ການຈັດຕັ້ງປະຕິບັດແຜນ IX ສາມາດບັນລຸໝາກຜົນອັນສໍາຄັນ ແລະ ພົ້ນເດັ່ນ

ການຈັດຕັ້ງປະຕິບັດແຜນ IX ສາມາດບັນລຸໝາກຜົນອັນສໍາຄັນ ແລະ ພົ້ນເດັ່ນ
ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະເໜີຮ່າງສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ປະຊາຊົນ ປະຕິວັດລາວ ໃນວັນທີ 6 ມັງກອນນີ້ ທີ່ຫໍປະຊຸມແຫ່ງຊາດ ຊຶ່ງໄດ້ໃຫ້ຮູ້ວ່າ:
ການຈັດຕັ້ງປະຕິບັດແຜນງານ, ໂຄງການ ທີ່ກໍານົດໃນ ແຜນການ 5 ປີ ຄັ້ງທີ IX ໂດຍລວມສາມາດບັນລຸໝາກຜົນອັນສໍາຄັນ ແລະ ພົ້ນເດັ່ນໃນແຕ່ລະຂົງເຂດຕົ້ນຕໍ; ຂະນະທີ່, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ເປັນແຜນສືບຕໍ່ພັດທະນາປະເທດໃຫ້ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລຽນ, ບັນລຸເປົ້າໝາຍການພັດທະນາແບບຍືນຍົງ, ທັງເປັນແຜນຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ຍຸດທະສາດການພັດທະນາ ໄລຍະ 10 ປີ (2026-2035) ແລະ ວິໄສທັດ ຮອດປີ 2055, ສືບຕໍ່ປະຕິບັດ 4 ບຸກທະລຸ ໃຫ້ແຂງແຮງ, ເລິກເຊິ່ງ ແລະ ເປັນຮູບປະທໍາຕົວຈິງກວ່າເກົ່າ ໂດຍຈະສຸມໃສ່ຈັດຕັ້ງປະຕິບັດ 3 ມາດຕະການເລັ່ງດ່ວນ.
ສະຫາຍ ສອນໄຊ ສີພັນດອນ ກ່າວໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ໄດ້ດຳເນີນໃນສະພາບແວດລ້ອມ ພາກພື້ນ ແລະ ສາກົນປ່ຽນແປງຢ່າງໄວວາ, ສັບສົນ ແລະ ຄາດເດົາໄດ້ຍາກ ທີ່ມີທັງກະລະໂອກາດ ແລະ ສິ່ງທ້າທາຍ ເປັນຕົ້ນ: ການແຜ່ລະບາດພະຍາດໂຄວິດ-19, ຄວາມຂັດແຍ່ງ ແລະ ການປະທະກັນທາງການທະຫານ ຢູ່ບາງຂົງເຂດ ແລະ ບໍລິເວນຂອງໂລກ, ການປ່ຽນແປງຂອງສະພາບດິນຟ້າອາກາດ, ໄພທຳມະຊາດ ແລະ ອື່ນໆ ໄດ້ກະທົບຕໍ່ການພັດທະນາຂອງບັນດາປະເທດໃນໂລກ ລວມທັງ ສປປ ລາວ ຂອງພວກເຮົາ. ຢູ່ພາຍໃນປະເທດ ກໍປະເຊີນກັບຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ຜົນກະທົບຈາກການແຜ່ລະບາດພະຍາດໂຄວິດ-19 ທີ່ແກ່ຍາວ, ໄພທຳມະຊາດທີ່ຮ້າຍແຮງ ແລະ ລຽນຕິດ, ແຕ່ດ້ວຍຄວາມພະຍາຍາມຂອງທຸກພາກສ່ວນ ເຮັດໃຫ້ການຈັດຕັ້ງປະຕິບັດແຜນງານ, ໂຄງການ ທີ່ກໍານົດໃນ ແຜນການ 5 ປີ ຄັ້ງທີ IX ໂດຍລວມສາມາດບັນລຸໝາກຜົນອັນສໍາຄັນ ແລະ ພົ້ນເດັ່ນໃນແຕ່ລະຂົງເຂດ ເປັນຕົ້ນແມ່ນ ເປົ້າໝາຍທີ 1 ພັດທະນາເສດຖະກິດແຫ່ງຊາດໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີຄຸນນະພາບ, ໝັ້ນທ່ຽງ ແລະ ຍືນຍົງ ຊຶ່ງໃນນີ້ ເສດຖະກິດສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ລວມຍອດຜະລິດຕະພັນພາຍໃນ (GDP) ຂະຫຍາຍຕົວສະເລ່ຍໃນລະດັບ 4.24% ເຊິ່ງບັນລຸຄາດໝາຍທີ່ວາງໄວ້ 4% ຂຶ້ນໄປ, GDP ຕໍ່ຫົວຄົນ ບັນລຸໄດ້ 2,138 ໂດລາ (ແຜນການ 2,880 ໂດລາ) ແລະ GNI ຕໍ່ຫົວຄົນ ບັນລຸໄດ້ 1,985 ໂດລາ (ແຜນການ 2,280 ໂດລາ).
ເປົ້າໝາຍທີ 2 ພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບສູງຂຶ້ນ ສາມາດຕອບສະໜອງຄວາມຕ້ອງການຂອງການພັດທະນາ, ມີຄວາມສາມາດຄົ້ນຄ້ວາ ແລະ ນໍາໃຊ້ວິທະຍາສາດ-ເຕັກໂນໂລຊີ ເພື່ອຍົກສູງປະສິດທິພາບ ແລະ ສ້າງມູນຄ່າເພີ່ມການຜະລິດ ແລະ ການບໍລິການ. ວຽກງານສຶກສາ ແລະ ກິລາ ມີທັງໝົດ 15 ຕົວຊີ້ວັດ, ໃນນີ້ ມີ 7 ຕົວຊີ້ວັດທີ່ບັນລຸໄດ້, 4 ຕົວຊີ້ວັດທີ່ມີຄວາມຄືບໜ້າ ແຕ່ບໍ່ສາມາດບັນລຸຄາດໝາຍໄດ້ ແລະ 4 ຕົວຊີ້ວັດທີ່ມີລັກສະນະຖົດຖອຍ ເປັນຕົ້ນ: ອັດຕາການເຂົ້າຮຽນຊັ້ນ ປໍ 5 ແລະ ມໍ 4, ການປະລະການຮຽນຂອງຊັ້ນປະຖົມ ແລະ ມັດທະຍົມຕົ້ນ. ວຽກງານສາທາລະນະສຸກ ລວມມີ 11 ຕົວຊີ້ວັດ, ໃນນີ້ ມີ 7 ຕົວຊີ້ວັດມີຄວາມຄືບໜ້າດີ ແລະ ບັນລຸຕາມແຜນ ເປັນຕົ້ນ ອັດຕາການຕາຍຂອງແມ່ ແລະ ເດັກນ້ອຍລຸ່ມ 5 ປີ, ອັດຕາການຊົມໃຊ້ວິດຖ່າຍ ແລະ ມີ 4 ຕົວຊີ້ວັດ ບໍ່ບັນລຸຕາມແຜນ ເປັນຕົ້ນ: ອັດຕາການເກີດລູກມີແພດຊ່ວຍ, ອັດຕາການໃຫ້ວັກຊີນກັນພະຍາດ, ອັດຕາສ່ວນເດັກນ້ອຍລຸ່ມ 5 ປີ ທີ່ມີລວງສູງຕໍ່າກວ່າມາດຕະຖານ (ຂາດສານອາຫານຊໍາເຮື້ອ). ວຽກງານພັດທະນາສີມືແຮງງານ ໄດ້ສົ່ງເສີມພາກລັດ ແລະ ເອກະຊົນ ພັດທະນາ ແລະ ຝຶກອົບຮົມວິຊາຊີບໃຫ້ໄວໜຸ່ມ ເພື່ອຕອບສະໜອງແຮງງານໃຫ້ພຽງພໍກັບຄວາມຕ້ອງການຂອງສັງຄົມ ຕາມສາຂາອາຊີບຕ່າງໆ ໄດ້ 159,837 ຄົນ (ແຜນການ 25,000 ຄົນ), ຈັດຫາວຽກເຮັດງານທໍາໃຫ້ແຮງງານຢູ່ພາຍໃນ ແລະ ຕ່າງປະເທດ ໄດ້ 464,514 ຄົນ ລື່ນແຜນ 18.43% (ແຜນການ: 392,197 ຄົນ), ໃນນີ້: ຈັດສົ່ງເຮັດວຽກຢູ່ພາຍໃນ 122,429 ຄົນ ເທົ່າກັບ 64.28% ຂອງຄວາມຕ້ອງການແຮງງານພາຍໃນທັງໝົດ (190,451 ຕໍາແໜ່ງ) ແລະ ຈັດສົ່ງໄປເຮັດວຽກຢູ່ຕ່າງປະເທດ ໄດ້ 342,085 ຄົນ, ໄດ້ປັບປຸງຄ່າແຮງງານຂັ້ນຕໍ່າ ມາເປັນ 2,500,000 ກີບ ໃນປີ 2024 ເພື່ອໃຫ້ສອດຄ່ອງກັບສະພາບເສດຖະກິດ.
ເປົ້າໝາຍທີ 3 ປັບປຸງຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໃຫ້ໄດ້ຮັບການຍົກລະດັບດີຂຶ້ນເທື່ອລະກ້າວ ເປັນຕົ້ນແມ່ນໄດ້ຕັ້ງໜ້າສົ່ງເສີມທຸກພາກສ່ວນປັບປຸງ ແລະ ກໍ່ສ້າງໂຄງລ່າງພື້ນຖານທີ່ຈຳເປັນໃຫ້ແກ່ສ້າງລາຍຮັບ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ຢູ່ໃນເຂດຊົນນະບົດ ແລະ ຫ່າງໄກສອກຫຼີກ, ມາຮອດປັດຈຸບັນ ອັດຕາການຊົມໃຊ້ໄຟຟ້າຂອງຄົວເຮືອນ ກວມເອົາ 95.57% ຂອງຄົວເຮືອນທັງໝົດທົ່ວປະເທດ, ສ້າງບ້ານໃຫຍ່ໃຫ້ກາຍເປັນຕົວເມືອງນ້ອຍ ໄດ້ 41 ຈຸດ ເທົ່າກັບ 410% ຂອງແຜນ(ແຜນການ 10 ຈຸດ), ອັດຕາຄວາມທຸກຍາກໄດ້ຫຼຸດລົງຈາກ 18.3% ໃນປີ 2019 ມາເປັນ 15% ຂອງປະຊາກອນທັງໝົດ ໃນປີ 2025 (ແຜນການ 13.9%). ວຽກງານຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແມ່ນໄດ້ເຜີຍແຜ່ ແລະ ໂຄສະນາແນວທາງນະໂຍບາຍຂອງພັກ-ລັດ ຜ່ານສື່ຕ່າງໆ, ປັບປຸງ ແລະ ຍົກລະດັບເຄື່ອງມື-ອຸປະກອນວຽກງານຖະແຫຼງຂ່າວໃຫ້ທັນສະໄໝເຮັດໃຫ້ການອອກຂ່າວທັນສະພາບການກວ່າເກົ່າ ແລະ ສາມາດຕີຖອຍບັນດາສື່ສັງຄົມ ທີ່ອອກຂ່າວບິດເບື່ອນຄວາມເປັນຈິງ, ໃສ່ຮ້າຍປ້າຍສີ ແລະ ໂຈມຕີພັກ-ລັດເຮົາໄດ້ດີຂຶ້ນ; ໄດ້ສົ່ງເສີມການປົກປັກຮັກສາວັດທະນະທໍາ ແລະ ຮີດຄອງປະເພນີຂອງຊາດ ແລະ ທ້ອງຖິ່ນ ໃຫ້ມີຄວາມຍືນຍົງ. ອັນພົ້ນເດັ່ນ ຫັດຖະກໍາພູມປັນຍາການຕໍ່າລາຍນາກຂອງຊຸມຊົນເຊື້ອຊາດລາວ ໄດ້ຖືກຮັບຮອງເຂົ້າເປັນມໍລະດົກວັດທະນະທຳໂລກທີ່ບໍ່ເປັນວັດຖຸຂອງມວນມະນຸດ ຈາກອົງການອຸຍແນັສໂກ (UNESCO) ໃນປີ 2023, ຟ້ອນລໍາວົງລາວ ໃນປີ 2024 ແລະ ອຸທິຍານແຫ່ງຊາດ ຫີນໜາມໝໍ່ ແຂວງຄໍາມ່ວນ ໄດ້ຖືກຮັບຮອງເປັນມໍຣະດົກໂລກທາງທຳມະຊາດ ຮ່ວມຊາຍແດນ ກັບອຸທິຍານ ຟອງຫຍາແກບັງ, ສສ ຫວຽດນາມ ໃນປີ 2025; ໄດ້ເອົາໃຈໃສ່ພັດທະນາ, ສົ່ງເສີມ ແລະ ຄຸ້ມຄອງການທ່ອງທ່ຽວໃນໄລຍະ 5 ປີ ຜ່ານມາສາມາດດຶງດູງນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດໄດ້ 20.1 ລ້ານເທື່ອຄົນ; ໄດ້ເອົາໃຈໃສ່ສົ່ງເສີມ ແລະ ພັດທະນາແມ່ຍິງ, ຄວາມສະເໝີພາບຍິງ-ຊາຍ, ໄວໜຸ່ມ ແລະ ເດັກນ້ອຍ ໃຫ້ມີຄວາມເຂັ້ມແຂງ ເພື່ອມີສ່ວນຮ່ວມໃນການພັດທະນາເສດຖະກິດ-ສັງຄົມ ຢ່າງເຕັມສ່ວນ.
ເປົ້າໝາຍທີ 4 ປົກປັກຮັກສາສິ່ງແວດລ້ອມໃຫ້ມີຄວາມສົມດຸນ ແລະ ຫຼຸດຜ່ອນຄວາມສ່ຽງຈາກໄພພິບັດຕ່າງໆ ແມ່ນໄດ້ໄດ້ເອົາໃຈໃສ່ຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຍືນຍົງ ໂດຍສົ່ງເສີມການປົກປັກຮັກສາ ແລະ ຟື້ນຟູປ່າໄມ້ ໃນເຂດ 3 ປະເພດປ່າ, ເຂດປ່າສະຫວງນແຫ່ງຊາດ ແລະ ສວນອຸທະຍານແຫ່ງຊາດ, ໃນປີ 2022 ອັດຕາການປົກຫຸ້ມປ່າໄມ້ ກວມເອົາ 62.56% ຂອງເນື້ອທີ່ດິນທັງໝົດ (ແຜນການ ໃຫ້ໄດ້ 70%); ໄດ້ສ້າງ ແລະ ຍົກລະດັບຕາໜ່າງສະຖານີອຸຕຸນິຍົມ ໃນຂອບເຂດທົ່ວປະເທດໃຫ້ທັນສະໄໝ ສຳເລັດ 47 ສະຖານີ ເທົ່າກັບ 104% ຂອງແຜນ (ແຜນການ 45 ແຫ່ງ) ແລະ ສະຖານີອຸທົກກະສາດ ສໍາເລັດ 77 ສະຖານີ ເທົ່າກັບ 308% ຂອງແຜນ (ແຜນການ 25 ແຫ່ງ).
ເປົ້າໝາຍທີ 5 ການສ້າງໂຄງລ່າງພື້ນຖານໃຫ້ມີຄວາມເຂັ້ມແຂງ, ນໍາໃຊ້ທ່າ ແຮງ, ກາລະໂອກາດທີ່ຕັ້ງ, ເຂົ້າຮ່ວມຂະບວນການຮ່ວມມື ແລະ ການເຊື່ອມໂຍງກັບພາກພື້ນ ແລະ ສາກົນ ຢ່າງເປັນເຈົ້າການ ເປັນຕົ້ນຄືສໍາເລັດເສັ້ນທາງລົດໄຟລາວ-ຈີນ, ທາງລົດໄຟ ລາວ-ໄທ ໄລຍະ 2, ທ່າບົກ 3 ແຫ່ງ, ທ່າເຮືອຫວຸ້ງອາງ ແລະ ເສັ້ນທາງຕ່າງໆ. ນອກນີ້, ສຳເລັດກໍ່ສ້າງຂົວຂ້າມນໍ້າຂອງ 2 ແຫ່ງ (ຂົວມິດຕະພາບລາວ-ໄທ ແຫ່ງທີ V ແລະ ຂົວຂ້າມນໍ້າຂອງກ້ອນຕື້ນ-ຫ້ວຍແກ້ວ, ແຂວງບໍ່ແກ້ວ). ພ້ອມນີ້, ໄດ້ພັດທະນາລະບົບບໍລິຫານລັດ ໃຫ້ທັນສະໄໝ, ສົ່ງເສີມການນໍາໃຊ້ດາວທຽມລາວ, ຂະຫຍາຍສະຖານີຮັບ-ສົ່ງສັນຍານໂທລະສັບມືຖື, ປັດຈຸບັນ ທົ່ວປະເທດມີສັນຍານມືຖື ລະບົບ 2G ຄວບຄຸມໄດ້ 97%, ລະບົບ 3G ຄວບຄຸມໄດ້ 86% (ແຜນການ ໃຫ້ໄດ້ 100%), 4G ຄວບຄຸມໄດ້ 77% (ແຜນການ ໃຫ້ໄດ້ 90%) ແລະ ລະບົບ 5G ໄດ້ເປີດນໍາໃຊ້ແລ້ວໃນ 5 ເມືອງເທດສະບານຂອງນະຄອນຫຼວງວຽງຈັນ, ແຂວງຫຼວງພະບາງ, ບໍ່ແກ້ວ, ສະຫວັນນະເຂດ ແລະ ຈໍາປາສັກ. ພິເສດ ໃນປີ 2024 ປະເທດເຮົາໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ເຊິ່ງໄດ້ຮັບຜົນສຳເລັດຢ່າງຈົບງາມ ແລະ ເຮັດໃຫ້ບົດບາດ ຂອງ ສປປ ລາວ ສູງຂຶ້ນກວ່າເກົ່າໃນເວທີພາກພື້ນ ແລະ ສາກົນ ແລະ ໄດ້ນຳຜົນປະໂຫຍດມາສູ່ປະເທດ.
ເປົ້າໝາຍທີ 6 ພັດທະນາການຄຸ້ມຄອງ-ບໍລິຫານລັດມີປະສິດທິພາບ, ສັງຄົມມີຄວາມສະເໝີພາບ, ຍຸຕິທໍາ ແລະ ໄດ້ຮັບການປົກປ້ອງຕາມທິດການປົກຄອງດ້ວຍກົດໝາຍທີ່ສັກສິດ ແລະ ເຂັ້ມງວດ ເປັນຕົ້ນແມ່ນໄດ້ຕັ້ງໜ້າປັບປຸງພາລະບົດບາດ ແລະ ກົງຈັກການຈັດຕັ້ງຂອງລັດ ຂັ້ນສູນກາງ ແລະ ທ້ອງຖິ່ນ ໃຫ້ມີຄວາມກະທັດຮັດ ເຊິ່ງສາມາດຫຼຸດຈໍານວນກະຊວງ/ອົງການລັດທຽບເທົ່າກະຊວງ ຈາກ 19 ພາກສ່ວນ ຍັງເຫລືອ 15 ພາກສ່ວນ, ຫລຸດກົງຈັກຂັ້ນກົມ ໄດ້ 43 ກົມ ແລະ ຫຼຸດກົງຈັກຂັ້ນພະແນກ ຂັ້ນແຂວງ ໄດ້ 13 ພະແນກ, ໄດ້ທົດລອງຫັນຫົວໜ່ວຍວິຊາການທີ່ມີລາຍຮັບໄປສູ່ກຸ້ມຕົນເອງດ້ານງົບປະມານ ຈຳນວນ 7 ຫົວໜ່ວຍ. ໄດ້ສ້າງສູນບໍລິການປະຕູດຽວຢູ່ບັນດາເມືອງຕ່າງໆ ເພື່ອໃຫ້ການບໍລິການປະຊາຊົນມີຄວາມສະດວກ,ວ່ອງໄວ ແລະ ໂປ່ງໃສກວ່າເກົ່າ ມາຮອດປັດຈຸບັນ ມີສູນບໍລິການປະຕູດຽວທັງໝົດ 75 ແຫ່ງ (ແຜນການ 58 ແຫ່ງ). - ໄດ້ປັບປຸງ ແລະ ສ້າງກົດໝາຍ ສໍາເລັດ 87 ສະບັບ ເທົ່າກັບ 90.6% ຂອງແຜນການ, ທັງໄດ້ເອົາໃຈໃສ່ເຜີຍແຜ່ ແລະ ໂຄສະນາກົດໝາຍໃຫ້ສັງຄົມດ້ວຍຫຼາຍຊ່ອງທາງ. ໄດ້ປັບປຸງກົງຈັກການຈັດຕັ້ງ ແລະ ແບບແຜນວິທີເຮັດວຽກຂອງອົງການປະຕິບັດຄຳຕັດສິນຂອງສານ ໃຫ້ມີຄຸນນະພາບດີຂຶ້ນ, ຈໍານວນຄໍາຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ ທີ່ຄ້າງມາ ແລະ ເຂົ້າໃໝ່ ໄດ້ນໍາອອກມາປະຕິບັດຕົວຈິງ ໄດ້ຫຼາຍກວ່າ 90% (ແຜນການ 80%).
ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ຈະສຸມໃສ່ຈັດຕັ້ງປະຕິບັດ 3 ມາດຕະການເລັ່ງດ່ວນ ດັ່ງນີ້: 1) ປັບປຸງກົດໝາຍ, ກົນໄກ ແລະ ລະບຽບການ, ຍົກສູງຄວາມສາມາດໃນການຄຸ້ມຄອງ ແລະ ບໍລິຫານລັດໃຫ້ມີປະສິດທິພາບ ຕິດພັນກັບການຫັນເປັນດິຈີຕ໋ອນ, ການແບ່ງຂັ້ນ, ແບ່ງສິດ ແລະ ສ້າງສະພາບແວດລ້ອມທີ່ດີ ໃຫ້ແກ່ການລົງທຶນ ແລະ ການດຳເນີນທຸລະກິດ ໃຫ້ມີຄວາມສະດວກ, ວ່ອງໄວ ແລະ ໂປ່ງໃສ. 2) ຍົກສູງຈິດໃຈ ມຸ່ງໝັ້ນພັດທະນາຢ່າງແຮງກ້າ, ມີຄວາມກະຕືລືລົ້ນຂອງປະຊາຊົນ ເພື່ອພັດທະນາປະເທດຊາດໃຫ້ເຂັ້ມແຂງ, ຊຸກຍູ້ຈິດໃຈເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເພື່ອໃຫ້ປະຊາຊົນ ແລະ ທຸລະກິດທີ່ຮັ່ງມີ ຕິດພັນກັບການຍົກສູງຄຸນນະພາບຊັບພະຍາກອນມະນຸດ. ຊຸກຍູ້ການສ້າງພື້ນຖານເສດຖະກິດເອກະລາດ ເປັນເຈົ້າຕົນເອງ ເພື່ອຕອບສະໜອງຄວາມຕ້ອງການໃນການພັດທະນາ ແລະ ການເຊື່ອມໂຍງກັບພາກພື້ນ ແລະ ສາກົນ; 3) ຫັນປ່ຽນວຽກງານຄຸ້ມຄອງຮອບດ້ານ ເພື່ອປັບປຸງປະສິດທິພາບການຂຸດຄົ້ນ ແລະ ນໍາໃຊ້ຊັບພະຍາກອນທຳມະຊາດ ໂດຍສະເພາະໃນຂົງເຂດແຮ່ທາດ, ພະລັງງານ ແລະ ທີ່ດິນ; ເພີ່ມທະວີຄວາມໂປ່ງໃສ ແລະ ເຂັ້ມງວດໃນການປະຕິບັດແຜນງົບປະມານ ໂດຍສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ແລະ ການສູນເສຍລາບຮັບ ແລະ ຂະຫຍາຍຖານລາຍຮັບໃໝ່ຕາມທ່າແຮງ ເພື່ອຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຕາມທິດວ່ອງໄວ, ສີຂຽວ ແລະ ຍືນຍົງ.
(ຂ່າວ: ສຸກສະຫວັນ, ພາບ: ພູວຽງຄໍາ

ຄໍາເຫັນ

ຂ່າວເດັ່ນ

ຖະແຫຼງຜົນກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໃນມື້ທີ 2

ຖະແຫຼງຜົນກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໃນມື້ທີ 2

ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ຕາງໜ້າໃຫ້ກອງເລຂາກອງປະຊຸມໃຫຍ່ ໄດ້ຖະແຫຼງຂ່າວຜົນກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ມື້ທີ 2 ຕໍ່ສື່ມວນຊົນໃນວັນທີ 7 ມັງກອນນີ້ ທີ່ຫໍປະຊຸມແຫ່ງຊາດວ່າ: ກອງປະຊຸມມື້ນີ້, ດ້ວຍບັນຍາກາດອັນຟົດຟື້ນ ແລະ ເບີກບານມ່ວນຊື່ນ, ບັນດາຜູ້ແທນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໄດ້ຍົກສູງຄວາມຮັບຜິດຊອບຂອງຕົນ ໄດ້ປະຕິບັດໜ້າທີ່ຕາມວາລະຂອງກອງປະຊຸມ.
ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ  ປ່ອນບັດເລືອກຕັ້ງເອົາ ຄະນະບໍລິຫານງານສູນກາງພັກ ຊຸດໃໝ່

ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ປ່ອນບັດເລືອກຕັ້ງເອົາ ຄະນະບໍລິຫານງານສູນກາງພັກ ຊຸດໃໝ່

ກອງປະຊູມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ດຳເນີນມາເປັນມື້ທີ 2 ໃນວັນທີ 7 ມັງກອນນີ້ ທີ່ຫໍປະຊຸມແຫ່ງຊາດ ຊຶ່ງໃນພາກເຊົ້າ ໄດ້ດໍາເນີນພາຍໃຕ້ການເປັນປະທານຄວບຄຸມກອງປະຊຸມ ໂດຍ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ; ຜູ້ແທນກອງປະຊຸມໃຫຍ່ ໄດ້ຮັບການສະເໜີຮ່າງບົດສໍາຫຼວດການນໍາພາລວມ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໂດຍການສະເໜີຂອງ ສະຫາຍ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ.
ນວ ວາງເປົ້າໝາຍ GDP ສືບຕໍ່ຂະຫຍາຍ 8% ຂຶ້ນໄປ

ນວ ວາງເປົ້າໝາຍ GDP ສືບຕໍ່ຂະຫຍາຍ 8% ຂຶ້ນໄປ

ສະຫາຍ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ ຮອງເລຂາຄະນະພັກ ເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 7 ມັງກອນນີ້ ໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ວ່າ: ໃນນາມເປັນຕົວແທນໃຫ້ແກ່ສະມາຊິກພັກຫຼາຍກວ່າ 25,000 ສະຫາຍ ທົ່ວ ນວ, ກໍມີຄວາມເຊື່ອໝັ້ນຕໍ່ກັບບັນດາຄາດໝາຍ ແລະ ທິດທາງແຜນການພັດທະນາ ທີ່ຈະກາຍເປັນເຂັມທິດເຍືອງທາງ ໃຫ້ແກ່ການສ້າງສາພັດທະນາປະເທດຊາດ ໃນໄລຍະໃໝ່.
ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X ກໍານົດ 6 ເປົ້າໝາຍໃຫຍ່

ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X ກໍານົດ 6 ເປົ້າໝາຍໃຫຍ່

ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ໄດ້ສະເໜີຮ່າງສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໃນວັນທີ 6 ມັງກອນຜ່ານມາ ທີ່ຫໍປະຊຸມແຫ່ງຊາດ ໄດ້ໃຫ້ຮູ້ວ່າ: ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ X ປະກອບມີ 6 ເປົ້າໝາຍໃຫຍ່ ແລະ 26 ແຜນວຽກຈຸດສຸມ.
ແຂກ​ຖືກ​ເຊີນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງ​ພັກ ຢ້ຽມຢາມເຂດເສດຖະກິດ ນວ

ແຂກ​ຖືກ​ເຊີນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງ​ພັກ ຢ້ຽມຢາມເຂດເສດຖະກິດ ນວ

ແຂກ​ຖືກ​ເຊີນກອງປະຊຸມໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດ ຄັ້ງທີ XII ຂອງພັກ ໄດ້ລົງຢ້ຽມຢາມ ເຂດພັດທະນາກວມລວມໄຊເສດຖາ ນະຄອນຫຼວງວຽງຈັນ ໃນວັນທີ 7 ມັງກອນນີ້, ໂດຍ​ໄດ້​ຮັບການຕ້ອນຮັບຈາກ ສະຫາຍ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ໄກນະຄອນ ທຳມະວອນ ຮອງຫົວໜ້າຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະຜູ້ບໍລິຫານເຂົ້າຮ່ວມ.
ຄະນະນຳ ຄອສພ ຢ້ຽມຢາມໃຫ້ກຳລັງໃຈສື່ມວນຊົນ

ຄະນະນຳ ຄອສພ ຢ້ຽມຢາມໃຫ້ກຳລັງໃຈສື່ມວນຊົນ

ໃນໂອກາດດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີXII ຂອງພັກປະຊາຊົນປະຕິວັດລາວ ໃນລະຫວ່າງ ວັນທີ 6-8 ມັງກອນ 2026ນີ້ ທີ່ຫໍປະຊຸມແຫ່ງຊາດ ໃນຕອນທ່ຽງຂອງວັນທີ 7 ມັງກອນນີ້
ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຈະສ້າງບາດກ້າວໃໝ່ໃນການພັດທະນາປະເທດຊາດ

ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຈະສ້າງບາດກ້າວໃໝ່ໃນການພັດທະນາປະເທດຊາດ

ສະຫາຍ ນາງ ບົວວອນ ສຸກລາແສງ ກຳມະການພັກ ຫົວໜ້າພະແນກການເງິນນະຄອນຫຼວງວຽງຈັນ (ນວ) ໃນນາມຕົວແທນໃຫ້ສະມາຊິກພັກທົ່ວພະແນກການ ແລະ ນວ ສະແດງຄວາມຮູ້ສຶກຜ່ານສື່ມວນຊົນໃນວັນທີ 6 ມັງກອນນີ້ ທີ່ຫໍປະຊຸມແຫ່ງຊາດ ດ້ວຍຄວາມພາກພູມໃຈ ແລະ ເປັນກຽດຢ່າງສູງໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ.
ເຊກອງ ມີຄອບຄົວຕົວແບບປູກກາເຟເປັນສິນຄ້າ 1,537 ຄອບຄົວ

ເຊກອງ ມີຄອບຄົວຕົວແບບປູກກາເຟເປັນສິນຄ້າ 1,537 ຄອບຄົວ

ສະຫາຍ ບຸນຫຼາຍ ບຸດທິ ເລຂາຄະນະບໍລິຫານງານພັກແຂວງເຊກອງ ໄດ້ປະກອບຄໍາເຫັນກ່ຽວກັບຫົວຂໍ້: “ການນໍາພາຂອງຄະນະພັກແຂວງ ໃນການປູກກາເຟເປັນສິນຄ້າຂອງຄອບຄົວຕົວແບບຢູ່ແຂວງເຊກອງ" ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໃນວັນທີ 6 ມັງກອນຜ່ານມາ, ທີ່ຫໍປະຊຸມແຫ່ງຊາດວ່າ:
ພາກພູມໃຈທີ່ໄດ້ເຂົ້າຮ່ວມກອງປະຊຸມທີ່ມີຄວາມໝາຍສຳຄັນທາງປະຫວັດສາດ

ພາກພູມໃຈທີ່ໄດ້ເຂົ້າຮ່ວມກອງປະຊຸມທີ່ມີຄວາມໝາຍສຳຄັນທາງປະຫວັດສາດ

ສະຫາຍ ວົງມະນີ ເພື່ອປະຊາ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງຫຼວງນ້ຳທາ ໄດ້ກ່າວສະແດງຄວາມຮູ້ສຶກ ຕໍ່ສື່ມວນຊົນໃນວັນທີ 7 ມັງກອນນີ້ ທີ່ຫໍປະຊຸມແຫ່ງຊາດ ໃນໂອກາດມາເຂົ້າຮ່ວມ ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ວ່າ: ໄດ້ມີຄວາມພາກພູມໃຈທີ່ໄດ້ຕາງໜ້າໃຫ້ຄະນະພັກ ແລະ ສະມາຊິກພັກແຂວງຫຼວງນ້ຳທາ ເຂົ້າຮ່ວມກອງປະຊຸມທີ່ມີຄວາມໝາຍສຳຄັນທາງປະຫວັດສາດໃນຄັ້ງນີ້.
ຈໍາປາສັກ ຖືວຽກງານການເມືອງ-ແນວຄິດເປັນກົກໃນການກໍ່ສ້າງພັກ

ຈໍາປາສັກ ຖືວຽກງານການເມືອງ-ແນວຄິດເປັນກົກໃນການກໍ່ສ້າງພັກ

ຕະຫຼອດໄລຍະຜ່ານມາ, ຄະນະພັກ-ຄະນະກຳມະການປົກຄອງແຂວງຈໍາປາສັກ ຖືເປັນວຽກຍຸດທະສາດທີ່ສໍາຄັນຕໍ່ການນຳພາ-ຊີ້ນໍາວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຕາມ 4 ເນື້ອໃນ 4 ຄາດໝາຍ.
ເພີ່ມເຕີມ