![]() |
ໃນໂອກາດນີ້, ສະຫາຍ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ຄັ້ງນີ້, ພ້ອມທັງຊົມເຊີຍຕໍ່ຜົນ ສໍາເລັດກອງປະຊຸມພົບປະສອງຝ່າຍ ລະຫວ່າງ ສະຫາຍ ຮອງນາຍົກລັດຖະມົນຕີ ໂຮ່ ດຶກ ເຝິກ ແລະ ສະຫາຍ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ທີ່ໄດ້ຮ່ວມກັນປຶກສາຫາລື ໃນ ຫຼາຍຂົງເຂດວຽກງານ ຊຶ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການຮັດແໜ້ນການພົວພັນຮ່ວມມື ລະຫວ່າງ ສອງພັກສອງລັດ ລາວ-ຫວຽດນາມ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ກໍຄືແນໃສ່ຊຸກຍູ້ບັນດາໂຄງ ການຮ່ວມມືສອງຝ່າຍ ໃຫ້ມີຄວາມຄືບໜ້າ ແລະ ມີຜົນສໍາເລັດຍິ່ງໆຂຶ້ນ, ພ້ອມທັງເປັນການກະກຽມໃຫ້ ແກ່ການເດີນທາງມາຢ້ຽມຢາມ ສປປ ລາວ ຂອງ ສະຫາຍ ໂຕ ເລິມ, ເລຂາທິການໃຫຍ່ ຄະນະ ບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເພື່ອເຂົ້າຮ່ວມພິທີສະເຫຼີມສະຫຼອງວັນຊາດ ແຫ່ງ ສປປ ລາວ ຄົບຮອບ 50 ປີ ແລະ ເຂົ້າຮ່ວມການພົບປະສອງກົມການເມືອງ ລາວ-ຫວຽດນາມ ກໍຄື ການກະກຽມກອງປະຊຸມ ຄັ້ງທີ 48 ຂອງຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງ ສອງລັດຖະ ບານ ລາວ-ຫວຽດນາມ ທີ່ຈະມີຂຶ້ນຢູ່ ສປປ ລາວ ໃນທ້າຍປີ 2025. ພ້ອມນີ້, ສະຫາຍ ສອນໄຊ ສີພັນດອນ ກໍໄດ້ຝາກຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ສະໜິດສະໜົມ ໄປຍັງບັນດາສະຫາຍ ການນໍາ ພັກ-ລັດ ສສ.ຫວຽດນາມ ໂດຍສະເພາະ ສະຫາຍ ຟ້າມ ມິງ ຈິງ, ນາຍົກລັດຖະມົນຕີ, ພ້ອມທັງໄດ້ສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ່ງ ຕໍ່ຜົນກະທົບຈາກ ພາຍຸ ແລະ ໄພພິບັດນໍ້າຖ້ວມ ຢູ່ ສສ. ຫວຽດນາມ ໃນໄລຍະຜ່ານມາ.
![]() |
ພ້ອມກັນນັ້ນ, ສອງຝ່າຍ ໄດ້ຕີລາຄາການພົວພັນຮ່ວມມືລະຫວ່າງສອງປະເທດໃນໄລຍະຜ່ານມາ ກໍຄື ແຜນການຮ່ວມມືໃນຕໍ່ໜ້າ, ຊຶ່ງເຫັນວ່າສອງຝ່າຍສືບຕໍ່ມີການພັດທະນາຢ່າງບໍ່ຢຸດຢັ້ງ ໃນທຸກຂົງ ເຂດ ໂດຍສະເພາະການພົວພັນຮ່ວມມືທາງດ້ານການເມືອງ, ການຕ່າງປະເທດ, ວຽກງານປ້ອງກັນ ຊາດ, ປ້ອງກັນຄວາມສະຫງົບ; ໂດຍສະເພາະແມ່ນການນໍາຂັ້ນສູງຂອງສອງປະເທດ ມີການຢ້ຽມຢາມ ແລະ ພົບປະເຊິ່ງກັນ ແລະ ກັນ ຢ່າງເປັນປະຈໍາ, ມີການພົບປະ ແລະ ແລກປ່ຽນຂອງຄະນະ ຜູ້ແທນຂັ້ນຕ່າງໆ ຢ່າງເປັນປົກກະຕິ; ການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືສອງຝ່າຍ ໄດ້ສໍາ ເລັດຫຼາຍໂຄງການ, ພິເສດ ແມ່ນສອງຝ່າຍໄດ້ສຳເລັດການເປີດທ່າທຽບເຮືອເລກ 3 ຂອງ ທ່າເຮືອ ຫວຸງອ່າງທີ່ເປັນເຫດການສຳຄັນ ແລະ ມີຄວາມໝາຍທາງດ້ານປະຫວັດ ຂອງການພົວພັນຮ່ວມມື ສອງປະເທດ ໂດຍມີສອງ ສະຫາຍ ປະທານປະເທດ ລາວ ແລະ ຫວຽດນາມ ເຂົ້າຮ່ວມໃນພິທີ ດັ່ງກ່າວ. ສອງຝ່າຍ ເຫັນດີຈະສືບຕໍ່ເພີ່ມທະວີຮັດແໜ້ນການຮ່ວມມືດ້ານວຽກງານປ້ອງກັນຊາດ, ປ້ອງ ກັນຄວາມສະຫງົບ ແລະ ການຕ່າງປະເທດ ເພື່ອຮ່ວມກັນຮັບມືກັບສິ່ງທ້າທາຍໃໝ່, ຊຸກຍູ້ການ ເຊື່ອມໂຍງທາງດ້ານເສດຖະກິດ ໂດຍເລີ່ມຈາກການເຊື່ອມໂຍງທາງດ້ານຄົມມະນາຄົມ ໂດຍຜ່ານໂຄງ ການຮ່ວມມືຍຸດທະສາດ ເຊັ່ນ: ທາງດ່ວນຮ່າໂນ້ຍ-ວຽງຈັນ, ໂຄງການເສັ້ນທາງລົດໄຟ ພ້ອມທັງສືບຕໍ່ ເອົາໃຈໃສ່ເພີ່ມທະວີການສຶກສາອົບຮົມ ມູນເຊື້ອຄວາມສາມັກຄີພິເສດ ລາວ-ຫວຽດນາມ ໃຫ້ຖັນແຖວ ພະນັກງານ ແລະ ປະຊາຊົນ ໂດຍສະເພາະແມ່ນຊາວໜຸ່ມ-ເຍົາວະຊົນ ຮຸ່ນສືບທອດຂອງສອງປະ ເທດ.
ໃນໂອກາດດຽວກັນນີ້, ສະຫາຍ ໂຮ່ ດຶກ ເຝິກ ກໍໄດ້ສະແດງຄວາມຂອບໃຈ ຢ່າງຈິງໃຈຕໍ່ ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ແຈ້ງໃຫ້ຊາບກ່ຽວກັບຜົນການພົບປະສອງຝ່າຍກັບ ສະຫາຍ ຮອງ ນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ, ພ້ອມທັງໄດ້ສະແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ເຮັດວຽກ ຮ່ວມກັບຝ່າຍລາວຢ່າງໃກ້ຊິດ ເພື່ອຊຸກຍູ້ການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງທີ່ການນໍາສອງປະເທດໄດ້ ຕົກລົງເຫັນດີຮ່ວມກັນ ກໍຄື ບັນດາໂຄງການຮ່ວມມືຍຸດທະສາດຕ່າງໆ ໃຫ້ມີປະສິດທິພາບ, ປະສິດທິ ຜົນ ແລະ ເປັນຮູບປະທໍາຍິ່ງໆຂຶ້ນ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ. (ຂ່າວ: ກຕທ)


ຄໍາເຫັນ