ຂ່າວສານຊີອາໄອລາຍງານ ໃນວັນທີ 26 ຕຸລາ ຜ່ານມາ, ຈະຫຼວດສົ່ງຍານຊາງເຈິ່ງເລກ 2 ທີ່ບັນທຸກຍານອະວະກາດບັນທຸກຄົນເຊີນໂຈ່ວ 17 ໄດ້ຖືກຍິງສົ່ງທີ່ສູນຍິງດາວທຽມຈິວຊວນ ແຂວງກ່ານຊູ້ຈີນ, ປະມານ 10 ນາທີຜ່ານໄປ, ຍານອະວະກາດບັນທຸກຄົນ ເຊີນໂຈ່ວ 17 ໄດ້ແຍກອອກຈາກຈະຫຼວດຢ່າງສຳເລັດຜົນ, ແລ້ວເຂົ້າສູ່ວົງໂຄຈອນຕາມຄາດໝາຍ, ຈຸນັກບິນອະວະກາດມີສະພາບປົກກະຕິ, ການຍິງສົ່ງໄດ້ຮັບຜົນສຳເລັດຢ່າງຈົບງາມ.
ສ ເກົາຫຼີ ຮັກສາເປົ້າໝາຍການສົ່ງອອກໃຫ້ສູງກວ່າ 700 ຕື້ໂດລາ ໃນປີ 2026
ຂ່າວຕ່າງປະເທດລາຍງານ ໃນວັນທີ 8 ທັນວາ ຜ່ານມາວ່າ: ທ່ານ ຍໍ ຮັນກູ ລັດຖະມົນຕີກະຊວງການຄ້າ, ອຸດສາຫະກຳ ແລະ ຊັບພະຍາກອນຂອງ ສ ເກົາຫຼີ ໄດ້ໃຫ້ຄຳໝັ້ນສັນຍາວ່າຈະພະຍາຍາມທຸກວິທີທາງເພື່ອຮັກສາການສົ່ງອອກປະຈຳປີຂອງ ສ ເກົາຫຼີ ໃຫ້ສູງກວ່າ 700 ຕື້ໂດລາເປັນປີທີສອງຕິດຕໍ່ກັນໃນປີ 2026, ເຖິງວ່າຈະມີຄວາມບໍ່ແນ່ນອນດ້ານການຄ້າທົ່ວໂລກກໍຕາມ.
ຄໍາເຫັນ