ການ​ບໍ​ລິ​ໂພກ​ໃນ​ຕະຫຼາດ​ກາງ​ຄືນ​ຂອງ​ຈີນ​​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ

ການ​ບໍ​ລິ​ໂພກ​ໃນ​ຕະຫຼາດ​ກາງ​ຄືນ​ຂອງ​ຈີນ​​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ

ການ​ບໍ​ລິ​ໂພກ​ໃນ​ຕະຫຼາດ​ກາງ​ຄືນ​ຂອງ​ຈີນ​​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ
ເມື່ອ​ຕາ​ເວັນ​ຄ້ອຍ​ຄ່ຳລົງ​ແລງ, ມີ​ເສດ​ຖະ​ກິດ​ຢ່າງ​ໜຶ່ງ​​ມີ​ຄວາມຄຶກ​ຄື້ນ​ຂຶ້ນຢູ່​ເມືອງ​ເຈິ້ງ​ຕິ້ງ​ແຂວງ​ເຫີ​ເປີຍ​ຂອງ​ຈີນ, ເດີ່ນ​ຈອດ​ລົດ​ທຳ​ມະ​ດາ​ໃນ​ຕອນ​ກາງ​ເວັນໄດ້​ກາຍມາ​ເປັນ​ຕະຫຼາດ​ກາງ​ຄືນ​​ມີ 60 ກວ່າ​ຮ້ານ​ທີ່​ມີ​ຄວາມ​ຄຶກ​ຄື້ນ: ມີ​ຮ້ານ​ປີ້ງ​ຊີ້ນ, ມີ​ຮ້ານ​ຂາຍ​ໝີ່ແລະອື່ນໆ. ລູກ​ຄ້າ​ຍ່າງ​ໄປໆ​ມາໆແລະມີ​ສຽງ​ເວົ້າ​ສຽງ​ຫົວທີ່​ມ່ວນ​ຊື່ນ​ດັງ​ຂຶ້ນ​ບໍ່​ຂາດ. ມີ​ຊາວ​ເນັດຫຼາຍ​ຄົນ​ໄດ້​ໃຊ້​ຄຳ​ສັບ “ອັດ​ສະ​ຈັນ” ມາ​ພັນ​ລະ​ນາ​ກ່ຽວ​ກັບ​ຕະຫຼາດ​ກາງ​ຄືນ​ແຫ່ງ​ນີ້! ຕະຫຼາດ​ແຫ່ງ​ນີ້ພວມ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ສະ​ພາບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຕອນ​ກາງ​ຄືນ​ທີ່ມີ​ຄວາມຄຶກຄື້ນ​ຂອງ​ຈີນ.
ການ​ບ​ລ​ໂພກ​ໃນ​ຕະຫາດ​ກາງ​ຄນ​ຂອງ​ຈນ​​ມ​ຄວາມ​ສາ​ມາດ​ບມ​ຊອນ - image 1
 

 

ໃນຊຸມປີຜ່ານມາ, “ເສດຖະກິດຕອນກາງຄືນ” ໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງຄຶກຄື້ນຊຶ່ງໄດ້ກາຍເປັນຫົວຈັກທີ່ຂັບເຄື່ອນການເຕີບໂຕຂອງເສດຖະກິດຈີນແລະໄດ້ເຮັດໃຫ້ຕົວເມືອງຕ່າງໆມີຊີວິດຊີວາຂຶ້ນ. ອີງຕາມ “ບົດລາຍງານສຳຫຼວດຄວາມຊິນເຄີຍດ້ານການບໍລິໂພກຂອງຊາວເມືອງຈີນ” ທີ່ກະຊວງການຄ້າຈີນເປີດເຜີຍໃນປີ 2024ໃຫ້ຮູ້ວ່າ, ການບໍລິໂພກໃນຕົວເມືອງຕ່າງໆຂອງຈີນມີ 60% ໄດ້ເກີດຂຶ້ນຢູ່ຕອນກາງຄືນ, ມູນຄ່າການບໍລິໂພກໃນລະຫວ່າງເວລາ 18:00ໂມງຫາ 22:00ໂມງທຸກມື້ຂອງສູນການຄ້າຂະໜາດໃຫຍ່ຂອງຈີນ ກວມຫຼາຍກວ່າເຄິ່ງໜຶ່ງຂອງຍອດມູນຄ່າການບໍລິໂພກຂອງວັນນັ້ນ; ການປະກອບສ່ວນຂອງການບໍລິໂພກໃນຕອນກາງຄືນໄດ້ສູງກວ່າການບໍລິໂພກໃນຕອນກາງເວັນ3 ເທົ່າ ສຳລັບການບໍລິໂພກດ້ານການທ່ອງທ່ຽວ.

ການ​ບ​ລ​ໂພກ​ໃນ​ຕະຫາດ​ກາງ​ຄນ​ຂອງ​ຈນ​​ມ​ຄວາມ​ສາ​ມາດ​ບມ​ຊອນ - image 2
 

ເມື່ອສັງເກດຈາກຂະໜາດຕະຫຼາດແລ້ວເຫັນວ່າ: ຂະໜາດຕະຫຼາດເສດຖະກິດຕອນກາງຄືນຂອງຈີນໄດ້ເພີ່ມຂຶ້ນຈາກ 22,540 ຕື້ຢວນໃນປີ 2018 ມາເປັນ 50,250 ຕື້ຢວນໃນປີ 2024, ໄດ້ເພີ່ມຂຶ້ນ 21.7% ຕໍ່ປີ. ໂຕເລກເຫຼົ່ານີ້ສະແດງໃຫ້ເຫັນວ່າ: ເວລາການບໍລິໂພກໄດ້ແກ່ຍາວອອກ, ສະຖານທີ່ການບໍລິໂພກໄດ້ຂະຫຍາຍກວ້າງອອກແລະການພັດທະນາເສດຖະກິດໄດ້ມີໂອກາດໃໝ່.

ປັດຈຸບັນ, ເສດຖະກິດຕອນກາງຄືນຂອງຈີນບໍ່ມີພຽງແຕ່ຂະແໜງອາຫານການກິນແລະການຊື້ເຄື່ອງເທົ່ານັ້ນ, ຍັງໄດ້ກວມເອົາຂະແໜງວັດທະນະທຳ, ການທ່ອງທ່ຽວແລະວິທະຍາສາດເຕັກໂນໂລຊີອີກດ້ວຍ. ຢູ່ຕະຫຼາດກາງຄືນລາຊະວົງຖັງຂອງນະຄອນຊີອານຂອງຈີນ, ການສະແດງແບບລາຊະວົງຖັງໄດ້ປະສານສົມທົບກັບໄຟແສງສີທີ່ທັນສະໄໝ, ສາມາດດຶງດູດນັກທ່ອງທ່ຽວໄດ້ຫຼາຍກວ່າ 3 ແສນເທື່ອຄົນຕໍ່ວັນ, ໂຄງການທ່ອງທ່ຽວຕອນກາງຄືນແບບນີ້ໄດ້ເຮັດໃຫ້ມູນຄ່າການຈຳໜ່າຍຜະລິດຕະພັນວັດທະນະທຳຕ່າງໆເພີ່ມຂຶ້ນ 40%; ຢູ່ຕາມເສັ້ນທາງໃນໃຈກາງນະຄອນຫຼວງປັກກິ່ງ, ຜູ້ຂີ່ລົດຖີບຕ່າງໆສາມາດສຳຜັດກັບຮອງຮອຍປະຫວັດສາດໃນຕອນກາງຄືນ; ລະຄອນຈີນແລະຕ່າງປະເທດທີ່ມີຊື່ສຽງໄດ້ຜັດປ່ຽນກັນສະແດງຢູ່ໃນໂຮງລະຄອນນະຄອນເສິງຕູ. ທັງໝົດນີ້ເຮັດໃຫ້ເສດຖະກິດຕອນກາງຄືນຂອງຈີນເຕັມໄປດ້ວຍສີສັນແຫ່ງວັດທະນະທຳແລະວິທະຍາສາດເຕັກໂນໂລຊີ.

ການ​ບ​ລ​ໂພກ​ໃນ​ຕະຫາດ​ກາງ​ຄນ​ຂອງ​ຈນ​​ມ​ຄວາມ​ສາ​ມາດ​ບມ​ຊອນ - image 3
 

ເສດຖະກິດຕອນກາງຄືນໄດ້ຮັບການພັດທະນາຢ່າງຄຶກຄື້ນຍັງໄດ້ເຮັດໃຫ້ເກີດມີການປະກອບອາຊີບໃໝ່ແລະຮູບແບບທຸລະກິດໃໝ່. 600 ກວ່າຮ້ານໃນຕະຫຼາດກາງຄືນເມືອງຈິ້ງຕິ້ງໄດ້ເຮັດໃຫ້ 2,000 ກວ່າຄົນມີວຽກເຮັດງານທຳ. ຊາວໜຸ່ມໄດ້ເລີ່ມຕົ້ນເປັນ “ຜູ້ປະກອບການໃນຕະຫຼາດກາງຄືນ” ໃນແອັບວິດີໂອສັ້ນເພື່ອໂຄສະນາເຜີຍແຜ່ສິນຄ້າທີ່ມີເອກະລັກພິເສດໃນຕະຫຼາດກາງຄືນໄປສູ່ທົ່ວໂລກດ້ວຍວິທີການໄລສົດ, ການໃຫ້ຄະແນນຕໍ່ອາຫານການກິນແລະອື່ນໆຊຶ່ງໄດ້ເຮັດໃຫ້ເສດຖະກິດກາງຄືນມີຜົນຕອບຮັບນັບມື້ນັບຂະຫຍາຍກວ້າງອອກ.

ສິ່ງທີ່ສຳຄັນກວ່ານັ້ນກໍຄື: ເສດຖະກິດກາງຄືນພວມໄດ້ກາຍເປັນສິ່ງສຳຄັນທີ່ໄດ້ສະແດງໃຫ້ເຫັນເຖິງກຳລັງດຶງດູດຂອງຕົວເມືອງ. ຢູ່ນະຄອນຊຽງໄຮ້, ໄຟແສງສີທີ່ຮຸ່ງເຮືອງຢູ່ເຂດວາຍທານກັບຕຶກອາຄານທີ່ທັນສະໄໝຢູ່ຄຸ້ມລູເຈຍຈຸຍສ່ອງແສງສະທ້ອນກັນ, ການຂີ່ເຮືອທ່ຽວໜອງຊີຫູໃນຕອນກາງຄືນຢູ່ນະຄອນຫາງໂຈ່ວໄດ້ສະແດງໃຫ້ເຫັນເຖິງວັດທະນະທຳທີ່ມີສະເໜ່ໃນລາຊະວົງຊົ້ງຂອງຈີນ. ພາບວິວທິວທັດແບບນີ້ບໍ່ພຽງແຕ່ສະແດງໃຫ້ເຫັນເຖິງຄວາມມີສະເໜ່ທີ່ມີເອກະລັກພິເສດຕ່າງໆຂອງຕົວເມືອງຂອງຈີນເທົ່ານັ້ນ, ຫາກຍັງສາມາດດຶງດູດຜູ້ທີ່ມີຄວາມຮູ້ຄວາມສາມາດ, ທຶນແລະນັກທ່ອງທ່ຽວທົ່ວໂລກມາທ່ອງທ່ຽວ, ເຮັດວຽກຫຼືລົງທຶນຢູ່ຕົວເມືອງເຫຼົ່ານີ້.

ຢູ່ຈີນ, ຍັງມີຫຼາຍຕົວເມືອງມີຕະຫຼາດກາງຄືນທີ່ຄຶກຄື້ນປານຕະຫຼາດກາງຄືນຂອງເມືອງເຈິ້ງຕິ້ງ. ຈາກອາຫານທີ່ແຊບນົວເຖິງວັດທະນະທຳທີ່ມີຫຼາກຫຼາຍສີສັນ, ຈາກການປະກອບອາຊີບເຖິງການປະດິດສ້າງໃໝ່, ເສດຖະກິດຕອນກາງຄືນທີ່ໄດ້ເຕີບໂຕຢ່າງຄຶກຄື້ນພວມໄດ້ເພີ່ມພະລັງຂັບເຄື່ອນທີ່ແຂງແຮງໃຫ້ແກ່ການພັດທະນາເສດຖະກິດຈີນດ້ວຍຄຸນນະພາບສູງແລະໄດ້ສະແດງໃຫ້ເຫັນເຖິງຊີວິດການເປັນຢູ່ທີ່ດີງາມຂອງປະຊາຊົນຈີນ.

ໂດຍ: ຊີອາໄອ

ຄໍາເຫັນ

ຂ່າວຕ່າງປະເທດ

ປະຫວັດຫຍໍ້

ປະຫວັດຫຍໍ້

ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ - ຊື່ທາງການ: ສົມເດັດ ເຈົ້າຍິງ ໄອໂກະ (Her Imperial Highness Princess Aiko) - ຊື່ພະຣາຊະທານສໍາລັບສະມາຊິກຣາຊະວົງ: ເຈົ້າຍິງ ໂທຊິ ຫຼື ໂທຊິ ໂນະ ມິຢະ (Princess Toshi ຫຼືToshi-no-Miya)
ທ່ານນາງເຜີງລີ້ຢວນແລະມະເຫສີແອັດສະປາຍຢ້ຽມຢາມສູນບໍລິການຄົນພິການ

ທ່ານນາງເຜີງລີ້ຢວນແລະມະເຫສີແອັດສະປາຍຢ້ຽມຢາມສູນບໍລິການຄົນພິການ

ຂ່າວສານຊີອາໄອລາຍງານວ່າ: ໃນເຊົ້າວັນທີ 12 ພະຈິກນີ້, ທ່ານນາງເຜີງລີ້ຢວນພັນລະຍາຂອງທ່ານສີຈິ້ນຜິງປະທານປະເທດຈີນແລະທ່ານນາງເລຕິເຊຍມະເຫສີແອັດສະປາຍທີ່ເດີນທາງຮ່ວມກັບເຈົ້າຊີວິດເຟລິເປ 6 ຂອງແອັດສະປາຍ ມາຢ້ຽມຢາມຈີນທາງລັດຖະກິດນັ້ນໄດ້ໄປຢ້ຽມຢາມສູນບໍລິການຄົນພິການນະຄອນຫຼວງປັກກິ່ງ.
ຣັດເຊຍ ແນະນຳຊິມກາດເດັກນ້ອຍເພື່ອຕິດຕາມຕຳແໜ່ງ

ຣັດເຊຍ ແນະນຳຊິມກາດເດັກນ້ອຍເພື່ອຕິດຕາມຕຳແໜ່ງ

ຂ່າວຕ່າງປະເທດລາຍງານຫວ່າງບໍ່ດົນມານີ້ວ່າ: ທ່ານ ມັກຊຸດ ຊາດາເຢຟ ລັດຖະມົນຕີກະຊວງພັດທະນາດີຈີຕອນ, ການສື່ສານ ແລະ ສື່ມວນຊົນຂອງຣັດເຊຍ ໄດ້ປະກາດຢ່າງເປັນທາງການກ່ຽວກັບການແນະນຳຊິມກາດເດັກນ້ອຍ ຊຶ່ງຊ່ວຍໃຫ້ພໍ່ແມ່ຜູ້​ປົກ​ຄອງສາມາດຕິດຕາມຕຳແໜ່ງທີ່ຢູ່ຂອງລູກໆໄດ້ແບບສົດໆ.
ຜູ້​ນຳຫຼາຍ​ປະ​ເທດສະໜັບສະໜູນການເພີ່ມການໃຊ້ເຊື້ອໄຟແບບຍືນຍົງ

ຜູ້​ນຳຫຼາຍ​ປະ​ເທດສະໜັບສະໜູນການເພີ່ມການໃຊ້ເຊື້ອໄຟແບບຍືນຍົງ

ຂ່າວຕ່າງປະເທດລາຍງານເມື່ອ​ບໍ່​ດົນ​ມາ​ນີ້ວ່າ: ບັນດາຜູ້ນຳທີ່ເຂົ້າຮ່ວມກອງປະຊຸມສຸດຍອດດ້ານສະພາບອາກາດຂອງສະຫະປະຊາຊາດ ຊຶ່ງໄດ້ສິ້ນສຸດລົງຫວ່າງມໍ່ໆມານີ້ ໄດ້ໃຫ້ຄຳໝັ້ນສັນຍາວ່າຈະຂະຫຍາຍການນຳໃຊ້ເຊື້ອໄຟທີ່ຍືນຍົງ(sustainable fuels)ຢ່າງໜ້ອຍ 4 ເທົ່າພາຍໃນປີ 2035, ໂດຍມີຍີ່ປຸ່ນ ແລະ ອີຕາລີ ໄດ້ເຂົ້າຮ່ວມກັບປະເທດເຈົ້າພາບບຣາຊິນໃນການສະເໜີແນວຄວາມຄິດດັ່ງກ່າວ.
ຍີ່ປຸ່ນວາງແຜນຂຶ້ນຄ່າທຳນຽມວີຊາໃນປີ 2026

ຍີ່ປຸ່ນວາງແຜນຂຶ້ນຄ່າທຳນຽມວີຊາໃນປີ 2026

ຂ່າວຕ່າງປະເທດລາຍງານ ໃນວັນທີ 10 ພະຈິກ ຜ່ານມາວ່າ: ລັດຖະບານຍີ່ປຸ່ນວາງແຜນທີ່ຈະເພີ່ມຄ່າທຳນຽມວີຊາສຳລັບຄົນຕ່າງປະເທດໃນປີງົບປະມານ 2026, ຍ້ອນວ່າຄ່າທຳນຽມໃນປັດຈຸບັນຍັງຕໍ່າເມື່ອທຽບກັບຄ່າທຳນຽມໃນສະຫະລັດ ອາເມຣິກາ ແລະ ເອີຣົບ. ໂດຍມີເປົ້າໝາຍສ່ວນໜຶ່ງແມ່ນເພື່ອແກ້ໄຂບັນຫານັກທ່ອງທ່ຽວຫຼາຍເກີນໄປສົ່ງຜົນກະທົບຕໍ່ຄົນທ້ອງຖິ່ນ.
ການເປີດປະຕູສູ່ພາຍນອກລະດັບສູງຂອງຈີນກ້າວໄປໜ້າຕື່ມອີກ

ການເປີດປະຕູສູ່ພາຍນອກລະດັບສູງຂອງຈີນກ້າວໄປໜ້າຕື່ມອີກ

ຂ່າວສານຊີອາໄອລາຍງານ ໃນວັນທີ 10 ພະຈິກ ຜ່ານມາວ່າ: ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 8 ໄດ້ດຶງດູດ 155 ປະເທດ,ເຂດແຄວ້ນ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມ.ໂທລະພາບສາກົນຈີນ ຫຼື CGTN ຂອງວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ດຳເນີນການສຳຫຼວດຄວາມເຫັນຕໍ່ຜູ້ຕອບແບບສອບຖາມຈຳນວນ 14,000ຄົນຈາກ 46 ປະເທດໃນທົ່ວໂລກ ຜົນການສຳຫຼວດສະແດງໃຫ້ເຫັນວ່າ: ຜູ້ຕອບແບບສອບຖາມ 72.6% ເຫັນວ່າຈີນແມ່ນຕະຫຼາດເສລີທີ່ເປີດປະຕູສູ່ພາຍນອກ ແລະ ມີກຳລັງແຂ່ງຂັນ​ສູງ.
ການ​ເຕີບ​ໂຕ​ສີ​ຂຽວ ໃນ​ສັງ​ກາດ​ດີ​ຈີ​ຕອນ​​ບຸ​ລິ​ມະ​ສິດ​ແຖວ​ໜ້າ​ຂອງ ຫວຽດ​ນາມ

ການ​ເຕີບ​ໂຕ​ສີ​ຂຽວ ໃນ​ສັງ​ກາດ​ດີ​ຈີ​ຕອນ​​ບຸ​ລິ​ມະ​ສິດ​ແຖວ​ໜ້າ​ຂອງ ຫວຽດ​ນາມ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ໃນວັນທີ 10 ພະຈິກ ຜ່ານມາຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມປະຈຳປີ ພາຍ​ໃຕ້ຫົວຂໍ້ “ວິສາຫະກິດ FDI ນຳໜ້າໃນການປະຕິບັດຍຸດທະສາດການເຕີບໂຕສີຂຽວ ໃນສັງກາດດີຈີຕອນ”. ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມກ່າວວ່າ: ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ເສດຖະກິດມີຫົວຄິດປະດິດສ້າງແມ່ນຄວາມຮຽກຮ້ອງຕ້ອງການໂດຍພາວະວິໄສ, ແມ່ນການຄັດເລືອກຍຸດທະສາດ ແລະ ບຸລິມະສິດແຖວໜ້າຂອງ ຫວຽດນາມ.
OPEC+ ຕັ້ງເປົ້າໝາຍເພີ່ມການຜະລິດນ້ຳມັນໃນເດືອນທັນວານີ້

OPEC+ ຕັ້ງເປົ້າໝາຍເພີ່ມການຜະລິດນ້ຳມັນໃນເດືອນທັນວານີ້

ຂ່າວຕ່າງປະເທດລາຍງານ ໃນວັນທີ 3 ພະຈິກ ຜ່ານມາວ່າ: ອົງການປະເທດຜູ້ສົ່ງອອກນ້ຳມັນ (OPEC) ແລະ ພັນທະມິດ ຫຼື ເອີ້ນລວມກັນວ່າ OPEC+ ໄດ້ຕົກລົງທີ່ຈະເພີ່ມກຳລັງການຜະລິດນ້ຳມັນຂຶ້ນເປັນ137,000 ບາເຣວຕໍ່ມື້ໃນເດືອນທັນວານີ້.ຫຼັງຈາກປະເທດສະມາຊິກເຊັ່ນ: ຊາອຸດິດ ອາຣັບບີ, ຣັດເຊຍ, ອີຣັກ, ສະຫະລັດອາຣັບເອມິເຣດ, ກູເວດ, ກາຊັກສະຖານ, ອານເຊຣີ ແລະ ໂອມານ ປະຊຸມອອນລາຍເພື່ອທົບທວນສະພາບຕະຫຼາດໂລກ ແລະ ທ່າອ່ຽງເສດຖະກິດ.
ກອງປະຊຸມ APEC ມີຈຸດປະສົງເພີ່ມທະວີການຮ່ວມມືເພື່ອອະນາຄົດທີ່ຍືນຍົງ

ກອງປະຊຸມ APEC ມີຈຸດປະສົງເພີ່ມທະວີການຮ່ວມມືເພື່ອອະນາຄົດທີ່ຍືນຍົງ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ທ່ານ ລີເຈມຽນ ປະທານາທິບໍດີ ສ ເກົາຫຼີຊຶ່ງເປັນປະທານກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 32 ທີ່ເມືອງ Gyeongju ປະເທດ ສ ເກົາຫຼີໄດ້ຮຽກຮ້ອງໃຫ້ເພີ່ມການຮ່ວມມື ແລະ ຄວາມສາມັກຄີໃນພາກພື້ນອາຊີປາຊີຟິກ ເພື່ອເອົາຊະນະສິ່ງທ້າທາຍໃໝ່ໆ ໃນຂະນະທີ່ໂລກກຳລັງເຂົ້າສູ່ຈຸດປ່ຽນທີ່ສຳຄັນ.
ອິນໂດເນເຊຍຕັ້ງເປົ້າໝາຍເພີ່ມກຳລັງການຜະລິດພະລັງງານໝູນວຽນ

ອິນໂດເນເຊຍຕັ້ງເປົ້າໝາຍເພີ່ມກຳລັງການຜະລິດພະລັງງານໝູນວຽນ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີວ່າ: ກະຊວງພະລັງງານ ແລະ ຊັບພະຍາກອນບໍ່ແຮ່ຂອງອິນໂດເນເຊຍໄດ້ປະກາດເປົ້າໝາຍໃນການເພີ່ມກຳລັງການຜະລິດພະລັງງານໄຟຟ້າຈາກພະລັງງານໝູນວຽນ 42.6 ກິໂລວັດໃນໄລຍະທົດສະວັດຕໍ່ໄປ ຊຶ່ງເປັນສ່ວນໜຶ່ງຂອງຍຸດທະສາດເພື່ອເລັ່ງການຫັນປ່ຽນຈາກເຊື້ອໄຟຟອດຊິວໄປສູ່ລະບົບພະລັງງານທີ່ມີກາກບອນຕ່ຳ.
ເພີ່ມເຕີມ