ການກວດກາໂຄງການລົງທຶນຂອງລັດ ສຳເລັດແລ້ວ 499 ໂຄງການ

ການກວດກາໂຄງການລົງທຶນຂອງລັດ ສຳເລັດແລ້ວ 499 ໂຄງການ
ທ່ານ ຄໍາພັນ ພົມມະທັດ ປະທານຄະນະກວດກາສູນກາງພັກປະທານອົງການກວດກາແຫ່ງລັດ ໄດ້ຂຶ້ນລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 7 ພະຈິກ ນີ້, ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໂດຍໄດ້ໃຫ້ຮູ້ວ່າ: ການກວດກາຕາມແຜນການປີ 2023 ທີ່ສະພາແຫ່ງຊາດໄດ້ຮັບຮອງເອົາຕາມ ມະຕິສະບັບເລກທີ 77/ສພຊ ໂດຍສະເພາະການສືບຕໍ່ກວດກາໂຄງການລົງທຶນຂອງລັດ ແມ່ນສຳເລັດ 499 ໂຄງການ ຊຶ່ງຂະນະດຽວກັນນີ້, ກໍມີບາງບັນຫາທີ່ຕັ້ງຂຶ້ນ ແລະ ໄດ້ສະເໜີວີທີການແກ້ໄຂ.
    ທ່ານປະທານອົງການກວດກາແຫ່ງລັດ ກ່າວວ່າ: ການກວດກາຕາມແຜນການ ປີ 2023 ທີ່ສະພາແຫ່ງຊາດໄດ້ຮັບຮອງເອົາຕາມມະຕິ ສະບັບເລກ ທີ 77/ສພຊ ໃນນີ້ສະພາບການເຄື່ອນໄຫວລວມແມ່ນທົບທວນຄືນໂຄງການລົງທຶນຂອງລັດ ທີ່ບໍ່ຜ່ານການປະເມີນ, ບໍ່ໄດ້ວາງເງິນຄໍ້າປະກັນສັນຍາ-ໂຄງການ ແລະ ປະກອບເອກະສານບໍ່ຄົບຖ້ວນຕາມລະບຽບການ ຕາມຜົນການກວດກາ ທີ່ຍັງຄ້າງກວດກາທັງໝົດ 75 ໂຄງການ; ຮອດປັດຈຸບັນກວດກາສໍາເລັດແລ້ວ 32 ໂຄງການ ແລະ ຍັງຄ້າງກວດກາ 43 ໂຄງການ; ຜ່ານການກວດກາເຫັນມູນຄ່າບໍ່ໄດ້ຈັດຕັ້ງປະຕິບັດ,ມູນຄ່າຍັງຄ້າງມອບຄ່າຊັບພະຍາກອນທໍາມະຊາດ ແລະ ມູນຄ່າຍັງຄ້າງຄ່າຈົດທະບຽນຊັບສິນຈໍານວນໜຶ່ງ ຕ້ອງໄດ້ມອບຄືນໃຫ້ລັດ. ພ້ອມດຽວກັນນີ້, ໃນປີນີ້ ອົງການກວດກາແຫ່ງລັດ ໄດ້ສືບຕໍ່ກວດກາໂຄງການລົງທຶນຂອງລັດ ທີ່ມີມູນຄ່າ 10 ຕື້ກີບຂຶ້ນໄປ ແລະ ມູນຄ່າຫຼຸດ 10 ຕື້ກີບລົງມາ ທີ່ຍັງບໍ່ທັນໄດ້ກວດກາ ຊຶ່ງເບື້ອງຕົ້ນມີ ຈໍານວນ 2.370 ໂຄງການ ແຕ່ໃນຕົວຈິງຍັງ ມີ 2.295 ໂຄງການ (ຫຼຸດລົງ 75 ໂຄງການ ຍ້ອນໂຄງການຈໍານວນໜຶ່ງເປັນໂຄງການປະຕິບັດສໍາເລັດ 100% ແລະ ຊໍາລະສໍາເລັດ 100%, ໂຄງການຈໍານວນໜຶ່ງເປັນໂຄງການກວດກາແຕ່ຫົວທີ ແລະ ໂຄງການຈໍານວນໜຶ່ງເກີດຈາກບັນຊີຊໍ້າຊ້ອນ), ໄດ້ກວດກາສໍາເລັດແລ້ວ 499 ໂຄງການ ແລະ ຍັງບໍ່ທັນໄດ້ກວດກາ 1.796 ໂຄງການ ຊຶ່ງໃນນີ້ມີໂຄງການທີ່ມີມູນຄ່າ 10 ຕື້ກີບຂຶ້ນໄປ 94 ໂຄງການ ແລະ ໂຄງການມູນຄ່າຫຼຸດ 10 ຕື້ກີບລົງມາ 1.702 ໂຄງການ.
    ຂະນະດຽວກັນ, ກໍມີບາງບັນຫາຕັ້ງຂຶ້ນທີ່ຄວນເອົາໃຈໃສ່ປັບປຸງແກ້ໄຂ ເປັນຕົ້ນແມ່ນ ໂຄງການທີ່ໄດ້ກວດກາສໍາເລັດແລ້ວ 499 ໂຄງການ, ພົບເຫັນມູນຄ່າທີ່ຕ້ອງຫັກລົບອອກ ຈາກມູນຄ່າລວມຂອງໂຄງການ, ມູນຄ່າຈ່າຍເກີນບໍລິມາດວຽກສໍາເລັດຕົວຈິງ ແລະ ມູນຄ່າທີ່ບໍລິສັດຍັງຄ້າງປະຕິບັດພັນທະຕໍ່ລັດ ທີ່ບໍລິສັດຈະຕ້ອງໄດ້ມອບຄືນໃຫ້ລັດຈໍານວນໜຶ່ງ;ການຕໍ່ລອງໂຄງການທີ່ມີມູນຄ່າສູງເກີນລາຄາກາງ 20% ຂຶ້ນໄປ ຕາມການຊີ້ນໍາຂອງ ລັດຖະບານ ທີ່ມີນິຕິກໍາຂອງກະຊວງແຜນການ ແລະ ການລົງທຶນວາງອອກ ໄດ້ມອບໃຫ້ເຈົ້າຂອງໂຄງການເປັນຜູ້ຕໍ່ລອງ ກັບ ບໍລິສັດຜູ້ຮັບເໝົາກໍ່ສ້າງ, ແຕ່ກໍພົບຄວາມຫຍຸ້ງຍາກ ບໍ່ສາມາດຈັດຕັ້ງປະຕິບັດໄດ້ ຍ້ອນບາງສາເຫດ ຄື: ໂຄງການກໍ່ສ້າງໄດ້ສໍາເລັດມາຫຼາຍປີ, ການຊໍາລະພັດບໍ່ໄປຕາມສັນຍາ ແລະ ແກ່ຍາວບໍ່ມີກໍານົດ ບວກໃສ່ກັບສະພາບເງິນເຟີ້ (ຄ່າເງິນກີບຕົກຕໍ່າແຮງ) ຄືໃນ ປັດຈຸບັນ ເຮັດໃຫ້ຜູ້ປະກອບການບໍ່ສາມາດຈະຫຼຸດມູນຄ່າໂຄງການຕາມສັນຍາລົງໄດ້; ການກວດກາໂຄງການລົງທຶນຂອງລັດໃນຄັ້ງນີ້ ເຫັນວ່າພົບຄວາມຫຍຸ້ງຍາກ ໃນຫຼາຍດ້ານເປັນຕົ້ນ: ໂຄງການສ່ວນຫຼາຍໄດ້ກໍ່ສ້າງມາຫຼາຍປີແລ້ວ, ເອກະສານຫຼາຍອັນກໍຕົກຫຼົ່ນ ຫຼື ແຈກຢາຍ ຢູ່ນໍາຫຼາຍພາກສ່ວນ ຈຶ່ງບໍ່ສາມາດເກັບກໍາໃຫ້ຄົບຖ້ວນທັງໝົດ ແລະ ບໍ່ທັນຕາມຄວາມຕ້ອງການ; ການກວດກາການກໍສ້າງຢູ່ພາກສະໜາມ ຫຼາຍໂຄງການບໍ່ສາມາດຈະກວດກາຄືນໄດ້ ໂດຍສະເພາະແມ່ນໂຄງການກໍ່ສ້າງທາງທະລຸ, ທາງດິນແດງ ນອກນີ້ ບໍລິສັດຈໍານວນໜຶ່ງກໍລົ້ມລະລາຍ ແລະ ອີກຈໍານວນໜຶ່ງ ກໍບໍ່ສາມາດໃຫ້ຄວາມຮ່ວມມືກັບໜ່ວຍງານກວດກາໄດ້ ດ້ວຍເຫດຜົນມີການປ່ຽນແປງຢູ່ພາຍໃນຫຼາຍຄັ້ງ ແລະ ບັນຫາທີ່ຕັ້ງຂຶ້ນອື່ນໆ.
    ໃນການລາຍງານຄັ້ງນີ້, ທ່ານ ຄໍາພັນ ພົມມະທັດ ກໍໄດ້ສະເໜີວິທີແກ້ໄຂ ຄື: 1) ຕໍ່ຈໍານວນໂຄງການທີ່ຍັງບໍ່ທັນໄດ້ກວດກາ 1.796 ໂຄງການ ບໍ່ເຫັນຄວນໃຫ້ສືບຕໍ່ກວດກາຕື່ມອີກ ເນື່ອງຈາກວ່າ ເປົ້າໝາຍຕົ້ນຕໍຂອງການກວດກາຂອງອົງການກວດກາລັດ ແມ່ນເພື່ອກ້າວເຖິງການຕໍ່ລອງ ເພື່ອຫຼຸດມູນຄ່າໂຄງການ, ແຕ່ໃນຕົວຈິງ ກໍບໍ່ສາມາດຫຼຸດມູນຄ່າໂຄງການລົງໄດ້ ແລະ ບໍ່ກຸ້ມຄ່າກັບການໃຊ້ຈ່າຍໃນການກວດກາ, ຈຶ່ງຄວນມອບໃຫ້ກະຊວງ-ອົງການ, ບັນດາແຂວງ ແລະ ນະຄອນຫຼວງວຽງຈັນ ທີ່ເປັນເຈົ້າຂອງໂຄງການສືບຕໍ່ຂຶ້ນແຜນຊໍາລະຕາມໜ້າວຽກທີ່ເຮັດສໍາເລັດຕົວຈິງ. 2) ໃຫ້ສືບຕໍ່ແກ້ໄຂຜົນຂອງການກວດກາ ໂດຍສຸມໃສ່ບາງວຽກ ດັ່ງນີ້: ຫັກລົບມູນຄ່າທີ່ບໍ່ໄດ້ປະຕິບັດອອກຈາກມູນຄ່າລວມຂອງໂຄງການ; ເກັບກູ້ເງິນທີ່ຈ່າຍເກີນໃຫ້ບໍລິສັດ ແລະ ພັນທະອາກອນຕ່າງໆ ທີ່ຍັງຄ້າງຄືນໃຫ້ລັດ ໃຫ້ສໍາເລັດ; ຫຼື ປະກອບເອກະສານສະເໜີມູນຄ່າໂຄງການນອກແຜນ ທີ່ໄດ້ຜ່ານການກວດກາຢັ້ງຢືນມູນຄ່າຕົວຈິງ ແລ້ວໃຫ້ສະພາຮັບຮອງເຂົ້າແຜນ ເພື່ອສືບຕໍ່ຊໍາລະ ໃຫ້ບໍລິສັດຮັບເໝົາກໍ່ສ້າງ. 3) ອົງການກວດກາແຫ່ງລັດ ຈະສືບຕໍ່ກວດກາລົງເລິກເຖິງຄວາມຮັບຜິດຊອບຂອງເຈົ້າຂອງໂຄງການ ທີ່ໄດ້ຈ່າຍເງິນໃຫ້ບໍລິສັດເກີນມູນຄ່າໜ້າວຽກກໍ່ສ້າງສໍາເລັດຕົວຈິງ ຕາມມະຕິສະພາແຫ່ງຊາດ ເລກທີ 77/ສພຊ ທີ່ຍັງຄ້າງ; 4) ຍ້ອນສາເຫດການຊໍາລະແກ່ຍາວມາຫຼາຍປີ ບວກໃສ່ກັບສະພາບເສດຖະກິດໃນປັດຈຸບັນ ຍິ່ງສົ່ງຜົນກະທົບຕໍ່ຜູ້ປະກອບການເພີ່ມຂຶ້ນຕື່ມອີກ ຊຶ່ງເຫັນຄວນໃຫ້ປະຕິບັດຕາມມູນຄ່າທີ່ໄດ້ຕົກລົງກັນໃນສັນຍາເປັນບ່ອນອີງໃນການຊໍາລະ, ບໍ່ຄວນຕໍ່ລອງຫຼຸດລາຄາໂຄງການຕື່ມອີກ. 
(ຂ່າວ-ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວການເມືອງ

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນແນວລາວສ້າງຊາດ ແຂວງຄຳມ່ວນ ໄດ້ໄຂຂຶ້ນໃນວັນທີ 23 ທັນວານີ້, ໂດຍການເປັນປະທານຂອງທ່ານ ພິດສະໄໝ ກອງຊາເດດ ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາການນຳແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 22 ທັນວານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ກອງປະຊຸມສະໄໝສາມັນເທື່ອທີ 10 ທີ່ເປັນກອງປະຊຸມທ້າຍສະໄໝຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 16 ທັນວານີ້ ທີ່ຫໍວັດທະນະທຳໄກສອນພົມວິຫານ ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ພ້ອມດ້ວຍການນຳຂັ້ນສູງຂອງແຂວງ, ເມືອງ, ນະຄອນ ເຂົ້າຮ່ວມ.
ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ກອງປະຊຸມສະໄໝ ສາມັນເທື່ອທີ່ 10 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV, ໄດ້ໄຂຂຶ້ນ ໃນວັນທີ່ 16 ທັນວານີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ, ໂດຍເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງ, ມີການນຳຂອງແຂວງ, ອະດິດສະມາຊິກ ສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2025 ທີ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ,ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມໂດຍ ສະຫາຍ ບົວໄລ ພານຸວົງ ເລຂາໜ່ວຍພັກ ,ໂດຍໃຫ້ກ່ຽດເຂົ້າຮ່ວມຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງ ຄອສພ ພ້ອມດ້ວຍສະມາຊິກພັກສົມບູນ ສຳຮອງ ແລນະ ແຂກຖືກເຊີນເຂົ້າຮ່ວມ.
ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ກອງປະຊຸມໃຫຍ່ ຄັ້ງທີ XVI ຂອງໜ່ວຍພັກສຳນັກຂ່າວສານປະເທດລາວ (ຂປລ) ໄດ້ຈັດຂຶ້ນໃນວັນທີ 15 ທັນວາ 2025 ໂດຍການເປັນປະທານຂອງ ສະຫາຍ ວັນນະສິນ ສິມມະວົງ ເລຂາໜ່ວຍພັກ, ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະຫາຍເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ທັນວານີ້ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ), ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມ ມີສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຮອງເຈົ້າຄອງ, ບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ບັນດາສະມາຊິກສະພາປະຊາຊົນນະຄອນຫຼວງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ