![]() |
ເຫດການນ້ຳຖ້ວມດັ່ງກ່າວ ແມ່ນເກີດຂຶ້ນພາຍຫຼັງທີ່ມີຝົນຕົກໜັກຕິດຕໍ່ກັນ ນັບແຕ່ຄ່ຳຄືນຂອງວັນທີ 10 ສິງຫາ ຈົນຮອດເວລາ 05:00 ໂມງເຊົ້າ ຂອງວັນທີ 11 ສິງຫາ, ເຮັດໃຫ້ມວນນ້ຳປ່າໄຫຼຊຸເຂົ້າຖ້ວມບ້ານນ້ຳດີຢ່າງກະທັນຫັນ. ຈາກການລົງເກັບກຳຂໍ້ມູນເບື້ອງຕົ້ນພົບວ່າ ມີເຮືອນຊານຂອງປະຊາຊົນຖືກນ້ຳຖ້ວມຈຳນວນ 23 ຫຼັງ ແລະ ຖືກນ້ຳພັດໄຫຼເສຍຫາຍທັງຫຼັງ ຈຳນວນ 5 ຫຼັງ. ນອກຈາກນີ້, ຜົນລະປູກ, ເນື້ອທີ່ນາ, ໜອງປາ, ພາຫະນະ ແລະ ສັດລ້ຽງຈຳນວນໜຶ່ງ ກໍໄດ້ຮັບຄວາມເສຍຫາຍ. ພ້ອມດຽວກັນນັ້ນ, ມວນນ້ຳຍັງໄດ້ໄຫຼລົງສູ່ພື້ນທີ່ຕ່ຳ ສົ່ງຜົນກະທົບໂດຍກົງຕໍ່ບ້ານປ່າປົວະ ເມືອງຫຼວງນ້ຳທາ ເຮັດໃຫ້ເຮືອນຊານຂອງປະຊາຊົນບາງສ່ວນ, ເສັ້ນທາງສັນຈອນ, ເນື້ອທີ່ນາ ແລະ ຜົນລະປູກ ຖືກນ້ຳຖ້ວມຂັງເຊັ່ນດຽວກັນ.
ຕໍ່ກັບສະພາບການທີ່ເກີດຂຶ້ນ, ຄະນະນຳຂອງແຂວງ ແລະ ເມືອງຫຼວງນໍ້າທາ ໄດ້ຊີ້ນຳໃຫ້ພາກສ່ວນກ່ຽວຂ້ອງຂັ້ນເມືອງ ປະສານສົມທົບກັບ ອົງການປົກຄອງບ້ານ ເພື່ອຮີບຮ້ອນລົງປະເມີນມູນຄ່າຄວາມເສຍຫາຍຕົວຈິງ, ຈັດສັນບ່ອນພັກເຊົາຊົ່ວຄາວໃຫ້ແກ່ຄອບຄົວທີ່ສູນເສຍເຮືອນຊານ ແລະ ລະດົມກຳລັງທະຫານ, ຕຳຫຼວດ ເຂົ້າຊ່ວຍເຫຼືອປະຊາຊົນໃນການອະນາໄມດິນຕົມ ແລະ ຟື້ນຟູສະພາບແວດລ້ອມໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.
![]() |
ນອກຈາກນີ້, ຄະນະນຳຍັງໄດ້ຮຽກຮ້ອງໃຫ້ປະຊາຊົນທີ່ອາໄສຢູ່ລຽບຕາມແຄມນ້ຳ ແລະ ເຂດສ່ຽງໄພ ເພີ່ມທະວີຄວາມມີສະຕິລະວັງຕົວ, ກຽມພ້ອມຍົກຍ້າຍວັດຖຸສິ່ງຂອງມີຄ່າຂຶ້ນບ່ອນສູງ ແລະ ຕິດຕາມການແຈ້ງເຕືອນສະພາບອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງໃກ້ຊິດ ເນື່ອງຈາກສະພາບອາກາດໃນໄລຍະນີ້ຍັງມີຄວາມສ່ຽງທີ່ຈະມີຝົນຕົກໜັກລົງມາຕື່ມ ເຊິ່ງອາດພາໃຫ້ເກີດນ້ຳຖ້ວມຊຸ ຫຼື ດິນເຈື່ອນຊ້ຳຊ້ອນ ເພື່ອຮັບປະກັນຄວາມປອດໄພຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນ.
ຂ່າວ: ແຂວງຫຼວງນ້ຳທາ


ຄໍາເຫັນ