ປະຊາຊົນກູບາ ຂໍຮ່ວມສະເຫຼີມສະຫຼອງກັບປະຊາຊົນລາວອ້າຍນ້ອງ ໃນວັນແຫ່ງຄວາມສໍາຄັນໃນການກໍານົດຊາຕາກຳຂອງຕົນເອງຢ່າງສົມບູນເພື່ອຜົນປະໂຫຍດຂອງມວນມະນຸດຊາດ.ສາຍພົວພັນສອງຝ່າຍຂອງສອງຊາດພວກເຮົາແມ່ນໄດ້ເຊື່ອມໂຍງເຂົ້າກັນຢ່າງແໜ້ນແຟ້ນມາເປັນເວລາຫຼາຍກວ່າ 50 ປີ ບົນພື້ນຖານມິດສະຫາຍ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ.
ໃນໂອກາດອັນສະຫງ່າລາສີນີ້ ຈຶ່ງຂໍຢືນຢັນຄືນໃໝ່ເຖິງຄວາມຕັ້ງໃຈອັນໜຽວແໜ້ນທີ່ຈະສືບຕໍ່ເສີມຂະຫຍາຍສາຍພົວພັນອັນສະໜິດສະໜົມລະຫວ່າງສອງພັກ,ປະຊາຊົນສອງຊາດ ແລະ ສອງລັດຖະບານ ຂອງພວກເຮົາໃຫ້ຍິ່ງແຂງແຮງກວ່າເກົ່າ. ດ້ວຍຄວາມນັບຖືຢ່າງສູງ.
ໃນໂອກາດດຽວກັນ, ນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ກູບາ ກໍໄດ້ສົ່ງສານອວຍພອນເຖິງຄູ່ຮ່ວມຕຳແໜ່ງ ແຫ່ງ ສປປ ລາວ ເຊັ່ນດຽວກັນ.
ຄໍາເຫັນ