ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ (ຕອນ 1)

ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ (ຕອນ 1)

ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ (ຕອນ 1)
ປະເທດຈີນ ແລະ ປະເທດລາວ ມີສາຍພູ ແລະ ສາຍນ້ຳຕິດຈອດກັນ, ເປັນປະເທດເພື່ອນບ້ານທີ່ເປັນມິດສັງຄົມນິຍົມ ທີ່ມີອະນາຄົດຜູກພັນກັນ ແລະ ເປັນຄູ່ຮ່ວມຊະຕາກຳ. ນັບຕັ້ງແຕ່ປີ 1961 ທີ່ ປະເທດຈີນ ແລະປະ​ເທດລາວ ໄດ້ສ້າງຕັ້ງສາຍພົວພັນທາງການທູດເປັນຕົ້ນມາ, ພາຍໃຕ້ການນຳພາທາງຍຸດທະສາດ ຂອງຜູ້ນຳສູງສຸດຂອງສອງພັກ-ສອງລັດ, ສອງຝ່າຍໄດ້ສ້າງສາຍພົວພັນ 4 ດີ ຄື: "ເພື່ອນບ້ານທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ, ຄູ່ຮ່ວມມືທີ່ດີ". ແຂວງຢຸນນານ ໃນນາມເປັນເມືອງແຖວໜ້າ ໃນການເປີດປະຕູສູ່ພາຍນອກຂອງຈີນ ຕໍ່ອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້, ມີພູມສັນຖານໃກ້ຄຽງກັນ ແລະ ປະຊາຊົນມີຄວາມໃກ້ຊິດສະໜິດສະໜົມກັບປະ​ຊາ​ຊົນລາວ, ຫຼາຍປີມານີ້ ສອງຝ່າຍ ຢຸນນານ-ລາວ ໄດ້ສ້າງຕັ້ງສາຍພົວພັນເມືອງມິດຕະພາບຫຼາຍຄູ່,ກາຍເປັນເສົາຄ້ຳທີ່ສຳຄັນໃນການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ.ປັດຈຸບັນ,ພາຍໃຕ້ການຊີ້ນຳຂອງ "ແຜນປະຕິບັດງານ ວ່າດ້ວຍການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ ຂອງ ພັກກອມມູນິດຈີນ ແລະ ພັກປະຊາຊົນປະຕິວັດລາວ (ປີ 2024-2028)", ການເຮັດໃຫ້ການຮ່ວມມືເມືອງມິດຕະພາບ ຢຸນນານ-ລາວ ເລິກເຊິ່ງ ແລະ ໜັກແໜ້ນຂຶ້ນ, ບໍ່ພຽງແຕ່ແມ່ນຄວາມຮຽກຮ້ອງຕ້ອງການທີ່ຈຳເປັນ ໃນການສ້າງພື້ນຖານຄວາມມຸ່ງມາດປາດຖະໜາຂອງປະຊາຊົນ ໃນການພົວພັນມິດຕະພາບ ຈີນ-ລາວ ໃຫ້ແໜ້ນແກ່ນເທົ່ານັ້ນ, ແຕ່ຍັງແມ່ນເສັ້ນທາງແຫ່ງການປະຕິບັດຕົວຈິງທີ່ສຳຄັນໃນການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ ອີກດ້ວຍ.

 

 

 

ຢຸນນານຕັ້ງຢູ່ຊາຍແດນພາກຕາເວັນຕົກສ່ຽງໃຕ້ຂອງຈີນ,ມີປະຫວັດການພົວພັນໄປ ມາຫາສູ່ກັນກັບປະຊາຊົນບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ມາຢ່າງຍາວນານ.ເສັ້ນທາງສາຍໄໝພາກໃຕ້ທີ່ເລີ່ມບຸກເບີກໃນສະໄໝລາຊະວົງສິນ ແລະ ຮັ້ນ,ໄດ້ກາຍເປັນຊ່ອງທາງທີ່ສຳຄັນ ໃນການເຊື່ອມໂຍງເຊື່ອມຈອດລະຫວ່າງບັນພະບຸລຸດຂອງພາກຕາເວັນຕົກສ່ຽງໃຕ້ຂອງປະເທດຈີນກັບບັນດາປະເທດອ້ອມຂ້າງ. ຢຸນນານຈຶ່ງເປັນໜຶ່ງໃນສູນກາງການຂົນສົ່ງ ແລະ ສູນລວບລວມ ແລະ ກະຈາຍສິນຄ້າ ທີ່ສຳຄັນທີ່ສຸດບົນເສັ້ນທາງດັ່ງກ່າວ. ນັບແຕ່ບູຮານນະການເປັນຕົ້ນມາ ຢຸນນານ ແລະ ລາວ ກໍມີການໄປມາຫາສູ່ກັນທາງດ້ານການຄ້າຢ່າງບໍ່ຂາດສາຍ, ການຄ້າຊາຍແດນຂອງປະຊາຊົນກໍມີຄວາມຄຶກຄື້ນຕະຫຼອດມາ. ໃນນາມເປັນແຂວງດຽວຂອງຈີນທີ່ມີຊາຍແດນຕິດຈອດກັນ ກັບ ລາວ, ມິດຕະພາບ ຈີນ-ລາວ ແບບອ້າຍນ້ອງຍິ່ງມີຄວາມຊັດເຈນ ແລະ ເລິກເຊິ່ງເປັນພິເສດລະຫວ່າງ ຢຸນນານ-ລາວ.

ວັນທີ 18 ຕຸລາ 2002, ກິ່ງແຂວງສິບສອງພັນນາແຂວງຢຸນນານ ແລະ ແຂວງຫຼວງພະບາງ ສປປ ລາວ ໄດ້ສ້າງຕັ້ງສາຍພົວພັນເມືອງມິດຕະພາບຢ່າງເປັນທາງການ. ໃນນາມເປັນເມືອງມິດຕະພາບສາກົນຄູ່ທຳອິດ ລະຫວ່າງ ຢຸນນານ-ລາວ, ການສ້າງຕັ້ງສາຍພົວພັນໃນຄັ້ງນີ້ ໄດ້ເປີດໜ້າປະຫວັດສາດໃໝ່ໃຫ້ແກ່ການຮ່ວມມືລະຫວ່າງທ້ອງຖິ່ນຂອງສອງຝ່າຍໃນຕໍ່ໜ້າ.ມາຮອດປັດຈຸບັນ, ຢຸນນານ-ລາວ ໄດ້ສ້າງຕັ້ງເມືອງມິດຕະພາບໃນແຕ່ລະຂັ້ນ ແລະ ເມືອງທີ່ມີເຈດຈຳນົງຈະສ້າງສາຍພົວພັນກັນມີປະມານ 20 ຕົວເມືອງ, ເຊິ່ງກວມເອົາ 3 ຂັ້ນ ຄື: ຂັ້ນແຂວງ, ຂັ້ນນະຄອນ ແລະ ຂັ້ນເມືອງ, ເຊິ່ງຈຳນວນລວມແມ່ນຈັດຢູ່ໃນອັນດັບແຖວໜ້າຂອງທົ່ວປະເທດ. ໃນລະດັບຂັ້ນແຂວງ ປະກອບມີ: ແຂວງຫຼວງພະບາງ-ກິ່ງແຂວງສິບສອງພັນນາ, ແຂວງຜົ້ງສາລີ-ນະຄອນຜູເອີ , ແຂວງຈຳປາສັກ-ນະຄອນຢູ້ຊີ, ແຂວງຊຽງຂວາງ-ນະຄອນຈ້າວທົງ, ແຂວງອຸດົມໄຊ-ກິ່ງແຂວງສິບສອງພັນນາ, ແຂວງຫຼວງນ້ຳທາ-ນະຄອນຄຸນໝິງ. ໃນລະດັບຂັ້ນນະຄອນ ປະກອບມີ: ນະຄອນຫຼວງວຽງຈັນ-ນະຄອນຄຸນໝິງ, ນະຄອນຫຼວງພະບາງ-ນະຄອນຊຽງຮຸ່ງ. ໃນລະດັບຂັ້ນເມືອງ ປະກອບມີ: ເມືອງຜົ້ງສາລີ-ເມືອງຊືເໝົາ, ເມືອງໄຊທານີ-ເມືອງຫົງເຫີ, ເມືອງໄຊ -ນະຄອນອ່ານໜິງ, ເມືອງວັງວຽງ-ເມືອງຢວນຈ່ຽງ, ເມືອງຫຼວງນ້ຳທາ-ເມືອງໜິງເອີ້, ເມືອງສິງ-ເມືອງຫຼາ, ເມືອງຍອດອູ-ເມືອງຈ່ຽງເສີງ. ນອກຈາກນີ້, ຢູ່ຕາມຊາຍແດນ ສອງຝ່າຍຍັງໄດ້ສ້າງຕັ້ງບ້ານມິດຕະພາບຈຳນວນ 5 ບ້ານ. ໃນນັ້ນ, ແຂວງສິບສອງພັນນາ ມີ 3 ບ້ານ ຄື: ບ້ານປ່າປູເມືອງສິງ-ບ້ານກົວຟາງ ເມືອງເຜິ່ງ, ບ້ານນາຄຳ ເມືອງສິງ-ບ້ານເລ້ຍ ເມືອງມານ, ບ້ານປ່າຄາເມືອງບຸນເໜືອ-ບ້ານປ່າຄາ ຕາແສງເມືອງບ້ານ.ນອກຈາກນີ້,ຍັງມີນະຄອນຜູເອີອີກ 2 ບ້ານ ຄື: ບ້ານຍອດອູ ເມືອງຍອດອູ-ບ້ານເມືອງຄັງ ຕາແສງຄັງຜິງ,ບ້ານມາລີເທີ ເມືອງຍອດອູ-ບ້ານໜິວລົວເຫີ ຕາແສງເມືອງເລ້ຍ.

ຕະຫຼອດໄລຍະເວລາທີ່ຜ່ານມາ, ສອງຝ່າຍ ຢຸນນານ-ລາວ ໄດ້ຖືເອົາເມືອງມິດຕະພາບ ເປັນເວທີ, ເຮັດໃຫ້ການແລກປ່ຽນ ແລະ ການຮ່ວມມືທີ່ເປັນຮູບປະທຳໃນການໄປມາຫາສູ່ກັນຂອງບຸກຄະລາກອນ, ຂົງເຂດກະສິກຳ, ວັດທະນະທຳ ແລະ ການສຶກສາ, ສາທາລະນະສຸກ, ການທ່ອງທ່ຽວ ແລະ ອື່ນໆ ໄດ້ຮັບການລົງເລິກຢ່າງບໍ່ຢຸດຢັ້ງ, ເຮັດໃຫ້ມິດຕະພາບທີ່ເປັນມູນເຊື້ອທີ່ມີມາເປັນພັນປີ ກັບມາມີຊີວິດຊີວາໃໝ່.

ຄໍາເຫັນ

ຂ່າວການຮ່ວມມື

ກອງປະຊຸມລັດພາຄີ ສົນທິສັນຍາ ສປຊ ການປ່ຽນແປງດິນຟ້າອາກາດ ຄັ້ງທີ 31 (COP 31) ປີ 2026 ທີ່ ຕວັກກີ

ກອງປະຊຸມລັດພາຄີ ສົນທິສັນຍາ ສປຊ ການປ່ຽນແປງດິນຟ້າອາກາດ ຄັ້ງທີ 31 (COP 31) ປີ 2026 ທີ່ ຕວັກກີ

ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ນໍາພາຄະນະເຂົ້າຮ່ວມກອງປະຊຸມລັດພາຄີ ສົນທິສັນຍາ ສະຫະປະຊາຊາດ ວ່າດ້ວຍ ການປ່ຽນແປງດິນຟ້າອາກາດ ຫຼື (UNFCCC) ຊຶ່ງໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 9-20 ພະຈິກ ນີ້ ທີ່ເມືອງ ອານຕາເລຍ ປະເທດຕວັກກີ, ໂດຍມີຜູ້ເຂົ້າຮ່ວມຈາກບັນດາປະເທດ ທີ່ເປັນລັດພາຄີຂອງສົນທິສັນຍາດັ່ງກ່າວ ຈຳນວນ 195 ປະເທດ ແລະ ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນ ທີ່ບໍ່ສັງກັດລັດຖະບານ, ພາກສ່ວນທຸລະກິດ ແລະ ບັນດາສຳນັກຂ່າວຕ່າງໆຈາກທົ່ວໂລກ ຈຳນວນທັງໝົດ ຫຼາຍກວ່າ 90,000 ຄົນ. ກອງປະຊຸມຄັ້ງນີ້ ຄະນະຜູ້ແທນຈາກ ສປປ ລາວ ເຂົ້າຮ່ວມປະກອບມີຫຼາຍຂະແໜງການທີ່ກ່ຽວຂ້ອງ ເຊັ່ນ: ຂະແໜງກະສິກໍາ ແລະ ສິ່ງແວດລ້ອມ, ຂະແໜງການຕ່າງປະເທດ, ຂະແໜງການເງິນ, ຂະແໜງໂຍທາທິການ ແລະ ຂົນສົ່ງ ແລະ ຂະແໜງແຮງງານ ແລະ ສະຫວັດດີການສັງຄົມ.
ຮອງປະທານ ສພຊ ເຂົ້າຮ່ວມກອງປະຊຸມພົບປະຜູ້ນຳອາຊຽນ ແລະ ຜູ້ນຳ ໄອປາ ທີ່ມະນີລາ ສ ຟິລິບປິນ

ຮອງປະທານ ສພຊ ເຂົ້າຮ່ວມກອງປະຊຸມພົບປະຜູ້ນຳອາຊຽນ ແລະ ຜູ້ນຳ ໄອປາ ທີ່ມະນີລາ ສ ຟິລິບປິນ

ວັນທີ 13-16 ພະຈິກຜ່ານມາ, ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ(ສພຊ) ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ສຳເລັດການເຂົ້າຮ່ວມກອງປະຊຸມພົບປະລະຫວ່າງຜູ້ນຳອາຊຽນ ແລະ ຜູ້ນຳສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ ຫຼື ໄອປາ (AIPA) ທີ່ຈັດຂຶ້ນໃນລະຫວ່າງກອງປະຊຸມສຸດຍອດຜູ້ນໍາອາຊຽນ ຄັ້ງທີ 49 ທີ່ນະຄອນຫຼວງມະນີລາ ສາທາລະນະລັດ ຟີລິບປິນ ຊຶ່ງມີບັນດາປະມຸກລັດ, ນາຍົກລັດຖະມົນຕີ, ປະທານ-ຮອງປະທານສະພາແຫ່ງຊາດ, ຄະນະຜູ້ແທນຂອງລັດຖະບານ ແລະ ສະພາແຫ່ງຊາດ ຈາກປະເທດສະມາຊິກອາຊຽນ ພ້ອມດ້ວຍເລຂາທິການໃຫຍ່ອາຊຽນ ແລະ ເລຂາທິ ການໃຫຍ່ໄອປາ ເຂົ້າຮ່ວມ.
ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນ  ເພື່ອທຸກສະພາບການຂອງຍຸກໃໝ່

ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນ ເພື່ອທຸກສະພາບການຂອງຍຸກໃໝ່

ພາຍໃຕ້ການຊີ້ນຳທາງຍຸດທະສາດຂອງປະມຸກລັດສອງປະເທດ, ລາວ ແລະ ຈີນ ໄດ້ເຊັນສັນຍາການຮ່ວມມືຫຼາຍສະບັບທີ່ກວມເອົາຂົງເຂດເສດຖະກິດດີຈີຕອນ ການພັດທະນາແບບສີຂຽວ ອຸດສາຫະກຳບໍ່ແຮ່ສີຂຽວ ແລະ ຂົງເຂດອື່ນໆ ພ້ອມທັງສືບຕໍ່ລົງເລິກການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ມີຄຸນນະພາບສູງ.
Sabaidee JAPAN 2026 ສາມມື້ແຫ່ງການສະຫຼອງ ມິດຕະພາບ ລາວ-ຍີ່ປຸ່ນ

Sabaidee JAPAN 2026 ສາມມື້ແຫ່ງການສະຫຼອງ ມິດຕະພາບ ລາວ-ຍີ່ປຸ່ນ

ສະຖານເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ ຮ່ວມກັບ ສະມາຄົມອະດີດນັກສຶກສາລາວຈາກປະເທດຍີ່ປຸ່ນ (JAOL) ໄດ້ເປັນເຈົ້າພາບຈັດງານ “Sabaidee JAPAN 2026” ໃນລະຫວ່າງວັນທີ 13-15 ພະຈິກ ຜ່ານມາ ທີ່ສວນປະຕູໄຊ. ງານດັ່ງກ່າວໄດ້ຮັບການຮ່ວມມືໃນການຈັດຕັ້ງຈາກ ມູນນິທິຍີ່ປຸ່ນ (Japan Foundation) ຫ້ອງການປະສານງານນະຄອນຫຼວງວຽງຈັນ, ອົງການຮ່ວມມືສາກົນຍີ່ປຸ່ນ JICA ປະຈຳລາວ, ອົງການສົ່ງເສີມການຄ້າຍີ່ປຸ່ນ (JETRO) ປະຈຳນະຄອນຫຼວງວຽງຈັນ, ສະພາອຸດສາຫະກຳ ແລະ ການຄ້າຍີ່ປຸ່ນ ແຫ່ງ ສປປ ລາວ ແລະ ສະຖາບັນລາວ-ຍີ່ປຸ່ນ (LJI).
ຮອງປະທານປະເທດຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງທູດຍີ່ປຸ່ນ

ຮອງປະທານປະເທດຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງທູດຍີ່ປຸ່ນ

ທ່ານ ນາງວຽງທອງ ສີພັນດອນ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອຳລາ ຂອງທ່ານ ໂຄອິຊຶມິ ຊຶໂຕະມຸ (Mr. Koizumi Tsutomu) ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ຍີ່ປຸ່ນ ປະຈຳ ສປປ ລາວ ໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ. ໃນວັນທີ 16 ພະຈິກນີ້ ທີ່ທໍານຽບປະທານປະເທດ.
ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນ  ເພື່ອທຸກສະພາບການຂອງຍຸກໃໝ່

ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນ ເພື່ອທຸກສະພາບການຂອງຍຸກໃໝ່

ໃນປັດຈຸບັນ, ປະເທດຈີນກຳລັງຊຸກຍູ້ການສ້າງປະເທດໃຫ້ເຂັ້ມແຂງ ແລະ ພາລະກິດອັນຍິ່ງໃຫຍ່ການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງຊາດຢ່າງຮອບດ້ານ ດ້ວຍການຫັນເປັນທັນສະໄໝແບບຈີນ; ປະເທດລາວກຳລັງສຸມໃສ່ການຊຸກຍູ້ການຫັນເປັນອຸດສາຫະກຳ ແລະ ການຫັນເປັນທັນສະໄໝສັງຄົມນິຍົມ, ກ້າວໄປສູ່ເປົ້າໝາຍສູ້ຊົນຂອງ 100 ປີແຫ່ງການສ້າງຕັ້ງພັກຄອມມຸຍນິດຈີນ,ຊຶ່ງແມ່ນເປົ້າໝາຍສູ້ຊົນຮ່ວມກັນຂອງສອງພັກ ສອງລັດ.
ລມຕ ກະຊວງການຕ່າງປະເທດ ລາວ-ອິນໂດເນເຊຍ ພົບປະສອງຝ່າຍ ທີ່ມະນີລາ

ລມຕ ກະຊວງການຕ່າງປະເທດ ລາວ-ອິນໂດເນເຊຍ ພົບປະສອງຝ່າຍ ທີ່ມະນີລາ

ໃນວັນທີ 13 ພະຈິກຜ່ານມານີ້ ທີ່ ນະຄອນຫຼວງມານິລາ ປະເທດຟີລິບປິນ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ທ່ານ ອາມານະຖາ ຄຣິສເຕຍວານ ນາເຊຍ(ArrmanathaChristiawan Nasir) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ໃນໂອກາດ ເດີນທາງມາເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມອື່ນໆທີ່ກ່ຽວ ຂ້ອງ ຊຶ່ງຈັດຂຶ້ນໃນວັນທີ 15-17 ພະຈິກ ນີ້.
ມອບ-ຮັບຈຸດກວດກາຢາເສບຕິດຢູ່ເມືອງຫົງສາ ມູນຄ່າ 280,000 ໂດລາ

ມອບ-ຮັບຈຸດກວດກາຢາເສບຕິດຢູ່ເມືອງຫົງສາ ມູນຄ່າ 280,000 ໂດລາ

ພິທີມອບ-ຮັບຈຸດກວດກາຢາເສບຕິດ ແລະ ອາຊະຍກຳທຸກປະເພດທີ່ເມືອງຫົງສາ ແຂວງໄຊຍະບູລີ ພາຍໃຕ້ໂຄງການຊ່ວຍເຫຼືອ ຈາກກອງທຶນຊັບສິນທີ່ຖືກຮິບ ຂອງອົສຕຣາລີ ແລະ ຕໍາຫຼວດແຫ່ງຊາດ ອົສຕຣາລີ ໄດ້ຈັດຂຶ້ນໃນວັນທີ 13 ພະຈິກນີ້, ທີ່ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ກົມໃຫຍ່ຕຳຫຼວດ ກະຊວງ ປ້ອງກັນຄວາມສະຫງົບ (ປກສ), ເຂົ້າຮ່ວມໂດຍທ່ານ ພົນຈັດຕະວາ ສາລີ ພຸດທະວົງ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ, ທ່ານ ເຄຼກ ພາມເມີ ຜູ້ບັນຊາການຕໍາຫຼວດແຫ່ງຊາດອົສຕຣາລີ ປະຈໍາພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ທ່ານ ນາງ ແມ ແກນ ຈອນ ເອກອັກຄະລັດຖະທູດ ອົສຕຣາລີ ປະຈໍາ ສປປ ລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າ 500 ກວ ລາວ-ຈີນ ປູພື້ນຖານໃຫ້ລາວ ກ້າວສູ່ການເປັນສູນກາງພະລັງງານສະອາດ

ໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າ 500 ກວ ລາວ-ຈີນ ປູພື້ນຖານໃຫ້ລາວ ກ້າວສູ່ການເປັນສູນກາງພະລັງງານສະອາດ

ທ່ານ ສຸລິວັນ ທຳມະວົງ ຮອງຜູ້ອຳນວຍການ ບໍລິສັດ ສາຍສົ່ງໄຟຟ້າແຫ່ງຊາດລາວ ຈຳກັດ (EDL-T) ໄດ້ໃຫ້ສຳພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ວ່າ: ໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າ 500 ກິໂລໂວນ ລາວ-ຈີນ ເປັນບາດກ້າວສຳຄັນທາງຍຸດທະສາດໃນການພັດທະນາຂະແໜງພະລັງງານຂອງ ສປປ ລາວ ຊຶ່ງບໍ່ພຽງແຕ່ຊ່ວຍເພີ່ມຂີດຄວາມສາມາດໃນການສົ່ງໄຟຟ້າຂ້າມແດນ, ແຕ່ຍັງຊ່ວຍຍົກລະ ດັບຄວາມໝັ້ນຄົງດ້ານການສະໜອງໄຟຟ້າ, ສ້າງລາຍຮັບເຂົ້າປະເທດ, ຖ່າຍທອດເຕັກໂນໂລຊີ ແລະ ພັດທະນາບຸກຄະລາກອນ ໃນ ສປປ ລາວ ໃຫ້ມີຄວາມສາມາດໃນການຄຸ້ມຄອງລະບົບຕາໜ່າງໄຟຟ້າ ແຮງສູງດ້ວຍຕົນເອງ.
ສະຖານທູດລາວ ປະຈຳ ສ ເກົາຫຼີ ປະດັບຫຼຽນກາມິດຕະພາບໃຫ້ທ່ານ ຊາງກີບູນ ຊ່ຽວຊານ ສເກົາຫຼີ

ສະຖານທູດລາວ ປະຈຳ ສ ເກົາຫຼີ ປະດັບຫຼຽນກາມິດຕະພາບໃຫ້ທ່ານ ຊາງກີບູນ ຊ່ຽວຊານ ສເກົາຫຼີ

ເມື່ອບໍ່ດົນມານີ້, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສ ເກົາຫຼີ ໄດ້ຈັດພິທີປະດັບຫຼຽນກາມິດຕະພາບ (Cross of Friendship Medal) ໃຫ້ແກ່ ທ່ານ ຊາງກີ ບູນ (Mr. SangkiByoun) ຊ່ຽວຊານຈາກອົງການສົ່ງເສີມອຸດສາຫະກຳ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານແຫ່ງຊາດ (NIPA) ຂອງ ສ ເກົາຫຼີ.
ເພີ່ມເຕີມ