ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ
ການຮ່ວມມືເມືອງມິດຕະພາບໄດ້ຮັບຜົນສໍາເລັດຕົວຈິງຜູກຈິດດ້ວຍໃຈ, ສາຍພົວພັນແບບອ້າຍນ້ອງ ຢຸນນານ-ລາວ ອັນເລິກເຊິ່ງ. ນັບຕັ້ງແຕ່ສ້າງຕັ້ງສາຍພົວພັນທາງການທູດເປັນຕົ້ນມາ, ຢຸນນານໄດ້ເສີມຂະຫຍາຍບົດບາດພິເສດ ແລະ ສຳຄັນໃນການຮ່ວມມື ຈີນ-ລາວ ຢ່າງຫ້າວຫັນ, ຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ ຢັ່ງຮາກເລິກ ແລະ ແຕກດອກອອກຜົນ. ຜ່ານການພົວພັນເມືອງມິດຕະພາບສາກົນ, ສອງຝ່າຍໄດ້ເພີ່ມທະວີມິດຕະພາບລະຫວ່າງປະຊາຊົນ ແລະ ລົງເລິກການຮ່ວມມືບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງບໍ່ຢຸດຢັ້ງ, ຈົນຍາດໄດ້ຜົນສຳເລັດໃນຫຼາຍດ້ານເປັນຕົ້ນແມ່ນ ນະວັດຕະກຳດ້ານກົນໄກປັບປຸງປະຊາຄົມການບໍລິຫານແບບປະສານສົມທົບກັນໃຫ້ສົມບູນຂຶ້ນ.

 

ເມືອງມິດຕະພາບ ຢຸນນານ-ລາວ ໄດ້ສ້າງເງື່ອນໄຂຮັບປະກັນດ້ານກົນໄກໃຫ້ແກ່ການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ ຜ່ານການສ້າງຕັ້ງກົນໄກການຕິດຕໍ່ພົວພັນເປັນປົກກະຕິ. ປີ 2004, ກົນໄກຄະນະປະສານງານການຮ່ວມມື ແຂວງຢຸນນານ ສປ ຈີນ ກັບ ພາກເໜືອຂອງລາວໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ, ເຊິ່ງເປັນການເປີດສາກການຮ່ວມມືຮອບດ້ານ ລະຫວ່າງ ຢຸນນານ ແລະ ລາວ.

ຕະຫຼອດ 20 ກວ່າປີຜ່ານມາ, ສອງຝ່າຍໄດ້ຈັດກອງປະຊຸມຢ່າງປະສົບຜົນສຳເລັດມາແລ້ວ 14 ຄັ້ງ, ກົນໄກຄະນະປະສານງານ ໄດ້ເຄື່ອນໄຫວຢ່າງມີປະສິດທິພາບສູງ, ການຮ່ວມມືທີ່ເປັນຮູບປະທຳໃນແຕ່ລະຂົງເຂດ ໄດ້ຮັບການລົງເລິກຢ່າງຕໍ່ເນື່ອງ, ປະກອບສ່ວນເປັນກຳລັງແຮງອັນສຳຄັນ ເຂົ້າໃນການຊຸກຍູ້ການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ. ນອກນີ້, ການບໍລິຫານແບບປະສານສົມທົບກັນ ຢູ່ເຂດຊາຍແດນ ໄດ້ກາຍເປັນຈຸດພົ້ນເດັ່ນ. ປີ 2022 ນະຄອນຄຸນໝິງໄດ້ຮັບການມອບສິດຄຸ້ມຄອງບໍ່ຫານ ເຊິ່ງເປັນການລິເລີ່ມຮູບແບບໃໝ່ທີ່ ເມືອງເອກຂອງແຂວງ ຄຸ້ມຄອງລວມການພັດທະນາດ່ານຊາຍແດນ, ເຮັດໃຫ້ຜົນກະທົບ “1+1>2” ຂະຫຍາຍຕົວຢ່າງຕໍ່ເນື່ອງ.ປັດຈຸບັນ, ດ່ານທາງລົດໄຟບໍ່ຫານ ໄດ້ກາຍເປັນດ່ານທາງລົດໄຟທີ່ມຸ່ງໜ້າສູ່ອາຊຽນທີ່ມີຂະໜາດໃຫຍ່ທີ່ສຸດ,ມີປະສິດທິພາບໃນການຜ່ານດ່ານສູງທີ່ສຸດ ແລະ ມີການຂະຫຍາຍຕົວຂອງການຂົນສົ່ງສິນຄ້າໄວທີ່ສຸດຂອງທົ່ວປະເທດ, ພ້ອມດຽວກັນນັ້ນ ກໍຍັງໄດ້ກາຍເປັນ "ທ່າບົກອະນາໄມສາກົນ" ແຫ່ງທໍາອິດທີ່ໄດ້ຮັບການຮັບຮອງຈາກອົງການອະນາໄມໂລກ, ສອງຝ່າຍ ຈີນ-ລາວ ບັນລຸການແບ່ງປັນພື້ນທີ່ການພັດທະນາຮ່ວມກັນ.

ເມືອງມິດຕະພາບ ຢຸນນານ-ລາວ ຖືເອົາການເຊື່ອມຈອດພື້ນຖານໂຄງລ່າງ ເປັນຈຸດບຸກທະລຸ, ສ້າງແຮງຂັບເຄື່ອນຢ່າງແຂງແຮງໃຫ້ແກ່ການສ້າງປະຊາຄົມເສດຖະກິດ ຈີນ-ລາວ.ການເຊື່ອມໂຍງດ້ານເສດຖະກິດ-ການຄ້າ-ສ້າງປະຊາຄົມການພັດທະນາຂ້າມຊາດ.

ໂດຍອີງໃສ່ "ຊ່ອງທາງການຄ້າ" ຂອງທາງລົດໄຟ ລາວ-ຈີນ, ໃນປີ 2024 ມູນຄ່າການຄ້າຂາເຂົ້າ-ຂາອອກ ຈີນ-ລາວ ບັນລຸ 52,728 ລ້ານຢວນ, ເພີ່ມຂຶ້ນ 89.23% ເມື່ອທຽບໃສ່ປີ 2021, ອັດຕາການເຕີບໂຕສະເລ່ຍເກືອບ 30%ຕໍ່ປີ, ໃນນັ້ນ ມູນຄ່າການຄ້າຂາເຂົ້າ-ຂາອອກ ຂອງຢຸນນານຕໍ່ລາວບັນລຸ 18,987 ລ້ານຢວນ, ເພີ່ມຂຶ້ນ 1.25 ເທົ່າ ເມື່ອທຽບໃສ່ປີ 2021. ການເຊື່ອມຈອດຂອງທາງລົດໄຟ ລາວ-ຈີນ ບໍ່ພຽງແຕ່ເຮັດໃຫ້ການຄ້າ ແລະ ໂລຈິສຕິກ ມີຄວາມຄຶກຄື້ນເທົ່ານັ້ນ, ແຕ່ຍັງໄດ້ເຊື່ອມຕໍ່ການພັດທະນາແບບປະສານສົມທົບກັນຂອງເຂດອຸດສາຫະກຳຕາມແລວທາງລົດໄຟອີກດ້ວຍ. ເພື່ອສືບຕໍ່ເສີມຂະຫຍາຍບົດບາດ ການແຜ່ຂະຫຍາຍ ແລະ ຊຸກຍູ້ ຂອງເຂດຄຸນໝິງ, ຄຸນໝິງ, ບໍ່ຫານ ແລະ ວຽງຈັນ ພວມຕັ້ງໜ້າຄົ້ນຄວ້າຮູບແບບການພັດທະນາໃໝ່ “ການເຊື່ອມໂຍງສາມພື້ນທີ່”. ເດືອນມັງກອນ 2024, ເຂດພັດທະນາເສດຖະກິດຄຸນໝິງ (ເຂດຄຸນໝິງ ຂອງເຂດທົດລອງການຄ້າເສລີ), ເຂດຮ່ວມມືເສດຖະກິດ ບໍ່ຫານ-ບໍ່ເຕັນ ຈີນ-ລາວ ແລະ ເຂດພັດທະນາກວມລວມໄຊເສດຖາ ນະຄອນຫຼວງວຽງຈັນ ຂອງລາວ ໄດ້ລົງນາມໃນສັນຍາການຮ່ວມມືຍຸດທະສາດ "ການເຊື່ອມໂຍງສາມເຂດ". ໃນອະນາຄົດຜ່ານການຮ່ວມມືທີ່ເປັນຮູບປະທຳໃນຂົງເຂດການດຶງດູດການລົງທຶນ, ການຮ່ວມມືໂຄງການ, ການສ້າງຄວາມເຂັ້ມແຂງ ແລະ ເສີມຂະຫຍາຍຫ່ວງໂສ້ອຸດສາຫະກຳ ແລະ ອື່ນໆ, ຢຸນນານ-ລາວ ຈະຮ່ວມມືກັນສ້າງສວນສາທິດການປະສານງານດ້ານອຸດສາຫະກຳຄຸນໝິງ-ວຽງຈັນ, ສ້າງເປັນການວາງຜັງອຸດສາຫະກຳໃໝ່ ທີ່ມີການແບ່ງງານ ແລະ ຮ່ວມມືກັນລະຫວ່າງຄຸນໝິງ-ບໍ່ຫານ-ວຽງຈັນ.

ເມືອງມິດຕະພາບຢຸນນານ-ລາວໄດ້ລົງເລິກການແລກປ່ຽນວັດທະນະທຳ,ການຮຽນຮູ້ວັດທະນະທໍາເຊິ່ງກັນ ແລະ ກັນ ສ້າງປະຊາຄົມການເຊື່ອມຈິດໃຈຂອງປະຊາຊົນໃຫ້ແໜ້ນແກ່ນແລະ ຮັດແໜ້ນສາຍໃຍການເຊື່ອມຈິດໃຈຂອງປະຊາຊົນຢ່າງບໍ່ຢຸດຢັ້ງໂດຍຜ່ານການຮ່ວມມືໃນຫຼາຍຂົງເຂດ ເຊັ່ນ: ການຝຶກອົບຮົມບຸກຄະລາກອນ,ການທ່ອງທ່ຽວຂ້າມຊາດ, ຊີວິດການເປັນຢູ່ຂອງສັງຄົມ ແລະ ອື່ນໆ. ໃນດ້ານການຮ່ວມມືການສຶກສາ,ຢຸນນານ-ລາວ ໄດ້ສ້າງລະບົບການສ້າງຊັບພະຍາກອນມະນຸດຂ້າມຊາດທີ່ມີຫຼາຍລະດັບ ແລະ ກວ້າງຂວາງ, ສະໜອງການສະໜັບສະໜູນດ້ານຊັບພະຍາກອນມະນຸດທີ່ເຂັ້ມແຂງ ໃຫ້ແກ່ການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ. ຄູສອນວິຊາທາງລົດໄຟ ແລະ ຜູ້ຂັບລົດໄຟ ສັນຊາດລາວ ຮຸ່ນທຳອິດ ທີ່ສ້າງໂດຍ ວິທະຍາໄລເຕັກນິກວິຊາຊີບທາງລົດໄຟຄຸນໝິງ ໄດ້ກາຍເປັນກຳລັງຫຼັກບົນເສັ້ນທາງລົດໄຟ ລາວ-ຈີນ; ເວທີ “ຫ້ອງຮຽນອອນລາຍເມືອງມິດຕະພາບ” ທີ່ສ້າງຂຶ້ນໂດຍ ຄຸນໝິງ ໄດ້ຊ່ວຍຍົກລະດັບຄວາມສາມາດ ໃຫ້ແກ່ພະນັກງານສາທາລະນະສຸກ ຢູ່ນະຄອນຫຼວງວຽງຈັນ ແລະ ຫຼວງພະບາງ ຂອງລາວ, ຕົວຢ່າງແບບນີ້ມີຢ່າງຫຼວງຫຼາຍຈົນນັບບໍ່ຖ້ວນ. ໃນດ້ານການທ່ອງທ່ຽວຂ້າມຊາດ, ເມືອງມິດຕະພາບ ຢຸນນານ-ລາວ ໄດ້ມີການຄົ້ນຄວ້າຢ່າງຫຼາກຫຼາຍ ໂດຍອ້ອມຮອບການລົງນາມໃນສັນຍາການຮ່ວມມື, ການເພີ່ມທະວີການສະໜອງຜະລິດຕະພັນການທ່ອງທ່ຽວ, ການເຮັດໃຫ້ການຂົນສົ່ງຂ້າມຊາດອຸດົມສົມບູນ ແລະ ອື່ນໆ. ຜ່ານພັນທະມິດການທ່ອງທ່ຽວເມືອງມິດຕະພາບສາກົນຄຸນໝິງ, ສອງຝ່າຍບໍ່ພຽງແຕ່ເພີ່ມທະວີການຮ່ວມມືໃນການສົ່ງເສີມການທ່ອງທ່ຽວຂ້າມຊາດ ເທົ່ານັ້ນ, ແຕ່ຍັງໄດ້ຮ່ວມກັນສ້າງ 10 ຜະລິດຕະພັນເສັ້ນທາງທ່ອງທ່ຽວຄຸນນະພາບສູງທາງລົດໄຟ ລາວ-ຈີນ, ເຮັດໃຫ້ນັກທ່ອງທ່ຽວຂ້າມຊາດເພີ່ມຂຶ້ນຢ່າງໄວວາ. ໃນຂົງເຂດຊີວິດການເປັນຢູ່ຂອງສັງຄົມ, ບໍ່ວ່າຈະເປັນການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງ ຢຸນນານ ແລະ ລາວ ໃນໄລຍະການລະບາດຂອງພະຍາດ, ຫຼື ການສ້າງຕັ້ງ "ເຂດສາທິດການບໍລິການດ້ານການແພດ ແລະ ສາທາລະນະສຸກ ໃນພາກພື້ນຂ້າມຊາດ ຈີນ-ລາວ", ສອງຝ່າຍລ້ວນແຕ່ໄດ້ໃຊ້ການກະທຳຕົວຈິງ ເພື່ອອະທິບາຍຄວາມໝາຍຂອງຈິດໃຈຄູ່ຮ່ວມຊະຕາກຳທີ່ວ່າ “ຍາດຕິພີ່ນ້ອງຫວັງດີຕໍ່ກັນ, ເພື່ອນບ້ານຫວັງດີຕໍ່ກັນ”.

ຄໍາເຫັນ

ຂ່າວການຮ່ວມມື

ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ໃນວັນທີ 17 ທັນວານີ້, ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ), ທ່ານ ບຸນເຫຼືອ ພັນດານຸວົງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານນາງ ເບ່ເນ່ດິກ ເດ່ຊັອງ(Bénédicte Deschamps), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສາທາລະນະລັດ ຝຣັ່ງ ປະຈໍາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ຄະນະຜູ້ແທນ ໂຄສະນາອົບຮົມ 3 ແຂວງພາກເໜືອ ພົບປະແລກປ່ຽນບົດຮຽນຢູ່ແຂວງດຽນບຽນ

ຄະນະຜູ້ແທນ ໂຄສະນາອົບຮົມ 3 ແຂວງພາກເໜືອ ພົບປະແລກປ່ຽນບົດຮຽນຢູ່ແຂວງດຽນບຽນ

ວັນທີ 16 ທັນວານີ້, ຄະນະຜູ້ແທນ ຄະນະໂຄສະນາອົບຮົມ 3 ແຂວງພາກເໜືອຄື: ຫຼວງພະບາງ ອຸດົມໄຊ ແລະ ແຂວງຜົ້ງສາລີ, ນຳໂດຍ ທ່ານ ສົມຈິດ ສິງລໍຄຳ ຮອງຫົວຄະນະໂຄສະນາອົບຮົມແຂວງຫຼວງພະບາງ ເພື່ອເຄື່ອນໄຫວພົບປະແລກປ່ຽນບົດຮຽນ ກັບ ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ແຂວງດຽນບຽນ ສສ ຫວຽດນາມ, ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ດ້ວຍໄມຕີຈິດມິຕະພາບຈາກ ທ່ານ ລີລີ ຊ້າ ຮອງຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ຄະນະບໍລິຫານງານພັກແຂວງດຽນບຽນ ພ້ອມດ້ວຍຄະນະ.
ອົງການອາຫານໂລກ ຢ້ຽມຢາມການຈັດຕັ້ງປະຕິບັດໂຄງການ ທີ່ຈໍາປາສັກ ແລະ ເຊກອງ

ອົງການອາຫານໂລກ ຢ້ຽມຢາມການຈັດຕັ້ງປະຕິບັດໂຄງການ ທີ່ຈໍາປາສັກ ແລະ ເຊກອງ

ອົງການອາຫານໂລກ (WFP) ໄດ້ນຳພາສື່ມວນຊົນຈາກສູນກາງ ລົງຕິດຕາມການຈັດຕັ້ງປະຕິບັດບັນດາໂຄງການຕ່າງໆທີ່ໄດ້ຮັບການສະໜັບສະໜູນຈາກອົງການ WFP ໃນລະຫວ່າງວັນທີ 15-19 ທັນວານີ້ ທີ່ແຂວງຈໍາປາສັກ ແລະ ແຂວງເຊກອງ ຊຶ່ງນຳພາການເຄື່ອນໄຫວໃນຄັ້ງນີ້ໂດຍທ່ານ ວິລະກອນ ສີປະເສີດ ຜູ້ປະສານງານວຽກງານສື່ມວນຊົນ ອົງການອາຫານໂລກ.
ມອບ-ຮັບ ກອງພັນສ້ອມແປງເຄື່ອນທີ່ເລກ 1 ແລະ ເລກ 2 ກອງທັບ

ມອບ-ຮັບ ກອງພັນສ້ອມແປງເຄື່ອນທີ່ເລກ 1 ແລະ ເລກ 2 ກອງທັບ

ກະຊວງປ້ອງກັນປະເທດຈັດພິທີມອບ-ຮັບ ກອງພັນສ້ອມແປງເຄື່ອນທີ່ເລກ 1 ແລະ ເລກ 2 ຂຶ້ນໃນວັນທີ 16 ທັນວາຜ່ານມາ, ໂດຍການເຂົ້າຮ່ວມຂອງສະຫາຍ ພົນຕີ ສີພອນໄຊ ຄໍາທອງເຫວີນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ, ມີສະຫາຍ ພົນຈັດຕະວາ ເຊເວຍຣົບ ເກນາດີ ຮອງຜູ້ບັນຊາການເຫຼົ່າຮົບຊ່າງແສງ ກຳລັງປະກອບອາວຸດແຫ່ງ ສ ຣັດເຊຍ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ 2 ຝ່າຍເຂົ້າຮ່ວມ.
ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ (ຕອນ 1)

ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ (ຕອນ 1)

ປະເທດຈີນ ແລະ ປະເທດລາວ ມີສາຍພູ ແລະ ສາຍນ້ຳຕິດຈອດກັນ, ເປັນປະເທດເພື່ອນບ້ານທີ່ເປັນມິດສັງຄົມນິຍົມ ທີ່ມີອະນາຄົດຜູກພັນກັນ ແລະ ເປັນຄູ່ຮ່ວມຊະຕາກຳ. ນັບຕັ້ງແຕ່ປີ 1961 ທີ່ ປະເທດຈີນ ແລະປະ​ເທດລາວ ໄດ້ສ້າງຕັ້ງສາຍພົວພັນທາງການທູດເປັນຕົ້ນມາ, ພາຍໃຕ້ການນຳພາທາງຍຸດທະສາດ ຂອງຜູ້ນຳສູງສຸດຂອງສອງພັກ-ສອງລັດ, ສອງຝ່າຍໄດ້ສ້າງສາຍພົວພັນ 4 ດີ ຄື: "ເພື່ອນບ້ານທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ, ຄູ່ຮ່ວມມືທີ່ດີ". ແຂວງຢຸນນານ ໃນນາມເປັນເມືອງແຖວໜ້າ ໃນການເປີດປະຕູສູ່ພາຍນອກຂອງຈີນ ຕໍ່ອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້, ມີພູມສັນຖານໃກ້ຄຽງກັນ ແລະ ປະຊາຊົນມີຄວາມໃກ້ຊິດສະໜິດສະໜົມກັບປະ​ຊາ​ຊົນລາວ, ຫຼາຍປີມານີ້ ສອງຝ່າຍ ຢຸນນານ-ລາວ ໄດ້ສ້າງຕັ້ງສາຍພົວພັນເມືອງມິດຕະພາບຫຼາຍຄູ່,ກາຍເປັນເສົາຄ້ຳທີ່ສຳຄັນໃນການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ.ປັດຈຸບັນ,ພາຍໃຕ້ການຊີ້ນຳຂອງ "ແຜນປະຕິບັດງານ ວ່າດ້ວຍການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ ຂອງ ພັກກອມມູນິດຈີນ ແລະ ພັກປະຊາຊົນປະຕິວັດລາວ (ປີ 2024-2028)", ການເຮັດໃຫ້ການຮ່ວມມືເມືອງມິດຕະພາບ ຢຸນນານ-ລາວ ເລິກເຊິ່ງ ແລະ ໜັກແໜ້ນຂຶ້ນ, ບໍ່ພຽງແຕ່ແມ່ນຄວາມຮຽກຮ້ອງຕ້ອງການທີ່ຈຳເປັນ ໃນການສ້າງພື້ນຖານຄວາມມຸ່ງມາດປາດຖະໜາຂອງປະຊາຊົນ ໃນການພົວພັນມິດຕະພາບ ຈີນ-ລາວ ໃຫ້ແໜ້ນແກ່ນເທົ່ານັ້ນ, ແຕ່ຍັງແມ່ນເສັ້ນທາງແຫ່ງການປະຕິບັດຕົວຈິງທີ່ສຳຄັນໃນການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ ອີກດ້ວຍ.
ສິລະປະພື້ນເມືອງ ສ ເກົາຫຼີ ສະແດງຮັບໃຊ້ຊາວ ນວ

ສິລະປະພື້ນເມືອງ ສ ເກົາຫຼີ ສະແດງຮັບໃຊ້ຊາວ ນວ

ໃນຄໍ່າຄືນຂອງວັນທີ 15 ທັນວາຜ່ານມານີ້, ທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫຼວງວຽງຈັນ (ນວ), ໄດ້ມີການຈັດງານສະແດງສິລະປະພື້ນເມືອງ ຂອງ ສ. ເກົາຫຼີ ໂດຍສະມາຄົມແລກປ່ຽນການສະແດງສິລະປະ-ວັດທະນະທຳສາກົນ ຂອງ ສ. ເກົາຫຼີ ເພື່ອເປັນແລກປ່ຽນບົດຮຽນ ແລະ ເປັນການຂໍ່ານັບຊົມເຊີຍວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສ. ເກົາຫຼີ ຄົບຮອບ 30 ປີ ກໍຄືການສະແດງຮັບໃຊ້ມວນຊົນ ຊາວນະຄອນຫຼວງວຽງຈັນ ແລະ ທັງເປັນການຊົມເຊີຍ ຕໍ່ຜົນສຳເລັດ ຂອງການພົບປະຢ່າງເປັນທາງການ ຂອງພະນະທ່ານ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ພະນະທ່ານ ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ ທີ່ໄດ້ບັນລຸການຕົກລົງຫຼາຍບັນຫາສຳຄັນ ແລະ ໄດ້ຍົກລະດັບສາຍພົວພັນທາງການທູດ ລະຫວ່າງ ສປປ ລາວ ແລະ ສ. ເກົາຫຼີ ຂຶ້ນເປັນຄູ່ຮ່ວມມືຮອບດ້ານ ໃນວັນທີ 15 ທັນວານີ້ ທີ່ ສ.ເກົາຫຼີ.
ກະຊວງການຕ່າງປະເທດ ເຊີນທູດກໍາປູເຈຍ ແລະ ອຸປະທູດໄທ ເຂົ້າພົບເພື່ອສະແດງຄວາມເປັນຫ່ວງຕໍ່ສະພາບການຢູ່ ບໍລິເວນຊາຍແດນ ກໍາປູເຈຍ-ໄທ

ກະຊວງການຕ່າງປະເທດ ເຊີນທູດກໍາປູເຈຍ ແລະ ອຸປະທູດໄທ ເຂົ້າພົບເພື່ອສະແດງຄວາມເປັນຫ່ວງຕໍ່ສະພາບການຢູ່ ບໍລິເວນຊາຍແດນ ກໍາປູເຈຍ-ໄທ

ໃນວັນທີ 15 ທັນວານີ້, ທີ່ກະຊວງການຕ່າງປະເທດ, ທ່ານ ນາງ ຟອງສະໝຸດ ອັ່ນລາວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເຊີນ ທ່ານ ຮຸນກຣັງ ພະນອງ (HULKRANG Phanang), ເອກອັກຄະຣາຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ປະຈໍາ ສປປ ລາວ ແລະ ທ່ານ ນາງ ຈິຣັດສະຍາ ພີຣານົນ, ອຸປະທູດຊົ່ວຄາວ ແຫ່ງ ຣາຊະອານາຈັກໄທ ປະຈໍາ ສປປ ລາວ ເຂົ້າພົບ ເພື່ອສະແດງຄວາມເປັນຫ່ວງຕໍ່ສະພາບການທີ່ ເກີດຂຶ້ນ ຢູ່ ບໍລິເວນຊາຍແດນ ກໍາປູເຈຍ-ໄທ ໃນປັດຈຸບັນ.
ລາວ-ຫວຽດນາມ ເພີ່ມທະວີຮັດແໜ້ນການຮ່ວມມືຮອບດ້ານ

ລາວ-ຫວຽດນາມ ເພີ່ມທະວີຮັດແໜ້ນການຮ່ວມມືຮອບດ້ານ

ວັນທີ 15 ທັນວາຜ່ານມາ, ທີ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ຄະນະຜູ້ແທນກະຊວງສຶກສາທິການ ແລະ ກິລາ (ສສກ) ນຳໂດຍທ່ານ ທອງສະລິດ ມັງໜໍ່ເມກ ຄະນະເລຂາທິການສູນກາງພັກ ລັດຖະ ມົນຕີກະຊວງ ສສກ ເດີນທາງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມໃນລະຫວ່າງວັນທີ 15-17 ທັນວາ 2025 ໃຫ້ກຽດສົ່ງຄະນະຜູ້ແທນໃນຄັ້ງນີ້ໂດຍທ່ານ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມປະຈຳ ສປປ ລາວ ພ້ອມດ້ວຍຄະນະ ແລະ ພາກສ່ວນກ່ຽວຂ້ອງ.
ສປປ ລາວ ມອບເງິນຊ່ວຍເຫຼືອເຫດໄພນໍ້າຖ້ວມຢູ່ພາກໃຕ້ຂອງຣາຊະອານາຈັກໄທ

ສປປ ລາວ ມອບເງິນຊ່ວຍເຫຼືອເຫດໄພນໍ້າຖ້ວມຢູ່ພາກໃຕ້ຂອງຣາຊະອານາຈັກໄທ

ໃນວັນທີ 15 ທັນວານີ້, ທີ່ກະຊວງການຕ່າງປະເທດ, ທ່ານນາງ ຟອງສະໝຸດ ອັ່ນລາວັນ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ ນາງ ຈິຣັດສະຍາພີຣານົນ, ອຸປະທູດຊົ່ວຄາວແຫ່ງຣາຊະອານາຈັກໄທປະຈໍາ ສປປ ລາວ.
ໂຮງໝໍນ້ອຍໃນແຂວງສາລະວັນໄດ້ຮັບການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ

ໂຮງໝໍນ້ອຍໃນແຂວງສາລະວັນໄດ້ຮັບການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ

ວັນທີ 12 ທັນວາຜ່ານມານີ້, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 86,200ໂດລາໃນການສະໜັບສະໜູນໂຄງການດ້ານສາທາລະນະສຸກໃນແຂວງສາລະວັນເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ພາຍໃຕ້​ໂຄງ​ການ​ເສີມ​ສ້າງ​ຄວາມ​ໝັ້ນ​ຄົງ​ຂອງ​ມະ​ນຸດ​ຂັ້ນ​ຮາກ​ຖານ(GGP).
ເພີ່ມເຕີມ