ການນຳພັກ - ລັດ ຫວຽດນາມ ໄຫວ້ອາໄລປະທານ ໂຮ່ຈິມິນ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເນື່ອງໃນໂອກາດວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ ຫວຽດນາມ ຄົບຮອບ 79 ປີ (27/7/1947 - 27/7/2026), ໃນວັນທີ 26 ກໍລະກົດ ຜ່ານມາ, ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ໄປວາງພວງມາລາຢູ່ສຸສານ ປະທານ ໂຮ່ຈິມິນ ແລະ ຈູດທູບໃຕ້ທຽນອາໄລຫາບັນດານັກວິລະຊົນເສຍສະຫຼະຊີວິດເພື່ອຊາດຢູ່ອະນຸສາວະລີບັນດານັກວິລະຊົນເສຍສະຫຼະຊີວິດເພື່ອຊາດຖະໜົນ ບັກເຊີນ ນະຄອນຫຼວງຮ່າໂນ້ຍ.
ເຂົ້າຮ່ວມມີ ທ່ານ ໂຕເລິມ ເລຂາທິການໃຫຍ່ ປະທານປະເທດ, ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ, ທ່ານ ເຈິ່ນແທັງເໝີ້ນ ປະທານສະພາແຫ່ງຊາດ, ທ່ານ ເຈິ່ນເກິມຕູ ຜູ້ປະຈຳການຄະນະເລຂາທິການ.
ດ້ວຍຈິດໃຈຮູ້ບຸນຄຸນອັນໃຫຍ່ຫຼວງ ແລະ ແສນເຄົາລົບຮັກຢ່າງເລິກເຊິ່ງ, ບັນດາຜູ້ແທນໄດ້ຖວາຍທູບທຽນອາໄລຫາ ປະທານ ໂຮ່ຈິມິນ ການນຳຜູ້ມີຄວາມເກັ່ງກ້າສາມາດ, ນັກວິລະຊົນປົດປ່ອຍຊາດ, ຜູ້ຍອມເສຍສະຫຼະຊີວິດເພື່ອພາລະກິດແຫ່ງການປົດປ່ອຍຊາດ, ຕໍ່ສູ້ເພື່ອສັນຕິພາບ, ຄວາມຜາສຸກຂອງປະຊາຊົນ ຫວຽດນາມ ແລະ ປະຊາຊົນໂລກ.
ໃນວັນດຽວກັນ, ບັນດາຜູ້ແທນໄດ້ໄປວາງພວງມາລາຢູ່ອະນຸສາວະລີບັນດານັກວິລະຊົນເສຍສະຫຼະຊີວິດເພື່ອຊາດ ຖະໜົນບັກເຊີນ ນະຄອນຫຼວງຮ່າໂນ້ຍ.
ຄໍາເຫັນ