![]() |
ໄດ້ອວຍພອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອຍ 77 ປີ, ຊຶ່ງໄດ້ອວຍພອນສູນເສຍອົງຄະ 194 ຄັງໄຂ, ກຳລັງທະຫານແຂວງ ແລະ ກອງພັນໃຫຍ່ 643, ຊຶ່ງທ່ານ ບົວເງິນ ຫຸມໄຊຍະພົມ ໄດ້ກ່າວອວຍພອນອັນປະເສີດ ມາຍັງອ້າຍນ້ອງ ພໍ່ແມ່ ລຸງປ້າ ຈົ່ງມີແຕ່ຄວາມຜາສຸກ ປາສະຈາກໂລກໄພໄຂ້ເຈັບ ມີຜົນສຳເລັດໃນໜ້າທີ່ການງານ ແລະ ຄອບຄົວ ສືບຕໍ່ຊີ້ນຳ-ນຳພາ ຈັດຕັ້ງປະຕິບັດວຽກງານອັນມີກຽດ ໜ້າທີ່ການເມືອງອັນສູງສົ່ງ ທີ່ພັກ-ລັດມອບໝາຍໃຫ້, ໃຫ້ມີຜົນສຳເລັດເປັນກ້າວໆ ລຸງປ້າຜູ້ທີ່ບຳນານ ເສຍອົງຄະ ກໍ່ໃຫ້ຮັກສາສຸຂະພາບໃຫ້ແຂງແຮງ ມີຄວາມສຸກ ເປັນຮົ່ມໂພຮົ່ມໄຊໃຫ້ລູກຫຼານ ເປັນທີ່ປຶກສາໃຫ້ຄົນຮຸ່ນຫຼັງ ເພື່ອຊີ້ນຳ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນເຂັ້ມແຂງຂຶ້ນເລື້ອຍໆ
![]() |
(ຂ່າວ: ບຸນມີ ແສງທຸມມີ)


ຄໍາເຫັນ