັດຂຶ້ນຢູ່ນະຄອນເບເລິມ ປະເທດບ​ຣາ​ຊິນ.
ຫວຽດນາມ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ເສດ​ຖະ​ກິດ​ເອ​ກະ​ຊົນ​ພັດ​ທະ​ນາ

ຫວຽດນາມ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ເສດ​ຖະ​ກິດ​ເອ​ກະ​ຊົນ​ພັດ​ທະ​ນາ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 1 ພະຈິກ ຜ່ານມາ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານວາລະເຮັດວຽກທີ 2 ຂອງຄະນະຊີ້ນຳແຫ່ງຊາດຜັນຂະຫຍາຍມະຕິສະບັບເລກທີ 68 ຂອງກົມການເມືອງກ່ຽວກັບການພັດທະນາເສດຖະກິດເອກະຊົນ.
ຜົນການສຶກສາພົບວ່າ ມະນຸດເຄື່ອນໄຫວຫຼາຍກວ່າສັດປ່າເຖິງ 40 ເທົ່າ

ຜົນການສຶກສາພົບວ່າ ມະນຸດເຄື່ອນໄຫວຫຼາຍກວ່າສັດປ່າເຖິງ 40 ເທົ່າ

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ຖະແຫຼງການຈາກສະຖາບັນວິທະຍາສາດ Weizmann (WIS) ຂອງອິດສະຣາເອນ ລະບຸວ່າ: ທີມນັກຄົ້ນຄວ້າສາກົນໄດ້ຄົ້ນພົບວ່າການເຄື່ອນໄຫວຂອງມະນຸດໂດຍລວມນັ້ນຫຼາຍກວ່າ ສັດລ້ຽງລູກດ້ວຍນົມເທິງບົກ, ສັດປີກ ແລະ ແມງໄມ້ ໃນທຳມະຊາດທັງໝົດລວມກັນປະມານ 40 ເທົ່າ.
WHO ເປີດເຜີຍ ການບໍ່ສົນໃຈວິກິດການດິນຟ້າອາກາດ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍລ້ານຄົນ

WHO ເປີດເຜີຍ ການບໍ່ສົນໃຈວິກິດການດິນຟ້າອາກາດ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍລ້ານຄົນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 30 ຕຸລາ ຜ່ານມາວ່າ: ອົງການອະນາໄມໂລກ (WHO) ໄດ້ເຜີຍແຜ່ບົດລາຍງານລະດັບໂລກປະຈຳປີ 2025 ກ່ຽວກັບສຸຂະພາບ ແລະ ການປ່ຽນແປງສະພາບອາກາດ ຊຶ່ງເຮັດຮ່ວມກັບໜັງສືພິມ The Lancet ລະບຸວ່າ: ການເພິ່ງພາອາໄສເຊື້ອໄຟຟອດຊິວຫຼາຍເກີນໄປ ແລະ ຄວາມລົ້ມເຫຼວໃນການປັບຕົວເຂົ້າກັບໂລກທີ່ຮ້ອນຂຶ້ນຢ່າງຕໍ່ເນື່ອງ ກຳລັງສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ສຸຂະພາບຂອງມະນຸດ.
ທ່ານ ສີຈິ້ນຜິງ ເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 32

ທ່ານ ສີຈິ້ນຜິງ ເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 32

ຂ່າວສານຊີອາໄອລາຍງານວ່າ: ໃນຕອນເຊົ້າວັນທີ 31 ຕຸລາ ຜ່ານມາ, ກອງປະຊຸມຜູ້ນຳເສດຖະກິດອົງການຮ່ວມມືເສດຖະກິດອາຊີປາຊີຟິກ ຫຼື APEC ຄັ້ງທີ 32 ໄດ້ຈັດຂຶ້ນຢູ່ສູນປະຊຸມສາກົນຈອງຈູ ປະເທດ ສ ເກົາຫຼີ. ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສສຳຄັນຕໍ່ກອງປະຊຸມຄັ້ງນີ້.
ທ່ານ ເລືອງເກື່ອງ ພົບປະສົນທະນາກັບທ່ານປະທານາທິບໍດີ ສ ເກົາຫຼີ

ທ່ານ ເລືອງເກື່ອງ ພົບປະສົນທະນາກັບທ່ານປະທານາທິບໍດີ ສ ເກົາຫຼີ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນຂອບເຂດການປະຕິບັດງານຢູ່ ສ ເກົາຫຼີ ແລະ ເຂົ້າຮ່ວມສັບປະດາຂັ້ນສູງເວທີປາໄສການຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC) 2025, ໃນຕອນບ່າຍວັນທີ 30 ຕຸລາ ຜ່ານມາ (ຕາມເວລາທ້ອງຖິ່ນ) ຢູ່ນະຄອນ Gyeongju ສ ເກົາຫຼີ, ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ໄດ້ດຳເນີນການພົບປະສົນທະນາກັບທ່ານ ລີແຈມຽງ ປະທານາທິບໍດີ ສ ເກົາຫຼີ.
ອິນໂດນີເຊຍ ຈະເປີດໃຊ້ໂຮງໄຟຟ້ານິວເຄລຍແຫ່ງທຳອິດພາຍໃນປີ 2032

ອິນໂດນີເຊຍ ຈະເປີດໃຊ້ໂຮງໄຟຟ້ານິວເຄລຍແຫ່ງທຳອິດພາຍໃນປີ 2032

ຂ່າວຕ່າງປະເທດລາຍງານ ໃນວັນທີ 29 ຕຸລາ ຜ່ານມາວ່າ: ທ່ານ ຢູລິອອດ ຕັນຈຸງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ຊັບພະຍາກອນແຮ່ທາດຂອງອິນໂດເນເຊຍ ໄດ້ເປີດເຜີຍວ່າ: ອິນໂດເນເຊຍຄາດວ່າຈະເລີ່ມດໍາເນີນງານໂຮງໄຟຟ້ານິວເຄລຍແຫ່ງທຳອິດຂອງປະເທດພາຍໃນປີ 2032 ຊຶ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມໃນການບັນລຸເປົ້າໝາຍການປ່ອຍອາຍແກ໊ສເຮືອນແກ້ວສຸດທິເປັນສູນພາຍໃນປີ 2060.
ເພີ່ມເຕີມ