ການເປີດບໍລິການຄັ້ງນີ້ ຈະຊ່ວຍໃຫ້ພົນລະເມືອງກຳປູເຈຍ ໄດ້ສຳຜັດກັບປະສົບການຊໍາລະເງິນຂ້າມຊາຍແດນທີ່ມີປະສິດທິພາບ, ສະດວກ ແລະ ລຽບງ່າຍ ໂດຍການນຳໃຊ້ແອັບບາກອງ Bakong ຫຼື ແອັບພລິເຄຊັນຊໍາລະເງິນຜ່ານມືຖື ເພື່ອສະແກນລະຫັດ JPQR ໃນປະເທດຍີ່ປຸ່ນ.
ໂຄງການດັ່ງກ່າວເນັ້ນໜັກເຖິງຄວາມກ້າວໜ້າຂອງກຳປູເຈຍໃນການສ້າງພື້ນຖານໂຄງລ່າງດີຈີຕອນໃຫ້ແກ່ການເຮັດທຸລະກຳຂ້າມຊາຍແດນ, ຊຸກຍູ້ການຮ່ວມມື ແລະ ການເຕີບໂຕຊຶ່ງກັນ ແລະ ກັນ. ໂດຍການບໍລິການໄລຍະທີສອງຈະເປີດໃນພາຍຫຼັງ ແລະ ຈະຊ່ວຍໃຫ້ຜູ້ໃຊ້ຊາວຍີ່ປຸ່ນສາມາດຊໍາລະເງິນໃນປະເທດກໍາປູເຈຍໄດ້ໂດຍການສະແກນລະຫັດ KHQR.
ຄໍາເຫັນ