ປະທານປະເທດ ເນັ້ນໃຫ້ເຍົາວະຊົນທັນວາຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍເປັນຄົນຮູ້ ມີສະຕິປັນຍາ

ປະທານປະເທດ ເນັ້ນໃຫ້ເຍົາວະຊົນທັນວາຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍເປັນຄົນຮູ້ ມີສະຕິປັນຍາ

ປະທານປະເທດ ເນັ້ນໃຫ້ເຍົາວະຊົນທັນວາຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍເປັນຄົນຮູ້ ມີສະຕິປັນຍາ
ໃນວັນທີ 12 ພະຈິກ 2025 ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ໄດ້ພົບປະໂອ້ລົມຫຼານນ້ອຍເຍົາວະຊົນທັນວາທົ່ວປະເທດ ໃນໂອກາດທີ່ເຂົ້າຮ່ວມງານພົບປະຕັ້ງຄ້າຍເຍົາວະຊົນທັນວາທົ່ວປະເທດ ຄັ້ງທີ VI, ທີ່ນະຄອນຫຼວງວຽງຈັນເປັນເຈົ້າພາບ
ປະທານປະເທດ ເນນໃຫເຍາວະຊນທນວາຝກຝນຫຫອມຕນເອງ ໃຫກາຍເປນຄນຮ ມສະຕປນຍາ - image 1
 

 ໃນລະຫວ່າງວັນທີ 10-11 ພະຈິກ 2025 ທີ່ສະໜາມກິລາຫລັກ 16 ນະຄອນຫຼວງວຽງຈັນ ໂດຍໄດ້ເນັ້ນໃຫ້ຫຼານນ້ອຍເຍົາວະຊົນທັນວາ ອອກແຮງສຶກສາຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນຄົນຮູ້, ມີສະຕິປັນຍາ, ມີຄຸນສົມບັດ, ມີຄວາມສຸກເບີກບານມ່ວນຊື່ນ ເພື່ອເປັນຊັບພະຍາກອນມະນຸດອັນປະເສີດ ໃນການພັດທະນາປະເທດຊາດ ໃຫ້ມັ່ງຄັ່ງເຂັ້ມແຂງ, ໃຫ້ປະຊາຊົນຮັ່ງມີຜາສຸກ, ສ້າງສັງຄົມ ສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ ທີ່ພັກໄດ້ວາງໄວ້ ດັ່ງຄໍາຂວັນຂອງເຍົາວະຊົນ ທີ່ວ່າ “ເພື່ອພາລະກິດຂອງຊາດ ເຍົາວະຊົນກຽມພ້ອມ”. ພ້ອມທັງມີສະຕິຊາດສູງ, ມີຄວາມເຄົາລົບນັບຖືເຊິ່ງກັນ ແລະ ກັນ ລະຫວ່າງຊົນເຜົ່າ-ເຊື້ອຊາດຕ່າງໆ, ປົກປັກຮັກສາສັນຕິພາບ, ສົ່ງເສີມວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດ, ຂອງເຜົ່າ; ຮັກບ້ານເກີດເມືອງນອນ, ຮັກສາສຸຂະພາບ, ມີຄວາມສາມັກຄີພາຍໃນຄອບຄົວ, ໝູ່ເພື່ອນນັກຮຽນພາຍໃນ, ນອກໂຮງຮຽນ, ຄູອາຈານ, ສາມັກຄີກັບເຍົາວະຊົນລາວບັນດາເຜົ່າ, ສາກົນ ແລະ ເພື່ອນມິດຍຸດທະສາດ; ປົກປັກຮັກສາສິ່ງແວດລ້ອມ, ເພີ່ມພູນຜະລິດຜົນ, ມີສະຕິລະວັງຕົວ, ບໍ່ຫຼົງເຊື່ອຄໍາຕົວະຍົວະຫຼອກລວງຂອງຄົນບໍ່ດີ, ບໍ່ພົວພັນສິ່ງເສບຕິດ, ບໍ່ຫຼິ້ນກິນຟຸມເຟືອຍ ແລະ ການພະນັນ, ບໍ່ຄວນໃຊ້ສື່ອອນລາຍທີ່ບໍ່ຖືກຕ້ອງ ແລະ ສິ່ງລາມົກອານາຈານຕ່າງໆ; ຮັກສາຄວາມຮັກຂອງພໍ່ແມ່ ທີ່ມີຕໍ່ພວກຫຼານ ທີ່ບໍ່ມີຫຍັງທຽບໄດ້ ຂໍໃຫ້ພວກຫຼານຈົ່ງຮັກພໍ່ແມ່ ຜູ້ໃຫຍ່ຜູ້ລ້ຽງດູພວກຫຼານຄືນໃຫ້ຫຼາຍ.

ປະທານປະເທດ ເນນໃຫເຍາວະຊນທນວາຝກຝນຫຫອມຕນເອງ ໃຫກາຍເປນຄນຮ ມສະຕປນຍາ - image 2
 

ສະຫາຍ ທອງລຸນ ສີສຸລິດ ຍັງເນັ້ນຕື່ມວ່າ: ພວກລູກຫຼານ ນ້ອງນ້ອຍເຍົາວະຊົນ ຕ້ອງຮູ້ສ້າງ ແລະ ນໍາໃຊ້ລະບົບປັນຍາປະດິດ (AI), ນໍາໃຊ້ວິທະຍາສາດ ເຕັກໂນໂລຊີ ທີ່ທັນສະໄໝຢ່າງມີປະສິດທິຜົນສູງ ເພື່ອເປັນກຳລັງແຮງ ປະກອບສ່ວນໃນການພັດທະນາປະເທດຊາດ ພ້ອມທັງຍັງອວຍພອນໃຫ້ຫຼານນ້ອຍເຍົາວະຊົນລາວບັນດາເຜົ່າ ທີ່ເຂົ້າຮ່ວມງານໃນຄັ້ງນີ້ ຈົ່ງມີສຸຂະພາບແຂງແຮງ, ເປັນເດັກຄໍາຮູ້, ເປັນນັກຮຽນດີ ນັກຮຽນເກັ່ງຂອງຄູ-ອາຈານ ແລະ ເປັນລູກຫຼານທີ່ດີຂອງຂອງພໍ່ແມ່ ແລະ ເປັນອະນາຄົດທີ່ດີປະເທດຊາດ ອັນແສນຮັກຂອງພວກເຮົາ.

ຂ່າວ-ພາບ: ຂປລ

ຄໍາເຫັນ

ຂ່າວເດັ່ນ

ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ  ຮອງນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ

ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຮອງນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ

ໃນຕອນບ່າຍຂອງວັນທີ 12 ພະຈິກ 2025, ທີ່ ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ,ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ໂຮ່ ດຶກ ເຝິກ, ກໍາມະການສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນວັນທີ 12-13 ພະຈິກ 2025.
ສະຫາຍ ເລຂາທິການ​ໃຫຍ່ ຕ້ອນຮັບ ຫົວໜ້າ​ຄະນະ​ໂຄສະນາ ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ

ສະຫາຍ ເລຂາທິການ​ໃຫຍ່ ຕ້ອນຮັບ ຫົວໜ້າ​ຄະນະ​ໂຄສະນາ ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ

ສະຫາຍ ທອງ​ລຸນ ສີ​ສຸ​ລິດ ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ ປະທານ​ປະເທດ ແຫ່ງ ສປປ ລາວ ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂໍ່າ​ນັບ​ຂອງ ສະຫາຍ ຫຼີ ຊູ ເລີຍ ກໍາ​ມະ​ການ​ກົມ​ການເມືອງ​ສູນ​ກາງ​ພັກ ຄະນະ​ເລຂາທິການ​ສູນ​ກາງ​ພັກ ຫົວໜ້າ​ຄະນະ​ໂຄສະນາ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ໃນ​ວັນ​ທີ 11 ພະຈິກ​ນີ້ ທີ່ຫ້ອງ​ວ່າການ​ສູນ​ກາງ​ພັກ, ໃນ​ໂອກາດ​ທີ່​ຄະນະ​ດັ່ງກ່າວ​ເດີນທາງ​ມາ​ຢ້ຽມຢາມ ແລະ ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ​ທິດ​ສະ​ດີ​ສອງ​ພັກ ລາວ - ຈີນ ຄັ້ງ​ທີ XIII ໃນ​ລະຫວ່າງ​ວັນ​ທີ 10-11 ພະຈິກ​ນີ້.
5 ປີຜ່ານມາ ລັດຖະບານ ປະຕິບັດລາຍຮັບໄດ້ 251,910ຕື້ກວ່າກີບ

5 ປີຜ່ານມາ ລັດຖະບານ ປະຕິບັດລາຍຮັບໄດ້ 251,910ຕື້ກວ່າກີບ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ປະຈໍາປີ 2025, ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 5 ປີ (2021-2025) ປະຈໍາປີ 2025 ແລະ ແຜນເງິນຕາ ປະຈຳປີ 2025; ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ປະຈໍາປີ 2026, ຮ່າງແຜນງົບປະມານແຫ່ງລັດ 5 ປີ (2026-2030) ປະຈໍາປີ 2026 ແລະ ຮ່າງແຜນເງິນຕາ ປະຈໍາປີ 2026; ການດັດແກ້ງົບປະມານແຫ່ງລັດລາຍຮັບ-ລາຍຈ່າຍ ວິຊາການຂອງຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ປີ 2025 ແລະ ເງິນເກີນແຜນ ປີ 2024ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 10 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ປີໜ້າ ລັດຖະບານຈະສູ້ຊົນເກັບລາຍຮັບງົບປະມານແຫ່ງລັດ ໃຫ້ໄດ້ 20% ຂອງ GDP

ປີໜ້າ ລັດຖະບານຈະສູ້ຊົນເກັບລາຍຮັບງົບປະມານແຫ່ງລັດ ໃຫ້ໄດ້ 20% ຂອງ GDP

ປີ 2026 ລັດຖະບານຈະສຸມໃສ່ການພັດທະນາເສດຖະກິດຢ່າງຕໍ່ເນື່ອງ ແລະ ມີປະສິດທິຜົນ, ຊຸກຍູ້ການຫັນປ່ຽນສູ່ໂຄງປະກອບເສດຖະກິດທີ່ມີມູນຄ່າເພີ່ມສູງ,ໃນຂະນະດຽວກັນຈະສູ້ຊົນເກັບລາຍຮັບງົບປະມານແຫ່ງລັດ ໃຫ້ໄດ້ບໍ່ຫຼຸດ 20% ຂອງ GDPຕາມທິດ ສອຈ ໂດຍຈະສຸມໃສ່ການສ້າງນະໂຍບາຍຊຸກຍູ້ສົ່ງເສີມໃຫ້ມີຫົວໜ່ວຍລາຍຮັບໃໝ່ເພີ່ມຂຶ້ນ ແລະ ຍູ້ການຫັນເປັນທັນສະໄໝໃນການເກັບລາຍຮັບ ຈາກຖານລາຍຮັບທີ່ມີແລ້ວໃຫ້ຄົບຖ້ວນ ແລະ ແຂງແຮງກວ່າເກົ່າ.
5 ປີເສດຖະກິດສປປ ລາວ ຂະຫຍາຍຕົວ ສະເລ່ຍ 4.24% ຕໍ່ປີ

5 ປີເສດຖະກິດສປປ ລາວ ຂະຫຍາຍຕົວ ສະເລ່ຍ 4.24% ຕໍ່ປີ

ໄລຍະ 5 ປີ ຜ່ານມາ (2021-2025) ລັດຖະບານ ໄດ້ເອົາໃຈໃສ່ປະຕິບັດມາດຕະການຕ່າງໆ ເພື່ອແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ຍູ້ແຮງການເຕີບໂຕຂອງເສດຖະກິດ, ຜ່ານການປະຕິບັດຕົວຈິງ ສາມາດເຮັດໃຫ້ເສດຖະກິດສາມາດສືບຕໍ່ຂະຫຍາຍຕົວຕາມແຜນການ 5 ປີ ທີ່ກໍານົດໄວ້ ສະເລ່ຍ 4.24% ຕໍ່ປີ. ສໍາລັບປີ 2025 ຄາດວ່າຈະຂະຫຍາຍຕົວໃນລະດັບ 4.8%.
ການນໍາພັກ-ລັດ ແລະ ມວນຊົນ ຮ່ວມໃສ່ບາດບຸນພະທາດຫຼວງ ປະຈໍາປີ 2025

ການນໍາພັກ-ລັດ ແລະ ມວນຊົນ ຮ່ວມໃສ່ບາດບຸນພະທາດຫຼວງ ປະຈໍາປີ 2025

ພິທີໃສ່ບາດຖວາຍສັງຄະທານແດ່ພະສົງສາມະເນນ ໄຫວ້ພະຮັບສິນ, ຟັງທໍາມະເທດສະໜາ ແລະ ຢາດນໍ້າ ຕາມຮີດຄອງປະເພນີທີ່ໄດ້ເຄີນປະຕິບັດສືບທອດກັນມາແຕ່ບູຮານນະການ ໃນງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈຳປີ 2025 (ໃນມື້ຂຶ້ນ 15 ຄໍ່າເດືອນ 12 ພສ 2568) ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 5 ພະຈິກນີ້ ທີ່ເດີ່ນພະທາດຫຼວງ ນະຄອນຫຼວງວຽງຈັນ (ນວ) ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ, ມີຮອງປະທານປະເທດ, ເຈົ້າຄອງ ນວ, ການນໍາພັກ-ລັດ, ພ້ອດ້ວຍມວນຊົນທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.
ຜົນກອງປະຊຸມສະໄໝສາມັນຂອງລັດຖະບານປະຈຳເດືອນຕຸລາ2025

ຜົນກອງປະຊຸມສະໄໝສາມັນຂອງລັດຖະບານປະຈຳເດືອນຕຸລາ2025

ກອງປະຊຸມສະໄໝສາມັນຂອງລັດຖະບານປະຈຳເດືອນຕຸລາ2025ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ3ແລະ ອັດລົງໃນຕອນເຊົ້າ ວັນທີ 4ພະຈິກ 2025ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານສອນໄຊສີພັນດອນ, ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການເຂົ້າຮ່ວມແບບເຊິ່ງໜ້າ, ການນໍາຂອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກເພື່ອຮັບຟັງແລະປະກອບຄຳເຫັນຕໍ່ການສະຫຼຸບວຽກງານປະຈຳເດືອນຕຸລາແລະທິດທາງແຜນວຽກຈຸດສຸມປະຈຳເດືອນພະຈິກ2025.
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກະຊວງການເງິນ ຄັ້ງທີ IV ເລືອກເອົາ ສະຫາຍ ສັນຕິພາບ ພົມວິຫານ ເປັນ ເລຂາຄະນະບໍລິຫານງານພັກ

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກະຊວງການເງິນ ຄັ້ງທີ IV ເລືອກເອົາ ສະຫາຍ ສັນຕິພາບ ພົມວິຫານ ເປັນ ເລຂາຄະນະບໍລິຫານງານພັກ

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງການເງິນ ຄັ້ງທີ IV ເປີດຂຶ້ນ ແລະ ປິດລົງໃນວັນທີ 1 ພະຈິກນີ້ ທີ່ຫໍປະຊຸມແຫ່ງຊາດ ພາຍໃຕ້ການເປັນປະທານຂອງສະຫາຍ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງການເງິນ, ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີສະຫາຍ ວິໄລວົງ ບຸດດາຄໍາ ກຳມະການສູນກາງພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ບັນດາຜູ້ແທນສົມບູນ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມ.
ກະຊວງ​ການເງິນ ສະຫຼອງວັນສ້າງຕັ້ງຂະແໜງການ ເງິນຄົບຮອບ 75 ປີ

ກະຊວງ​ການເງິນ ສະຫຼອງວັນສ້າງຕັ້ງຂະແໜງການ ເງິນຄົບຮອບ 75 ປີ

ກະຊວງ​ການເງິນ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງຂະແໜງການເງິນ ຄົບຮອບ 75 ປີ (13 ສິງຫາ 1950 - 13 ສິງຫາ 2025) ຂຶ້ນໃນວັນທີ 31 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີບັນດາລັດຖະມົນຕີ, ປະທານ-ຮອງປະທານຄະນະກຳມະການປົກຄອງແຂວງ-ນະຄອນຫຼວງວຽງຈັນ, ຮອງລັດຖະມົນຕີ, ບັນດາອະດີດພະນັກງານການນໍາກະຊວງການເງິນ, ພະນັກງານຫຼັກແຫຼ່ງ, ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ເພີ່ມເຕີມ