ບົດລາຍງານລະບຸວ່າ: ກຳປູເຈຍຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ ໃນປີ 2024 ທັງໝົດ 6,7 ລ້ານເທື່ອຄົນ, ເພີ່ມຂຶ້ນ 22.9% ເມື່ອທຽບໃສ່ປີກາຍ. ໂດຍຕະຫຼາດນັກທ່ອງທ່ຽວ 5 ອັນດັບ ຂອງກຳປູເຈຍແມ່ນໄທ, ຫວຽດນາມ, ຈີນ, ລາວ ແລະ ສະຫະລັດ ອາເມຣິກາ.
ທັງນີ້, ຄາດວ່າຂະແໜງທ່ອງທ່ຽວຈະມີສ່ວນສົ່ງເສີມລວມຍອດຜະລິດຕະພັນພາຍໃນປະເທດ (GDP) ຂອງກຳປູເຈຍ ໃນປີ 2024 ປະມານ 9.4%, ເພີ່ມຂຶ້ນຈາກ 7.5% ໃນປີ 2023ແລະເປັນໜຶ່ງໃນສີ່ເສົາຄ້ຳທີ່ສະໜັບສະໜູນເສດຖະກິດກຳປູເຈຍ.
ຄໍາເຫັນ