ກຳລັງຕິດຕັ້ງເຄື່ອງຜະລິດໄຟຟ້າພະລັງງານລົມທົ່ວໄປະເທດຈີນ ສ້າງສະຖິຕິສູງສຸດໃນປະຫວັດສາດ
ຂ່າວສານຊີອາໄອ ລາຍງານວ່າ: ບົດລາຍງານການພັດທະນາພະລັງງານໝູນວຽນຂອງຈີນໃນປີ 2024 ທີ່ປະກາດໃນວັນທີ 28 ພຶດສະພາ ຜ່ານມານີ້ໄດ້ສະແດງໃຫ້ເຫັນວ່າ: ໃນປີ 2024 ກຳລັງຕິດຕັ້ງເຄື່ອງຜະລິດໄຟຟ້າພະລັງງານໝູນວຽນໃນທົ່ວປະເທດຈີນໄດ້ສ້າງສະຖິຕິສູງສຸດໃນປະຫວັດສາດ ຊຶ່ງກວມຫຼາຍກວ່າ 60% ໃນການຕິດຕັ້ງພະລັງງານໝູນວຽນຂອງທົ່ວໂລກ. ຄາດວ່າໃນປີນີ້ກຳລັງຕິດຕັ້ງເຄື່ອງຜະລິດໄຟຟ້າພະລັງລົມແລະແສງຕາເວັນຈະເພີ່ມຂຶ້ນອີກ 280 ລ້ານກິໂວວັດ.
ປັດຈຸບັນ, ຈີນໄດ້ສະໜອງຜະລິດຕະພັນແລະບໍລິການພະລັງງານສະອາດຄຸນນະພາບດີໃຫ້ 200 ກວ່າປະເທດແລະເຂດແຄວ້ນທົ່ວໂລກ, ສຳລັບສ່ວນແບ່ງຕະຫຼາດໂລກຂອງຈີນໃນດ້ານພະລັງງານແສງຕາເວັນກວມເອົາຫຼາຍກວ່າ 85% ຊຶ່ງເປັນການປະກອບສ່ວນອັນພົ້ນເດັ່ນຕໍ່ການຂະຫຍາຍຕົວຂອງການລົງທຶນໃນການປ່ຽນໃຊ້ພະລັງງານສະອາດຂອງທົ່ວໂລກ.
ຄໍາເຫັນ