![]() |
ເຂົ້າຮ່ວມຮັບຊົມວິດີໂອອອນລາຍຄັ້ງນີ້, ມີທ່ານ ຈາງເສີຜິງ ກົງສູນໃຫຍ່ ສປ ຈີນ ປະຈໍາພາກເໜືອແຂວງຫຼວງພະບາງ, ທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງຫຼວງນ້ຳທາ, ພ້ອມດ້ວຍການນໍາແຂວງຫຼວງພະບາງ, ຜູ້ຕາງໜ້າກົງສູນໃຫຍ່ ສສ ຫວຽດນາມ ປະຈໍາພາກເໜືອແຂວງຫຼວງພະບາງ, ຜູ້ປະກອບການທຸລະກິດຊາວຈີນທີ່ດຳລົງຊີວິດຢູ່ ພາກເໜືອຂອງລາວເປັນຈຳນວນຫຼາຍ.
ໃນພິທີ ຜູ້ເຂົ້າຮ່ວມໄດ້ຮັບຊົມກ້ອນກໍາລັງສວນສະໜາມ ຈໍານວນ 45 ກ້ອນທີ່ໃຫຍ່ໂຕມະໂຫລານ ເດີນຜ່ານສະໜາມຫຼວງທ່ຽນອ່ານເມີນຕາມລຳດັບ. ຈາກນັ້ນ ທ່ານ ຈາງເສີຜິງ ໄດ້ຂຶ້ນມີຄໍາເຫັນວ່າ: ກ່ອນໜ້ານີ້ 80 ປີ, ປະຊາຊາດຈີນໄດ້ຜ່ານການຕໍ່ສູ້ຢ່າງນອງເລືອດທີ່ຫຍຸ້ງຍາກລຳບາກ ແລະ ຍືດເຍື້ອຍາວນານ ເປັນເວລາເຖິງ 14 ປີ ຈົນສາມາດຍາດໄດ້ໄຊຊະນະອັນຍິ່ງໃຫຍ່ຂອງສົງຄາມຕໍ່ຕ້ານການຮຸກຮານຂອງຟາດຊິດ ແລະ ປະກາດໄຊຊະນະຢ່າງສົມບູນຂອງສົງຄາມຕໍ່ຕ້ານຟາດຊິດໂລກ. ສົງຄາມຕໍ່ຕ້ານຟາດຊິດຂອງຈີນແມ່ນເລີ່ມຂຶ້ນກ່ອນໝູ່, ດຳເນີນເປັນເວລາດົນນານທີ່ສຸດ, ໂດຍໄດ້ຄ້ຳຊູສະໝໍລະພູມຮົບຫຼັກຢູ່ຕາ ເວັນອອກຂອງສົງຄາມຕໍ່ຕ້ານຟາດຊິດໂລກດ້ວຍການເສຍສະຫຼະຊີວິດຢ່າງຫຼວງຫຼາຍຂອງຊາດຕົນ ຊຶ່ງໄດ້ປະກອບສ່ວນສຳຄັນທາງປະຫວັດສາດເຂົ້າໃນໄຊຊະນະສົງຄາມຕໍ່ຕ້ານຟາດຊິດໂລກ.
![]() |
ທ່ານກ່າວຕື່ມວ່າ: ສະຖານກົງສູນໃຫຍ່ ສປ ຈີນ ປະຈໍາພາກເໜືອ ແຂວງຫຼວງພະບາງ ໄດ້ຈັດພິທີຂຶ້ນໃນຄັ້ງນີ້ ສະແດງໃຫ້ເຫັນການຮ່ວມມືອັນແໜ້ນແຟ້ນ, ການພັດທະນາຮອບດ້ານຂອງ ຈີນ-ລາວ, ພ້ອມທັງກ່າວຂອບໃຈອັນອຸ່ນທີ່ບັນດາການນຳແຂວງພາກເໜືອຂອງລາວ ແລະ ປະຊາຊົນລາວ ໄດ້ຮັບຮູ້ເຖິງວັນໄຊຊະນະສົງຄາມປະຊາຊົນຈີນຕໍ່ຕ້ານຟາດຊິດ ແລະ ສົງຄາມຕໍ່ຕ້ານຟາຊິດໂລກ ຄົບຮອບ 80 ປີ.
(ຂ່າວ-ພາບ: ທະນູສີນ ອິດທິພົນ)
ຄໍາເຫັນ