ກອງປະຊຸມໂຕະມົນ ລະດັບສູງ ຄັ້ງທີ 14

ກອງປະຊຸມໂຕະມົນ ລະດັບສູງ ຄັ້ງທີ 14

ກອງປະຊຸມໂຕະມົນ ລະດັບສູງ ຄັ້ງທີ 14
ໃນວັນທີ 19 ພະຈິກ 2025, ລັດຖະບານ ແຫ່ງ ສປປ ລາວ ຮ່ວມກັບ ອົງການ ສປຊ ປະຈຳ ສປປ ລາວ ໄດ້ຈັດ ກອງ ປະຊຸມໂຕະມົນ ລະດັບສູງ ຄັ້ງທີ 14 ຂຶ້ນ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ, ພາບໃຕ້ຫົວໜ້າຂໍ້ “ເພີ້ມທະວີ ການເປັນຄູ່ຮ່ວມເພື່ອການພັດທະນາ ທີ່ມີປະສິດທິຜົນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຄັ້ງທີ X (2026-2030) ເພື່ອພ້ອມກັນກ້າວເຂົ້າສູ່ການຫຼຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາ ຢ່າງມີສະຖຽນລະພາບ , ໝັ້ນທ່ຽງ ແລະ ບັນລຸເປົ້າໝາຍການພັດທະນາແບບຍືນຍົງ”
ກອງປະຊມໂຕະມນ ລະດບສງ ຄງທ 14 - image 1
 

ໃຫ້ກຽດເຂົ້າຮ່ວມ ແລະ ກ່າວໄຂກອງປະຊຸມຢ່າງເປັນທາງການ ຂອງ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແລະ ດໍາເນີນກອງປະຊຸມໂດຍ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ຮອງປະທານຄະນະຊີ້ນໍາລະດັບຊາດເພື່ອຂະບວນການ ໂຕະມົນ ເຊິ່ງມີຜູ້ແທນເຂົ້າຮ່ວມ ປະກອບມີ ບັນດາທ່ານລັດຖະມົນຕີ, ປະທານກຳມາທິການສະພາແຫ່ງ ຊາດ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ປະທານອົງການທຽບເທົ່າກະຊວງ ແລະ ທ່ານເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ ວຽງຈັນ, ບັນດາທ່ານຜູ້ແທນລະດັບສູງຈາກປະເທດເພື່ອນມິດ, ຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທີ່ ບໍ່ສັງກັດລັດຖະບານ ພາກເອກະຊົນທັງພາຍໃນ ແລະ ຕ່າງປະເທດ ແລະ ອົງການຈັດຕັ້ງທາງສັງຄົມເຂົ້າຮ່ວມໃນກອງປະຊຸມ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັນໃຫ້ຄວາມສໍາຄັນຂອງຂະບວນການກອງປະຊຸມໂຕະມົນ ໄດ້ຜ່ານວິວັດທະນາການໃນແຕ່ລະໄລຍະເພື່ອໃຫ້ສາມາດເປັນເວທີ ທີ່ພາກລັດຮ່ວມກັບອົງການເຄື່ອຂ່າຍ ສປຊ, ບັນດາປະເທດເພື່ອນມິດຄູ່ຮ່ວມພັດທະນາ ແລະ ທຸກພາກສ່ວນໃນສັງຄົມ ສາມາດປຶກສາຫາລືແບບກວ້າງຂວາງ ແລະ ລົງເລິກ ແນໃສ່ເພື່ອສາມາດແກ້ໄຂບັນດາສິ່ງທ້າທາຍ ແລະ ວາງແຜນການຮ່ວມມືຢ່າງມີປະສິດທິຜົນ. ການສະໜັບສະໜູນ ແລະ ຊ່ວຍ ເຫຼືອຂອງບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ໃນຕະຫຼອດໄລຍະຜ່ານມາ ໄດ້ປະກອບສ່ວນອັນສໍາຄັນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ຢ່າງຕໍ່ເນື່ອງ ເພື່ອສ້າງທຸກເງື່ອນໄຂໃຫ້ແກ່ການຫຼຸດພົ້ນອອກຈາກ ສະຖານະ ພາບດ້ອຍພັດທະນາໃນອະນາຄົດ.

ເພື່ອຮັບປະກັນ ແລະ ຍົກສູງທິດທາງການພັດທະນາ ຂອງ ສປປ ລາວ ໃນໄລຍະໃຫມ່ ໂດຍສະເພາະການຈັດຕັ້ງ ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ໃຫ້ມີຜົນສໍາເລັດໝາກຜົນເປັນຮູບປະທໍາ ແລະ ນໍາເອົາຜົນປະໂຫຍດມາສູ່ປະຊາຊົນລາວບັນດາເຜົ່າຢ່າງແທ້ຈິງ ທ່ານ ນາຍົກລັດຖະມົນຕີ ໄດ້ໃຫ້ທິດຊີ້ນໍາຕໍ່ກອງປະຊຸມໂດຍໃຫ້ທຸກທ່ານ ຕ້ອງໄດ້ສຸມໃສ່ຄົ້ນຄວ້າດ້ານນະໂຍບາຍການພັດທະນາ, ການຮ່ວມມື ແລະ ມາດຕະການເພື່ອສາມາດ ສະໜັບສະໜູນການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ, ການພັດທະນາຊັບພະຍາກອນມະນຸດທີ່ມີປະສິດຕິພາບ, ສົ່ງເສີມຊີວິດການເປັນຢູ່ທີ່ດີ ແລະ ສັງຄົມມີຄວາມສະຫງົບສຸກ, ປົກປັກຮັກສາສິ່ງແວດລ້ອມ ແລະ ຫຼຸດຜ່ອນຄວາມສ່ຽງຈາກ ຜົນກະທົບຕ່າງໆ, ສ້າງໂຄງລ່າງພື້ນຖານໂຄງລ່າງເພື່ອການເຊື່ອມໂຍງ-ເຊື່ອມຈອດກັບພາກພື້ນ ແລະ ສາກົນ, ປັບປຸງການຄຸ້ມຄອງ ບໍລິຫານລັດ ໃຫ້ມີປະສິດທິຜົນ ແລະ ໂປ່ງໃສ, ສືບຕໍ່ຊຸກຍູ້ໃຫ້ເສດຖະກິດ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຮັບປະກັນ ຄວາມໝັ້ນທ່ຽງ ຂອງເສດຖະກິດມະຫາພາກ, ຮັກສາອັດຕາການເຕີບໂຕໃຫ້ຢູ່ໃນລະດັບສະເລ່ຍບໍ່ຫຼຸດ 5%. ພ້ອມດຽວກັນ, ກໍຕ້ອງໄດ້ຮັບປະກັນວ່າ ການຈັດຕັ້ງປະຕິບັດແຜນພັດທະນາແຫ່ງຊາດ, ແຜນພັດທະນາຂະແໜງການ ແລະ ທ້ອງຖິ່ນ ໃຫ້ສອດ ຄ່ອງ-ກົມກຽວກັບການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ກໍຄືບັນດາເປົ້າໝາຍຂອງສາກົນທີ່ໄດ້ຮັບຮອງຜ່ານມາ, ຮັບປະກັນໃຫ້ການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາຂອງ ສປປ ລາວ ມີຄວາມໂລ່ງລ່ຽນ ແລະ ຍືນຍົງ.

ກອງປະຊມໂຕະມນ ລະດບສງ ຄງທ 14 - image 2
 

ຈຶ່ງ ຂໍໃຫ້ບັນດາທ່ານຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໂຕະມົນໃນຄັ້ງນີ້ ຈົ່ງພ້ອມກັນຄົ້ນຄວ້າ ແລະ ແລກປ່ຽນຄຳຄິດເຫັນຢ່າງສ້າງສັນ ແລະ ກົງໄປກົງມາບົດພື້ນຖານຈິດໃຈແຫ່ງການຮ່ວມມືທີ່ດີ ເພື່ອຮ່ວມກັນກຳນົດທິດທາງ ແລະ ມາດຕະການທີ່ເປັນຮູບປະທຳ ເພື່ອຮັບມືກັບສິ່ງທ້າທາຍ ແລະ ແກ້ໄຂບັນຫາທີ່ຍັງຄົງຄ້າງ, ເຮັດໃຫ້ການຮ່ວມມືດ້ານການພັດທະນາຂອງພວກເຮົາ ມີປະສິດທິ ຜົນສູງຍິ່ງຂຶ້ນເປັນກ້າວໆ, ພ້ອມນີ້, ໃຫ້ບັນດາກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງ ທັງໃນລະດັບສູນກາງ ແລະ ທ້ອງຖິ່ນ ຈັດຕັ້ງຜັນຂະຫຍາຍຫມາກຜົນຂອງກອງປະຊຸມໂຕະມົນໃນຄັ້ງນີ້ ແລະ ເປົ້າໝາຍການພັດທະນາແບບຍືນຍົງ ເຂົ້າໃນແຜນພັດ ທະນາຂອງຂະແຫນງ ການ ໃຫ້ເປັນອັນລະອຽດ ໂດຍສອດຄ່ອງກັບແຜນບູລິມະສິດແຫ່ງຊາດ.ພ້ອມກັນນີ້, ໃນທີ່ປະຊຸມໄດ້ຟັງການກ່າວມີຄໍາເຫັນຜ່ານທາງວິດີໂອ ຂອງທ່ານ ນ. ອາມິນາ ເຈ. ໂມຮັມເມັດ (Ms. Amina J. Mohammed), ຮອງເລຂາທິການໃຫຍ່ອົງການສະຫະປະຊາຊາດ ປະຈຳສຳນັກງານໃຫຍ່, ທີ່ ນິວຢອກ ສ. ອາເມ ລິກາ ແລະ ກ່າວມີຄຳເຫັນ ໂດຍ: ທ່ານ ເດວິດ ແມັກລາແລນ-ຄາ, ຜູ້ອຳນວຍການອົງການສະຫະປະຊາາດ ດ້ານການປະສານງານ ເພື່ອການພັດທະນາ ປະຈຳ ພາກພື້ນອາຊີ-ປາຊີຟິກ

ພາຍຫຼັງຮັບຟັງ ຄໍາປາໄສ, ຄໍເຫັນ ແລະ ທິດຊີ້ນໍາ ຈາກຄະນະນໍາຂັ້ນສູງຂອງ ສປປ ລາວ ແລະ ຄູ່ຮ່ວມພັດທະນາແລ້ວ ກອງປະຊຸມກໍ່ດໍາເນີນໄປໂດຍການເປັນປະທານຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ຮ່ວມກັບ ທ່ານ ທ່ານ ເດວິດ ແມັກຄາເລນ-ຄຣາ (David Mclachlan-Karr), ຜູ້ອໍານວຍການ ອົງການຫະປະຊາຊາດ ດ້ານການປະສານງານ ເພື່ອການພັດທະນາ ປະຈຳພາກພື້ນອາຊີ-ປາຊິຟິກ

ໃນຕອນທ້າຍຂອງກອງປະຊຸມ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ,ໄດ້ຕີລາຄາສູງເຖິງຜົນສໍາເລັດຂອງກອງປະຊຸມໃນຄັ້ງນີ້ ທີ່ຄວາມໝາຍຄວາມສໍາຄັນ ແລະ ເຕັມໄປດ້ວຍ ເນື້ອໃນທີ່ອຸດົມສົມບູນ ເພື່ອໃຫ້ແຕ່ລະພາກສ່ວນນໍາໄປຄົ້ນຄວ້າ ແລະ ຮ່ວມກັນຈັດຕັ້ງປະຕິບັດໃຫ້ບັນລຸເປົ້າໝາຍ ດັ່ງນີ້: ສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X ສໍາລັບປີ 2026 ເພື່ອແກ້ ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໂດຍສຸມໃສ່ການບັນລຸ 6 ຄາດໝາຍທີ່ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ກ່າວເນັ້ນໃນພາກເປີດກອງປະຊຸມຄື: (1) ການສ້າງເສດຖະກິດເອກະລາດ ເປັນເຈົ້າ ຕົນເອງ, (2) ການພັດທະນາຊັບພະຍາກອນມະນຸດ, (3) ສົ່ງເສີມຊີວິດການເປັນຢູ່ທີ່ດີ ແລະ ສັງຄົມທີ່ໜ້າຢູ່, (4) ປົກປັກ ຮັກສາສິ່ງແວດລ້ອມ ແລະ ຫຼຸດຜ່ອນຄວາມສ່ຽງຈາກຜົນກະທົບຕ່າງໆ, (5) ສ້າງໂຄງລ່າງທີ່ມີຄວາມທົນທານ ເພື່ອເຊື່ອມໂຍງ-ເຊື່ອມຈອດ ໃນທຸກລະດັບ, ແລະ (6) ປັບປຸງການຄຸ້ທຄອງບໍລິຫານລັດ ຢ່າງມີປະສິດທິຜົນ. ສືບຕໍ່ຊຸກຍູ້ເຮັດໃຫ້ເສດຖະກິດ ຂະຫຍາຍ ຕົວຢ່າງຕໍ່ເນື່ອງ, ຮັບປະກັນຄວາມໝັ້ນທ່ຽງຂອງເສດຖະກິດມະຫາພາກ, ການກະກຽມຄວາມພ້ອມໃນການຫຼຸດພົ້ນ ອອກຈາກ ສະຖານະພາບດ້ອຍພັດທະນາຕ້ອງປັບປຸງບາງໜ້າວຽກຕົ້ນຕໍ ເປັນ ຕົ້ນແມ່ນ: ການສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເຮັດໃຫ້ການພັດທະນາມີຄຸນນະພາບ ແລະ ຍືນຍົງ, ສົ່ງເສີມບົດບາດການມີສ່ວນຮ່ວມຂອງພາກເອກະຊົນ ຕໍ່ກັບການພັດທະນາ , ເພີ່ມທະວີປະສິດທິຜົນຂອງການຮ່ວມມື ເພື່ອການພັດທະນາ, ການພັດທະນາເສດຖະກິດ-ສັງຄົມຄຽງຄູ່ກັບການປົກປັກ ຮັກສາສິ່ງແວດລ້ອມຕາມທິດທາງຍຸດທະສາດການເຕີບໂຕສີຂຽວ ແຫ່ງຊາດ ຂອງ ສປປ ລາວ ຮອດປີ 2030 ລວມທັງບັນດາ ເປົ້າ

ໝາຍການພັດທະນາແບບຍືນຍົງ ພ້ອມດຽວກັນກັບພັດທະນາຊັບພະຍາກອນມະນຸດ ໃຫ້ມີຄຸນນະພາບສູງຂຶ້ນ, ເພີ່ມທະວີ ການຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍກົດໝາຍຢ່າງເຂັ້ມງວດ, ພະຍາຍາມທຸກຄວາມສາມາດ ເພື່ອຫຼຸດຜ່ອນຄວາມແຕກໂຕນ ຂອງການພັດ ທະນາ ລະຫວ່າງ ຕົວເມືອງ ແລະຊົນນະບົດ, ລຶບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກນ້ອຍ, ສືບຕໍ່ທົບທວນຍຸດທະສາດ ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນແລະສ້າງຂີດຄວາມສາມາດ ໃນການແຂ່ງຂັນຂອງພາກທຸລະກິດ ພາຍໃນ ດ້ວຍການສ້າງສະພາບແວດລ້ອມ ທີ່ເອື້ອອໍານວຍໃນການດໍາເນີນທຸລະກິດ ໃຫ້ດີຂຶ້ນ, ສົ່ງເສີມການຈັດຕັ້ງປະຕິບັດ ນະໂຍບາຍການປົກຄອງ ແລະ ການບໍລິຫານທີ່ດີ ໂດຍຜັນຂະຫຍາຍເນື້ອໃນຈິດໃຈການສ້າງເສດຖະກິດເອກະລາດເປັນເຈົ້າຕົນ ເອງ ແລະ ລົງເລິກການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ, ຫັນເປັນທັນສະໄໝ, ສືບຕໍ່ ສ້າງຕັ້ງຕາແສງ ແລະ ປະຕິບັດວຽກງານ 3 ສ້າງ ໃຫ້ມີຄວາມເຂັ້ມແຂງ ແລະ ເປັນຮູບປະທຳ, ສືບຕໍ່ເພີ່ມທະວີການເກັບລາຍຮັບ ຂອງຊາດໃຫ້ສາມາດບັນລຸຕາມເປົ້າໝາຍໂດຍສະເພາະການປັບປຸງລະບຽບກົດໝາຍການເກັບພາສີ-ອາກອນ ໃຫ້ແທດເໝາະກັບສະພາບເສດຖະກິດຂອງລັດຖະບານ ລວມທັງການນໍາໃຊ້ລະບົບເຕັກໂນໂລຊີທັນສະໃໝເຂົ້າໃນການເກັບພັນທະຂອງ ລັດຖະບານ ເພື່ອໃຫ້ມີຄວາມສະດວກໃນການເກັບກໍາລາຍງານ ແລະ ມີຄວາມໂປ່ງໃສສູງ, ຍົກລະດັບການກະກຽມຄວາມ ພ້ອມດ້ານຕ່າງໆ ໃນການຮັບມືກັບໄພພິບັດທາງທຳມະຊາດ ດ້ວຍການຍົກລະດັບຂີດຄວາມສາມາດວຽກງານປ້ອງກັນ ແລະ ຟື້ນຟູໄພພິບັດ, ປັບປຸງລະບົບການເຕືອນໄພລ່ວງໜ້າ, ການແລກປ່ຽນຂໍ້ມູນ-ຂ່າວສານ ການເຕືອນໄພ ແລະປະສານສົມທົບ ກັບປະເທດເພື່ອນມິດ ທີ່ມີຊາຍແດນຕິດຈອດກັນ ໃນການຮັບມືກັບໄພ ພິບັດຮ່ວມກັນ, ສຶກສາຄວາມສ່ຽງ ແລະການສ້າງແຜນ ຫຼຸດຜ່ອນຄວາມສ່ຽງໄພພິບັດ ແລະເອົາໃຈໃສ່ ໃຫ້ຊ່ວຍເຫຼືອຊຸມຊົນທີ່ມີຄວາມສ່ຽງສູງ, ສືບຕໍ່ຈັດຕັ້ງປະຕິບັດການຮ່ວມມືກັບຄູ່ ຮ່ວມພັດທະນາລະດົມຂົນຂວາຍການສະໜັບສະໜູນທາງດ້ານເຕັກນິກວິຊາການ, ທຶນຮອນຈາກບັນດາປະເທດເພື່ອນມິດ, ຄູ່ ຮ່ວມພັດທະນາ, ບັນດາອົງການຈັດຕັ້ງສາກົນ ແລະທົ່ວສັງຄົມ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ໃຫ້ມີຄວາມໝັ້ນທ່ຽງ ແລະ ຍືນຍົງທີ່ສຸດຕາມທິດການພພັດທະເສດຖະກິດສີຂຽວ ແລະ ຍືນຍົງ. ຂ່າວ:ກະຊວງການເງິນ,ພາບ:ພູວຽງຄຳ

ຄໍາເຫັນ

ຂ່າວເດັ່ນ

ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ໃນວັນທີ 13 ຕຸລານີ້ ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ລົງເຄື່ອນໄຫວ, ຢ້ຽມຢາມ ແລະ ພົບປະ ພະນັກງານການນໍາຫຼັກແຫຼ່ງກະຊວງ ຍທຂ ໂດຍໃຫ້ການຕ້ອນຮັບຂອງທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ.
ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ຕາງໜ້າທ່ານ ນາຍົກລັດຖະມົນຕີ ກໍຄືລັດຖະບານ ແຫ່ງ ສປ ຈີນ ນຳເອົາກະຕ່າດອກໄມ້ ແລະ ຄຳອວຍພອນ ມາຍັງທ່ານ ສະເຫຼີມໄຊ ກົມມະສິດ.
ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ໃນຕອນແລງຂອງວັນທີ 8 ຕຸລາ ນີ້ ທີ່ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນໂອກາດຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຕາມຄໍາເຊື້ອເຊີນຂອງສະຫາຍ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃນລະຫວ່າງ ວັນທີ 8-9 ຕຸລາ 2026ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ.
ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມພ້ອມດ້ວຍຄະນະຜູ້ແທນຂັ້ນສູງໄດ້ເດີນທາງມາຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ໃນວັນທີ 8-9 ຕຸລາ ນີ້ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ.
ຄະນະ ສສຊ ເຂດ 12 ເຂົ້າອວຍພອນປະທານສະພາແຫ່ງຊາດ ແລະ ນາຍົກລັດຖະມົນຕີ ຄົນໃໝ່

ຄະນະ ສສຊ ເຂດ 12 ເຂົ້າອວຍພອນປະທານສະພາແຫ່ງຊາດ ແລະ ນາຍົກລັດຖະມົນຕີ ຄົນໃໝ່

ຄະນະສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ ແລະ ຄະນະຫ້ອງວ່າການສະພາປະຊາຊົນແຂວງ ນໍາໂດຍ ທ່ານ ໄຊຊະນະ ໂຄດພູທອນປະທານຄະ​ນະ ສສຊ ປະຈໍາເຂດເລືອກຕັ້ງທີ 12, ປະທານສະພາປະຊາຊົນແຂວງຄໍາມ່ວນ ພ້ອມຄະນະ ໄດ້ເຂົ້າອວຍພອນ ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ແລະ ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໃນ​ວັນ​ທີ 7 ຕຸ​ລາ​ຜ່ານ​ມາທີ່ ສະ​ພາ​ແຫ່ງ​ຊາດ. ໃນໂອກາດທີ່ທັງສອງທ່ານໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງໃໝ່ ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X.
ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມຄະນະວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ

ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມຄະນະວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ

ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເຂົ້າວາງພວງມະລາ ຢູ່ອະນຸສາວະລີນັກຮົບນິລະນາມ (ດາວແດງ) ນະຄອນຫລວງວຽງຈັນ ໃນວັນທີ 8 ຕຸລານີ້, ເນື່ອງໃນໂອກາດທີ່ຄະນະຜູ້ແທນດັ່ງກາວເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 8-9 ຕຸລານີ້.
ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເດີນທາງເຖິງ ນະຄອນຫຼວງວຽງຈັນ

ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເດີນທາງເຖິງ ນະຄອນຫຼວງວຽງຈັນ

ຕອນບ່າຍວັນທີ 8 ຕຸລານີ້, ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ເພື່ອດໍາເນີນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.
ຜົນການກວດກາ 6 ເປົ້າໝາຍໃຫຍ່ ພົບຫຼາຍໂຄງການລະເມີດລະບຽບການ

ຜົນການກວດກາ 6 ເປົ້າໝາຍໃຫຍ່ ພົບຫຼາຍໂຄງການລະເມີດລະບຽບການ

ອົງການກວດກາແຫ່ງລັດ ໄດ້ລາຍງານຜົນການກວດກາ 6 ເປົ້າໝາຍໃຫຍ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ພົບຫຼາຍໂຄງການ-ຂະແໜງການ ຍັງມີຂໍ້ຂາດຕົກບົກພ່ອງ ແລະ ລະ ເມີດລະບຽບການ ໃນວັນທີ 8 ຕຸລານີ້, ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄຳ ຮອງປະທານສະພາແຫ່ງຊາດ.
ສະພາແຫ່ງຊາດ ເນັ້ນໃຫ້ຮັດກຸມ ແລະ ເດັດຂາດ ໃນການເກັບກູ້ງົບປະມານ-ແກ້ໄຂຜົນການກວດສອບ-ກວດກາແຫ່ງລັດ

ສະພາແຫ່ງຊາດ ເນັ້ນໃຫ້ຮັດກຸມ ແລະ ເດັດຂາດ ໃນການເກັບກູ້ງົບປະມານ-ແກ້ໄຂຜົນການກວດສອບ-ກວດກາແຫ່ງລັດ

​ ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ຈັນທະບູນ ສຸກອາລຸນ ປະທານກຳມາທິການເສດຖະກິດ ແລະ ການເງິນ, ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ ຂຶ້ນປະກອບຄຳເຫັນຕໍ່ບົດລາຍງານການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ທິດທາງແຜນການປີ 2027 ຂອງອົງການກວດສອບແຫ່ງລັດ ແລະ ອົງການກວດກາແຫ່ງລັດ ໃນວັນທີ 8 ຕຸລານີ້ ທີ່ສະພາແຫ່ງຊາດ, ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
9 ເດືອນ ພົບຫຼາຍໂຄງການ-ຂະແໜງການ ຍັງລະເມີດລະບຽບ

9 ເດືອນ ພົບຫຼາຍໂຄງການ-ຂະແໜງການ ຍັງລະເມີດລະບຽບ

ອົງການກວດກາແຫ່ງລັດ ລາຍງານຜົນການກວດກາ 9 ເດືອນ ປີ 2026 ພົບຫຼາຍໂຄງການ-ຂະແໜງ ການ ຍັງລະເມີດລະບຽບການ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 8 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ