ການນຳ ແຂວງຫຼວງພະບາງ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງວຽງຄໍາ

ການນຳ ແຂວງຫຼວງພະບາງ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງວຽງຄໍາ

ການນຳ ແຂວງຫຼວງພະບາງ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງວຽງຄໍາ
ວັນທີ 5 ສິງຫາຜ່ານມານີ້, ທ່ານ ບຸນເລື່ອມ ມະນີວົງ, ກຳມະການສູນກາງພັກ, ເລຂາບໍລິຫານງານພັກແຂວງ, ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 6, ປະທານສະພາປະຊາຊົນແຂວງຫຼວງພະບາງ, ພ້ອມຄະນະ ໄດ້ລົງເຄື່ອນໄຫວພົບປະຜູ້ມີສິດປ່ອນບັດເລືອກຕັ້ງ ຢູ່ສະໂມ ສອນໃຫຍ່ຂອງເມືອງວຽງຄໍາ, ມີການນຳຂອງເມືອງ, ພະນັກງານລັດຖະກອນ, ຄະນະປະທານບ້ານ ແລະຜູ້ມີສິດປ່ອນບັດເລືອກຕັ້ງ ຈາກ 5 ບ້ານໃນເທດສະບານເມືອງ ເຂົ້າຮ່ວມ.
ການນຳ ແຂວງຫວງພະບາງ ຊກຍວຽກງານຮອບດານຢເມອງວຽງຄາ - image 1
 

 

ທ່ານ ສອນສັກ ສຸລິເສີມ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ ແລະ ປະທານຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງວຽງຄໍາ ໄດ້ລາຍງານສະພາບລວມໂດຍຫຍໍ້ຂອງເມືອງວ່າ: ເມືອງວຽງຄໍາ ມີ 72 ບ້ານ, ພົນລະເມືອງ 33,290 ຄົນ, ຍິງ 15,900 ຄົນ, ວຽກງານຈຸດສຸມຂອງເມືອງ ທີ່ກໍານົດໄວ້ຕາມແຜນພັດທະນາເສດຖະກິດ-ສັງຄົມໃນປີ 2026 ວາງໄວ້ ທັງໝົດ 72 ໂຄງການ ມູນຄ່າ 41 ຕື້ກວ່າກີບ ຈັດຕັ້ງປະຕິບັດໄດ້ 27 ໂຄງການ ທຽບໃສ່ແຜນປີ ປະຕິບັດໄດ້ 37.50%, ພ້ອມນັ້ນ ທ່ານໄດ້ຕາງໜ້າການນຳ ແລະ ປະຊາຊົນພາຍໃນເມືອງ, ສະເໜີໃຫ້ການນຳຂອງແຂວງ ຊ່ວຍຊີ້ນໍາພະແນກການທີ່ກ່ຽວຂ້ອງ ຊຸກຍູ້ບໍລິສັດ ສືບຕໍ່ດຳເນີນການກໍ່ສ້າງຕິດຕັ້ງ-ໄຟຟ້າ ຈໍານວນ 3 ບ້ານ, ສືບຕໍ່ກໍ່ສ້າງເສັ້ນທາງ ຕາມການອະນຸບັດທຶນໄພພິບັດ ຢູ່ພາຍໃນເມືອງ, ເພື່ອອຳນວຍຄວາມສະດວກໃນການພັດທະນາເສດຖະກິດຂອງທ້ອງຖິ່ນ.

ການນຳ ແຂວງຫວງພະບາງ ຊກຍວຽກງານຮອບດານຢເມອງວຽງຄາ - image 2
 

ຈາກນັ້ນ ຜູ້ຕາງໜ້າຂະແໜງການກ່ຽວຂ້ອງຂັ້ນແຂວງ ໄດ້ຂຶ້ນຊີ້ແຈງ ແລະ ເຜີຍແຜ່ນິຕິກຳທີ່ກ່ຽວຂ້ອງ ເພື່ອໃຫ້ປະຊາຊົນມີສ່ວນຮ່ວມໃນການຮັກສາສິ່ງແວດລ້ອມ, ອະນາໄມຮ່ອງລະບາຍນ້ຳແຄມທາງ ແລະ ສົ່ງເສີມການປູກກາເຟ ເພາະເປັນພືດເສດຖະກິດ ທີ່ສ້າງລາຍຮັບໃຫ້ປະຊາຊົນ ໄດ້ດີ. ໂອກາດນີ້, ທ່ານ ບຸນເລື່ອມ ມະນີວົງ ໄດ້ນຳສະເໜີເນື້ອໃນ ແລະ ຜົນສຳເລັດສຳຄັນຂອງກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V ໃຫ້ຜູ້ເຂົ້າຮ່ວມຮັບຮູ້ຢ່າງກວ້າງຂວາງ ແລະ ໃຫ້ທິດຊີ້ນຳວຽກງານບາງດ້ານ ຢູ່ພາຍໃນເມືອງວຽງຄໍາ, ເພື່ອໃຫ້ປະຊາຊົນຮ່ວມກັນສ້າງສາ ແລະ ພັດທະນາທ້ອງຖິ່ນ ໃຫ້ມີຄວາມຈະເລີນກ້າວໜ້າ. ຕອນທ້າຍ ທ່ານໄດ້ຕາງໜ້າສະພາປະຊາຊົນ ແລະ ການນຳຂັ້ນແຂວງ ໄດ້ມອບເງິນ 50 ລ້ານກີບ ພ້ອມຄອມພິວເຕີ 2 ຊຸດ ໃຫ້ແກ່ສະພາປະຊາຊົນເມືອງວຽງຄໍາ ເພື່ອນຳໃຊ້ໃນວຽກງານສະພາປະຊາຊົນແຂວງປະຈຳເມືອງ, ທັງມອບເງິນຈຳນວນ 25 ລ້ານກີບ ໃຫ້ແກ່ 5 ບ້ານທີ່ເຂົ້າຮ່ວມ ເພື່ອນຳໄປຊຸກຍູ້ການຈັດຕັ້ງປະຕິບັດວຽກງານຢູ່ຮາກຖານ ໃຫ້ມີປະສິດທິຜົນສູງຂຶ້ນ. (ຂ່າວ-ພາບ: ທະນູສິນ ອິດທິພົນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກອງບັນຊາການທະຫານແຂວງອັດຕະປື ປາຖະກະຖາ 2 ວັນປະຫວັດສາດ

ກອງບັນຊາການທະຫານແຂວງອັດຕະປື ປາຖະກະຖາ 2 ວັນປະຫວັດສາດ

ວັນທີ 23 ກັນຍາຜ່ານມາ, ກອງບັນຊາການທະຫານແຂວງອັດຕະປື ໄດ້ຈັດພິທີປາຖະກະຖາວັນຍຶດອຳ ນາດ ຄົບຮອບ 51 ປີ (23 ສິງຫາ 1975-23 ສິງຫາ 2026) ແລະ ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 24 ປີ (9 ກັນຍາ 2002-9 ກັນຍາ 2026) ໂດຍການເປັນປະທານຂອງສະຫາຍ ພັນເອກ ຈັນທະໜາ ກົມມະເມືອງ ຮອງປະທານສະຫະພັນນັກຮົບເກົ່າແຂວງ, ມີຄະນະພັກ-ຄະນະບັນຊາ ແລະ ພະນັກ ງານ-ນັກຮົບເຂົ້າຮ່ວມ.
ເນປານເຕືອນນັກທ່ອງທ່ຽວໃຫ້ລະມັດລະວັງໃນເສັ້ນທາງພູແລະ ພູສູງ

ເນປານເຕືອນນັກທ່ອງທ່ຽວໃຫ້ລະມັດລະວັງໃນເສັ້ນທາງພູແລະ ພູສູງ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 23 ກັນຍາ ຜ່ານມາວ່າ: ຄະ​ນະ​ກຳມະການການທ່ອງ​ທ່ຽວ​ເນ​ປານ​ອອກ​ຄຳ​ເຕືອນ​ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທາງ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ. ພາຍຫຼັງທີ່ເຈົ້າໜ້າທີ່ຄາດຄະເນວ່າ ຈະມີຝົນຕົກໜັກເຖິງໜັກຫຼາຍໃນຫຼາຍພື້ນທີ່ຂອງປະເທດລະຫວ່າງວັນທີ 25-27 ກັນຍານີ້.
ເປີດຮຽນກໍ່ສ້າງນາຍສິບທະຫານຮາບ ແລະ ບຳລຸງການທະຫານຂັ້ນພື້ນຖານລະບົບ 6 ເດືອນ

ເປີດຮຽນກໍ່ສ້າງນາຍສິບທະຫານຮາບ ແລະ ບຳລຸງການທະຫານຂັ້ນພື້ນຖານລະບົບ 6 ເດືອນ

ໂຮງຮຽນການທະຫານທ້ອງຖິ່ນແຂວງຈໍາປາສັກ ໄດ້ເປີດຮຽນກໍ່ສ້າງນາຍສິບທະຫານຮາບ ລະບົບ 1 ປີ ຊຸດທີ XVII ແລະ ບຳລຸງການທະຫານຂັ້ນພື້ນຖານລະບົບ 6 ເດືອນ ຊຸດທີ VIII ປະຈຳສົກຮຽນ 2026-2027 ຂຶ້ນໃນວັນທີ 23 ກັນຍາຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພັນເອກ ສິດປະເສີດ ນວນມະນີວົງ ຮອງເລຂາຄະນະພັກ, ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຈຳປາສັກ, ມີຄະນະພັກ-ຄະນະບັນຊາ, ພະນັກງານ ຄູ-ອາຈານ ແລະ ນັກຮຽນທັງສອງລະບົບເຂົ້າຮ່ວມ.
ປະທານ ອພສ ແຂວງຫຼວງພະບາງ ເຄື່ອນໄຫວຢ້ຽມຢາມເມືອງວຽງຄຳ

ປະທານ ອພສ ແຂວງຫຼວງພະບາງ ເຄື່ອນໄຫວຢ້ຽມຢາມເມືອງວຽງຄຳ

ວັນທີ 22 ກັນຍາຜ່ານມາ, ທີ່ສະໂມສອນໃຫຍ່ເມືອງວຽງຄຳ ແຂວງຫຼວງພະບາງ ໄດ້ຈັດພິທີຕ້ອນຮັບພະອາຈານໃຫຍ່ ອ່ອນແກ້ວ ກິຕຕິພັທໂທ ຜູ້ຊ່ວຍປະທານສູນກາງ ອົງການພຸດທະສາສະໜາສໍາພັນແຫ່ງ ສປປ ລາວ ປະທານອົງການພຸດທະສາສະໜາສໍາພັນລາວ (ອພສ) ແຂວງຫຼວງພະບາງ ໄດ້ເຄື່ອນໄຫວຢ້ຽມຢາມ ຄະນະ ອພສ ເມືອງວຽງຄຳ, ມີທ່ານ ສອນສັກ ສຸຂະເສີມ ປະທານຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງວຽງຄຳ ພ້ອມດ້ວຍຄະນະເຂົ້າຮ່ວມ.
ສະຫາຍ ວັນໄຊ ພອງສະຫວັນ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອັດຕະປື

ສະຫາຍ ວັນໄຊ ພອງສະຫວັນ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອັດຕະປື

ໃນວັນທີ 23 ກັນຍາຜ່ານມານີ້, ສະຫາຍວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກຄະນະເລຂາທິການສູນກາງພັກປະທານຄະນະກວດກາສູນກາງພັກປະທານອົງການກວດກາແຫ່ງລັດຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອັດຕະປື ໃຫ້ກຽດຕ້ອນຮັບໂດຍສະຫາຍ ບຸນເຖິງ ດວງສະຫວັນ ກຳມະການສູນກາງພັກເລຂາຄະນະພັກແຂວງປະທານສະພາປະຊາຊົນແຂວງອັດຕະປື ພ້ອມດ້ວຍຄະນະ.
ໜ່ວຍສິລະປະສະມັກຫຼິ້ນ ກອງພົນທີ 2 ຜ່ານລາຍການສະແດງ

ໜ່ວຍສິລະປະສະມັກຫຼິ້ນ ກອງພົນທີ 2 ຜ່ານລາຍການສະແດງ

ໃນວັນທີ 23 ກັນຍາຜ່ານມາ, ໜ່ວຍສິລະປະສະມັກຫຼິ້ນຂອງກອງພົນທີ 2 ໄດ້ຜ່ານລາຍ ການສະແດງ ເພື່ອກຽມສະແດງຮັບໃຊ້ງານສະເຫຼີມສະຫຼອງວັນສ້າງຕັ້ງກອງພົນທີ 2 ຄົບຮອບ 45 ປີ ໂດຍການເຂົ້າຮ່ວມຂອງສະຫາຍ ພົນຈັດຕະວາ ຄຳຜິວ ມະນີວົງ ຫົວໜ້າການເມືອງກອງພົນທີ 2 ພ້ອມດ້ວຍຄະນະຮັບຜິດຊອບເຂົ້າຮ່ວມ.
ປະກອບຄໍາເຫັນໃສ່ຮ່າງການວິເຄາະ ແລະ ກໍານົດຕໍາແໜ່ງງານຂອງກົມ ສພຊ

ປະກອບຄໍາເຫັນໃສ່ຮ່າງການວິເຄາະ ແລະ ກໍານົດຕໍາແໜ່ງງານຂອງກົມ ສພຊ

ກອງປະຊຸມປຶກສາຫາລື, ປະກອບຄໍາເຫັນໃສ່ຮ່າງການວິເຄາະ ແລະ ກໍານົດຕໍາແໜ່ງງານຂອງບັນດາກົມພາຍໃນສະພາແຫ່ງຊາດ (ສພຊ) ແລະ ປັບປຸງບາງມາດຕາຂອງຂໍ້ຕົກລົງວ່າດ້ວຍການປະຕິບັດນະໂຍບາຍຂອງສະພາແຫ່ງຊາດໄດ້ຈັດຂຶ້ນໃນລະຫວ່າງວັນທີ 22-23 ກັນຍານີ້, ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ບຸນຈັນ ສີວົງພັນ ກໍາມະການສູນກາງພັກ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ມີບັນດາ ຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ວິທະຍາກອນຈາກກົມພັດທະນາການບໍລິຫານລັດຂອງຄະນະຈັດຕັ້ງສູນກາງພັກ, ຄະນະກົມ-ພະແນກ ແລະ ພະນັກງານ-ລັດຖະກອນທີ່ຮັບຜິດຊອບວຽກງານດັ່ງກ່າວພາຍໃນ ສພຊ ເຂົ້າຮ່ວມຫຼາຍກວ່າ 60 ຄົນ.
ເມືອງສາລະວັນ ສຸມໃສ່ຮັກສາຄວາມສະຫງົບປອດໄພໃນໄລຍະບຸນຊ່ວງເຮືອປະເພນີປະຈຳປີ 2026

ເມືອງສາລະວັນ ສຸມໃສ່ຮັກສາຄວາມສະຫງົບປອດໄພໃນໄລຍະບຸນຊ່ວງເຮືອປະເພນີປະຈຳປີ 2026

ເມືອງສາລະວັນ ແຂວງສາລະວັນ ໄດ້ກະກຽມຄວາມພ້ອມຮອບດ້ານ ເພື່ອຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພ ເພື່ອອຳນວຍຄວາມສະດວກໃນການສັນຈອນໄປ-ມາໃນໄລຍະງານບຸນຊ່ວງເຮືອປະເພນີປະຈຳປີ 2026 ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 25-26 ກັນຍານີ້, ເພື່ອສືບສານຮີດຄອງປະເພນີອັນດີງາມຂອງຊາດ, ຂອງທ້ອງຖິ່ນ ແລະ ຮັບປະກັນຄວາມປອດໄພໃຫ້ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດໃຫ້ມີບັນຍາກາດເບີກບານມ່ວນຊື່ນ.
ກອງພັນໃຫຍ່ 611 ປາຖະກະຖາມູນເຊື້ອວັນສຳຄັນທາງປະຫວັດສາດ

ກອງພັນໃຫຍ່ 611 ປາຖະກະຖາມູນເຊື້ອວັນສຳຄັນທາງປະຫວັດສາດ

ວັນທີ 23 ກັນຍານີ້, ກອງພັນໃຫຍ່ 611 ໄດ້ຈັດພິທີປາຖະກະຖາມູນເຊື້ອວັນສຳຄັນທາງປະຫວັດສາດຂອງພັກ-ຂອງຊາດ ຄື: ວັນຊາດ ສສ ຫວຽດນາມ ຄົບຮອບ 81 ປີ ແລະ ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 24 ປີ ໂດຍການເປັນປະທານຂອງສະຫາຍ ພັນເອກ ອຸໄທ ຖະໜອມໃຈ ຫົວໜ້າການເມືອງ ກອງພັນໃຫຍ່ 611, ມີຄະນະພັກ-ຄະນະບັນຊາ, ອົງການ, ກົມກອງ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ເຜີຍແຜ່ຮ່າງກຳນົດອັດຕາຊົດເຊີຍໂຄງການທາງດ່ວນ ບໍລິຄຳໄຊ-ແທງຖູຍ

ເຜີຍແຜ່ຮ່າງກຳນົດອັດຕາຊົດເຊີຍໂຄງການທາງດ່ວນ ບໍລິຄຳໄຊ-ແທງຖູຍ

ຄະນະກຳມະການຄົ້ນຄວ້າຊົດເຊີຍຜົນກະທົບຕາມແລວເສັ້ນທາງດ່ວນວຽງຈັນ-ຮ່າໂນ້ຍ ເຂດບໍລິຄຳໄຊ-ແທງຖູຍ ໄດ້ເຜີຍແຜ່ຮ່າງກຳນົດອັດຕາຊົດເຊີຍ ໃນວັນທີ 23 ກັນຍານີ້, ທີ່ຫ້ອງການບ້ານທົ່ງໃຫຍ່ ເມືອງປາກຊັນ ແຂວງບໍລິຄຳໄຊ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ສຸລິຈັນ ທ່ຽງຈັນໄຊ ຮອງປະທານຄະນະກຳມະການປົກຄອງເມືອງປາກຊັນ, ມີປະທານຄະນະກຳການປົກຄອງຕາແສງບົວວຽງຄຳ, ຮອງປະທານຄະນະກຳມະການປົກຄອງຕາແສງໄຊຈະເລີນ, ອໍານາດການປົກຄອງບ້ານທົ່ງໃຫຍ່, ຫາດຊາຍສູງ, ສີບຸນເຮືອງ ແລະ ຕາງໜ້າຄອບຄົວທີ່ມີເນື້ອທີ່ຖືກຜົນກະທົບຈາກໂຄງການເຂົ້າຮ່ວມ.
ເພີ່ມເຕີມ