ການ​ອະ​ນຸ​ລັກ​ຮັກ​ສາ​ພູ​ຂຽວ​ນ້ຳ​ໃສ​ຄື “ສິ່ງ​ສຳ​ຄັນ​ຂອງ​ຊາດ”

ການ​ອະ​ນຸ​ລັກ​ຮັກ​ສາ​ພູ​ຂຽວ​ນ້ຳ​ໃສ​ຄື “ສິ່ງ​ສຳ​ຄັນ​ຂອງ​ຊາດ”

ການ​ອະ​ນຸ​ລັກ​ຮັກ​ສາ​ພູ​ຂຽວ​ນ້ຳ​ໃສ​ຄື “ສິ່ງ​ສຳ​ຄັນ​ຂອງ​ຊາດ”
ຕົ້ນ​ປີ 2025 ນີ້, ຄຳ​ສັ່ງ​ເກືອດ​ຫ້າມ​ທີ່​ກ່ຽວ​ຂ້ອງ​ກັບສາຍ​ພູ​ສິນຫຼິ້ງ​ ສະ​ບັບ​ໜຶ່ງໄດ້​ຮັບ​ການ​ຍ້ອງ​ຍໍ​ຊົມ​ເຊີຍ​ຈາກ​ຊາວ​ເນັດ​ຈີນ​ຫຼາຍ​ຈົນ​ນັບ​ບໍ່​ຖ້ວນ ຊຶ່ງຄຳ​ສັ່ງ​ດັ່ງ​ກ່າວ​ໄດ້​ລະ​ບຸວ່າ: ນັບ​ແຕ່​ມື້​​ເກີດ​ຜົນ​ບັງ​ຄັບ​ໃຊ້​ເປັນ​ຕົ້ນໄປ,​​ ຢຸດ​ຕິການ​ຈັດ​ກິດ​ຈະ​ກຳ​ຂ້າມ​ຜ່ານ ​ແລະ ​ປີນ​ພູ​ຢູ່​ເຂດສະ​ຫງວນ​ທຳ​ມະ​ຊາດ​ສາຍ​ພູ​ສິນ​ຫຼິ້ງ​ໃນ​ທັນ​ທີ.
ການ​ອະ​ນ​ລກ​ຮກ​ສາ​ພ​ຂຽວ​ນຳ​ໃສ​ຄ “ສງ​ສຳ​ຄນ​ຂອງ​ຊາດ” - image 1
 

ປັດຈຸບັນ, ຜູ້ຄົນມີສ່ວນຮ່ວມໃນການອະນຸລັກຮັກສາສາຍພູສິນຫຼິ້ງນັບມື້ນັບຫຼາຍຂຶ້ນ.
ກ່ອນໜ້ານີ້ 5 ປີ, ຄືໃນວັນທີ 20 ເມສາ 2020, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ເດີນທາງໄປເຄື່ອນໄຫວຢ້ຽມຢາມແຂວງສ້ານຊີ່ ຊຶ່ງບ່ອນທຳອິດທີ່ເດີນທາງໄປຢ້ຽມຢາມກໍແມ່ນສາຍພູສິນຫຼິ້ນ. ຢູ່ເຂດສະຫງວນທຳມະຊາດແຫ່ງຊາດນິວເປີ້ຍຫຼຽງສາຍພູສິນຫຼິ້ງ, ເພິ່ນໄດ້ຊີ້ໃຫ້ເຫັນຢ່າງເລິກເຊິ່ງວ່າ: “ການສ້າງຄວາມສິວິໄລດ້ານນິເວດບໍ່ແມ່ນໝາຍຄວາມວ່າຈະກຳເອົາເງິນຄຳຢູ່ໃນມືໄດ້ຫຼາຍສ່ຳໃດ, ແຕ່ແມ່ນເຮັດເພື່ອປະຫວັດສາດ ແລະ ເພື່ອລູກຫຼານຄົນຮຸ່ນຫຼັງ.”
ໃນໄລຍະຜ່ານມາ, ສິ່ງແວດລ້ອມທຳມະຊາດຢູ່ສາຍພູສິນຫຼິ້ນເຄີຍຖືກທຳລາຍທິດເໜືອຂອງສາຍພູສິນຫຼິ້ນຕອນຢູ່ໃນນະຄອນຊີ່ອ່ານ ແຂວງສ້ານຊີ່, ເຮືອນວິນລາຈຳນວນຫຼວງຫຼາຍທີ່ສ້າງຂຶ້ນຢ່າງຜິດລະບຽບກົດໝາຍໄດ້ກືນກິນພື້ນທີ່ສີຂຽວຢູ່ເຂດຕີນພູ, ລະຫວ່າງປີ2014-2018, ທ່ານ ສີຈິ້ນຜິງ ໄດ້ອອກຄຳສັ່ງຊີ້ນຳ 6 ຄັ້ງຕາມລຳດັບ ເພື່ອຊຸກຍູ້ການແກ້ໄຂບັນຫາດັ່ງກ່າວນີ້.
ຕໍ່ກັບບັນຫາສິ່ງແວດລ້ອມທຳມະຊາດຖືກທຳລາຍ, ທ່ານ ສີຈິ້ນຜິງ ມີຄວາມຄັບຄາໃຈທີ່ສຸດມາໂດຍຕະຫຼອດ.
ຫຼາຍປີຜ່ານມານີ້, ເພິ່ນໄດ້ມີຄຳສັ່ງຊີ້ນຳສຳຄັນຕໍ່ເຫດການທຳລາຍສິ່ງແວດລ້ອມທຳມະຊາດທີ່ເກີດຂຶ້ນຢູ່ທ້ອງຖິ່ນຈຳນວນໜຶ່ງໂດຍຮຽກຮ້ອງໃຫ້ແກ້ໄຂໃຫ້ເຖິງຖອງບໍ່ປ່ອຍປະເດັດຂາດ. ເພິ່ນເຫັນວ່າການເຮັດວຽກເຫຼົ່ານີ້ແມ່ນລ້ວນແຕ່ສຸມໃສ່ຮັບປະກັນໃຫ້ປະຊາຊາດຈີນມີການພັດທະນາຍາວນານ, ຮັບປະກັນການບັນລຸເປົ້າໝາຍສູ້ຊົນ “ຮ້ອຍປີສອງປະການ”, ເປັນແຜນລວມໄລຍະຍາວ, ເປັນສິ່ງສຳຄັນຂອງຊາດ.
ນັບແຕ່ປີ 2012 ເປັນຕົ້ນມາ, ວຽກງານປົກປັກຮັກສາສິ່ງແວດລ້ອມທຳມະຊາດໄດ້ກາຍເປັນ “ສິ່ງສຳຄັນຂອງຊາດ”.
ໃນແຜນຍຸດທະສາດລວມ “ການພັດທະນາ 5 ພາລະກິດຢ່າງເປັນເອກະພາບກັນ” ແມ່ນໄດ້ກວມເຖິງການສ້າງຄວາມສີວິໄລດ້ານນິເວດ; ໃນທິດທາງຍຸດທະສາດພື້ນຖານກ່ຽວກັບການຢຶດໝັ້ນ ແລະ ພັດທະນາສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່, ການຢຶດໝັ້ນຄົນກັບທຳມະຊາດຢູ່ຮ່ວມກັນຢ່າງກົມກຽວກໍແມ່ນເນື້ອໃນຂໍ້ໜຶ່ງ; ໃນແນວຄວາມຄິດການພັດທະນາແບບໃໝ່, ສີຂຽວເປັນໜຶ່ງໃນເນື້ອໃນສຳຄັນ; ໃນສາມບັ້ນບຸກຂອດຫຍຸ້ງຍາກໃຫຍ່, ໜຶ່ງໃນຫັ້ນກໍແມ່ນບັ້ນປ້ອງກັນ ແລະ ຄວບຄຸມມົນລະພິດ… ສາມາດເວົ້າໄດ້ວ່າ “ສິ່ງສຳຄັນຂອງຊາດ” ແມ່ນເຊື່ອມສານຢູ່ໃນພູຂຽວນ້ຳໃສ. ປີ 2021, ທ່ານ ສີຈິ້ນຜິງ ໄດ້ເດີນທາງໄປຢ້ຽມຢາມທະເລສາບຊິງໄຫເທິງພູພຽງຂອງແຂວງຊິງໄຫ ຊຶ່ງເປັນທະເລສາບນ້ຳເຄັມໃຫຍ່ທີ່ສຸດຂອງຈີນ.
ກ່ອນໜ້ານັ້ນ, ເພິ່ນໄດ້ເດີນທາງໄປສຳຫຼວດຊອກຮູ້ຂໍ້ມູນຢູ່ຕົ້ນແມ່ນ້ຳສາມສາຍ ຫຼື ສ່ານຈ່ຽງຢວນ, ສາຍພູສີຫຼຽນມາແລ້ວໃນໂອກາດລົງເຄື່ອນໄຫວຢ້ຽມຢາມທ້ອງຖິ່ນ, ເພິ່ນໃຫ້ຮູ້ວ່າ: “ເທື່ອນີ້ມາເບິ່ງທະເລສາບຊິງໄຫເປັນການສະເພາະ.” ເມື່ອເວົ້າເຖິງສາເຫດດ້ານຍຸດທະສາດຂອງສູນກາງພັກໃນການຕັດສິນໃຈ ປົກປັກຮັກສາສິ່ງແວດລ້ອມທຳມະຊາດຊິງໄຫ, ເພິ່ນເນັ້ນໜັກຢ່າງໜັກແໜ້ນວ່າ: “ການປົກປັກຮັກສາສິ່ງແວດລ້ອມທຳມະຊາດຊິງໄຫເປັນ ‘ສິ່ງສຳຄັນຂອງຊາດ’”.

ການ​ອະ​ນ​ລກ​ຮກ​ສາ​ພ​ຂຽວ​ນຳ​ໃສ​ຄ “ສງ​ສຳ​ຄນ​ຂອງ​ຊາດ” - image 2
 

ທ່ານ ສີຈິ້ນຜິງ ເນັ້ນໜັກຕື່ມວ່າ: “ໃນດ້ານການປົກປັກຮັກສາສິ່ງແວດລ້ອມທຳມະຊາດ, ບໍ່ວ່າຈະເປັນການຊຸກຍູ້ສົ່ງເສີມ ຫຼື ຕຳໜິສະກັດກັ້ນ, ຂ້າພະເຈົ້າລ້ວນແຕ່ບໍ່ແມ່ນເຮັດເພື່ອສິ່ງໃດໜຶ່ງໃນເວລາໃດໜຶ່ງເທົ່ານັ້ນ, ແຕ່ແມ່ນເພື່ອສຸມໃສ່ສິ່ງແວດລ້ອມ ແລະ ທຳມະຊາດໂດຍລວມ, ສຸມໃສ່ການພັດທະນາແບບຍືນຍົງຂອງຈີນ ແລະ ອະນາຄົດຂອງປະຊາຊາດຈີນ.”
ໄປຄຽງຄູ່ກັບເວລາຜ່ານໄປຢ່າງວ່ອງໄວ, ແນວຄວາມຄິດປ່ຽນແປງແລ້ວ, ດິນແດນປະເທດຊາດຈີນກໍໄດ້ມີໂສມໜ້າໃໝ່ອ່ຽມບໍ່ຄືຜ່ານມາ.
ຫຼາຍປີຜ່ານມານີ້, ເຂດແຂວງ ແລະ ກຳແພງນະຄອນຕ່າງໆຢູ່ລຽບຕາມແມ່ນ້ຳຢາງຊີກ້ຽງເຊັ່ນ: ແຂວງຈ່ຽງຊູ, ແຂວງຈ່ຽງຊີ່, ກຳແພງນະຄອນຊຽງໄຮ, ແຂວງຫູເປີຍ ເປັນຕົ້ນ ໄດ້ພາກັນປະຕິບັດໂຄງການອະນຸລັກສິ່ງແວດລ້ອມທຳມະຊາດເພື່ອ “ຄືນແມ່ນ້ຳ, ຝັ່ງນ້ຳທີ່ມີທິວທັດທຳມະຊາດອັນສວຍສົດງົດງາມໃຫ້ປະຊາຊົນ”, ພາບທຳມະຊາດທີ່ນ້ຳໃສຕາຝັ່ງຂຽວປະກົດຕົວຢູ່ສອງຟາກຝັ່ງແມ່ນ້ຳຢາງຊີກ້ຽງທີ່ເປັນແມ່ນ້ຳຫຼໍ່ລ້ຽງຊີວິດປະຊາຊາດຈີນ.
ວັນທີ 3 ເມສາ 2025 ນີ້, ທ່ານ ສີຈິ້ນຜິງ ໄດ້ຮ່ວມປູກຕົ້ນໄມ້ຢູ່ແຄມຝັ່ງແມ່ນ້ຳຢົງຕີ້ງ ນະຄອນຫຼວງປັກກິ່ງ ໂດຍໄດ້ປູກຕົ້ນໄມ້ຫຼາຍຕົ້ນ. ເພິ່ນເວົ້າກັບຫຼານນ້ອຍນັກຮຽນທັງຫຼາຍທີ່ຮ່ວມປູກຕົ້ນໄມ້ນຳກັນວ່າ: ປັດຸຈບັນ, ເນື້ອທີ່ປົກຫຸ້ມປ່າໄມ້ຂອງປະເທດຈີນໄດ້ບັນລຸຫຼາຍກວ່າ 25%, ໂດຍສາມາດປະກອບສ່ວນສ້າງພື້ນທີ່ສີຂຽວເພີ່ມໃໝ່ໃຫ້ທົ່ວໂລກປະມານ 25%.
ເວລາຜ່ານໄປຫຼາຍປີ, ປະຊາຊົນຈີນນຳໃຊ້ສອງຝາມືສາມາດສ້າງຜົນສຳເລັດທີ່ບໍ່ທຳມະດາຄືເປັນປະເທດທີ່ມີປະລິມານຊັບພະຍາກອນປ່າໄມ້ເພີ່ມຂຶ້ນຫຼາຍກວ່າໝູ່ຢູ່ໃນໂລກ, ພ້ອມທັງພາໃຫ້ເກີດມີເລື່ອງລາວທີ່ໜ້າປະທັບໃຈຢ່າງຫຼວງຫຼາຍກ່ຽວກັບຄົນກັບທຳມະຊາດຢູ່ຮ່ວມກັນຢ່າງກົມກຽວ.
ໂດຍ: ຊີອາໄອ


ຄໍາເຫັນ

ຂ່າວຕ່າງປະເທດ

ຈີນ​ເລີ່ມ​ປະ​ຕິ​ບັດ​ດ່ານ​ພາ​ສີ​ອິດ​ສະຫຼະ​ທົ່ວ​ເກາະ​ໄຫຫຼຳ

ຈີນ​ເລີ່ມ​ປະ​ຕິ​ບັດ​ດ່ານ​ພາ​ສີ​ອິດ​ສະຫຼະ​ທົ່ວ​ເກາະ​ໄຫຫຼຳ

ຂ່າສານຊີອາໄອລາຍງານວ່າ: ນັບ​ແຕ່​ວັນ​ທີ 18 ທັນ​ວາ 2025 ເປັນ​ຕົ້ນ​ໄປ, ຈີນ​ເລີ່ມ​ປະ​ຕິ​ບັດ​ດ່ານ​ພາ​ສີ​ອິດ​ສະຫຼະ​ທົ່ວ​ເກາະ​ໄຫຫຼຳ​ຢ່າງ​ເປັນ​ທາງ​ການ.
ຈີນ ແລະ ອາຊຽນປະຕິບັດຕາມຄຳໝັ້ນສັນຍາ​ຂອງ​ຕົນ​ພາຍ​ໃນສັນຍາປາຣີດ້ວຍພຶດຕິກຳຕົວຈິງ

ຈີນ ແລະ ອາຊຽນປະຕິບັດຕາມຄຳໝັ້ນສັນຍາ​ຂອງ​ຕົນ​ພາຍ​ໃນສັນຍາປາຣີດ້ວຍພຶດຕິກຳຕົວຈິງ

ປີນີ້ເປັນປີຄົບ​ຮອບ 10 ປີ​ຂອງການເຊັນສັນຍາປາຣີ​ວ່າ​ດ້ວຍ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ (2015-2025), ສ່ວນການຄຸ້ມຄອງດິນຟ້າອາກາດກຳລັງຢືນຢູ່ໃນທາງສີ່ແຍກແຫ່ງປະຫວັດສາດ. ດ້ານໜຶ່ງແມ່ນຍ້ອນສະພາບຂ້ຽວຂາດທີ່ການເພີ່ມຂຶ້ນຂອງອຸນຫະພູມທົ່ວໂລກໄດ້ແຕະຕ້ອງເສັ້ນ​ຕ້ອງ​ຫ້າມ​ແດງ​ລະ​ດັບ1,5 ອົງສາ ຫຼາຍຄັ້ງ ແລະ ເກີດ​ສະ​ພາບອາກາດຮຸນແຮງເລື້ອຍໆ; ອີກດ້ານໜຶ່ງແມ່ນ​ຍ້ອນສະພາບຄວາມຫຍຸ້ງຍາກດ້ານການບໍລິຫານທີ່ລັດທິຝ່າຍດຽວເງີຍໜ້າຂຶ້ນ ແລະ ບາງປະເທດບໍ່ສາມາດປະຕິບັດຕາມຄຳໝັ້ນສັນຍາ​ຂອ​ງ​ຕົນຢ່າງທັນການ. ແຕ່ຈີນ ແລະ ບັນດາປະເທດ​ສະ​ມາ​ຊິກອາຊຽນໄດ້ໃຫ້ຄຳຕອບຂອງບັນ​ຫາດັ່ງກ່າວດ້ວຍພຶດຕິກຳຕົວຈິງແບບສີຂຽວ ຄື: ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດທີ່ກ່ຽວ​ຂ້ອງກັບຊາຕາກຳຂອງມວນມະນຸດ, ມີແຕ່ຢຶດໝັ້ນລັດທິຫຼາຍຝ່າຍ ແລະ ລົງເລິກການຮ່ວມມືຕົວຈິງ ຈຶ່ງຈະສາມາດເຮັດໃຫ້ຄຳໝັ້ນສັນຍາໃນສັນຍາປາຣີກາຍເປັນການເຄື່ອນໄຫວຕົວຈິງເພື່ອ​ປົກ​ປ້ອງໂລກ.
ເສດ​ຖະ​ກິດ​ຈີນ ​ໄດ້​ຮັກ​ສາ​ສະ​ພາບ​ຄວ​າມ​ໝັ້ນ​ທ່ຽງ ທ່າ​ອ່ຽງ​ກ້າວ​ໄປ​ໜ້າ ແລະ ຄວາມ​ໝັ້ນ​ໜຽວ

ເສດ​ຖະ​ກິດ​ຈີນ ​ໄດ້​ຮັກ​ສາ​ສະ​ພາບ​ຄວ​າມ​ໝັ້ນ​ທ່ຽງ ທ່າ​ອ່ຽງ​ກ້າວ​ໄປ​ໜ້າ ແລະ ຄວາມ​ໝັ້ນ​ໜຽວ

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 8 ທັນ​ວາ ຜ່ານມາ, ໂຕ​ເລກ​ສະ​ຖິ​ຕິ​ທີ່​ເຜີຍ​ແຜ່​ໂດຍ​ລັດ​ຖະ​ບານ​ຈີນ​ສະ​ແດງ​ເຫັນ​ວ່າ, ໃນ 11 ເດືອນ​ຂອງ​ປີ 2025, ຍອດ​ມູນ​ຄ່າ​ນຳ​ເຂົ້າ-ສົ່ງ​ອອກ​ສິນ​ຄ້າ​ປະ​ເພດ​ຈັບ​ຕ້ອງ​ໄດ້​ຂອງ​ຈີນ​ມີ​ເຖິງ 41,210 ຕື້ຢວນ, ເພີ່ມ​ຂຶ້ນ 3.6% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2024. ໃນ​ນັ້ນ, ຍອດ​ມູນ​ຄ່າ ນຳ​ເຂົ້າ-ສົ່ງ​ອອກ​ສິນ​ຄ້າ​ປະ​ເພດ​ຈັບ​ຕ້ອງ​ຂອງ​ເດືອນພະ​ຈິກ​ໄດ້​ເພີ່ມ​ຂຶ້ນ 4.1% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2024 ຊຶ່ງ​ໄດ້​ຮັກ​ສາ​ການ​ເຕີບ​ໂຕ​ເປັນ​ເວ​ລາ 10 ເດືອນ​ລຽ​ນ​ຕິດ ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2024. ນັກ​ວິ​ເຄາະ​ຊີ້​ໃຫ້​ເຫັນ​ວ່າ, ໂຄງ​ປະ​ກອບ​ການ​ຄ້າ​ກັບ​ຕ່າງ​ປະ​ເທດ​ຂອງ​ຈີນ​ໄດ້​ປັບ​ປຸງ​ດີ​ຂຶ້ນ​ເລື້ອຍໆ, ປ່ອຍ​ພະ​ລັງ​ຂັບ​ເຄື່ອນ​ໃໝ່​​ຢ່າງຕໍ່​ເນື່ອງ, ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ໝັ້ນ​ໜຽວ​ທີ່​ເຂັ້ມ​ແຂງ.
ຍ້ອນ​ຫຍັງ​ດິ​ສ​ນີ​​ບໍ່​ສາ​ມາດ​ເບິ່ງ​ຂ້າມ​ຕະຫຼາດ​ຈີນ

ຍ້ອນ​ຫຍັງ​ດິ​ສ​ນີ​​ບໍ່​ສາ​ມາດ​ເບິ່ງ​ຂ້າມ​ຕະຫຼາດ​ຈີນ

ຫວ່າງ​ມໍ່ໆ​ມາ​ນີ້, ມູນ​ຄ່າ​ຂາຍ​ປີ້​ເຂົ້າ​ຊົມ​ຮູບ​ເງົາ​ເລື່ອງ“ ‌Zootopia 2” ຢູ່​ແຜ່ນ​ດິນ​ໃຫຍ່​ຈີນ​ບັນ​ລຸຫຼາຍກວ່າ 2 ຕື້ຢວນຊຶ່ງບໍ່​ພຽງ​ແຕ່​ໄດ້​ສ້າງ​ສະ​ຖິ​ຕິ​ມູນ​ຄ່າ​ຂາຍ​ປີ້​ເຂົ້າ​ຊົມ​ຮູບ​ເງົາ​ກາ​ຕູນ​ທີ່​ນຳ​ເຂົ້າ​ຈາກ​ຕ່າງ​ປະ​ເທດ​ໃນ​ປະ​ຫວັດ​ສາດ​ຮູບ​ເງົາ​ຈີນ​ໃໝ່​ເທົ່າ​ນັ້ນ, ຍິ່ງ​ໄດ້​ລື່ນ​ກາຍ​ຕະຫຼາດ​ອາ​ເມ​ຣິ​ກາ​ເໜືອ​ແລ້ວ​ກາຍ​ເປັນ​ຕະຫຼາດ​ທີ່​ໄດ້​ຂາຍ​ປີ້​ເຂົ້າ​ຊົມຫຼາຍ​ທີ່​ສຸດ​ໃນ​ໂລກອີກ​ດ້ວຍ. ກ່ອນ​ຈະ​ໄດ້​ສາຍ​ຮູບ​ເງົາ​ເລື່ອງ​ນີ້, ຜູ້​ບໍ​ລິ​ໂພກ​ຈີນ​ກໍ​ໄດ້​ພົບ​ເຫັນ​ຊັບ​ສິນ​ທາງ​ປັນ​ຍາ (IP)ນີ້​ໃນ​ຊີ​ວິດ​ປະ​ຈຳ​ວັນ​ເລື້ອຍໆເຊັ່ນ: ຈອກ​ກາ​ເຟ​ Luckin ​ທີ່​ໄດ້​ແຕ້ມ​ໂປ​ສ​ເຕີ​ຮູບ​ເງົາ​ໃສ່, ເສື້ອ​ເຊີດ​ທີ່​ມີ​ຮູບ​ກາ​ຕູນ​ຮູບ​ເງົາ​ຂອງ UNIQLO, ​ກ່ອງ​ສຸ່ມຂອງ POP MART ແລະ​ ອື່ນໆ. ຈາກ​ມູນ​ຄ່າ​ຂາຍ​ປີ້​ເຂົ້າ​ຊົມ​ຮູບ​ເງົາ​ເຖິງ​ຜະ​ລິດ​ຕະ​ພັນ​ຕ່າງໆ​ຮ່ວມ​ມື​ກັບ​ຍີ່​ຫໍ້​ຕ່າງໆ ໄດ້​ພິ​ສູດ​ໃຫ້​ເຫັນ​ເຖິງ​ຖາ​ນະ​ທີ່​ທົດ​ແທນ​ບໍ່​ໄດ້​ຂອງ​ຕະຫຼາດ​ຈີນ​ໃນ​ຍຸດ​ທະ​ສາດ​ທົ່ວ​ໂລກ​ຂອງ​ບໍ​ລິ​ສັດ​ດິ​ສ​ນີ.
AI ສາມາດຊຸກຍູ້ເສດຖະກິດອົສຕຣາລີໄດ້ເຖິງ 151 ຕື້ໂດລາ

AI ສາມາດຊຸກຍູ້ເສດຖະກິດອົສຕຣາລີໄດ້ເຖິງ 151 ຕື້ໂດລາ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້: ບົດລາຍງານຈາກສະພາວິທະຍາສາດ ແລະ ວິສະວະກຳທາງເຕັກໂນໂລຊີຂອງອົສຕຣາລີເປີດເຜີຍວ່າ, ການນຳໃຊ້ປະໂຫຍດຈາກປັນຍາປະດິດ (AI) ສາມາດຊ່ວຍຊຸກຍູ້ເສດຖະກິດອົສຕຣາລີໄດ້ເຖິງ151 ຕື້ໂດລາ ໃນທົດສະວັດຕໍ່ໄປ.
ກຳປູເຈຍ ສົ່ງອອກເຄື່ອງນຸ່ງຫົ່ມ ເກີບ ແລະ ສິນຄ່າເດີນທາງ ມູນຄ່າ 13.6 ຕື້ໂດລາ

ກຳປູເຈຍ ສົ່ງອອກເຄື່ອງນຸ່ງຫົ່ມ ເກີບ ແລະ ສິນຄ່າເດີນທາງ ມູນຄ່າ 13.6 ຕື້ໂດລາ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ກະຊວງການຄ້າຂອງກຳປູເຈຍໄດ້ປະກາດວ່າ, ກຳປູເຈຍໄດ້ສົ່ງອອກເຄື່ອງນຸ່ງຫົ່ມ, ແຜ່ນແພ, ເກີບ ແລະ ສິນຄ້າດ້ານການເດີນທາງ ມູນຄ່າ 13.6 ຕື້ໂດລາ ໃນໄລຍະ 10 ເດືອນທຳອິດຂອງປີ 2025 (ມັງກອນ-ຕຸລາ), ເພີ່ມຂຶ້ນ 20% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ.
COP30ຮັບຮອງເອົາສັນ​ຍາ​ການເຄື່ອນ​ໄຫວ​ດ້າ​ນ​ດິນ​ຟ້າ​ອາ​ກາດສະບັບໃໝ່

COP30ຮັບຮອງເອົາສັນ​ຍາ​ການເຄື່ອນ​ໄຫວ​ດ້າ​ນ​ດິນ​ຟ້າ​ອາ​ກາດສະບັບໃໝ່

ຂ່າວສານຊີອາໄອລາຍງານ ຫວ່າງບໍ່ດົນມານີ້ວ່າ: ກອງປະຊຸມພາຄີຂອບ​ສົນ​ທິສັນ​ຍາວ່າດ້ວຍການ​ປ່ຽນ​ແປງຂອງ​ດິນ​ຟ້າ​ອາ​ກາດ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ຄັ້ງທີ 30 (COP30) ໄດ້ສໍາເລັດລົງໃນວັນທີ 22 ​ພະ​ຈິກ ຜ່ານມາ​ຢູ່​ນະ​ຄອນເບເລມ ​ພາກ​ເໜືອຂອງ​ປະ​ເທດບ​ຣາ​ຊິນ. ກອງປະຊຸມໄດ້ຮັບຮອງເອົາສັນ​ຍາ​ໂດຍ​ລວມ​ກ່ຽວ​ກັບ​ການເຄື່ອນ​ໄຫວ​ດ້ານດິນ​ຟ້າ​ອາ​ກາດ​ສະ​ບັບ​ໃໝ່ ຄື: "ການລະດົມທົ່ວໂລກ: ​ສາ​ມັກ​ຄີ ແລະ ປະ​ສານ​ງານ​ກັນເພື່ອ​ຮັບ​ມື​ກັບສິ່ງທ້າທາຍຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ", ໂດຍຮຽກຮ້ອງໃຫ້ບັນດາປະເທດຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງດິນ​ຟ້າ​ອາ​ກາ​ດ​ຢ່າງ​ເປັນ​ເຈົ້າ​ການ ແລະ ເລັ່ງການເຄື່ອນ​ໄຫວດ້ານ​ດິນ​ຟ້າ​ອາ​ກາດ​ທີ່​ກ່ຽວ​ຂ້ອງ.
ການສົ່ງອອກຂອງ ສ ເກົາຫຼີ ເພີ່ມຂຶ້ນ 8.2% ໃນ 20 ມື້ທຳອິດຂອງເດືອນພະຈິກ

ການສົ່ງອອກຂອງ ສ ເກົາຫຼີ ເພີ່ມຂຶ້ນ 8.2% ໃນ 20 ມື້ທຳອິດຂອງເດືອນພະຈິກ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ຫ້ອງການພາສີຂອງ ສ ເກົາຫຼີໄດ້ປະກາດ ວ່າ, ການສົ່ງອອກຂອງ ສ ເກົາຫຼີ ໃນລະຫວ່າງວັນທີ 1-20 ພະຈິກ ເພີ່ມຂຶ້ນ 8.2% ເມື່ອທຽບກັບປີກ່ອນເປັນ 38.5 ຕື້ໂດລາ ທຽບກັບ 35.6 ຕື້ໂດລາໃນໄລຍະດຽວກັນຂອງປີກາຍ, ໂດຍໄດ້ຮັບແຮງຂັບເຄື່ອນຈາກຄວາມຕ້ອງການsemiconductorແລະ ລົດຍົນທີ່ເຂັ້ມແຂງ.
ເພີ່ມເຕີມ