ການຈັດຕັ້ງປະຕິບັດແຜນງົບປະມານ ກາງສະໄໝ 5 ປີ2021-2025 ແມ່ນປະຕິບັດລາຍຮັບໄດ້ທັງໝົດ 80.704 ຕື້ກີບ

ການຈັດຕັ້ງປະຕິບັດແຜນງົບປະມານ ກາງສະໄໝ 5 ປີ2021-2025 ແມ່ນປະຕິບັດລາຍຮັບໄດ້ທັງໝົດ 80.704 ຕື້ກີບ
ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ກາງສະໄໝ 5 ປີ(2021-2025) ແລະ ແຜນການທ້າຍສະໄໝ ຮອດປີ 2025,ການຈັດຕັ້ງປະຕິບັດແຜນການປະຈໍາປີ 2023 ແລະ ແຜນການປະຈຳປີ 2024 ຂອງລັດຖະບານ. 
ທ່ານໄດ້ກ່າວວ່າ: ດ້ານລາຍຮັບ ຈະສູ້ຊົນເກັບລາຍຮັບບໍ່ໃຫ້ຫຼຸດ 179.500 ຕື້ກີບ ເທົ່າກັບ 17% ຂອງ GDP(ມູນຄ່າ GDP ລວມ 5 ປີ 1.056.692 ຕື້ກີບ) ໃນນັ້ນ ລາຍຮັບພາຍໃນ 166.753 ຕືື້ກີບ,ເທົ່າກັບ 16,8% ຂອງ GDP,ລາຍຮັບ ພາສີ-ອາກອນ 144.776 ຕື້ກີບ,ເທົ່າກັບ 13,7% ຂອງ GDP,ລາຍຮັບທີ່ບໍ່ແມ່ນພາສີ-ອາກອນ 21.977 ຕື້ກີບ,ເທົ່າກັບ2,1% ຂອງ GDP,ລາຍຮັບຈາກການຊ່ວຍເຫຼືອ12,410 ຕື້ກີບ,ເທົ່າກັບ 1,2% ຂອງ GDP,ດ້ານລາຍຈ່າຍ ຄາດໝາຍຈ່າຍທັງໝົດໃນໄລຍະ 5 ປີ(2021-2025) ບໍ່ໃຫ້ເກີນ 190.000 ຕື້ກີບ ເທົ່າກັບ 18% ຂອງ GDP,ໃນນັ້ນ ລາຍຈ່າຍບໍລິຫານປົກກະຕິ 130.500 ຕື້ກີບ ເທົ່າກັບ 12,3% ຂອງ GDP,ລາຍຈ່າຍການລົງທຶນຂອງລັດ 59.500 ຕື້ກີບ ເທົ່າກັບ 5,6% ຂອງ GDP ໃນນັ້ນ ລົງທຶນພາຍໃນ 22.950 ຕື້ກີບ ເທົ່າກັບ 11% ຂອງການລົງທຶນລວມ,ລວມມີການລົງທຶນປົກກະຕິ 11. 400 ຕື້ກີບ,ຈົດຮັບ-ຈົດຈ່າຍ ແລະ ອື່ນໆ 11.500 ຕື້ກີບ,ຄາດຄະເນງົບປະມານ ຂາດດຸນ ສະເລ່ຍໃນ 5 ປີ 10.500 ຕື້ກີບ ເທົ່າກັບ 1%ຂອງ GDP,ສູ້ຊົນສູງສຸດບໍໍ່ໃຫ້ຂາດດຸນເກີນ 2% ຂອງ GDP ສໍາລັບແຫຼ່ງດຸ່ນດ່ຽງ ແມ່ນສຸມໃສ່ລະດົມພາຍໃນ ແລະ ຕ່າງປະເທດ ລວມທັງການເກັບຄືນຕົ້ນທຶນບ້ວງເງິນໃຫ້ກູ້ຢືມແກ່ບັນດາລັດວິສາຫະກິດ ບຸກຄົນ ແລະ ນິຕິບຸກຄົນ,ການຫັນຊັບສິນເປັນທຶນ ແລະ ແລ່ງລາຍຮັບອື່ນ.
ສຳລັບການຈັດຕັ້ງປະຕິບັດແຜນງົບປະມານ ກາງສະໄໝ 5 ປີ(2021-2025) ແມ່ນປະຕິບັດລາຍຮັບໄດ້ທັງໝົດ 80.704 ຕື້ກີບ ເທົ່າກັບ 44,96% ຂອງແຜນການ 5 ປີ(ແຜນ 5 ປີ 179.500 ຕື້ກີບ),ທຽບໃສ່ໄລຍະກາງສະໄໝ 5 ປີ ຄັ້ງທີ VIII (2016-2020),ເພີ່ມຂຶ້ນ 40% ຫຼືເປັນເງິນ 23.554 ຕື້ກີບ ຊຶ່ງໃນນັ້ນ ລາຍຮັບພາຍໃນປະຕິບັດໄດ້ 52.023 ຕື້ກີບ ເທົ່າກັບ 31,2% ຂອງແຜນການ 5 ປີ(ແຜນ 5 ປີ 166.753 ຕື້ກີບ),ລາຍໄດ້ທັງໝົດປະຕິບັດໄດ້ 75.746 ຕື້ກັບ ເທົ່າກັບ 39,9% ຂອງແຜນການ 5 ປີ(ແຜນ 5 ປີ 190.000 ຕື້ກີບ),ທຽບໃສ່ໄລຍະກາງສະໄໝ 5 ປີ ຄັ້ງທີ VIII(2016-2020),ຫຼຸດລົງ 0,6% ຫຼືມູນຄ່າ 467 ຕື້ກີບ ແລະ ດຸນງົບປະມານ ເຫັນວ່າເກີນດູນ 4.958 ຕື້ກີບ(ແຜນ 5 ປີ ຂາດດູນ10,500 ຕື້ກີບ). ສິ່ງທີພົ້ນເດັ່ນໄດ້ສຳເລັດການຄົ້ນຄວ້ານະໂຍບາຍການເງິນ ແລະ ນິຕິກໍາ ເພື່ອຍົກສູງປະສິດທິພາບການຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານ ແນໃສ່ຮັບປະກັນສະຖຽນລະພາບຂອງງົບປະມານແຫ່ງລັດ ດ້ວຍການສ້າງ ແລະ ປັບປຸງກົດໝາຍ,ສ້າງດຳລັດໃນຂົງເຂດລາຍຮັບ(ພາສີ-ອາກອນ ແລະ ຊັບສິນຂອງລັດ)ປັບປຸງລັດຖະບັນຍັດຂອງປະທານປະເທດ ແລະ ຄຳສັງຂອງນາຍົກ,ສຳເລັດການສ້າງດຳລັດວ່າດ້ວຍການສ້າງແຜນງົບປະມານແຫ່ງລັດ.ສຳເລັດ 6 ວຽກຈຸດສຸມເປັນສ່ວນໃຫຍ່ຫັນກົນໄກການຄຸ້ມຄອງງົບປະມານແຫ່ງລັດເປັນທັນສະໄໝ ແລະ ກ້າວໄປສູ້ລະບົບດີຈີຕອນ ຄື ການພັດທະນາ,ປັບປຸງລະບົບຄຸ້ມຄອງລາຍຈ່າຍ,ລະບົບຄຸ້ມຄອງໜີ້ສິນ ແລະ ວິໄຈການເງິນ(FMIS.GFIS.and DMFAS) ປັບປຸງ ແລະ ຜັນຂະຫຍາຍລະບົບຄຸ້ມຄອງຂໍ້ມູນຂ່າວສານລາຍຮັບ(TaxRIS.ASYCUDA.EasyPass.AMIS)ຍົກລະດັບການເຊື່ອມຕໍ່ຂໍ້ມູນຂ່າວສານ(Easy TaxF Smart Cash.LaPASS.LNSW)ພັດທະນາລະບົບວິເຄາະ-ວິໄຈຂໍ້ມູນ ແລະ ກວດສອບ(Data Warehouse.Business Intelligence and Data Analytics.MOFAPI.e-Audit)ປັບປຸງ ແລະ ຜັນຂະຫຍາຍລະບົບບໍລິການຫ້ອງການ ແລະ ເຜີຍແຜ່ຂໍ້ມູນ(i-Office) ແລະ ຍົກລະດັບລະບົບພື້ນຖານໂຄງລ່າງເຄືອຂ່າຍ ແລະ ຄວາມປອດໄພຂໍ້ມູນຂະແໜງການເງິນພາກລັດ.ພ້ອມນັ້ນ ກໍສໍາເລັດການປະເມີນ ແລະ ຄົ້ນຄວ້າປັບປຸງກັດໝາຍວ່າດ້ວຍການບັນຊີ ແລະ ກົດໝາຍວ່າດ້ວຍການກວດສອບອິດສະລະ ແລະ ຄາດວ່າຈະນຳເຂົ້າພິຈາລະນາໃນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IVທ້າຍປີ 2023 ຊຶ່ງສະແດງອອກໃນປີ 2021 ສາມາດປະຕິບັດລາຍຮັບໄດ້ເກີນແຜນ 4,62% ເປັນເງິນ 1.264 ຕື້ກີບ(ມີ 10 ແຂວງເກີນແຜນ 722 ຕື້ກີບ),ລາຍຈ່າຍສາມາດຫຼຸດຜ່ອນໄດ້ 2.076 ຕື້ກີບ ແລະ ການຂາດດຸນຫຼຸດລົງ ຈາກ 2,17% ມາເປັນ 1,84% ຂອງ GDP, ປີ 2022 ເກີນແຜນ 3% ເປັນເງິນ 947 ຕືື້ກີບ (ມີ 16 ແຂວງເກີນແຜນ 1.464 ຕື້ກີບ) ລາຍຈ່າຍສາມາດຫຼຸດຜ່ອນໄດ້ 3.131 ຕື້ກີບ ແລະ ການຂາດດຸນຫຼຸດລົງຈາກ 1,80% ມາເປັນເກີນດຸນ 0,12% ຂອງ GDP,ຄາດວ່າປີ 2023ຈະສາມາດປະຕິບັດລາຍຮັບໄດ້ລື່ນແຜນເປັນປີທີ 3.
ຂ່າວ: ບຸນຕອມ
 

ຄໍາເຫັນ

ຂ່າວການເມືອງ

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນແນວລາວສ້າງຊາດ ແຂວງຄຳມ່ວນ ໄດ້ໄຂຂຶ້ນໃນວັນທີ 23 ທັນວານີ້, ໂດຍການເປັນປະທານຂອງທ່ານ ພິດສະໄໝ ກອງຊາເດດ ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາການນຳແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 22 ທັນວານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ກອງປະຊຸມສະໄໝສາມັນເທື່ອທີ 10 ທີ່ເປັນກອງປະຊຸມທ້າຍສະໄໝຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 16 ທັນວານີ້ ທີ່ຫໍວັດທະນະທຳໄກສອນພົມວິຫານ ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ພ້ອມດ້ວຍການນຳຂັ້ນສູງຂອງແຂວງ, ເມືອງ, ນະຄອນ ເຂົ້າຮ່ວມ.
ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ກອງປະຊຸມສະໄໝ ສາມັນເທື່ອທີ່ 10 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV, ໄດ້ໄຂຂຶ້ນ ໃນວັນທີ່ 16 ທັນວານີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ, ໂດຍເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງ, ມີການນຳຂອງແຂວງ, ອະດິດສະມາຊິກ ສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2025 ທີ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ,ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມໂດຍ ສະຫາຍ ບົວໄລ ພານຸວົງ ເລຂາໜ່ວຍພັກ ,ໂດຍໃຫ້ກ່ຽດເຂົ້າຮ່ວມຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງ ຄອສພ ພ້ອມດ້ວຍສະມາຊິກພັກສົມບູນ ສຳຮອງ ແລນະ ແຂກຖືກເຊີນເຂົ້າຮ່ວມ.
ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ກອງປະຊຸມໃຫຍ່ ຄັ້ງທີ XVI ຂອງໜ່ວຍພັກສຳນັກຂ່າວສານປະເທດລາວ (ຂປລ) ໄດ້ຈັດຂຶ້ນໃນວັນທີ 15 ທັນວາ 2025 ໂດຍການເປັນປະທານຂອງ ສະຫາຍ ວັນນະສິນ ສິມມະວົງ ເລຂາໜ່ວຍພັກ, ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະຫາຍເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ທັນວານີ້ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ), ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມ ມີສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຮອງເຈົ້າຄອງ, ບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ບັນດາສະມາຊິກສະພາປະຊາຊົນນະຄອນຫຼວງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ