ການນຳແຂວງສະຫວັນນະເຂດ ພ້ອມກັນຕີລາຄາຄືນການນຳພາ-ຊີ້ນຳໃນໄລຍະຜ່ານມາ

ການນຳແຂວງສະຫວັນນະເຂດ ພ້ອມກັນຕີລາຄາຄືນການນຳພາ-ຊີ້ນຳໃນໄລຍະຜ່ານມາ
ສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ເປັນປະທານໃນກອງປະຊຸມຄົບຄະນະບໍລິຫານງານພັກແຂວງສະຫວັນນະເຂດ ຄັ້ງທີ 12 ສະໄໝທີ IX ຊຶ່ງຈັດຂຶ້ນໃນວັນທີ 11 ຕຸລາ ນີ້ ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງ ຊຶ່ງມີສະຫາຍຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເລຂາພັກເມືອງ-ນະຄອນ ພ້ອມດ້ວຍຄະນະພັກ-ຄະນະນຳຈາກພະແນກການ, ກົມກອງທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດນີ້, ສະຫາຍ ບຸນໂຈມ ອຸບົນປະເສີດ ກໍໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ ພ້ອມທັງໄດ້ນຳພາດຳເນີນກອງປະຊຸມໃຫ້ໄປຕາມວາລະສຳຄັນທີ່ວາງໄວ້ໂດຍສະຫາຍໄດ້ມີການເຈາະຈີ້ມໃນຫຼາຍ ບັນຫາກ່ຽວກັບການນຳພາ-ຊີ້ນຳຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ໄດ້ຮຽກຮ້ອງໃຫ້ບັນດາສະຫາຍໃນຄະນະບໍລິຫານງານພັກແຂວງ ເປັນເຈົ້າການໃນການປະກອບຄຳຄິດເຫັນຢ່າງກົນໄປກົງມາ ແລະ ປຶກສາຫາລືຮ່ວມກັນໃນການແກ້ໄຂບັນຫາສຳຄັນຕ່າງໆ ທີ່ຍົກຂຶ້ນມາໃນກອງປະຊຸມຄັ້ງນີ້.
ກອງປະຊຸມ, ໄດ້ຮັບຟັງການຜ່ານຮ່າງບົດສະຫຼຸບຕີລາຄາການນໍາພາ-ຊີ້ນໍາຈັດຕັ້ງປະຕິບັດວຽກງານຮອບດ້ານໄລຍະ 3 ເດືອນ (7-8-9) ແລະ ທິດທາງແຜນການ 3 ເດືອນທ້າຍປີ 2023 ທີ່ນຳສະເໜີໂດຍສະຫາຍ ພູວັງ ເກດແກ້ວພົມພອນ ຮອງເລຂາພັກແຂວງ ຈາກນີ້,ກໍຍັງໄດ້ຮັບຟັງການລາຍງານສະພາບການປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ ແລະ ການແກ້ໄຂເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ການຈັດຕັ້ງປະຕິບັດແຜນງົບ ປະມານ ປະຈຳງວດ 3 ແລະ ແຜນການປະຈຳງວດ 4 ພ້ອມນີ້, ບັນດາສະຫາຍທີ່ເຂົ້າຮ່ວມ ກໍໄດ້ປະກອບຄຳເຫັນໃນຫຼາຍໆບັນຫາສຳຄັນເປັນຕົ້ນ: ກ່ຽວກັບສະພາບການເປີດສົກຮຽນການຮຽນ-ການສອນໂຮງຮຽນສາມັນແຫ່ງຕ່າງໆໃນທົ່ວແຂວງ ຕິດພັນກັບການແກ້ໄຂບັນຫາຄູອາສາ ແລະ ການຂາດຄູສອນ, ສະພາບການຮັກສາສຸຂະພາບຊຸມຊົນ, ການສະກັດກັ້ນພະຍາດຕາມລະດູການ ຕິດພັນກັບການແກ້ໄຂຫາງສຽງສັງຄົມ ທີ່ສະທ້ອນຕໍ່ການບໍລິການ ແລະ ການນຳພາ-ຄຸ້ມຄອງຢູ່ໂຮງໝໍແຂວງ, ການແກ້ໄຂໂຮງງານໄມ້, ໂຮງງານເຟີນີເຈີ, ໂຮງງານຖ່ານດຳ-ຖ່ານຂາວອອກຈາກ 3 ປະເພດປ່າ ຕິດພັນກັບບັນດາມາດຕະຖານຂອງບັນດາໂຮງງານດັ່ງກ່າວ ແລະ ທິດທາງແກ້ໄຂຕົວຈິງໃນຕໍ່ໜ້າ, ຮັບຟັງການລາຍງານສະພາບການຜະລິດລະດູຝົນ ເພື່ອທົດແທນການນຳເຂົ້າ, ສະພາບການເໜັງຕີງຂອງລາຄາສິນຄ້າຢູ່ທ້ອງຕະຫຼາດ ຕົ້ນທຶນການຜະລິດ, ວິທີການ ແລະ ມາດຕະການແຊກແຊງລາຄາສິນຄ້າຂອງແຂວງໃນສະພາບເສດຖະກິດປັດຈຸບັນ ມີຄືແນວໃດ, ລາຍງານສະພາບການ, ຮູບການ ແລະ ວິທີການເຄື່ອນໄຫວເຜີຍແຜ່ສາສະໜາຕາເວັນຕົກຢູ່ພາຍໃນແຂວງ ເວົ້າສະເພາະແມ່ນຢູ່ບັນດາເຂດພູດອຍ-ຊົນເຜົ່າຕິດກັບຊາຍແດນ ສສ ຫວຽດ ນາມ, ລາຍງານສະພາບແນວຄິດ ແລະ ຫາງສຽງສັງຄົມ ທີ່ເກີດຂຶ້ນຢູ່ຖັນແຖວສະມາຊິກພັກ-ພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າຕໍ່ການນຳພາ-ຊີ້ນຳຂອງພັກ-ລັດໃນສະພາບເສດຖະກິດ-ສັງຄົມໃນປັດຈຸບັນ.
(ຂ່າວ-ພາບ: ສະຫວັນນະເຂດ)

ຄໍາເຫັນ

ຂ່າວການເມືອງ

ບາງຄໍາເຫັນ ຂອງສະມາຊິກ ສພຂ ແຂວງຄໍາມ່ວນສະເໜີຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 10

ບາງຄໍາເຫັນ ຂອງສະມາຊິກ ສພຂ ແຂວງຄໍາມ່ວນສະເໜີຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 10

ບັນດາຄໍາເຫັນຂອງສະມາຊິກສະພາປະຊາຊົນແຂວງ (ສພຂ) ຄຳມ່ວນ ທີ່ໄດ້ສະເໜີໃນກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງ ສພຂ ຄໍາມ່ວນ ຊຸດທີ IV ທີ່ໄຂຂຶ້ນໃນວັນທີ 24 ທັນວາ 2025, ກ່ຽວກັບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ - ສັງຄົມ, ແຜນງົບປະມານແຫ່ງລັດ, ຄາດໝາຍວຽກພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນໄລຍະ 5 ປີ (2021-2025), ປະຈໍາປີ 2025 ແລະ ທິດທາງແຜນການ 5 ປີ (2026-2030)ຄື:
ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ວທ

ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ວທ

ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຈັດກອງປະຊຸມເຜີຍແຜ່ຜົນສຳເລັດ ແລະ ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກກະຊວງ ວທ ຂຶ້ນໃນວັນທີ 25 ທັນວານີ້ ທີ່ຫໍວັດ ທະນະທໍາແຫ່ງຊາດ ໂດຍການເປັນປະທານຂອງສະຫາຍ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງ ວທ, ມີສະຫາຍ ວັນສີ ກົວມົວ ກຳມະການສຳຮອງສູນກາງພັກ ຮອງເລຂາຄະນະພັກ ຮອງລັດຖະມົນຕີກະຊວງ ວທ, ມີບັນດາສະຫາຍຄະນະປະຈໍາພັກ, ສະມາຊິກພັກ, ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ມອບຮັບໜ້າທີ່ລະຫວ່າງເຈົ້າແຂວງແລະປະທານຄະນະກຳມະການປົກຄອງແຂວງວຽງຈັນ

ມອບຮັບໜ້າທີ່ລະຫວ່າງເຈົ້າແຂວງແລະປະທານຄະນະກຳມະການປົກຄອງແຂວງວຽງຈັນ

ພິທີ​ມອບ-ຮັບ​ໜ້າ​ທີ່​ລະ​ຫວ່າງ ເຈົ້າ​ແຂວງ​ວຽງຈັນ ແລະ ປະ​ທານ​ຄະ​ນະ​ກຳ​ມະ​ການ​ປົກ​ຄອງ​ແຂວງ​ວຽງຈັນໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 24 ທັນ​ວາຜ່ານມານີ້, ທີ່ແຂວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ; ຄະນະເລຂາທິການສູນກາງພັກ, ປະທານ ຄະນະກວດກາສູນກາງພັກ,ປະທານອົງການກວດກາແຫ່ງລັດ,ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ; ມີທ່ານ ຄຳພັນ ສິດທິດໍາພາ ເຈົ້າແຂວງວຽງຈັນ; ທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະ ບໍລິຫານງານພັກແຂວງວຽງຈັນ, ມີ​ຄະນະປະຈໍາພັກ ແລະ ຄະນະບໍລິຫານງານພັກແຂວງ, ມີພະນັກງານ ອາວຸໂສບໍານານ ແລະ ພະແນກການທີ່​ກ່ຽວ​ຂ້ອງຂອງແຂວງ ເຂົ້າຮ່ວມ.
ສະຫຼຸບວຽກງານ ຄຄອຊ ປະຈຳປີ2025-ແຜນການປະຈຳປີ 2026

ສະຫຼຸບວຽກງານ ຄຄອຊ ປະຈຳປີ2025-ແຜນການປະຈຳປີ 2026

ຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ) ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2025 ແລະ ວາງທິດທາງແຜນການປະຈຳປີ 2026 ຂຶ້ນ ໃນວັນທີ 25 ທັນວານີ້, ທີ່ຫ້ອງປະຊຸມໃຫຍ່ ກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງປ້ອງກັນຄວາມສະຫງົບ (ເຂດສະໜາມມ້າ)
ປິດກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 5 ສະໄໝທີ XI

ປິດກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 5 ສະໄໝທີ XI

ກອງປະຊຸມສາມັນຄົບຄະນະກຳມະການສູນກາງແນວລາວສ້າງຊາດ (ສນຊ) ຄັ້ງທີ 5 ສະໄໝທີ XI ປິດລົງດ້ວຍຜົນສຳເລັດຢ່າງຈົບງາມໃນວັນທີ 25 ທັນວານີ້ ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີຮອງປະທານ, ຫົວໜ້າກົມ, ຮອງກົມ ແລະ ແຂກຖືກເຊີນເຂົ້າຮ່ວມ.
ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນແນວລາວສ້າງຊາດ ແຂວງຄຳມ່ວນ ໄດ້ໄຂຂຶ້ນໃນວັນທີ 23 ທັນວານີ້, ໂດຍການເປັນປະທານຂອງທ່ານ ພິດສະໄໝ ກອງຊາເດດ ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາການນຳແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 22 ທັນວານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ເພີ່ມເຕີມ