ການນໍາພັກ, ລັດ ຊົມພິທີໂຮມຊຸມນຸມສະເຫຼີມສະຫຼອງວັນຊາດຫວຽດນາມ ຄົບຮອບ 80 ປີ

ການນໍາພັກ, ລັດ ຊົມພິທີໂຮມຊຸມນຸມສະເຫຼີມສະຫຼອງວັນຊາດຫວຽດນາມ ຄົບຮອບ 80 ປີ

ການນໍາພັກ, ລັດ ຊົມພິທີໂຮມຊຸມນຸມສະເຫຼີມສະຫຼອງວັນຊາດຫວຽດນາມ ຄົບຮອບ 80 ປີ
ເອກອັກຄະລັດຖະທູດແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ປະຈໍາລາວ ໄດ້ຈັດໃຫ້ມີພິທີໂຮມຊຸມນຸມສວນສະໜາມ ສະເຫຼີມສະຫຼອງວັນຊາດ ແຫ່ງສາທາລະນະລັດ ສັງຄົມນິຍົມຫວຽດນາມ ຄົບຮອບ 80 ປີ (2 /9/1945 - 2/9 /2025) ຜ່ານທາງອອນລາຍ ໃນວັນທີ 2 ກັນຍານີ້ ທີ່ຫໍວັດທະນະທໍາແຫ່ງຊາດ ນະຄອນຫຼວງວຽງຈັນ.
ການນາພກ, ລດ ຊມພທໂຮມຊມນມສະເຫມສະຫອງວນຊາດຫວຽດນາມ ຄບຮອບ 80 ປ - image 1
 

ເປັນກຽດໃນພິທີມີ ສະຫາຍ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ຮອງປະທານ ຜູ້ປະຈໍາການຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຮອງນາຍົກລັດຖະມົນຕີ, ສະຫາຍ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ນາງ ສູນທອນ ໄຊຍະຈັກຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ, ສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ຜູ້ຕາງໜ້າອົງການຈັດຕັ້ງມະຫາຊົນ, ແຂກຖືກເຊີນ ພ້ອມດ້ວຍນັກຮຽນ-ນັກສຶກສາປັນຍາຊົນທັງລາວ-ຫວຽດນາມ ເຂົ້າຮ່ວມ.

ການນາພກ, ລດ ຊມພທໂຮມຊມນມສະເຫມສະຫອງວນຊາດຫວຽດນາມ ຄບຮອບ 80 ປ - image 2
 

ສະຫາຍ ຟາມ ມິ່ງ ຈ້ຽນ ອຸປະທູດ ແຫ່ງ ສສ ຫວຽດນາມ ປະຈໍາລາວ ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ວ່າ: ຈຸດປະສົງການເຕົ້າໂຮມໃນມື້ນີ້ ເພື່ອຊົມລາຍການຖ່າຍທອດສົດ ພິທີສວນສະໜາມ ສະເຫຼີມສະຫຼອງວັນຊາດແຫ່ງ ສສ ຫວຽດນາມ ຄົບຮອບ 80 ປີ ທີ່ນະຄອນຫຼວງຮ່າໂນ້ຍ, ເພື່ອຮັດແໜ້ນສາຍພົວພັນລະຫວ່າງຫວຽດນາມ-ລາວ, ຢາກໃຫ້ປວງຊົນລາວ-ຫວຽດນາມ ໄດ້ຫວນຄືນປະຫວັດສາດທີ່ສະຫງ່າອົງອາດຂອງປະເທດຊາດຫວຽດນາມ.

ການນາພກ, ລດ ຊມພທໂຮມຊມນມສະເຫມສະຫອງວນຊາດຫວຽດນາມ ຄບຮອບ 80 ປ - image 3
 

ໃນເມື່ອກ່ອນ ວັນທີ 2/9/1945 ທີ່ສະໜາມຫຼວງ ນະຄອນຫຼວງຮ່າໂນ້ຍ ປະທານ ໂຮ່ຈິມິນ ໄດ້ອ່ານບົດຖະແຫຼງການປະກາດເອກະລາດ ສະຖາປະນາສາທາລະນະລັດ ປະຊາທິປະໄຕ ຫວຽດນາມ, ມູນເຊື້ອການປະຕິວັດຂອງປະຊາຊົນຫວຽດນາມ ພາຍໃຕ້ການນໍາຂອງພັກກອມມູນິດອິນດູຈີນ.

ການນາພກ, ລດ ຊມພທໂຮມຊມນມສະເຫມສະຫອງວນຊາດຫວຽດນາມ ຄບຮອບ 80 ປ - image 4
 

ໃນພິທີ ນອກຈາກຮັບຊົມ ການເດີນສວນສະໜາມແລ້ວ ຍັງໄດ້ຊົມງານວາງສະແດງຮູບພາບ ຈໍານວນ 80 ພາບ ຊຶ່ງສະແດງໃຫ້ເຫັນເຖິງບັນດາຜົນງານ ຂອງປະເທດວຽດນາມ ໃນຕະຫຼອດໄລຍະ 80 ປີ ແຫ່ງການສ້າງສາພັດທະນາ ສສ ຫວຽດນາມ, ບັນດາຮູບພາບດັ່ງກ່າວ ໄດ້ພັນລະນາສາຍພົວພັນພິເສດ ລະຫວ່າງ ຫວຽດ-ລາວ, ນັບແຕ່ໄດ້ຮັບການສ້າງຕັ້ງ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ຂຶ້ນ ຈົນ ຮອດປັດຈຸບັນ ໂດຍສະເພາະ ແມ່ນບັນດາຜົນງານທີ່ຍາດມາໄດ້ ໃນໄລຍະທີ່ ສອງຊາດ ຫວຽດ-ລາວ ຕໍ່ສູ້ຄຽງບ່າຄຽງໄຫຼ່ ຕ້ານສັດຕູໂຕດຽວກັນ ກໍຄື ໄລຍະຮ່ວມມືກັນ ໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ສອງປະເທດຫວຽດ-ລາວ ຈົນເຖິງປັດຈຸບັນ.

ການນາພກ, ລດ ຊມພທໂຮມຊມນມສະເຫມສະຫອງວນຊາດຫວຽດນາມ ຄບຮອບ 80 ປ - image 5
 

ໂອກາດດັ່ງກ່າວ ສະຫາຍ ຟາມ ມິ່ງ ຈ້ຽນ ສະແດງຄວາມຂອບໃຈມາຍັງບັນດາສະຫາຍການນໍາພັກ, ລັດ, ແຂກຖືກເຊີນ, ປວງຊົນລາວ-ຫວຽດ ທີ່ໄດ້ສະໜັບສະໜູນ ພ້ອມທັງເຂົ້າຮ່ວມຊົມການຖ່າຍທອດສົດ ພິທີສວນສະ ໜາມໃນຄັງນີ້ ຂໍອວຍພອນໃຫ້ນໍ້າໃຈມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ, ປະຊາຊົນສອງຊາດ ຫວຽດນາມ-ລາວ, ລາວ-ຫວຽດນາມ ຈົ່ງໝັ້ນຄົງຂະໜົງແກ່ນແລະ ຂຽວສົດງົດງາມໄປສູ່ກາລະນານ.

ການນາພກ, ລດ ຊມພທໂຮມຊມນມສະເຫມສະຫອງວນຊາດຫວຽດນາມ ຄບຮອບ 80 ປ - image 6
 

ໂອກາດເຂົ້າທີ່ສະຫງ່າລາສີນີ້, ສະຫາຍ ນາງ ສຸກັນຍາ ຈັນທະວົງ ແລະ ສະຫາຍ ທອງສະໄໝ ປາທໍ່ ພະນັກງານບໍານານ ຕ່າງກໍຜັດປ່ຽນກັນ ສະແດງຄວາມຮູ້ສຶກດີໃຈ ພາກພູມໃຈທີ່ໄດ້ເຂົ້າຮ່ວມໃນພິທີຊົມການສວນສະໜາມສະເຫຼີມສະຫຼອງວັນຊາດຫວຽດນາມ, ເຫັນການເຕີບໃຫຍ່ຂະຫຍາຍຕົວຂອງທຸກໆກ້ອນກໍາລັງ ໂດຍສະເພາະຄວາມເຂັ້ມແຂງ ຂອງກໍາລັງປະກອບອາວຸດ ເພື່ອປ້ອງກັນປິຕຸພູມທີ່ແສນຮັກ,

ການນາພກ, ລດ ຊມພທໂຮມຊມນມສະເຫມສະຫອງວນຊາດຫວຽດນາມ ຄບຮອບ 80 ປ - image 7
 

ເຫັນໄດ້ການພັດທະນາປະເທດຊາດ ເຮັດໃຫ້ປະເທດຫວຽດນາມມີໂສມໜ້າໃໝ່ທີ່ໃຫຍ່ຫຼວງ, ສາຍພົວພັນ ກໍຄືການຮ່ວມມືໄລຍະຜ່ານມາ ລະຫວ່າງ ສອງປະເທດ ຖືວ່າ ເປັນອ້າຍ-ນ້ອງ ມີຄວາມໝັ້ນຄົງ ຕັ້ງແຕ່ສະໄໝປະທານ ໂຮ່ຈິມິນ, ປະທານ ສຸພານຸວົງ, ປະທານໄກສອນ ພົມວິຫານ ເປັນຜູ້ກໍ່ຕັ້ງ ສອງພັກ, ສອງລັດມາ ແລະ ມອບໃຫ້ປວງຊົນທັງສອງຊາດ

ການນາພກ, ລດ ຊມພທໂຮມຊມນມສະເຫມສະຫອງວນຊາດຫວຽດນາມ ຄບຮອບ 80 ປ - image 8
 

ໄດ້ສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມ ແລະ ຄວາມສາມັກຄີດັ່ງກ່າວຢ່າງບໍ່ຢຸດຢັ້ງ ຂໍອວຍພອນໃຫ້ບັນດາ ສະຫາຍການນໍາທັງສອງປະເທດ ຈົ່ງມີສຸຂະພາບແຂງແຮງ, ເຂັ້ມແຂງໝັ້ນຍືນ ແລະ ອວຍພອນແດ່ ການຮ່ວມມື ສອງປະເທດ ຈົ່ງຍືນຍົງຢູ່ໃນດວງໃຈຂອງປວງຊົນທັງສອງປະເທດຕະຫຼອດກາລະນານ.

ການນາພກ, ລດ ຊມພທໂຮມຊມນມສະເຫມສະຫອງວນຊາດຫວຽດນາມ ຄບຮອບ 80 ປ - image 9
 

(ຂ່າວ: ແສງຈັນ)

ຄໍາເຫັນ

ຂ່າວການຮ່ວມມື

ຄະນະຜູ້ແທນຊາວໜຸ່ມລາວເຂົ້າພົບປະເຮັດວຽກກັບ ຮອງປະທານພັກ ປະຊາຊົນກໍາປູເຈຍ

ຄະນະຜູ້ແທນຊາວໜຸ່ມລາວເຂົ້າພົບປະເຮັດວຽກກັບ ຮອງປະທານພັກ ປະຊາຊົນກໍາປູເຈຍ

ໃນວັນທີ 7 ຕຸລາ ນີ້, ທ່ານ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ໄດ້ນຳພາຄະນະຜູ້ແທນຊາວໜຸ່ມລາວ ເຂົ້າພົບປະເຮັດວຽກກັບ ພະນະທ່ານ ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາແນດ ຮອງປະທານພັກ ປະຊາຊົນກໍາປູເຈຍ ປະທານສູນກາງຊາວໜຸ່ມພັກປະຊາຊົນກຳປູເຈຍ ຢູ່ ນະຄອນຫຼວງພະນົມເປັນ.
ຍົກລະດັບການຄຸ້ມຄອງປະກັນສັງຄົມ ແລະ ສິດທິແຮງງານຊາວກະສິກອນ 32,000 ກວ່າຄົນໃນ 7 ແຂວງ

ຍົກລະດັບການຄຸ້ມຄອງປະກັນສັງຄົມ ແລະ ສິດທິແຮງງານຊາວກະສິກອນ 32,000 ກວ່າຄົນໃນ 7 ແຂວງ

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຮ່ວມກັບອົງການສາກົນເປີດ “ໂຄງການສ້າງຄວາມກ້າວໜ້າໃຫ້ລະບົບປົກປ້ອງສັງຄົມ ແລະ ສິດທິດ້ານແຮງງານສຳລັບຊາວກະສິກອນໃນຂະແໜງກາເຟ, ຊາ ແລະ ປ່າໄມ້ (SOLAR II)” ໃນວັນທີ 29 ກັນຍາຜ່ານມາ ທີ່ນະຄອນຫຼວງວຽງຈັນ ເປັນກຽດກ່າວເປີດໂດຍທ່ານ ນາງ ແກ້ວ ຈັນທະວີໄຊ ຮອງລັດຖະມົນຕີ ກະຊວງ ຮສສ, ມີທ່ານ ມາກ ກາລາເຮີ (Marc Gallagher) ເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈຳ ສປປ ລາວ, ມີທ່ານ ລາສ ໂຢຮັນເຊນ (Lars Johansen) ຮອງຜູ້ອຳນວຍການ ຫ້ອງການອົງການແຮງງານສາກົນ (ILO) ປະຈຳປະເທດໄທ, ກຳປູເຈຍ ແລະ ສປປ ລາວ, ທ່ານ ພອນສານ ວິໄລເມັ້ງ ຮອງປະທານສູນກາງສະຫະພັນກຳມະບານລາວ, ທ່ານ ໄຊບັນດິດ ລາດສະພົນ ຮອງປະ ທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ມີບັນດາຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ຜູ້ຕາງໜ້າອົງການ ILO, ພະແນກ ຮສສ ແຂວງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຄະນະຜູ້ແທນ ຄອ​ສ​ພຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ

ຄະນະຜູ້ແທນ ຄອ​ສ​ພຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ

ຄະນະຜູ້ແທນ ຄະນະໂຄສະນາອົບຮົມສູນກາງພັກ ປະຊາຊົນ ປະຕິວັດລາວ ນໍາໂດຍ ທ່ານ ສາຄອນ ພົມມະລາດຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອ​ສ​ພ) ພ້ມ​ຄະ​ນະໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ໃນລະຫວ່າງວັນທີ 28 ກັນຍາ ຫາ 02 ຕຸລາ 2026.
ສ​ປ​ປລາວ-ເອີ​ຣົບປຶກ​ສາ​ຫາລື ການຮ່ວມມືທາງດ້ານປ່າໄມ້

ສ​ປ​ປລາວ-ເອີ​ຣົບປຶກ​ສາ​ຫາລື ການຮ່ວມມືທາງດ້ານປ່າໄມ້

ກົມປ່າໄມ້ ກະຊວງກະສິກຳ ແລະ ສິ່ງແວດລ້ອມຮ່ວມກັບສະຫະພາບເອີຣົບ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບ ການຮ່ວມມືທາງດ້ານປ່າໄມ້ ໃນ​ວັນ​ທີ 1 ຕຸ​ລາ​ຜ່ານ​ມາທີ່ ນະ​ຄອນຫຼວງວຽງ​ຈັນ, ໂດຍ​ການເປັນປະທານຮ່ວມຂອງ ທ່ານ ນາງຈັນທະຄອນ ບົວລະພັນ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະ ທ່ານ ມາກ ກາລາເຮີ (Mark Gallagher), ເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈໍາ ສປປ ລາວ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ກອງປະຊຸມເຈົ້າໜ້າທີ່ອາວຸໂສຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມື (JC) ລາວ-ໄທ ຄັ້ງທີ 23

ກອງປະຊຸມເຈົ້າໜ້າທີ່ອາວຸໂສຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມື (JC) ລາວ-ໄທ ຄັ້ງທີ 23

ກອງປະຊຸມເຈົ້າໜ້າທີ່ອາວຸໂສ (SOM) ຂອງຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມື (JC) ລາວ-ໄທ ຄັ້ງທີ 23 ໄດ້ຈັດຂຶ້ນໃນວັນທີ 1 ຕຸລາ ນີ້ ທີ່ ແຂວງຫຼວງພະບາງ ໂດຍການເປັນປະທານຮ່ວມຂອງ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານນາງ ເອກສິຣິ ປິນທະຣຸຈິ ຫົວໜ້າຫ້ອງການກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະຜູ້ແທນຂອງທັງສອງຝ່າຍເຂົ້າຮ່ວມ.
ກອງປະຊຸມປຶກສາຫາລື ແລະ ເອກະພາບແຜນການ ເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ

ກອງປະຊຸມປຶກສາຫາລື ແລະ ເອກະພາບແຜນການ ເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ

ວັນທີ 1 ຕຸລາ 2026 ນີ້, ທີ່ ກອງພົນນ້ອຍຊ່າງແສງ 249 ກອງທັບປະຊາຊົນຫວຽດນາມ ໄດ້ຈັດກອງປະຊຸມປຶກສາຫາລື ແລະ ເອກະພາບແຜນການ ເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ (ລາວ-ຫວຽດນາມ-ກຳປູເຈຍ)ປະຈໍາປີ 2026, ເຊິ່ງຝ່າຍລາວ ນຳໂດຍ ສະຫາຍ ພັນເອກ ຄຳຜາຍ ອ້ວນວິໄລ ຫົວໜ້າກົມອົບຮົມ ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ; ຝ່າຍຫວຽດນາມ ນຳໂດຍ ສະຫາຍ ພົນຈັດຕະວາ ຟ໋າມ ວັນຕີ ຮອງຫົວໜ້າກົມກອບກູ້ໄພພິບັດ ກອງທັບປະຊາຊົນຫວຽດນາມ ແລະ ຝ່າຍກຳປູເຈຍ ນຳໂດຍ ສະຫາຍ ພັນເອກ ຫຼົງກິມລຽນ ຮອງຫົວໜ້າກົມອົບຮົມ ກອງບັນຊາການທະຫານສູງສຸດ ກອງທັບຣາຊະອານາຈັກກຳປູເຈຍ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ທັງສາມຝ່າຍ ເຂົ້າຮ່ວມ.
ສະຫະພັນແມ່ຍິງແຂວງຄໍາມ່ວນ ແລະ ແຂວງກວາງຈິ ສືບຕໍ່ຮັດແໜ້ນການພົວພັນຮ່ວມມື 2 ຝ່າຍ

ສະຫະພັນແມ່ຍິງແຂວງຄໍາມ່ວນ ແລະ ແຂວງກວາງຈິ ສືບຕໍ່ຮັດແໜ້ນການພົວພັນຮ່ວມມື 2 ຝ່າຍ

​ ວັນທີ 30 ກັນຍາຜ່ານມາ, ທີ່ເມືອງທ່າແຂກ ແຂວງຄໍາມ່ວນ ໄດ້ຈັດກອງປະຊຸມພົບປະ ລະຫວ່າງ ຄະນະຜູ້ແທນສະຫະພັນແມ່ຍິງແຂວງຄໍາມ່ວນ (ສປປ ລາວ) ແລະ ຄະນະຜູ້ແທນສະຫະພັນແມ່ຍິງແຂວງກວາງຈິ (ສສ ຫວຽດນາມ) ເພື່ອເສີມສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານລະຫວ່າງສອງອົງການຈັດຕັ້ງແມ່ຍິງ. ຝ່າຍແຂວງຄໍາມ່ວນນໍາໂດຍ ທ່ານ ນາງ ໄພວັນ ພົນຫາລາດ ປະທານສະຫະພັນແມ່ຍິງແຂວງ, ທ່ານ ນາງ ດາລາມິນ ສີສະຫວ່າງ ຮອງປະທານສະຫະພັນແມ່ຍິງແຂວງ ພ້ອມດ້ວຍຄະນະ ແລະ ພະນັກງານຂະແໜງການກ່ຽວຂ້ອງ, ສ່ວນຝ່າຍແຂວງກວາງຈິ ນໍາພາໂດຍ ທ່ານ ນາງ ເຈິ່ນ ຖິ ຖຸຍ ງາ ຮອງປະທານຜູ້ປະຈຳການສະຫະພັນແມ່ຍິງແຂວງກວາງຈິ ພ້ອມດ້ວຍຄະນະກໍາມະການ ແລະ ວິຊາການ.
ການສ້າງສາຍພົວພັນການທູດລະຫວ່າງ ສປປ ລາວ ກັບ ສ ຕຣີນິດັດ ແລະ ໂຕບາໂກ

ການສ້າງສາຍພົວພັນການທູດລະຫວ່າງ ສປປ ລາວ ກັບ ສ ຕຣີນິດັດ ແລະ ໂຕບາໂກ

ໃນວັນທີ 29 ກັນຍາຜ່ານມານີ້ ທີ່ ນະຄອນນິວຢອກ ສະຫະລັດ ອາເມຣິກາ, ໄດ້ມີພິທີລົງນາມຖະແຫຼງການຮ່ວມ ວ່າດ້ວຍ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະສາທາລະນະລັດ ຕຣີນິດັດ ແລະ ໂຕບາໂກ, ໂດຍຕາງໜ້າໃຫ້ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນ ທ່ານ ທອງຜ່ານ ສະຫວັນເພັດ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການສະຫະປະຊາຊາດ ແລະ ຕາງໜ້າໃຫ້ລັດຖະບານ ແຫ່ງ ສາທາລະນະລັດ ຕຣີນິດັດ ແລະ ໂຕບາໂກ ແມ່ນ ທ່ານ ເນລ ພາຣຊັນ (H.E. Dr. Neil Parsan) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ຜູ້ຕາງໜ້າຖາວອນ ແຫ່ງ ສາທາລະນະລັດ ຕຣີນິດັດ ແລະ ໂຕບາໂກ ປະຈໍາອົງການສະຫະປະຊາຊາດ ໄດ້ຮ່ວມລົງນາມໃນຖະແຫຼງການຮ່ວມຄັ້ງນີ້ ໂດຍການເຂົ້າຮ່ວມເປັນສັກຂີພິຍານໃນພິທີດັ່ງກ່າວຂອງບັນດານັກການທູດທັງສອງຝ່າຍ.
ແມ່ຍິງແຂວງ ແລະ ແມ່ຍິງສະມາຄົມຄົນຫວຽດນາມຢູ່ແຂວງເຊກອງ ພົບປະແລກປ່ຽນບົດຮຽນ

ແມ່ຍິງແຂວງ ແລະ ແມ່ຍິງສະມາຄົມຄົນຫວຽດນາມຢູ່ແຂວງເຊກອງ ພົບປະແລກປ່ຽນບົດຮຽນ

ການພົບປະແລກປ່ຽນບົດຮຽນ ລະຫວ່າງ ສະຫະພັນແມ່ຍິງແຂວງ ແລະ ສະຫະພັນແມ່ຍິງສະມາຄົມຄົນຫວຽດນາມຢູ່ແຂວງເຊກອງ ຈັດຂຶ້ນໃນວັນທີ 30 ກັນຍາຜ່ານມາ, ທີ່ຫ້ອງປະຊຸມໂຮງຮຽນລາວ-ຫວຽດແຂວງເຊກອງ ໂດຍມີທ່ານ ນາງ ມະໂນລາ ສຸດທິຈັກ ກຳມະການພັກແຂວງ, ປະທານສະຫະພັນແມ່ຍິງແຂວງ, ມີທ່ານ ເຈິ່ນ ດິງ ຮ່າຍ ປະທານສະມາຄົມຄົນຫວຽດນາມຢູ່ແຂວງເຊກອງ ພ້ອມດ້ວຍສະມາຊິກແມ່ຍິງ ເຂົ້າຮ່ວມ.
ສ​ສກເລີ່ມຄົ້ນຄວ້າ ປັດໄຈທີ່ຊ່ວຍສົ່ງເສີມທັກສະພາສາລາວ ແລະ ການຮູ້ໜັງສືຂອງນັກຮຽນຊັ້ນ​ປະ​ຖົມ

ສ​ສກເລີ່ມຄົ້ນຄວ້າ ປັດໄຈທີ່ຊ່ວຍສົ່ງເສີມທັກສະພາສາລາວ ແລະ ການຮູ້ໜັງສືຂອງນັກຮຽນຊັ້ນ​ປະ​ຖົມ

ກະຊວງສຶກສາທິການ ແລະ ກິລາ (ສສກ)ພາຍໃຕ້ການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ(BEQUAL)ໄດ້ເລີ່ມດຳເນີນການຄົ້ນຄວ້າໃໝ່ ກ່ຽວກັບປັດໄຈທີ່ຊ່ວຍສົ່ງເສີມທັກສະພາສາລາວ ແລະ ການຮູ້ໜັງສືຂອງນັກຮຽນໂດຍສະເພາະແມ່ນກຸ່ມນັກຮຽນທີ່ບໍ່ໄດ້ໃຊ້ພາສາລາວເປັນຫຼັກຢູ່ໃນຄອບຄົວ. ການຄົ້ນຄວ້າໃນຄັ້ງນີ້ ແມ່ນຈັດຕັ້ງປະຕິບັດໂດຍສູນຄົ້ນຄວ້າພາສາລາວ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ຮ່ວມກັບແຜນງານບີຄວາ (BEQUAL).
ເພີ່ມເຕີມ