ເຄື່ອນໄຫວຕິດຕາມຄວາມຄືບໜ້າໂຄງການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ

ການນໍາແຂວງຄຳມ່ວນ ຕິດຕາມຄວາມຄືບໜ້າໂຄງການກໍ່ສ້າງເສັ້ນທາງຢູ່ 3 ເມືອງ

ການນໍາແຂວງຄຳມ່ວນ ຕິດຕາມຄວາມຄືບໜ້າໂຄງການກໍ່ສ້າງເສັ້ນທາງຢູ່ 3 ເມືອງ
ວັນທີ 21 ທັນວາຜ່ານມາ, ການນໍາແຂວງຄໍາມ່ວນນໍາໂດຍ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຕິດຕາມຄວາມຄືບໜ້າໂຄງການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ຢູ່ 3 ເມືອງຄື: ເມືອງມະຫາໄຊ,

ບົວລະພາ ແລະ ເມືອງໄຊບົວທອງ ໂດຍມີການນໍາເມືອງ ແລະ ພາກສ່ວນບໍລິສັດຜູ້ຮັບເໝົາເຂົ້າຮ່ວມ.

ການລົງຕິດຕາມຄວາມຄືບໜ້າການກໍ່ສ້າງສ້ອມແປງເສັ້ນທາງໃນຄັ້ງນີ້, ປະກອບມີໂຄງການກໍ່ສ້າງເສັ້ນທາງເບຕົງ ທາງຫຼວງແຫ່ງຊາດ 1F ແຕ່ ກມ 5+880 ຫາ ກມ 8+700 ໜ້າໂຮງງານ ບໍລິສັດ ຄໍາມ່ວນຊີມັງ KCL ເມືອງມະຫາໄຊ ມີລວງຍາວ 2.500 ແມັດ, ໜ້າທາງກວ້າງ 8 ແມັດ, ມູນຄ່າໃນການກໍ່ສ້າງທັງໝົດ 19 ຕື້ກວ່າກີບ, ໂດຍແມ່ນບໍລິສັດ ເກດສຸວັນ ຈໍາກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ, ເລີ່ມຈັດຕັ້ງປະຕິບັດແຕ່ກາງເດືອນ ພະຈິກ 2024, ມາຮອດປັດຈຸບັນປະຕິບັດໄດ້ 17%; ໂຄງການປັບປຸງຍົກລະດັບທາງປູຢາງສອງຊັ້ນທາງຫຼວງແຫ່ງຊາດ1F(ຊ່ວງທີ່1) ແຕ່ຂົວຫ້ວຍສາໂທ ຫາ ສີ່ແຍກປ່າໜາມ ເມືອງມະຫາໄຊ, ມີລວງຍາວ 19.8 ກິໂລແມັດ, ກ້ວາງ 8 ແມັດ, ມູນຄ່າສັນຍາກໍ່ສ້າງໂຄງການ 58 ຕື້ກ່ວາກີບ, ເລີ່ມຈັດຕັ້ງປະຕິບັດໃນເດືອນ ມີນາ 2024, ມາຮອດປະຈຸບັນສາມາດຈັດຕັ້ງປະຕິບັດໄດ້ 66.17%, ຮັບເໝົາໂດຍ ບໍລິສັດ ແສງຈະເລີນ ກໍ່ສ້າງຂົວທາງ ຈຳກັດຜູ້ດຽວ; ໂຄງການກໍ່ສ້າງເສັ້ນທາງຫຼວງແຫ່ງຊາດ 001F (ຊ່ວງທີ 2) ແຕ່ 4 ແຍກປ່າໜາມເມືອງມະຫາໄຊຫາສໍານັກງານເມືອງໄຊບົວທອງ, ມີຄວາມຍາວ 20 ກິໂລແມັດ, ກວ້າງ 8 ແມັດ, ເລີ່ມຈັດຕັ້ງປະຕິບັດໃນເດືອນ ມີນາ 2024 ປັດຈຸບັນມີຄວາມຄືບໜ້າ 63.06%, ມູນຄ່າການກໍ່ສ້າງ 59 ຕື້ກວ່າກີບ, ໂດຍແມ່ນບໍລິສັດ ເກດສຸວັນ ຈໍາກັດຜູ້ດຽວ ເປັນຜູ້ຮັບເໜົາ. ທັງສອງໂຄງການນີ້ຄາດວ່າຈະສຳເລັດໃນກາງປີ 2025; ໂຄງການກໍ່ສ້າງເສັ້ນທາງປູຢາງສອງຊັ້ນທາງເບີ 5507 ແຕ່ແຍກປ່າໜາມ ຫາ ເມືອງ ບົວລະພາ, ມູນຄ່າສັນຍາ 145 ຕື້ກວ່າກີບ, ມີລວງຍາວ 56.5 ກິໂລແມັດ, ກວ້າງ 8 ແມັດ, ປັດຈຸບັນແມ່ນຈັດຕັ້ງປະຕິບັດສໍາເລັດ100%; ໂຄງການກໍ່ສ້າງເສັ້ນທາງປູຢາງສອງຊັ້ນແຕ່ແຍກບ້ານນາກະຈັນທົ່ງ ຫາ ເມືອງບົວລະພາ, ມີລວງຍາວ 4.4 ກິໂລແມັດ, ກວ້າງ 8 ແມັດ, ເລີ່ມລົງມືປະຕິບັດໃນຕົ້ນເດືອນທັນວານີ້, ປັດຈຸບັນສໍາເລັດ 10%, ລວມມູນຄ່າກໍ່ສ້າງ 12 ຕື້ກວ່າກີບ, ໂດຍແມ່ນບໍລິສັດ ພີພີເອັສທີ ກໍ່ສ້າງຂົວ-ທາງ ເປັນຜູ້ຮັບເໝົາກໍ່ສ້າງ, ຄາດວ່າ ຈະໃຫ້ສໍາເລັດໃນເດືອນ ມີນາ ປີ 2025.

ໂອກາດນີ້ ທ່ານເຈົ້າແຂວງ ຄໍາມ່ວນ ຍັງໄດ້ສະເໜີ ມາຍັງພະແນກການທີ່ກ່ຽວຂ້ອງຂັ້ນແຂວງ ແລະ ເມືອງ ຈົ່ງສືບຕໍ່ໃນການຊຸກຍູ້ສົ່ງເສີມການມີສ່ວນຮ່ວມຂອງສັງຄົມ ເພື່ອອໍານວຍຄວາມສະດວກໃຫ້ແກ່ການກໍ່ສ້າງ ແລະ ປະສານສົມທົບກັບພາກສ່ວນບໍລິສັດ ເພື່ອຕິດຕາມກວດກາດ້ານເຕັກນິກໃຫ້ໄດ້ມາດຕະຖານການກໍ່ສ້າງ, ພ້ອມທັງ ເນັ້ນໃຫ້ບໍລິສັດຜູ້ຮັບເໝົາຈົ່ງສືບຕໍ່ເອົາໃຈໃສ່ໃນການຈັດຕັ້ງປະຕິບັດໃຫ້ມີຄວາມສໍາເລັດໂດຍໄວ, ທັງຮັບປະກັນຄຸນນະພາບ ແລະ ທັນຕາມກໍານົດເວລາ.

(ຂ່າວ: ມະນີວັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ທ່າອ່ຽງສະພາບອັດຕາເງິນເຟີ້ຂອງ ສປປ ລາວ ໃນ 3 ເດືອນຕົ້ນປີ

ທ່າອ່ຽງສະພາບອັດຕາເງິນເຟີ້ຂອງ ສປປ ລາວ ໃນ 3 ເດືອນຕົ້ນປີ

ໂດຍ: ສ.ບຸດປະຊາ ອັດຕາເງິນເຟີ້ຂອງ ສປປ ລາວ ໃນໄລຍະ 3 ເດືອນຕົ້ນປີ 2025 ໄດ້ມີຈັງຫວະທີ່ຊ້າລົງຕິດຕໍ່ກັນ ຊຶ່ງສາເຫດຕົ້ນຕໍ ທີ່ສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ ການລົງທຶນ ໄດ້ລະບຸໃນບົດລາຍງານອັດຕາເງິນເຟີ້ ປະຈໍາເດືອນມັງກອນ, ກຸມພາ ແລະ ມີນາ
ພັດທະນາ ແລະ ຄຸ້ມຄອງລະບົບພາສີເປັນທັນສະໄໝແບບລວມສູນ

ພັດທະນາ ແລະ ຄຸ້ມຄອງລະບົບພາສີເປັນທັນສະໄໝແບບລວມສູນ

ເມື່ອບໍ່ດົນມານີ້,ກະຊວງການເງິນ ແລະ ບໍລິສັດ ໄອຄິວຣີ້ເທັກ ຈໍາກັດ ໄດ້ລົງນາມສັນຍາພັດທະນາ ແລະ ຄຸ້ມຄອງລະບົບພາສີເປັນທັນສະໄໝລວມສູນ ໂດຍການລົງນາມຂອງທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ສີສຸລິນ ໂຊກໄຊ
ອຸດົມໄຊ ສະຫຼຸບວຽກງານ ກະ​ສິກໍາ-ປ່າ​ໄມ້ ແລະ​ ພັດ​ທະ​ນາ​ຊົນ​ນະ​ບົດ

ອຸດົມໄຊ ສະຫຼຸບວຽກງານ ກະ​ສິກໍາ-ປ່າ​ໄມ້ ແລະ​ ພັດ​ທະ​ນາ​ຊົນ​ນະ​ບົດ

ພະແນກ​ກະ​ສິກໍາແລະ ​ປ່າ​ໄມ້ແຂວງອຸດົມ​ໄຊໄດ້ຈັດກອງປະຊຸມສະຫຼຸບການ​ຈັດ​ຕັ້ງ​ປະ​ຕິ​ບັດວຽກງານກະ​ສິກໍາ-ປ່າ​ໄມ້ແລະພັດ​ທະ​ນາ​ຊົນ​ນະ​ບົດປະຈຳປີ 2024 ແລະວາງທິດທາງແຜນການປະຈຳປີ 2025 ຂຶ້ນເມື່ອບໍ່ດົນມານີ້ໂດຍການເປັນປະທານຂອງທ່ານພິມ​ມະ​ເສນຄຸນ​ສີ​ລິ​ວົງຫົວໜ້າພະແນກ​ກະ​ສິກໍາແລະ ​ປ່າ​ໄມ້,
ກວດກາຄວາມສອດຄ່ອງຮ່າງກົດໝາຍ ວ່າດ້ວຍການປູກຝັງ

ກວດກາຄວາມສອດຄ່ອງຮ່າງກົດໝາຍ ວ່າດ້ວຍການປູກຝັງ

ໃນລະຫວ່າງວັນທີ 17-19 ເມສານີ້, ກະຊວງຍຸຕິທຳ ໄດ້ຈັດກອງປະຊຸມ ກວດກາຄວາມສອດຄ່ອງຮ່າງກົດໝາຍ ວ່າດ້ວຍການປູກຝັງຂຶ້ນທີ່ໂຮງແຮມລອງງື່ມວີວເມືອງແກ້ວອຸດົມແຂວງວຽງຈັນໂດຍການເປັນປະທານຮ່ວມຂອງ ທ່ານກົງຈີຢ່າງຈື່ຮອງລັດຖະມົນຕີກະຊວງຍຸຕິທຳແລະທ່ານກິແກ້ວສິງນາວົງ
ຫ້ອງວ່າການແຂວງຜົ້ງສາລີ ເຊື່ອມຊຶມ ເອກະສານສຶກສາອົບຮົມການເມືອງ-ແນວຄິດ

ຫ້ອງວ່າການແຂວງຜົ້ງສາລີ ເຊື່ອມຊຶມ ເອກະສານສຶກສາອົບຮົມການເມືອງ-ແນວຄິດ

ວັນທີ 18 ເມສານີ້ ຫ້ອງວ່າການແຂວງຜົ້ງສາລີ ໄດ້ຈັດກອງປະຊຸມເຜີຍແຜ່ ແລະ ເຊື່ອມຊຶມ ເອກະສານສຶກສາອົບຮົມການເມືອງ-ແນວຄິດສຳລັບສະມາຊິກພັກ, ພະນັກງານຫຼັກແຫຼ່ງ ເພື່ອດຳເນີນກອງປະຊຸມໃຫ່ຍ 3 ຂັ້ນ ຂອງພັກ ຂຶ້ນຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ,
ເມືອງແກ່ນທ້າວ ຈັດກິດຈະກໍາແຫ່ນາງສັງຂານ ແລະ ບາສີສູ່ຂວັນນາງສັງຂານ.

ເມືອງແກ່ນທ້າວ ຈັດກິດຈະກໍາແຫ່ນາງສັງຂານ ແລະ ບາສີສູ່ຂວັນນາງສັງຂານ.

ວັນທີ 16 ເມສາຜ່ານມານີ້, ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດກິດຈະກໍາແຫ່ນາງສັງຂານ ແລະ ບາສີສູ່ຂວັນນາງສັງຂານ ຕາມຮີດຄອງປະເພນີ ທີ່ເຄີຍປະຕິບັດກັນມາ, ເຂົ້າຮ່ວມມີທ່ານ ສີຄານ ແກ່ນມະນີ ຮອງເລຂາຄະນະບໍລິຫານງານພັກເມືອງ,

ເມືອງສາມັກຄີໄຊ ຕົບພະຊາຍ ໜຶ່ງໃນກິດຈະກຳສະຫຼອງປີໃໝ່ລາວ

ເມືອງສາມັກຄີໄຊ ຕົບພະຊາຍ ໜຶ່ງໃນກິດຈະກຳສະຫຼອງປີໃໝ່ລາວ

ໃນວັນທີ16 ເມສາຜ່ານມາ ທິ່ຫາດຊາຍດອນແກ້ງໄຊ ເມືອງສາມັກຄີໄຊ ແຂວງອັດຕະປື ໄດ້ມີການຈັດພິທີຕົບພະຊາຍ ໜຶ່ງໃນກິດຈະກຳສະຫຼອງປີໃໝ່ລາວເພື່ອເປັນການອານຸລັກປົກປັກຮັກສາ ວັດທະນະທໍາ ຮີດຄອງປະເພນີ ອັນດີງານຂອງຊາດລາວໃຫ້ຍືນຍົງຄົງຢູ່ ກັບຄົນລາວຕະຫຼອດໄປ,
ມວນຊົນຊາວນະຄອນ ຫຼວງພະບາງ ອັງເຊີນອົງພະບາງລົງຫົດສົງໂອກາດບຸນປີໃໝ່ລາວ

ມວນຊົນຊາວນະຄອນ ຫຼວງພະບາງ ອັງເຊີນອົງພະບາງລົງຫົດສົງໂອກາດບຸນປີໃໝ່ລາວ

ຕອນເຊົ້າ ວັນທີ່ 17 ເມສານີ້, ປະຊາຊົນລາວບັນດາເຜົ່າ ໂດຍສະເພາະ ຊາວນະຄອນ ຫຼວງພະບາງ ເມືອງມໍຣະດົກໂລກ ແຂວງຫຼວງພະບາງ ໄດ້ຈັດຕັ້ງພິທີ ອາຣາດຖະນາອົງພະບາງພຸດທະຣາວັນ,ອົງພະທີ່ສັກສິດ ອັນເປັນທີ່ເຄົາລົບນົບໄຫ້ວ ຂອງປວງຊົນລາວທັງຊາດລົງຈາກຫໍພະບາງ
ຫຼວງນ້ຳທາຈັດງານສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ

ຫຼວງນ້ຳທາຈັດງານສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ

ແຂວງຫລວງນ້ຳທາ ສ້າງຂະບວນການ ເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ 3 ຂັ້ນ ກໍຄືກອງປະຊຸມໃຫຍ່ອົງຄະນະພັກແຂວງຫຼວງນໍ້າທາຄັ້ງທີ IX.ເມື່ອບໍ່ດົນມານີ້ ຢູ່ທີ່ສວນສາທາລະນະແຂວງ, ການນຳຂອງແຂວງ,ເມືອງຫຼວງນ້ຳທາ ຊຶ່ງນຳໂດຍທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງຫຼວງນ້ຳ.
ເພີ່ມເຕີມ