ຂ່າວລະບຸວ່າ: ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຈາກພາກສ່ວນກໍ່ສ້າງທາງລົດໄຟຂອງກຸ່ມບໍລິສັດທາງລົດໄຟແຫ່ງຊາດຈີນ ກ່າວວ່າ: ໃນຕໍ່ໄປ, ກຸ່ມບໍລິສັດດັ່ງກ່າວຈະຈັດຕັ້ງປະຕິບັດໜ້າທີ່ກໍ່ສ້າງໂຄງການສຳຄັນຂອງທາງລົດໄຟຕ່າງໆທີ່ກຳນົດໄວ້ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 15 ຢ່າງຮອບດ້ານ, ເລັ່ງລັດສ້າງຕາໜ່າງທາງລົດໄຟທີ່ທັນສະໄໝ ແລະ ນຳໜ້າໃນລະດັບໂລກ ເພື່ອໃຫ້ເປັນການຄ້ຳປະກັນທີ່ເຂັ້ມແຂງໃນການຊຸກຍູ້ການພັດທະນາເສດຖະກິດ-ສັງຄົມທີ່ມີຄຸນນະພາບສູງຂອງຈີນ.
ທ່ານ ສີຈິ້ນຜິງ ແລະ ທ່ານ ນາງ ເຜີງລີ້ຢວນ ຈັດງານລ້ຽງຕ້ອນຮັບແຂກຜູ້ມີກຽດທີ່ເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 33
ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນຕອນຄ່ຳວັນທີ 18 ພະຈິກ ຜ່ານມາ, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ແລະ ທ່ານ ນາງ ເຜີງລີ້ຢວນ ພັນລະຍາ ໄດ້ຈັດງານລ້ຽງຢູ່ສູນແລກປ່ຽນສາກົນເຊີ່ນເຈີ້ນແຂວງກວາງຕຸ້ງຈີນ ເພື່ອຕ້ອນຮັບແຂກຜູ້ມີກຽດທີ່ເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດອົງການຮ່ວມມືເສດຖະກິດອາຊີ-ປາຊີຟິກ ຫຼື APEC ຄັ້ງທີ 33.
ຄໍາເຫັນ