![]() |
ທ່ານ ວໍຣະສອນ ສີອັກຄະສອນ ໃຫ້ຮູ້ວ່າ: ເນື່ອງຈາກມີຝົນຕົນໜັກໃນຕອນເຊົ້າມືດຂອງວັນທີ 7 ກັນຍາ 2026 ນີ້ ເປັນຫຼາຍຊົ່ວໂມງຕິດຕໍ່ກັນ ເຮັດໃຫ້ລະດັບນໍ້າຫ້ວຍ, ໜອງ, ຄອງບຶງເພີ່ມຂຶ້ນຢ່າງໄວວາໄຫຼເຂົ້າຖ້ວມເຮືອນປະຊາຊົນ, ເນື້ອທີ່ນາ, ສວນປູກໄມ້ອຸດສາຫະກໍາບາງແຫ່ງ, ເຮັດໃຫ້ການສັນຈອນລະຫວ່າງບ້ານຕໍ່ບ້ານໄດ້ຮັບຜົນກະທົບ ເພາະເຂດດັ່ງກ່າວເປັນເຂດພື້ນທີ່ຕໍ່າ, ຢູ່ລຽບຕາມແຄມນ້ຳ, ຕໍ່ກັບສະພາບການດັ່ງກ່າວການນຳຂອງເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ເອົາໃຈໃສ່ລົງຕິດຕາມຢ່າງໃກ້ຊິດ, ພ້ອມທັງລະດົມກຳລັງຈາກກອງບັນຊາການທະຫານເມືອງ, ກອງບັນຊາການ ປກສ ເມືອງ, ພະນັກງານ ຮ່ວມກັບປະຊາຊົນເຂດດັ່ງກ່າວ ຍົກຍ້າຍເຄື່ອງຂອງ, ສັດລ້ຽງ ອອກຈາກຈຸດທີ່ມີຄວາມສ່ຽງ ເພື່ອຮັບປະກັນຄວາມປອດໄພ.
![]() |
ພາບ-ຂ່າວ: ນ.ວັນນາ


ຄໍາເຫັນ