ປະທານປະເທດແຫ່ງສປປລາວຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສົມເດັດເຈົ້າຍິງໄອໂກະແຫ່ງປະເທດຍີ່ປຸ່ນ

ປະທານປະເທດແຫ່ງສປປລາວຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສົມເດັດເຈົ້າຍິງໄອໂກະແຫ່ງປະເທດຍີ່ປຸ່ນ

ປະທານປະເທດແຫ່ງສປປລາວຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສົມເດັດເຈົ້າຍິງໄອໂກະແຫ່ງປະເທດຍີ່ປຸ່ນ
ໃນວັນທີ 18 ພະຈິກ 2025, ທີ່ ທໍານຽບປະທານປະເທດ,ພະນະທ່ານ ທອງລຸນ ສີສຸລິດ,ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນໃນໂອກາດສະເດັດມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 17-21 ພະຈິກ 2025, ເຊິ່ງການຢ້ຽມຢາມດັ່ງກ່າວໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ຍີ່ປຸ່ນ ພວມສະເຫຼີມສະຫຼອງການສ້າງຕັ້ງສາຍພົວພັນທາງການທູດນໍາກັນ ຄົບຮອບ 70 ແລະ ຄົບຮອບ 60 ປີ ທີ່ລັດຖະບານຍີ່ປຸ່ນ ໄດ້ສົ່ງອາສາສະໝັກຍີ່ປຸ່ນ ມາປະຕິບັດໜ້າທີ່ ຢູ່ ສປປ ລາວ ເລີ່ມແຕ່ປີ 1965 ເປັນຕົ້ນມາ.
ປະທານປະເທດແຫງສປປລາວຕອນຮບການເຂາຢຽມຂານບຂອງສມເດດເຈາຍງໄອໂກະແຫງປະເທດຍປນ - image 1
 

ໃນໂອກາດນີ້,ພະນະທ່ານ ທອງລຸນ ສີສຸລິດໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງ ຕໍ່ການສະເດັດຢ້ຽມຢາມທາງການ ຢູ່ ສປປ ລາວ, ເຊິ່ງແມ່ນການຢ້ຽມຢາມ ສປປ ລາວ ຂອງ ພະບໍລົມວົງສານຸວົງຍີ່ປຸ່ນ ໃນຮອບ 13 ປີ ແລະ ແມ່ນການຢ້ຽມທາງການ ຢູ່ ຕ່າງປະເທດ ຄັ້ງທໍາອິດ ຂອງສົມເດັດ ເຈົ້າຍິງ ໄອໂກະ,ອັນໄດ້ກາຍເປັນຂີດໝາຍສໍາຄັນທາງປະຫວັດສາດອີກຄັ້ງໜຶ່ງຂອງການພົວພັນຮ່ວມມືຂອງສອງປະເທດ ແລະ ປະກອບສ່ວນອັນສໍາຄັນເຂົ້າໃນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານຂອງສອງປະເທດ ລາວ ແລະ ຍີ່ປຸ່ນ ໃຫ້ສືບຕໍ່ຈະເລີນງອກງາມຍິ່ງໆຂຶ້ນ ເໝືອນດັ່ງສັນຍາລັກແຫ່ງມິດຕະພາບ ລາວ-ຍີ່ປຸ່ນ ອັນມີຊ້າງລາວ 4 ເຊືອກ ຢູ່ ສວນສັດກຽວໂຕ, ແຂວງກຽວໂຕ ແລະ ດອກຊາກຸຣະ ຢູ່ ສວນມິດຕະພາບ ລາວ-ຍີ່ປຸ່ນ ທີ່ ເມືອງວຽງໄຊ, ແຂວງຫົວພັນ ໄດ້ເຕີບໃຫຍ່ ແລະ ເບັ່ງບານໃຫ້ຊາວລາວ, ຍີ່ປຸ່ນ ແລະ ນັກທ່ອງທ່ຽວຕ່າງຊາດ ໄດ້ຊື່ນຊົມ, ຮັບຄວາມນິຍົມຊົມຊອບ ແລະ ດຶງດູດການທ່ອງທ່ຽວໄດ້ເປັນຢ່າງດີ.ພະນະທ່ານ ທອງລຸນ ສີສຸລິດໄດ້ຝາກຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ໄປຍັງສົມເດັດ ເຈົ້າຈັກກະພັດ ນາຣຸຮິໂຕະ ແລະ ສົມເດັດ ພາຣາຊິນີ ມາຊາໂກະແລະ ສະແດງຄວາມຫວັງວ່າ ລັດຖະບານ ກໍຄື ປະຊາຊົນລາວບັນດາເຜົ່າ ຈະມີໂອກາດໄດ້ຕ້ອນຮັບສົມເດັດ ເຈົ້າຈັກກະພັດ ພ້ອມດ້ວຍ ພະຣາຊິນີ,ລວມທັງສົມເດັດ ອົງມົງກຸດຣາຊະກຸມມານ ພ້ອມດ້ວຍ ພະຊາຍາ ແລະ ພະບໍລົມວົງສານຸວົງສະເດັດມາຢ້ຽມຢາມ ສປປ ລາວ ໃນອະນາຄົດ.ພະນະທ່ານ ທອງລຸນ ສີສຸລິດຍັງໄດ້ຕາງໜ້າໃຫ້ ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ຍາມໃດກໍໄດ້ໃຫ້ການສະໜັບສະໜູນ ແລະ ການຊ່ວຍເຫຼືອອັນລໍ້າຄ່າແກ່ ສປປ ລາວ ຕະຫຼອດໄລຍະຜ່ານມາ, ເຊິ່ງໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຂອງ ສປປ ລາວ ເປັນແຕ່ລະໄລຍະ.

ພ້ອມກັນນີ້, ສອງຝ່າຍ ໄດ້ມີຄວາມປິຕິຍິນດີ ແລະ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍາວນານ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະຍີ່ປຸ່ນ ທີ່ໄດ້ຮັບການຊຸກຍູ້ສົ່ງເສີມ ແລະ ພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ, ພ້ອມທັງສະແດງຄວາມຫວັງວ່າ ການພົວພັນຮ່ວມມື ແລະ ການໄປມາຫາສູ່ລະຫວ່າງປະຊາຊົນສອງຊາດ ລາວ ແລະ ຍີ່ປຸ່ນ ຈະໄດ້ຮັບການສືບຕໍ່ເພີ່ມທະວີຮັດແໜ້ນໃນຊຸມປີຕໍ່ໜ້າ, ໂດຍສະເພາະ ການແລກປ່ຽນເຊິ່ງກັນ ແລະ ກັນ ທາງດ້ານວັດທະນະທໍາ ລະຫວ່າງ ຊາວໜຸ່ມລາວ ແລະ ຊາວໜຸ່ມຍີ່ປຸ່ນ.

ໃນຂະນະດຽວກັນ,ສົມເດັດ ເຈົ້າຍິງ ໄອໂກະໄດ້ສະແດງຄວາມປະທັບໃຈ ແລະ ຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້, ພ້ອມທັງຮູ້ສຶກເປັນກຽດຢ່າງສຸງທີ່ໄດ້ຢ້ຽມຢາມ ສປປ ລາວ ໃນປີທີ່ມີຄວາມໝາຍສໍາຄັນສໍາລັບສອງປະເທດ ຍີ່ປຸ່ນ ແລະ ສປປ ລາາວ ແລະ ຍັງໄດ້ນໍາເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ຈາກສົມເດັດ ເຈົ້າຈັກກະພັດ ນາຣຸຮິໂຕະແລະສົມເດັດພະມະເຫສີ ມາຊາໂກະມາຍັງພະນະທ່ານ ທອງລຸນ ສີສຸລິດ ອີກດ້ວຍ.ນອກຈາກນັ້ນ,ສົມເດັດ ເຈົ້າຍິງ ໄອໂກະຍັງໄດ້ແຈ້ງໃຫ້ຊາບກ່ຽວກັບຜົນການພົບປະກັບພະນະທ່ານ ນາງ ປານີ ຢາທໍ່ຕູ້, ຮອງປະທານປະເທດ ແຫ່ງ ສປປ ລາວ ແລະ ສະແດງຄວາມຫວັງວ່າ ການພົວພັນຮ່ວມມື ລະຫວ່າງ ຍີ່ປຸ່ນ ແລະ ສປປ ລາວ ຈະສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງ ແນ່ໃສ່ເສີມຂະຫຍາຍການພົວພັນມິດຕະພາບອັນຍາວນານ ແລະ ການຮ່ວມມືອັນດີງາມ ລະຫວ່າງ ຍີ່ປຸ່ນ ແລະ ສປປ ລາວ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ ໃນຊຸມປີຕໍ່ໜ້າ.

ຄໍາເຫັນ

ຂ່າວເດັ່ນ

ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ໃນຕອນແລງຂອງວັນທີ 8 ຕຸລາ ນີ້ ທີ່ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນໂອກາດຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຕາມຄໍາເຊື້ອເຊີນຂອງສະຫາຍ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃນລະຫວ່າງ ວັນທີ 8-9 ຕຸລາ 2026ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ.
ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມພ້ອມດ້ວຍຄະນະຜູ້ແທນຂັ້ນສູງໄດ້ເດີນທາງມາຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ໃນວັນທີ 8-9 ຕຸລາ ນີ້ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ.
ຄະນະ ສສຊ ເຂດ 12 ເຂົ້າອວຍພອນປະທານສະພາແຫ່ງຊາດ ແລະ ນາຍົກລັດຖະມົນຕີ ຄົນໃໝ່

ຄະນະ ສສຊ ເຂດ 12 ເຂົ້າອວຍພອນປະທານສະພາແຫ່ງຊາດ ແລະ ນາຍົກລັດຖະມົນຕີ ຄົນໃໝ່

ຄະນະສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ ແລະ ຄະນະຫ້ອງວ່າການສະພາປະຊາຊົນແຂວງ ນໍາໂດຍ ທ່ານ ໄຊຊະນະ ໂຄດພູທອນປະທານຄະ​ນະ ສສຊ ປະຈໍາເຂດເລືອກຕັ້ງທີ 12, ປະທານສະພາປະຊາຊົນແຂວງຄໍາມ່ວນ ພ້ອມຄະນະ ໄດ້ເຂົ້າອວຍພອນ ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ແລະ ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໃນ​ວັນ​ທີ 7 ຕຸ​ລາ​ຜ່ານ​ມາທີ່ ສະ​ພາ​ແຫ່ງ​ຊາດ. ໃນໂອກາດທີ່ທັງສອງທ່ານໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງໃໝ່ ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X.
ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມຄະນະວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ

ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມຄະນະວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ

ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເຂົ້າວາງພວງມະລາ ຢູ່ອະນຸສາວະລີນັກຮົບນິລະນາມ (ດາວແດງ) ນະຄອນຫລວງວຽງຈັນ ໃນວັນທີ 8 ຕຸລານີ້, ເນື່ອງໃນໂອກາດທີ່ຄະນະຜູ້ແທນດັ່ງກາວເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 8-9 ຕຸລານີ້.
ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເດີນທາງເຖິງ ນະຄອນຫຼວງວຽງຈັນ

ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເດີນທາງເຖິງ ນະຄອນຫຼວງວຽງຈັນ

ຕອນບ່າຍວັນທີ 8 ຕຸລານີ້, ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ເພື່ອດໍາເນີນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.
ຜົນການກວດກາ 6 ເປົ້າໝາຍໃຫຍ່ ພົບຫຼາຍໂຄງການລະເມີດລະບຽບການ

ຜົນການກວດກາ 6 ເປົ້າໝາຍໃຫຍ່ ພົບຫຼາຍໂຄງການລະເມີດລະບຽບການ

ອົງການກວດກາແຫ່ງລັດ ໄດ້ລາຍງານຜົນການກວດກາ 6 ເປົ້າໝາຍໃຫຍ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ພົບຫຼາຍໂຄງການ-ຂະແໜງການ ຍັງມີຂໍ້ຂາດຕົກບົກພ່ອງ ແລະ ລະ ເມີດລະບຽບການ ໃນວັນທີ 8 ຕຸລານີ້, ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄຳ ຮອງປະທານສະພາແຫ່ງຊາດ.
ສະພາແຫ່ງຊາດ ເນັ້ນໃຫ້ຮັດກຸມ ແລະ ເດັດຂາດ ໃນການເກັບກູ້ງົບປະມານ-ແກ້ໄຂຜົນການກວດສອບ-ກວດກາແຫ່ງລັດ

ສະພາແຫ່ງຊາດ ເນັ້ນໃຫ້ຮັດກຸມ ແລະ ເດັດຂາດ ໃນການເກັບກູ້ງົບປະມານ-ແກ້ໄຂຜົນການກວດສອບ-ກວດກາແຫ່ງລັດ

​ ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ຈັນທະບູນ ສຸກອາລຸນ ປະທານກຳມາທິການເສດຖະກິດ ແລະ ການເງິນ, ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ ຂຶ້ນປະກອບຄຳເຫັນຕໍ່ບົດລາຍງານການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ທິດທາງແຜນການປີ 2027 ຂອງອົງການກວດສອບແຫ່ງລັດ ແລະ ອົງການກວດກາແຫ່ງລັດ ໃນວັນທີ 8 ຕຸລານີ້ ທີ່ສະພາແຫ່ງຊາດ, ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
9 ເດືອນ ພົບຫຼາຍໂຄງການ-ຂະແໜງການ ຍັງລະເມີດລະບຽບ

9 ເດືອນ ພົບຫຼາຍໂຄງການ-ຂະແໜງການ ຍັງລະເມີດລະບຽບ

ອົງການກວດກາແຫ່ງລັດ ລາຍງານຜົນການກວດກາ 9 ເດືອນ ປີ 2026 ພົບຫຼາຍໂຄງການ-ຂະແໜງ ການ ຍັງລະເມີດລະບຽບການ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 8 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ຫຼາຍວິສາຫະກິດລັດ ແກ້ໄຂເລັ່ງທວງໜີ້ຕ້ອງຮັບ ແລະ ສະສາງໜີ້ຕ້ອງສົ່ງ

ຫຼາຍວິສາຫະກິດລັດ ແກ້ໄຂເລັ່ງທວງໜີ້ຕ້ອງຮັບ ແລະ ສະສາງໜີ້ຕ້ອງສົ່ງ

ຜ່ານການຕິດຕາມ ຊຸກຍູ້, ການກວດສອບຄືນການແກ້ໄຂຜົນການກວດສອບໃນປີ 2026 ໃນຂົງເຂດວິສາຫະກິດລັດ ເຫັນວ່າມີບາງບັນຫາທີ່ຕ້ອງໄດ້ແກ້ໄຂລວມມີ ການມອບອາກອນກຳໄລ ອາກອນລາຍໄດ້, ອາກອນມູນຄ່າເພີ່ມ, ການເລັ່ງທວງໜີ້ຕ້ອງຮັບ, ການສະສາງໜີ້ຕ້ອງສົ່ງ, ການສັງລວມລາຍຮັບ ມູນຄ່າຕົ້ນທຶນຊັບສົມບັດທີ່ເຂົ້າໃນເອກະສານລາຍງານການເງິນລວມເປັນເງິນ 1,963.16 ຕື້ກີບ. ໃນນັ້ນ, ແກ້ໄຂໄດ້ 1,760.60 ຕື້ກີບ ເທົ່າກັບ 89.68% ຂອງຈໍານວນທີ່ຕ້ອງແກ້ໄຂຍັງຄ້າງ 202.56 ຕື້ກີບ.
ກວດສອບ ເຫັນໜີ້ຄ້າງໃນຂົງເຂດທະນາຄານ 10 ພັນກວ່າຕື້ກີບ

ກວດສອບ ເຫັນໜີ້ຄ້າງໃນຂົງເຂດທະນາຄານ 10 ພັນກວ່າຕື້ກີບ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 8 ຕຸລານີ້ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ. ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ ໄດ້ລາຍງານຕໍ່ກອງປະຊຸມວ່າ: ໃນປີ 2026 ຜ່ານການຕິດຕາມ, ຊຸກຍູ້ ແລະ ກວດສອບຄືນການແກ້ໄຂຜົນການກວດສອບຂົງເຂດທະນາຄານ ບັນຫາທີ່ຕ້ອງໄດ້ແກ້ໄຂລວມມີການເກັບກູ້ເງິນທີ່ປ່ອຍເກີນທຶນຊັ້ນໜຶ່ງ, ເງິນທີ່ໄດ້ຈ່າຍແທນບໍລິສັດຈາກການຄໍ້າປະກັນສັນຍາ, ການມອບອາກອນມູນຄ່າເພີ່ມ, ອາ ກອນກຳໄລ, ການຕິດຕາມການປະຕິບັດເງື່ອນໄຂສັນຍາເງິນກູ້ຂອງທະນາຄານແຫ່ງ ສປປ ລາວ ແລະ ບັນຫາອື່ນໆ ລວມເປັນເງິນ 14,345.52 ຕື້ກີບ. ໃນນັ້ນ, ແກ້ໄຂໄດ້ ຈໍານວນ 3,781.07 ຕື້ກີບ ເທົ່າກັບ 26.36% ຂອງຈໍານວນທີ່ຕ້ອງແກ້ໄຂ, ຍັງຄ້າງຈໍານວນ 10,564.45 ຕື້ກີບ.
ເພີ່ມເຕີມ