ການນໍາເມືອງໆລອງ ຊຸກຍູ້ການເກັບກູ້ຜົນຜະລິດອ້ອຍ ຂອງປະຊາຊົນ

ການນໍາເມືອງໆລອງ ຊຸກຍູ້ການເກັບກູ້ຜົນຜະລິດອ້ອຍ ຂອງປະຊາຊົນ
ເພື່ອເປັນການລົງຊຸກຍູ້ການເກັບກູ້ຜົນຜະລິດອ້ອຍຂອງປະຊາຊົນຢູ່ບ້ານ ດອນສະຫວ່າງ ແລະ ບ້ານດອນແຍງ ເມືອງລອງ ແຂວງຫຼວງນໍ້າທາ ໂດຍຕິດພັນກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ວຽກງານກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ, ທັງເປັນການສ້າງຂະບວນການກະກຽມ ແລະ ດໍາເນີນກອງປະຊຸມໃຫ່ຍຄັ້ງ X ຂອງອົງຄະນະພັກເມືອງລອງໃຫ້ສໍາເລັດຕາມລະດັບຄາດໝາຍທີ່ວາງ. ເມືອບໍ່ດົນມານີ້, ການນໍາເມືອງລອງ ນໍາໂດຍ ທ່ານ ຄໍາເພັດ ຈັນທະວົງ ເຈົ້າເມືອງໆລອງ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງຊຸກຍູ້ການເກັບກູ້ການຜະລິດອ້ອຍ ຕິດພັນກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ວຽກງານກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ, ທັງເປັນການສ້າງຂະບວນການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ຄັ້ງ X ຂອງອົງຄະນະພັກເມືອງລອງ, ຢູ່ບ້ານ ດອນສະຫວ່າງ ແລະ ບ້ານດອນແຍງ.
     ທ່ານ ຄໍາພູ ສຸກຈະເລີນ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງໄດ້ໃຫ້ຮູ້ວ່າ: ປັດຈຸບັນທົ່ວເມືອງມີເນື້ອທີ່ປູກອ້ອຍທັງໝົດ 5.340 ເຮັກຕາ, ມີ 63 ບ້ານ, ມີ 2.054 ຄອບຄົວ ແລະ ການເກັບກູ້ຜົນຜະລິດອ້ອຍສໍາເລັດແລ້ວ 65%, ຄາດຄະເນຜົນຜະລິດຈະໃຫ້ໄດ້ 427.000 ກວ່າໂຕນ, ຄາດວ່າຈະເກັບກູ້ຜົນຜະລິດໃຫ້ສໍາເລັດໃນທ້າຍເດືອນ ເມສາ 2024 ນີ້ີ້.
       ໂອກາດນີ້, ທ່ານ ເຈົ້າເມືອງ ໄດ້ເນັ້ນໜັກໃຫ້ພາກສ່ວນທີ່ກ່ຽວຂ້ອງຂັ້ນເມືອງຈົ່ງເອົາໃຈໃສ່ລົງໃກ້ສິດຕິດແທດ ເພື່ອອໍານວຍຄວາມສະດວກໃຫ້ປະຊາຊົນໃນການເກັບກູ້ຜົນຜະລິດອ້ອຍ ແລະ ໄດ້ຮຽກຮ້ອງມາຍັງຊາວກະສິກອນໃຫ້ຮີບຮ້ອນເກັບກູ້ຜົນຜະລິດອ້ອຍໃຫ້ທ່ວງທັນເວລາ ແລະ ສໍາເລັດຕາມລະດັບລະຄາດໝາຍທີ່ວາງໄວ້. 
(ຂ່າວ: ເຂັມຄໍາ ຄອນມະນີ)
 

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນແຂວງຄໍາມ່ວນ ປາຖະກະຖາວັນແມ່ຍິງສາກົນ

ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນແຂວງຄໍາມ່ວນ ປາຖະກະຖາວັນແມ່ຍິງສາກົນ

ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ແຂວງຄໍາມ່ວນ ໄດ້ຈັດພິທີປາຖະກະຖາ ຫວນຄືນມູນເຊື້ອວັນແມ່ຍິງສາກົນ ຄົບຮອບ 116 ປີ, ພາຍໃຕ້ຄໍາຂວັນ "ສິດທິ, ຄວາມຍຸຕິທຳ, ການລົງມືປະຕິບັດ ເພື່ອແມ່ຍິງ ແລະ ເດັກຍິງທຸກຄົນ" ຂຶ້ນໃນວັນທີ 10 ມີນານີ້, ໂດຍມີທ່ານ ພາກອນ ແກ້ວມະນີ ຫົວໜ້າຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນແຂວງ, ທ່ານ ນາງ ສຸດທິລົມ ສຸລິວົງ ຮອງປະທານສະຫະພັນແມ່ຍິງແຂວງ, ມີແຂກຖືກເຊີນ ແລະ ສະມາຊິກແມ່ຍິງເຂົ້າຮ່ວມ.
ສະຫາຍ ຄໍາພັນ ພົມມະທັດ ໄດ້ຮັບການແຕ່ງຕັ້ງເປັນເລຂາພັກກະຊວງຍຸຕິທຳຜູ້ໃໝ່

ສະຫາຍ ຄໍາພັນ ພົມມະທັດ ໄດ້ຮັບການແຕ່ງຕັ້ງເປັນເລຂາພັກກະຊວງຍຸຕິທຳຜູ້ໃໝ່

ສະຫາຍ ຄໍາພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ໄດ້ຮັບການແຕ່ງຕັ້ງ ເປັນເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງຍຸຕິທຳ (ຜູ້ໃໝ່) ພິທີມອບ-ຮັບໜ້າທີ່ ລະຫວ່າງເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງຍຸຕິທໍາ (ຜູ້ເກົ່າ-ຜູ້ໃໝ່) ໄດ້ຈັດຂຶ້ນໃນວັນທີ 10 ມີນານີ້ ທີ່ກະຊວງຍຸຕິທຳ, ເປັນກຽດເຂົ້າຮ່ວມຂອງສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ, ມີບັນດາສະຫາຍຄະນະປະຈຳພັກ, ກຳມະການ ຄະນະບໍລິຫານງານພັກກະຊວງ, ແຂກຖືກເຊີນ, ພະນັກງານກ່ຽວຂ້ອງເຂົ້າຮ່ວມ.
ໂຄງການກໍ່ສ້າງຫໍທັມມະສະພາແຂວງຫຼວງພະບາງ ສຳເລັດ48% ຂອງໜ້າວຽກທັງໝົດ

ໂຄງການກໍ່ສ້າງຫໍທັມມະສະພາແຂວງຫຼວງພະບາງ ສຳເລັດ48% ຂອງໜ້າວຽກທັງໝົດ

ວັນທີ່ 10 ມີນານີ້, ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດການນຳຂັ້ນສູງ ຂອງພັກ-ລັດ ປະທານຄະນະຮັບຜິດຊອບໂຄງການກໍ່ສ້າງຫໍທັມມະສະພາ ແຂວງຫຼວງພະບາງ ຝ່າຍຄາຣະວາດ ພ້ອມດ້ວຍຄະນະຮັບຜິດຊອບຝ່າຍພຣະສົງ ແລະພາກສ່ວນກ່ຽວຂ້ອງ ໄດ້ເຄື່ອນໄຫວກວດກາໜ້າວຽກ ໂຄງການກໍ່ສ້າງຫໍທັມມະສະພາ ອົງການພຸດທະສາສະໜາສໍາພັນລາວ ແຂວງຫຼວງພະບາງ
ດ່ານສາກົນປາກຕາພານ ສະຫຼູບວວຽກງານບໍລິຫານ-ຄຸ້ມຄອງ ປະຈໍາປີ 2025

ດ່ານສາກົນປາກຕາພານ ສະຫຼູບວວຽກງານບໍລິຫານ-ຄຸ້ມຄອງ ປະຈໍາປີ 2025

ດ່ານສາກົນປາກຕາພານ ແຂວງສາລະວັນ ສະຫຼູບການເຄື່ອນໄຫວວຽກງານບໍລິຫານ-ຄຸ້ມຄອງ ປະຈໍາປີ 2025 ແລະ ວາງທິດທາງແຜນການ ປະຈໍາປີ 2026ຂຶ້ນໃນວັນທີ 6 ມີນາຜ່ານມາ ທີ່ຫ້ອງປະຊຸມຂອງຕົນ ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ປະເດີມພອນ ສົນທະນີ ປະທານຄະນະກໍາມະການປົກຄອງແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນຂະແໜງການທີ່ກ່ຽວຂ້ອງ ຂັ້ນແຂວງ-ຂັ້ນເມືອງ ເຂົ້າຮ່ວມ.
ເປີດບໍລິການແລ່ນທົດລອງລົດເມດ່ວນ BRT

ເປີດບໍລິການແລ່ນທົດລອງລົດເມດ່ວນ BRT

ໃນຕອນເຊົ້າວັນທີ 10 ມີນາ ນີ້ ທີ່ນະຄອນຫຼວງວຽງຈັນ ໄດ້ຈັດພິທີເປີດໃຫ້ບໍລິການແລ່ນທົດລອງລົດເມດ່ວນ BRT ຢ່າງເປັນທາງການ, ເປັນກຽດເຂົ້າຮ່ວມຂອງທ່ານ ນາງ ອຳໄພວັນ ແກ້ວປະດິດ ຮອງຫົວໜ້າກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ມີທ່ານ ຄຳສະຫວັນ ໂຄດໄຊ ຫົວໜ້າຄະນະໂຄສະນາອົບຮົມ ນະຄອນຫຼວງວຽງຈັນ (ນວ), ທ່ານ ພັນໂທ ສັງຄົມ ພົມມະລາດ ຫົວໜ້າພະແນກຕຳຫຼວດຈະລາຈອນ ນວ.
ສະຖານກົງສູນໃຫຍ່ ສປ ຈີນ ປະຈໍາ ພາກເໜືອ ແຂວງຫຼວງພະບາງ ສະຫຼອງ ວັນແມ່ຍິງສາກົນ

ສະຖານກົງສູນໃຫຍ່ ສປ ຈີນ ປະຈໍາ ພາກເໜືອ ແຂວງຫຼວງພະບາງ ສະຫຼອງ ວັນແມ່ຍິງສາກົນ

ໃນໂອກາດວັນແມ່ຍິງສາກົນ ວັນທີ່ 8 ມີນາ ຄົບຮອບ 116 ປີ, ສະຖານກົງສູນໃຫຍ່ ສປ ຈີນ ປະຈໍາພາກເໜືອ ແຂວງຫຼວງພະບາງ ໄດ້ຈັດກິດຈະກຳສະເຫຼີມສະຫຼອງວັນແມ່ຍິງສາກົນ ຕິດພັນກັບການສະເຫຼີມສະຫຼອງ ວັນສ້າງຕັ້ງສາຍພົວພັນການທູດ ຈີນ-ລາວ, ລາວ-ຈີນ (ວັນທີ 25 ເມສາ) ຄົບຮອບ 65 ປີ ຂຶ້ນໃນວັນທີ 6 ມີນາ ຜ່ານມານີ້, ມີທ່ານ ຈາງ ເສີ້ ພີງ ກົງສູນໃຫຍ່ ສປ ຈີນ ປະຈໍາພາກເໜືອ ແຂວງຫຼວງພະບາງ, ມີທ່ານ ນາງ ວຽນວິໄລ ດີລະພັນ ຮອງປະທານຄະນະກຳມະການປົກຄອງແຂວງຫຼວງພະບາງ, ພ້ອມດ້ວຍ ແຂກຖືກເຊີນຈາກ 6 ແຂວງເຂົ້າຮ່ວມ.
ສະຫະພັນແມ່ຍິງກະຊວງ ຮສສ ສະຫຼອງວັນແມ່ຍິງສາກົນ ຄົບຮອບ 116 ປີ

ສະຫະພັນແມ່ຍິງກະຊວງ ຮສສ ສະຫຼອງວັນແມ່ຍິງສາກົນ ຄົບຮອບ 116 ປີ

ຄະນະບໍລິຫານງານ ສະຫະພັນແມ່ຍິງກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຈັດພິທີສະເຫຼີມສະຫຼອງວັນແມ່ຍິງສາກົນ (8/3/1910-8/3/2026) ຄົບຮອບ 116 ປີ ພາຍໃຕ້ຄໍາຂວັນ: “ສິດທິ, ຄວາມຍຸຕິທໍາ, ການລົງມືປະຕິບັດເພື່ອແມ່ຍິງ ແລະ ເດັກຍິງທຸກຄົນ”, ໃນວັນທີ 6 ມີນາຜ່ານມາ ທີ່ຫ້ອງປະຊຸມກະຊວງ ຮສສ ໂດຍການໃຫ້ກຽດປາຖະກະຖາຂອງສະຫາຍ ນາງ ແກ້ວ ຈັນທະວີໄຊ ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງ ຮສສ ທັງເປັນຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ, ມີສະຫາຍ ນາງ ມອນທອງ ອິນທະວົງ ປະທານສະຫະພັນແມ່ຍິງກະຊວງ ຮສສ ພ້ອມດ້ວຍຄະນະໜ່ວຍ ແລະ ສະມາຊິກແມ່ຍິງເຂົ້າຮ່ວມ.
ຄະນະໜ່ວຍໄກ່ເກ່ຍຂໍ້ຂັດແຍ່ງ 7 ບ້ານຂອງເມືອງແກ່ນທ້າວ ສໍາເລັດການຝຶກອົບຮົມ

ຄະນະໜ່ວຍໄກ່ເກ່ຍຂໍ້ຂັດແຍ່ງ 7 ບ້ານຂອງເມືອງແກ່ນທ້າວ ສໍາເລັດການຝຶກອົບຮົມ

ເມື່ອບໍ່ດົນມານີ້, ຢູ່ທີ່ຫ້ອງການຍຸຕິທໍາເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ປິດຊຸດຝຶກອົບຮົມການໄກ້ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ ລົງເລິກການໄກ່ເກ່ຍຂໍ້ຂັດແຍ່ງກ່ຽວກັບທີ່ດິນ ພາຍຫຼັງທີ່ໄດ້ດໍາເນີນມາເປັນເວລາ 3 ວັນ, ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສີຄານ ແກ່ນມະນີ ປະທານຄະນະກໍາມະການປົກຄອງເມືອງ, ທ່ານ ໂກສິດ ສິງສະຖິດ ຮອງຫົວໜ້າພະແນກຍຸຕິທໍາແຂວງ, ມີຫ້ອງການຍຸຕິທຳເມືອງ ແລະ ຄະນະໜ່ວຍໄກ່ເກ່ຍຂໍ້ຂັດແຍ່ງບ້ານຈອມແກ້ວ, ບ້ານປາກແຄມ, ບ້ານດອນເມນ, ບ້ານວັງປາ, ບ້ານຫ້ວຍອີ່ຮຸມ, ບ້ານນາຫີນ ແລະ ບ້ານໜອງ ເຂົ້າຮ່ວມ.
ສຳເລັດຊຸດຝຶກອົບຮົມການນໍາໃຊ້ລະບົບ TaxRIS ປະຈໍາປີ 2026

ສຳເລັດຊຸດຝຶກອົບຮົມການນໍາໃຊ້ລະບົບ TaxRIS ປະຈໍາປີ 2026

ກົມສ່ວຍສາອາກອນ ກະຊວງການເງິນ ຈັດພິທີປິດຊຸດຝຶກອົບຮົມການນໍາໃຊ້ລະບົບ TaxRIS ປະຈໍາປີ 2026 ຊຸດທີ 1 ໃນວັນທີ 6 ມີນາ ຜ່ານມາ ໂດຍການເປັນປະທານຂອງທ່ານ ອານຸວົງ ບົວພັນ ຮອງຫົວໜ້າກົມສ່ວຍສາອາກອນ, ມີບັນດາຫົວໜ້າພະແນກ, ຄະນະພະແນກ, ຄູຝຶກ ແລະ ສຳມະນາກອນເຂົ້າຮ່ວມ.
ສໍາມະນາວິທະຍາສາດ ຂັ້ນວິທະຍາຄານ ໄກສອນ ພົມວິຫານ

ສໍາມະນາວິທະຍາສາດ ຂັ້ນວິທະຍາຄານ ໄກສອນ ພົມວິຫານ

ກອງປະຊຸມສໍາມະນາວິທະຍາສາດ ຂັ້ນວິທະຍາຄານ ໄກສອນ ພົມວິຫານ (ວປກ) ພາຍໃຕ້ຫົວຂໍ້: "ພື້ນຖານວິທະຍາສາດ ຕິດພັນກັບການຮຽນ-ການສອນ ຢູ່ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໃນເງື່ອນໄຂໃໝ່" ປະຈໍາປີ 2025 ຈັດຂຶ້ນໃນວັນທີ 5 ມີນາ ຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພົນຕີ ພັນແສງ ບຸນພັນ ຫົວໜ້າການເມືອງ ວປກ. ມີຄະນະພັກ-ຄະນະອໍານວຍການ, ຄະນະພັກ-ຄະນະບັນຊາເຂົ້າຮ່ວມ.
ເພີ່ມເຕີມ