ການຮ່ວມມື ທີ່ເປັນຮູບປະທໍາ ລາວ-ຈີນ ນັບມື້ນໍາຜົນປະໂຫຍດມາສູ່ສອງຊາດ (ໂອກາດວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 64 ປີ)

ການຮ່ວມມື ທີ່ເປັນຮູບປະທໍາ ລາວ-ຈີນ ນັບມື້ນໍາຜົນປະໂຫຍດມາສູ່ສອງຊາດ (ໂອກາດວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 64 ປີ)

ການຮ່ວມມື ທີ່ເປັນຮູບປະທໍາ ລາວ-ຈີນ ນັບມື້ນໍາຜົນປະໂຫຍດມາສູ່ສອງຊາດ  (ໂອກາດວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 64 ປີ)
ສາຍພົວພັນທີ່ເປັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ລາວ-ຈີນ ແມ່ນມີມາແຕ່ບູຮານນະການ ຍ້ອນສອງປະເທດເຮົາ ເປັນປະເທດບ້ານໃກ້ເຮືອນຄຽງທີ່ດີ ແລະ ມີຊາຍແດນ, ສາຍພູ ແລະ ສາຍນ້ຳຕິດຈອດກັນ. ພັກປະຊາຊົນ ປະຕິວັດລາວ ແລະ ພັກກອມມູນນິດຈີນ ໄດ້ສ້າງຕັ້ງສາຍພົວພັນໂດຍກົງນໍາກັນ ໃນປີ 1959, ຕໍ່ມາສອງປະເທດລາວ ແລະ ຈີນ

 

 ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 25 ເມສາ 1961. ໃນປີ 2025 ນີ້, ກໍເປັນປີທີ່ຄົບຮອບ 64 ປີ ຊຶ່ງເປັນປີທີ່ເຮົາເຫັນໄດ້ຈະແຈ້ງຂຶ້ນຕື່ມອີກວ່າ: ການພົວພັນຮ່ວມມື ລາວ-ຈີນ ໄດ້ເຂົ້າສູ່ລວງເລິກ ແລະ ລວງກວ້າງ, ມີການຮ່ວມມືທີ່ເປັນຮູບປະທໍາ ຊຶ່ງນັບມື້ນໍາເອົາຜົນປະໂຫຍດຕົວຈິງມາສູ່ສອງຊາດ ລາວ-ຈີນ.

ການພົວພັນ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ໄດ້ນໍາດຳເນີນພາຍໃຕ້ການຊຸກຍູ້ສົ່ງເສີມ ແລະ ຍົກລະດັບຂຶ້ນຢ່າງຕໍ່ເນື່ອງ, ນັບມື້ເຂົ້າສູ່ລວງເລິກ ແລະ ມີໝາກຜົນຕົວຈິງ. ຂໍ້ມູນຈາກ ກະຊວງແຜນການ ແລະ ການລົງທຶນ ໃຫ້ຮູ້ວ່າ: ໃນປີ 2024, ສປປ ລາວ ໄດ້ສໍາເລັດ ແລະ ມອບ-ຮັບໂຄງການຊ່ວຍເຫຼືອຈາກ ສປ ຈີນ ຈໍານວນ 7 ໂຄງການ, ລວມມູນຄ່າ 497.42 ລ້ານຢວນ. ໂຄງການທີ່ພວມຈັດຕັ້ງປະຕິບັດມີ 18 ໂຄງການ ແລະ ໂຄງການສະເໜີໃໝ່ອີກຈໍານວນໜຶ່ງ. ໂຄງການທີ່ພົ້ນເດັ່ນຄື: ໂຄງການກໍ່ສ້າງປັບປຸງ ແລະ ຍົກລະດັບໂຮງໝໍມະໂຫສົດ ທີ່ໄດ້ມີພິທີເປີດປ້າຍຜົນສຳເລັດການກໍ່ສ້າງອາຄານໂຮງໝໍມະໂຫສົດ ສປປ ລາວ, ໃນວັນທີ 12 ຕຸລາ 2024 ຜ່ານມາ. ເຂດເສດຖະກິດພິເສດ ບໍ່ເຕັນ-ບໍ່ຫານ ໄດ້ຮັບທຶນຊ່ວຍເຫຼືອ ໃນການສຶກສາກໍ່ສ້າງດ່ານຈຸດດຽວ-ປ່ອງດຽວ; ມອບພາຫະນະຈໍານວນ 77 ຄັນ ແລະ ອຸປະກອນຈໍນວນໜຶ່ງ ເພື່ອຮັບໃຊ້ກອງປະຊຸມສຸດຍອດອາຊຽນ ປີ 2024ລວມມູນຄ່າທັງໝົດ 35 ລ້ານຢວນ; ມອບພາຫະນະ ແລະ ອຸປະກອນຊ່ວຍເຫຼືອໃນການສໍາຫຼວດພົນລະເມືອງລາວ;ມອບນໍ້າມັນກາຊວນຈໍານວນ 12 ລ້ານລິດ; ທຶນຝຶກອົບຮົມໄລຍະສັ້ນ (ຢູ່ປະເທດຈີນ ແລະ ພາຍໃນປະເທດລາວ) ປະຕິບັດສໍາເລັດແລ້ວ 196 ຫົວຂໍ້, ມີນັກສໍາມະນາກອນລາວເຂົ້າຮ່ວມທັງໝົດ 2,068 ເທື່ອຄົນ.

ທາງລົດໄຟ ລາວ-ຈີນ ທີ່ເປັນໝາກຜົນອັນພົ້ນເດັ່ນ ໃນການຮ່ວມມືກັນ ຈັດຕັ້ງປະຕິບັດຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ອັນໄດ້ສ້າງເງື່ອນໄຂທີ່ເອື້ອອໍານວຍ ໃຫ້ການພັດທະນາໃນຫຼາຍໆດ້ານ ເປັນຕົ້ນ ແມ່ນການພັດທະນາພື້ນຖານໂຄງລ່າງ ເຊື່ອມໂຍງ-ເຊື່ອມຈອດ ໃຫ້ເຫັນຢ່າງເປັນຮູບປະທໍາ ແລະ ທັງສະໜັບສະໜູນໂດຍກົງໃຫ້ ສປປ ລາວ ໃນການ “ຫັນປະເທດທີ່ບໍ່ມີຊາຍແດນຕິດທະເລ ໄປສູ່ປະເທດເຊື່ອມໂຍງ-ເຊື່ອມຈອດ ໃນພາກພື້ນ”, ຜົນປະໂຫຍດທີ່ເປັນຮູບປະທໍາ ສະແດງໃຫ້ເຫັນກໍມີຫຼາຍ. ຕາມຂໍ້ມູນຈາກ ບໍລິສັດ ທາງລົດໄຟ ລາວ-ຈີນ ຈໍາກັດ ໃຫ້ຮູ້ວ່າ: ມາຮອດວັນທີ 13 ເມສາ 2025 ນີ້ ແມ່ນວັນຄົບຮອບ 2 ປີ ຂອງການເປີດນໍາໃຊ້ລົດໄຟຂ້າມແດນ ລາວ-ຈີນ, ນັບແຕ່ເປີດນໍາໃຊ້ເປັນຕົ້ນມາ ທາງລົດໄຟ ລາວ-ຈີນ ສາມາດຂົນສົ່ງຜູ້ໂດຍສານຂ້າມແດນໄດ້ທັງໝົດ 480,000 ເທື່ອຄົນ ທີ່ມາຈາກ 112 ປະເທດ ແລະ ເຂດແຄວ້ນ. ໃນນັ້ນ, ນັກທ່ອງທ່ຽວຕາມຊາຍແດນ ລາວ-ຈີນ ແບບເປັນກຸ່ມ ຈຳນວນ 37,500 ເທື່ອຄົນ, ເຮັດໃຫ້ການເດີນທາງໄປມາຫາສູ່ກັນ ລະຫວ່າງ ລາວ-ຈີນ ກໍຄືອອກໄປທົ່ວໂລກ ມີຄວາມສະດວກສະບາຍຫຼາຍກວ່າເກົ່າ.

ການຮ່ວມມືດ້ານເສດຖະກິດ-ການຄ້າ, ຕາມຂໍ້ມູນຈາກວິທະຍຸ-ໂທລະພາບສູນກາງຈີນ ປະຈໍາລາວ ໄດ້ລາຍງານໃຫ້ຮູ້ວ່າ: ທາງລົດໄຟ ຈີນ-ລາວ ໄດ້ກາຍເປັນໂຄງການສຳຄັນໃນການພັດທະນາເສດຖະກິດ ແລະ ສ້າງສາຍພົວພັນທີ່ດີ ລະຫວ່າງ ຈີນ-ລາວ. ໃນປີ 2024, ມູນຄ່າການຄ້າ ລະຫວ່າງ ຈີນ ແລະ ລາວ ບັນລຸໄດ້ 8.23 ຕື້ໂດລາ, ເພີ່ມຂຶ້ນ15.9% ເມື່ອທຽບໃສ່ປີ 2023. ໃນນັ້ນ, ການສົ່ງອອກຂອງຈີນ ມາລາວ ມີມູນຄ່າ 3.68 ຕື້ໂດລາ, ເພີ່ມຂຶ້ນ 9.8%. ໃນຂະນະທີ່ການນຳເຂົ້າຂອງຈີນ ຈາກລາວ ມີມູນຄ່າ 4.56 ຕື້ໂດລາ, ເພີ່ມຂຶ້ນ 21,4%. ສະເພາະປີ 2025 ນີ້, ຕາມການລາຍງານຂອງສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ (LTP), ໃນເດືອນມັງກອນ ມູນຄ່າການຄ້າທີ່ບໍ່ລວມໄຟຟ້າ ລະຫວ່າງ ລາວ-ຈີນ ບັນລຸປະມານ 403 ລ້ານໂດລາ (ລາວ ສົ່ງອອກສິນຄ້າໄປ ຈີນ ປະມານ 171 ລ້ານໂດລາ ແລະ ນໍາເຂົ້າສິນຄ້າຈາກ ຈີນ ປະມານ 232 ລ້ານໂດລາ), ໃນເດືອນກຸມພາ ມູນຄ່າການຄ້າທີ່ບໍ່ລວມໄຟຟ້າ ລະຫວ່າງ ລາວ-ຈີນ ບັນລຸປະມານ 356 ລ້ານໂດລາ (ລາວ ສົ່ງອອກສິນຄ້າໄປຈີນ ປະມານ 214 ລ້ານໂດລາ ແລະ ນໍາເຂົ້າສິນຄ້າຈາກຈີນ ປະມານ 142 ລ້ານໂດລາ). ໂດຍລວມແລ້ວ, 2 ເດືອນຕົ້ນປີ ມູນຄ່າການຄ້າບໍ່ລວມໄຟຟ້າ ລະຫວ່າງ ລາວ-ຈີນ ບັນລຸປະມານ 759 ລ້ານໂດລາ. ຂະນະດຽວກັນ, ນັກລົງທຶນຈາກຈີນ ໄດ້ມາລົງທຶນຢູ່ພາຍໃນ ສປປ ລາວ ແມ່ນມີທຸກຂະແໜງການ ໂດຍສະເພາະ ຂະແໜງການດ້ານພະລັງງານ-ບໍ່ແຮ່, ການບໍລິການ ແລະ ກະສິກໍາ ລວມມີຫຼາຍກວ່າ 923ໂຄງການມີມູນຄ່າຫຼາຍກວ່າ 13 ຕື້ໂດລາ ແລະ ເປັນອັນດັບໜຶ່ງ ຂອງການລົງທຶນຕ່າງປະເທດໃນ ສປປ ລາວ.

ນອກຈາກນີ້, ວິທະຍຸ-ໂທລະພາບສູນກາງຈີນ ປະຈໍາລາວ ຍັງເປີດເຜີຍວ່າ: ຄວາມສະດວກໃນການເດີນທາງຜ່ານທາງລົດໄຟ ຍັງໄດ້ຊຸກຍູ້ການພັດທະນາການທ່ອງທ່ຽວ ໃນພາກພື້ນ. ໃນປີ 2024, ນັກທ່ອງທ່ຽວຫຼາຍກວ່າ 2.3 ລ້ານຄົນ ເດີນທາງຜ່ານທາງລົດໄຟ ເພີ່ມຂຶ້ນ 1.2 ລ້ານຄົນ ເມື່ອທຽບໃສ່ປີ 2023. ໃນນີ້, ສະຖານີຫຼວງພະບາງ ໄດ້ບໍລິການຜູ້ໂດຍສານ ຫຼາຍກວ່າ 1.28 ລ້ານຄົນ, ກວມເອົາ 33.4% ຂອງຈຳນວນຜູ້ໂດຍສານທັງໝົດ, ກາຍເປັນສະຖານີທີ່ມີຜູ້ໂດຍສານຫຼາຍທີ່ສຸດໃນລາວ. ທາງລົດໄຟ ຈີນ-ລາວ ຍັງໄດ້ສ້າງວຽກເຮັດງານທຳຫຼາຍກວ່າ 100,000 ຕຳແໜ່ງ ໃຫ້ປະຊາຊົນລາວ ເຮັດໃຫ້ປະຊາຊົນທ້ອງຖິ່ນ ໄດ້ມີຊີວິດດີຂຶ້ນ ຜ່ານການຄ້າ ແລະ ການທ່ອງທ່ຽວທີ່ເພີ່ມຂຶ້ນ.

ໃນດ້ານພະລັງງານໄຟຟ້າ, ກໍໄດ້ມີພິທີເປີດການກໍ່ສ້າງໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າ 500 ກິໂລວັດ ລາວ-ຈີນໃນວັນທີ 26 ກຸມພາ 2025 ຜ່ານມາ, ທີ່ນະຄອນຫຼວງວຽງຈັນ ຊຶ່ງຫາກໂຄງການນີ້ ສ້າງສໍາເລັດແລ້ວ ຈະກາຍເປັນການສ້າງເງື່ອນໄຂທີ່ເປັນທ່າແຮງທາງດ້ານເສດຖະກິດ ໂດຍສະເພາະ ການເຊື່ອມໂຍງ ແລະ ແລກປ່ຽນພະລັງງານລະຫວ່າງລາວ ກັບບັນດາແຂວງພາກໃຕ້ຂອງຈີນ ໃຫ້ໄດ້ຮັບການພັດທະນາຢ່າງເປັນລະບົບ ແລະ ໄດ້ຮັບການສົ່ງເສີມຢ່າງແຂງແຮງ. ຕາມແຜນຂອງໂຄງການ ທີ່ເປີດເຜີຍໃນພິທີດັ່ງກ່າວ ແມ່ນຈະສຳເລັດ ແລະ ເລີ່ມການນໍາໃຊ້ໃນກາງປີ 2026 ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງສາຍພົວພັນທາງການທູດ ລາວ-ຈີນ ຄົບຮອບ 65 ປີ. ຂະນະທີ່, ໃນຊຸມປີມໍ່ໆມານີ້, ການເຊື່ອມຕໍ່ດ້ານພະລັງງານໄຟຟ້າ ແມ່ນມີຄວາມແໜ້ນແຟ້ນກັນຍິ່ງຂຶ້ນ, ຍອດມູນຄ່າການຄ້າຂອງໄຟຟ້າສອງຝ່າຍ ລະຫວ່າງ ປະເທດລາວ ແລະ ປະເທດຈີນ ໄດ້ທະລຸເຖິງ 1.45 ຕື້ກິໂລວັດໂມງ.

ບັນດາຂໍ້ມູນທີ່ຍົກຂຶ້ນມານັ້ນ, ເປັນການຍົກຂຶ້ນມາໃຫ້ເຫັນວ່າ: ສາຍພົວພັນການທູດ ລາວ - ຈີນ ໄດ້ເຂົ້າສູ່ລົງເລິກ ແລະ ລວງກວ້າງ, ມີການຮ່ວມມືເປັນຮູບປະທໍາ ນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ. ການຮ່ວມມືນັ້ນ, ນັບມື້ນໍາຜົນປະໂຫຍດມາສູ່ສອງຊາດ ກໍຄືປະຊາຊົນຂອງສອງປະເທດ ລາວ-ຈີນ.

ໂດຍ: ສ.ບຸດປະຊາ

ຄໍາເຫັນ

ຂ່າວເດັ່ນ

ປີ 2026 ແກ້ໄຂຜົນການກວດສອບຂົງເຂດງົບປະມານລັດໄດ້ 5 ພັນກວ່າຕື້ກີບ ແລະ 3 ລ້ານກວ່າໂດລາ

ປີ 2026 ແກ້ໄຂຜົນການກວດສອບຂົງເຂດງົບປະມານລັດໄດ້ 5 ພັນກວ່າຕື້ກີບ ແລະ 3 ລ້ານກວ່າໂດລາ

ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນວຽກງານປະຈໍາປີ 2026, ບົດລາຍງານຜົນການກວດສອບປະຈໍາປີ 2026 ແລະ ແຜນການ ເຄື່ອນໄຫວວຽກງານ ປະຈໍາປີ 2027 ຂອງອົງການກວດສອບແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 8 ຕຸລານີ້ ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ສາທາ ວາງມາດຕະການແກ້ໄຂອັດຕາການເກີດລູກມີແພດຊ່ວຍ ແລະ ການໃຫ້ວັກຊິນກັນພະຍາດ

ສາທາ ວາງມາດຕະການແກ້ໄຂອັດຕາການເກີດລູກມີແພດຊ່ວຍ ແລະ ການໃຫ້ວັກຊິນກັນພະຍາດ

ກະຊວງສາທາລະນະສຸກ ໄດ້ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 9 ເດືອນ ປີ 2026 ເຫັນວ່າອັດຕາການເກີດລູກມີແພດຊ່ວຍ ແລະ ອັດຕາການໃຫ້ວັກຊິນກັນພະຍາດມີຄວາມຄືບໜ້າຊ້າ ແລະ ມີຄວາມສ່ຽງທີ່ຈະບໍ່ບັນລຸ ຍ້ອນມາຈາກຫຼາຍສາເຫດ. ສະນັ້ນ, ກະຊວງສາທາລະນະສຸກ ກໍຄືຂະແໜງສາທາລະນະສຸກ ຈຶ່ງກຳນົດມາດຕະການ ເພື່ອແກ້ໄຂບັນຫາດັ່ງກ່າວ.
ລັດຖະບານ ຈະສືບຕໍ່ແກ້ໄຂຫຼາຍບັນຫາ ເພື່ອປັບປຸງລະບົບການສຶກສາ

ລັດຖະບານ ຈະສືບຕໍ່ແກ້ໄຂຫຼາຍບັນຫາ ເພື່ອປັບປຸງລະບົບການສຶກສາ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 7 ຕຸລານີ້. ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະພາແຫ່ງຊາດ ຕໍ່ກອງປະຊຸມດັ່ງກ່າວ. ໃນການກະກຽມປັບປຸງລະບົບການສຶກສາແມ່ນດຳເນີນໄປຕາມແຜນການ, ແຜນດໍາເນີນງານ ແລະ ແຜນປະຕິບັດງານທີ່ວາງໄວ້ ແຕ່ກໍຍັງມີສິ່ງທ້າທາຍທີ່ຈະຕ້ອງໄດ້ສືບຕໍ່ປັບປຸງ ແລະ ແກ້ໄຂໃຫ້ດີຂຶ້ນ.
ສສກ ສຸມໃສ່ແກ້ໄຂບັນຫາປະລະການຮຽນ ແລະ ປັບປຸງຄຸນນະພາບຄູ

ສສກ ສຸມໃສ່ແກ້ໄຂບັນຫາປະລະການຮຽນ ແລະ ປັບປຸງຄຸນນະພາບຄູ

ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 7 ຕຸລານີ້ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ. ຕໍ່ບັນຫາປະລະການຮຽນແຕ່ລະຊັ້ນຮຽນ ທາງກະຊວງ ສສກ ໄດ້ສຸມໃສ່ແກ້ໄຂແຕ່ລະຊັ້ນຮຽນຂອງນັກຮຽນໃນຊັ້ນປະຖົມ, ມັດທະຍົມ, ການສຶກສາຊັ້ນສູງ ແລະ ອາຊີວະສຶກສາ ພ້ອມປັບປຸງຄຸນນະພາບຄູ.
ກະຊວງ ກສ ສາມາດກວດພົບ ແລະ ປະຕິບັດກົດໝາຍຕໍ່ຜູ້ລະເມີດ 1 ພັນກວ່າກໍລະນີ

ກະຊວງ ກສ ສາມາດກວດພົບ ແລະ ປະຕິບັດກົດໝາຍຕໍ່ຜູ້ລະເມີດ 1 ພັນກວ່າກໍລະນີ

ເລີ່ມແຕ່ປີ 2021 ຜ່ານມາ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ (ກສ) ໄດ້ແຕ່ງຕັ້ງເຈົ້າໜ້າທີ່ດໍາເນີນການກວດກາໂຄງການເຊົ່າ ແລະ ສຳປະທານທີ່ດິນລັດ ໃນກິດຈະການຕ່າງໆ ຈຳນວນ 438 ໂຄງການຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງໃນທົ່ວປະເທດ, ໃນຂະນະດຽວກັນໄດ້ເຂັ້ມງວດໃນການຈັດຕັ້ງປະຕິບັດກົດໝາຍ ແລະ ລະບຽບການກ່ຽວກັບການບຸກລຸກປ່າໄມ້ ນັບແຕ່ປີ 2021 ເປັນຕົ້ນມາ ສາມາດກວດພົບ ແລະ ປະຕິບັດກົດໝາຍຕໍ່ຜູ້ລະເມີດຈໍານວນ 1,173 ກໍລະນີ, ມີຜູ້ລະເມີດ 1,492 ຄົນ.
ລັດຖະບານ ຈັດສັນງົບປະມານອີງໃສ່ການຈັດເກັບລາຍຮັບ-ລາຍຈ່າຍ ທີ່ເປັນບຸລິມະສິດ

ລັດຖະບານ ຈັດສັນງົບປະມານອີງໃສ່ການຈັດເກັບລາຍຮັບ-ລາຍຈ່າຍ ທີ່ເປັນບຸລິມະສິດ

ລັດຖະບານ ກໍຄືກະຊວງການເງິນ ໄດ້ຈັດສັນງົບປະມານໂດຍອີງໃສ່ຄວາມອາດສາມາດໃນການຈັດເກັບລາຍຮັບ ໂດຍຈັດສັນເຂົ້າໃສ່ບັນດາລາຍຈ່າຍທີ່ເປັນບຸລິມະສິດ. ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະ ມົນຕີ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະພາແຫ່ງຊາດ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 7 ຕຸລານີ້ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ.
ກຊ ອຄ ກຳນົດມາດຕະຖານ 10 ຂໍ້ ເຂັ້ມງວດໃນການຄັດເລືອກນັກລົງທຶນ

ກຊ ອຄ ກຳນົດມາດຕະຖານ 10 ຂໍ້ ເຂັ້ມງວດໃນການຄັດເລືອກນັກລົງທຶນ

ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ຈະປັບປຸງນະໂຍບາຍ ແລະ ເພີ່ມທະວີການຄຸ້ມຄອງການພັດທະນາແຮ່ທາດໃນໄລຍະໄໝ່, ໃນຂະນະດຽວກັນ ກຳນົດມາດຕະຖານ 10 ຂໍ້ ທີ່ເຂັ້ມງວດໃນການຄັດເລືອກນັກລົງທຶນ ຕ້ອງເປັນມືອາຊີບ ມີຖານະການເງິນເຂັ້ມແຂງມີເງື່ອນໄຂຕ້ອງປຸງແຕ່ງ, ຕ້ອງເປີດເຜີຍເຈົ້າຂອງກຳມະສິດທີ່ແທ້ຈິງ (UBO) ໂດຍຫ້າມນໍາໃຊ້ຕົວແທນບັງໜ້າຢ່າງເດັດຂາດ ແລະ ປະມູນໂຄງການຢ່າງໂປ່ງໃສ 100%.
ນາຍົກ ຕ້ອນຮັບເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳລາວ

ນາຍົກ ຕ້ອນຮັບເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳລາວ

ໃນວັນທີ 6 ຕຸລານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ຄຣອງຂະນິດ ຣັກຈະເລີນ ເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ ທີ່ໄດ້ຕາງໜ້າໃຫ້ທ່ານ ນາຍົກລັດຖະມົນຕີ ກໍຄືລັດຖະບານ ແຫ່ງ ຣາຊະອານາຈັກໄທ ນຳເອົາກະຕ່າດອກໄມ້ ແລະ ຄຳອວຍພອນ ມາຍັງທ່ານ ສະເຫຼີມໄຊ ກົມມະສິດ ທີ່ໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ສະເໜີລັດຖະບານເລັ່ງແກ້ໄຂບັນຫາເສັ້ນທາງ

ສະເໜີລັດຖະບານເລັ່ງແກ້ໄຂບັນຫາເສັ້ນທາງ

ໃນວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 6 ຕຸລານີ້, ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄໍາເຫັນຕໍ່ບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2026 ແລະ ທິດທາງແຜນການ ປີ 2027 ໂດຍເນັ້ນໃສ່ຫຼາຍບັນຫາ ແລະ ປະເດັນສໍາຄັນ ທີ່ສັງຄົມກໍາລັງໃຫ້ຄວາມສົນໃຈ.
ສສຊ ສະເໜີໃຫ້ລັດຖະບານແກ້ໄຂຫຼາຍບັນຫາສໍາຄັນ

ສສຊ ສະເໜີໃຫ້ລັດຖະບານແກ້ໄຂຫຼາຍບັນຫາສໍາຄັນ

ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ຈາກເຂດເລືອກຕັ້ງຕ່າງໆ ໄດ້ສຸມໃສ່ປະກອບຄໍາເຫັນໃສ່ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປະຈໍາປີ 2026 ແລະ ທິດທາງແຜນການ ປະຈໍາປີ 2027 ແລະ ບົດລາຍງານກ່ຽວກັບບັນຊີຢາເສບຕິດທີ່ເກືອດຫ້າມ ແລະ ຢາເສບຕິດ, ສານເຄມີ ທີ່ຖືກຄວບຄຸມການນໍາໃຊ້ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 6 ຕຸລານີ້ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ.
ເພີ່ມເຕີມ