ການພັດທະນາເສດຖະກິດຂອງແຂວງຊຽງຂວາງ ມີທ່າຂະຫຍາຍຕົວດີຂຶ້ນ

ການພັດທະນາເສດຖະກິດຂອງແຂວງຊຽງຂວາງ ມີທ່າຂະຫຍາຍຕົວດີຂຶ້ນ
ຮຽບຮຽງໂດຍ:ວັນໄຊ ຕະວິນຍານ
ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ ປີ 2023  ຂອງແຂວງຊຽງຂວາງ ແມ່ນການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງ ຊຶ່ງເປັນປີທີ 3 ຂອງການຈັດຕັ້ງປະຕິບັດແຜນການ 5 ປີ ຄັ້ງທີ IX (2021-2025)  ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ. ພາຍໃຕ້ສະພາບແວດລ້ອມສາກົນ,  ພາກພື້ນ ແລະ ໃນໂລກມີການຜັນແປຢ່າງສັບສົນໄວວາ ຊຶ່ງມີທັງກາລະໂອກາດທີ່ເອື້ອອຳນວຍ ແລະ ສິ່ງທ້າທາຍຫຼາຍປະການ ເປັນຕົ້ນແມ່ນບັນຫາຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ຂອງປະເທດ, ການເໜັງຕີງລາຄາສິນຄ້າ, ນ້ຳມັນແລະ ອັດຕາແລກປ່ຽນເງິນຕາເພີ່ມຂຶ້ນ, ບັນຫາອຸບັດເຫດ, ບັນຫາຢາເສບຕິດ, ບັນຫາໄພພິບັດທາງທຳມະຊາດ ແລະ ອື່ນໆ.
ແຕ່ເຖິງແນວໃດກໍຕາມ  ພາຍໃຕ້ການຊີ້ນໍາ-ນໍາພາຂອງອົງຄະນະພັກແຂວງ,ການນໍາແຕ່ລະຂັ້ນ ໄດ້ຕັດສິນໃຈຜ່ານຜ່າຂໍ້ຫຍຸ້ງຍາກນາໆປະການ ຈຶ່ງເຮັດໃຫ້ເສດຖະກິດຂອງແຂວງຊຽງຂວາງມີທ່ວງທ່າກ້າວຂຶ້ນ. 
     ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ ໄດ້ຍົກໃຫ້ເຫັນຜົນສໍາເລັດບາງດ້ານໃນການພັດທະນະາເສດຖະກິດ-ສັງຄົມ ປີ 2023 ວ່າ:ໃນປີ 2023 ເສດຖະກິດແຂວງຊຽງຂວາງຂະຫຍາຍຕົວໃນລະດັບ4,8%, ທຽບໃສ່ແຜນການ (4,5%) ປະຕິບັດລື່ນຄາດໝາຍ 0,3%, ລວມຍອດຜະລິດຕະພັນພາຍໃນ (GDP) ປະຕິບັດໄດ້ 6.161,72 ຕື້ກີບ. ໃນນັ້ນ, ຂົງເຂດກະສິກໍາ-ປ່າໄມ້ ຂະຫຍາຍຕົວ3,83%, ກວມ 35,19%, ຂົງເຂດອຸດສາຫະກໍາ-ກໍ່ສ້າງ ຂະຫຍາຍຕົວ5,54%, ກວມ 34,26%, ຂົງເຂດການບໍລິການຂະຫຍາຍຕົວ5,30%, ກວມ 30,55%,ສະເລ່ຍລາຍຮັບຕໍ່ຫົວຄົນບັນລຸ1.063 ໂດລາ/ຄົນ/ປີ (ອັດຕາແລກປ່ຽນ 1ໂດລາ/20.541 ກີບ).
ແຂວງຊຽງຂວາງໄດ້ອອກແຮງສູ້ຊົນເກັບລາຍຮັບເຂົ້າງົບປະມານແລະຄຸ້ມຄອງການປະຕິບັດລາຍຈ່າຍຢ່າງຮັດກຸມ ເຮັດໃຫ້ລວມຍອດລາຍຮັບພູດສູນກາງແລະທ້ອງຖິ່ນປະຕິບັດໄດ້ທັງໝົດ300,69ຕື້ກີບ, ລື່ນແຜນການປີ12,27%,ໃນນີ້ ລາຍຮັບພູດສູນກາງປະຕິບັດໄດ້95,12 ຕື້ກີບ, ເທົ່າກັບ90,59% ຂອງແຜນການປີ,ລາຍຮັບພູດທ້ອງຖິ່ນປະຕິບັດໄດ້205,56 ຕື້ກີບ, ລື່ນແຜນການປີ26,25%; ລາຍຈ່າຍທັງໝົດທົ່ວແຂວງ ປະຕິບັດໄດ້ 612,17 ຕື້ກີບ, ເທົ່າກັບ 97,99% ຂອງແຜນການປີ ໂດຍໄດ້ເລັ່ງໃສ່ປະຕິບັດຈ່າຍເງິນເດືອນ, ເງິນນະໂຍບາຍເປັນບຸລິມະສິດ ຊຶ່ງໄດ້ເບີກຈ່າຍເງິນເດືອນໃຫ້ພະນັກງານ-ລັດຖະກອນ ໄດ້ທັນຕາມກຳນົດເວລາໃນແຕ່ລະເດືອນ.
ໃນປີຜ່ານມາສາມາດລະດົມການລົງທຶນທົ່ວສັງຄົມໄດ້ທັງໝົດ3.094,70 ຕື້ກີບ, ລື່ນແຜນການ72,05%ໃນນັ້ນການລົງທຶນຂອງລັດມູນຄ່າ165,17 ຕື້ກີບກວມ5,34%,ການລົງທຶນຂອງພາກເອກະຊົນພາຍໃນແລະຕ່າງປະເທດມູນຄ່າ 1.999,61ຕື້ກີບ,ກວມ64,61%,ທຶນຊ່ວຍເຫຼືອແລະກູ້ຢືມ242,56 ຕື້ກີບກວມ7,84% ແລະສິນເຊື່ອທະນາຄານ687,36 ຕື້ກີບ,ກວມ22,21%.
ແຂວງຊຽງຂວາງ ໄດ້ຮັບອະນຸມັດແຜນການການລົງທຶນຂອງລັດ ປະຈໍາປີ 2023 ທັງໝົດ 276 ໂຄງການມູນຄ່າ 165,29 ຕື້ກີບ. ໃນນັ້ນ, ທຶນບ້ວງປົກກະຕິ 114,48 ຕື້ກີບ, ທຶນບ້ວງຈົດຮັບ-ຈົດຈ່າຍ ແລະ ອື່ນໆ ມູນຄ່າ 27 ຕື້ກີບ ແລະ ທຶນບ້ວງເງິນເກີນແຜນຂອງແຂວງ ມູນຄ່າ 23,81 ຕື້ກີບ. 
ສໍາລັບການຊ່ວຍເຫຼືອແລະກູ້ຢືມຈາກຕ່າງປະເທດ ແຂວງໄດ້ເອົາໃຈໃສ່ຊີ້ນໍາການຈັດຕັ້ງປະຕິບັດກ່ຽວກັບວຽກງານຮ່ວມມືຂັ້ນແຂວງເປັນແຕ່ລະໄລຍະ ເພື່ອຍາດແຍ່ງເອົາການຊ່ວຍເຫຼືອຈາກອົງການຈັດຕັ້ງສາກົນ ແລະ ເພື່ອນມິດຕ່າງປະເທດ ມາເປັນແຫຼ່ງທຶນປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ- ສັງຄົມຂອງແຂວງ, ສາມາດຈັດຕັ້ງປະຕິບັດໄດ້ທັງໝົດ34 ໂຄງການ,  ມູນຄ່າ 16.170.976ໂດລາ ຫຼື ປະມານ242,56 ຕື້ກີບ, ເທົ່າກັບ 90,07%  ຂອງແຜນການປີ, ໃນນັ້ນ, ທຶນຊ່ວຍເຫຼືອເພື່ອການພັດທະນາ(ODA)ມີ 8 ໂຄງການ, ມີມູນຄ່າ 1.085.419 ໂດລາຫຼືປະມານ16,28 ຕື້ກີບ;ທຶນຊ່ວຍເຫຼືອ NGO ມີ22 ໂຄງການ, ມີມູນຄ່າ 12.573.267ໂດລາຫຼືປະມານ188,60 ຕື້ກີບ, ທຶນພາຍໃນ 88.580ໂດລາຫຼືປະມານ1,33 ຕື້ກີບແລະທຶນກູ້ຢືມ4 ໂຄງການ, ມູນຄ່າ 2.423.709ໂດລາຫຼືປະມານ36,35 ຕື້ກີບ.
ການລົງທຶນຂອງພາກເອກະຊົນພາຍໃນແລະຕ່າງປະເທດໃນປີ 2023 ສາມາດຈັດຕັ້ງປະຕິບັດວຽກງານສົ່ງເສີມການລົງທຶນຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດ ທີ່ຂຶ້ນກັບພະແນກອຸດສາຫະກຳ ແລະ ການຄ້າ ໄດ້ທັງໝົດ 716 ຫົວໜ່ວຍ ແລະ 13 ໂຄງການ ທີ່ຂຶ້ນກັບພະແນກແຜນການ ແລະ ການລົງທຶນ ຊຶ່ງມີມູນຄ່າທັງໝົດ 1.999,61 ຕື້ກີບ, ລື່ນແຜນການປີ 3 ເທົ່າຕົວ, ໃນນີ້: ກິດຈະການທີ່ຂຶ້ນກັບພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ ມີ 716 ຫົວໜ່ວຍ ມີມູນຄ່າ 1.049,36 ຕື້ກີບ. ກິດຈະການທີ່ຂຶ້ນກັບພະແນກແຜນການ ແລະ ການລົງທຶນ ສາມາດອະນຸຍາດການລົງທຶນໄດ້ 13 ໂຄງການ ມີມູນຄ່າການລົງທຶນທັງໝົດ950,25 ຕື້ກີບ; ຂັ້ນສູນກາງອະນຸຍາດລົງທຶນ 9 ໂຄງການ ມີມູນຄ່າການລົງທຶນທັງໝົດ 884,44 ຕື້ກີບ ແລະ ຂັ້ນແຂວງອະນຸຍາດໄດ້ 4 ໂຄງການ ມີມູນຄ່າການລົງທຶນທັງໝົດ 65,80 ຕື້ກີບ;ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈMOU ໄດ້11 ໂຄງການ.
ສ່ວນທະນາຄານຈໍານວນ9 ສາຂາ ທີ່ປະຈໍາຢູ່ ແຂວງຊຽງຂວາງໄດ້ປະກອບສ່ວນໃນການປ່ອຍທຶນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຢ່າງຕໍ່ເນື່ອງ; ການປ່ອຍສິນເຊື່ອແມ່ນສຸມໃສ່ການສົ່ງເສີມການຜະລິດເປັນສິນຄ້າຂອງກຸ່ມການຜະລິດ,ການຜະລິດຂອງຄອບຄົວ, ບັນດາຫົວໜວ່ຍທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ ພ້ອມກັນນັ້ນກໍໄດ້ເຄື່ອນໄຫວທຸລະກໍາດ້ານການເງິນ ເພື່ອບໍລິການຮັບໃຊ້ແກ່ສັງຄົມ. 
ທ່ານບຸນຈັນສີວົງພັນກ່າວຕື່ມວ່າ:ຂໍ້ມູນທີ່ຍົກຂຶ້ນມານັ້ນ,ເປັນພຽງຜົນງານທີ່ພົ້ນເດັ່ນໃນກາານພັດທະນາເສດຖະກິດສ່ວນໜຶ່ງຂອງແຂວງ ແຕ່ຄຽງຄູ່ກັບຜົນສຳເລັດທີ່ກ່າວມາຂ້າງເທິງນັ້ນ, ແຂວງພວກເຮົາຍັງມີຈຸດອ່ອນ,ຂໍ້ຄົງຄ້າງຈຳນວນໜຶ່ງທີ່ຈະຕ້ອງໄດ້ເອົາໃຈໃສ່ແກ້ໄຂເຊັ່ນ:ໂຄງປະກອບການຜະລິດກະສິກໍາຍັງບໍ່ທັນແຂງແຮງ, ພື້ນຖານໂຄງລ່າງທີ່ອໍານວຍຄວາມສະດວກບໍ່ທັນເປັນລະບົບ, ການວາງແຜນຈັດສັນທີ່ດິນ ແລະ ເຂດທໍາການຜະລິດແຕ່ລະເປົ້າໝາຍຍັງບໍ່ທັນມີຈຸດສຸມເຮັດໃຫ້ມີການບຸກລຸກປ່າໄມ້ ແລະ ຖາງປ່າຊະຊາຍ; ການຂະຫຍາຍຖານຂໍ້ມູນລາຍຮັບໃໝ່ທີ່ເປັນລາຍຮັບທີ່ໝັ້ນຄົງຍັງມີຈໍາກັດ,ການດໍາເນີນທຸລະກິດສ່ວນຫຼາຍແມ່ນທຸລະກິດຂະໜາດນ້ອຍກະແຈກກະຈາຍບໍ່ທັນຫັນເຂົ້າສູ່ລະບົບຖືບັນຊີຖືກຕ້ອງຕາມລະບຽບກົດໝາຍວາງອອກ; ການຕິດຕາມ,ກວດກາ ແລະປະເມີນຄືນບັນດາໂຄງການລົງທຶນຂອງພາກເອກະຊົນທັງພາຍໃນ ແລະຕ່າງປະເທດທີ່ໄດ້ອະນຸຍາດຜ່ານມາລວມທັງໂຄງການເຮັດທົດລອງຍັງບໍ່ທັນໄດ້ທົ່ວເຖິງ.

ຄໍາເຫັນ

ຂ່າວເສດຖະກິດ

ສຳມະນາການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ

ສຳມະນາການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ

ສຳມະນາກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ແລະ ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ໄດ້ຈັດຂຶ້ນໃນລະຫວ່າງວັນທີ 4-5 ພະຈິກ 2025 ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ມີບັນດາກໍາມະການຄະນະປະຈໍາ ແລະ ຮອງປະທານກໍາມາທິການສະພາແຫ່ງຊາດ, ລັດຖະມົນຕີ-ຮອງລັດຖະມົນຕີ ແລະ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ສະມາຊິກສະພາແຫ່ງຊາດຈາກ 18 ເຂດເລືອກຕັ້ງທົ່ວປະເທດ, ຜູ້ຕາງໜ້າຄູ່ຮ່ວມພັດທະນາ, ນັກຄົ້ນຄວ້າຈາກສະຖາບັນຄົ້ນຄວ້າ ແລະ ມະຫາວິທະຍາໄລແຫ່ງຊາດ, ອົງການຈັດຕັ້ງສາກົນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຄຳພັນ ພົມມະທັດ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຮອບດ້ານຂອງແຂວງສະຫວັນນະເຂດ

ທ່ານ ຄຳພັນ ພົມມະທັດ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຮອບດ້ານຂອງແຂວງສະຫວັນນະເຂດ

ໃນໂອກາດທີ່ມາເຄື່ອນໄຫວວຽກງານຢູ່ແຂວງສະຫວັນນະເຂດ ໃນວັນທີ 28 ຕຸລານີ້, ທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາລັດ ໄດ້ໃຫ້ກຽດໂອ້ລົມຄະນະການນຳຂັ້ນສູງຂອງແຂວງສະຫວັນນະເຂດ ຊຶ່ງການໂອ້ລົມຄັ້ງນີ້ໄດ້ຈັດຂຶ້ນທີ່ຫ້ອງປະຊຸມຂອງຫ້ອງວ່າການແຂວງສະຫວັນນະເຂດ ໂດຍມີທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະນຳຂອງແຂວງ ເຂົ້າຮ່ວມຮັບຟັງດ້ວຍ.
ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ໄລຍະ 6 ເດືອນຕົ້ນປີນີ້, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງໄຊທານີ ນະຄອນ ຫຼວງວຽງຈັນໂດຍລວມດ້ານເສດຖະກິດ ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ສາມາດຄໍ້າປະກັນດ້ານສະບຽງອາຫານ, ການຜະລິດເຄື່ອງອຸປະໂພກ ບໍລິໂພກພາຍໃນເມືອງໄດ້ມີບາດກ້າວໃໝ່.
ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ແຂວງຄໍາມ່ວນ ໄດ້ສຸມໃສ່ທຸກຄວາມພະຍາຍາມ ໃນການປຸກລະດົມທຸກກຳລັງແຮງ ທຸກພາກສ່ວນເສດຖະກິດ-ສັງຄົມ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ຂອງແຂວງ ໄປຕາມຍຸດທະສາດການພັດທະນາ ທີ່ກຳນົດໄວ້ “ເປັນແຫຼ່ງຜະລິດສະບຽງອາຫານ, ເປັນຖານພັດທະນາອຸດສາຫະກຳ, ການບໍລິການ ແລະ ການທ່ອງທ່ຽວ” ເພື່ອບັນລຸບັນດາຄາດໝາຍຕ່າງໆ; ໃນນີ້, ສະເພາະດ້ານເສດຖະກິດ ແມ່ນໄດ້ມີການເຕີບໂຕຢ່າງຕໍ່ເນື່ອງ, ມີຄຸນນະພາບ ແລະ ຍືນຍົງ.
5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

ໄລຍະ 5 ປີຜ່ານມາເສດຖະກິດ ແຂວງຄໍາມ່ວນ ໄດ້ສືບຕໍ່ຂະຫຍາຍຕົວຕໍ່ເນື່ອງໃນລະດັບ 6.2%, ລວມຍອດຜະລິດຕະພັນພາຍໃນປີ 2025 ບັນລຸໄດ້ 26,772 ຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸໄດ້ 58.1 ລ້ານກີບ ຫຼື 2,701 ໂດລາສະຫະລັດ/ຄົນ/ປີ; ການລະດົມທຶນທົ່ວສັງຄົມເຂົ້າໃສ່ການພັດທະນາໄດ້ 1,245 ໂຄງການ, ມູນຄ່າ 19,026 ຕື້ກີບ, ລື່ນແຜນການ 13% (ພົ້ນເດັ່ນແມ່ນການດຶງດູດລົງທຶນຈາກ ສປ ຈີນ ມາລົງທຶນ ໃນຂະແໜງອຸດສາຫະກຳຕ່ອງໂສ້ ເກືອໂປຕາສ ມີ 24 ບໍລິສັດ ມູນຄ່າການລົງທຶນ 1,205 ລ້ານໂດລາສະຫະລັດ), ແຂວງສາມາດແກ້ໄຂໜີ້ສິນໄດ້ທັງໝົດ 1,079 ຕື້ກີບ, ສາມາດປິດບັນຊີໜີ້ສິນໄດ້ 159 ໂຄງ.
ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ຕະຫຼອດໄລຍະຜ່ານມາ ອົງຄະນະພັກເມືອງດັກຈຶງ ແຂວງເຊກອງ ໄດ້ຖືສໍາຄັນການຈັດຕັ້ງຜັນຂະຫຍາຍມະຕິຂອງພັກ ບັນດານິຕິກຳ ແລະ ມູນເຊື້ອວັນສຳຄັນຂອງຊາດ ແລະ ສາກົນ ເຮັດໃຫ້ພະນັກງານມີຄວາມໜັກແໜ້ນທາງດ້ານການເມືອງ ມີຄຸນສົມບັດສິນທຳປະຕິວັດ ມີຄວາມເປັນເອກະພາບ ເຊື່ອໝັນຕໍ່ການຊີນຳໆພາຂອງພັກ ເປັນເຈົ້າການປະຕິບັດໜ້າທີ່ ແລະ ເຮັດສຳເລັດການມອບໝາຍ ຊຶ່ງເຮັດໃຫ້ເສດຖະກິດຂອງເມືອງມີການຂະຫຍາຍຕົວດີ.
ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ຕາມແຫຼ່ງຂ່າວຈາກເພຈ໌ທາງການ ຂອງທະນາຄານແຫ່ງ ສປປ ລາວໃຫ້ຮູ້ວ່າ: ໃນກາງເດືອນສິງຫາຜ່ານມານີ້, ໄດ້ມີກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ III ປະຈຳ ປີ 2025 ໂດຍກອງປະຊຸມຄັ້ງນີ້ ໄດ້ຊີ້ໃຫ້ເຫັນຫຼາຍບັນຫາທີ່ມີຜົນຄືບໜ້າດີ ເປັນຕົ້ນ: ສະພາບອັດຕາເງິນເຟີ້ ມີຈັງຫວະຫຼຸດລົງຢ່າງຈະແຈ້ງ ໂດຍສະເພາະເດືອນກໍລະກົດ 2025 ເງິນເຟີ້ຢູ່ໃນລະດັບ 5.30% ຫຼຸດລົງຈາກ 8.3% ໃນເດືອນພຶດສະພາ ແລະ ພາຍໃນເດືອນສິງຫານີ້ ໄດ້ຫຼຸດລົງມາຢູ່ທີ່ 5.0%. ບັນຫານີ້, ໄດ້ບົ່ງບອກໃຫ້ຮູ້ເຖິງສະ ພາບເສດຖະກິດ-ການເງິນ, ເງິນຕາ ຂອງ ສປປ ລາວ ເລີ່ມມີສັນຍານບວກ.
ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ທ່ານ ຄຳແຫວນ ປັນຍານຸວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ ໄດ້ຂຶ້ນຜ່ານແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຕໍ່ກອງປະຊຸມໃຫຍ່ອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ VIII ໃນວັນທີ 25 ສິງຫານີ້ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ V (2021-2025). ໃນຕະຫຼອດໄລຍະເວລາ 5 ປີທີ່ຜ່ານມາ ແຂວງພວກເຮົາແມ່ນມີຜົນສໍາເລັດ ແລະ ພົ້ນເດັ່ນຫຼາຍດ້ານ ຊຶ່ງສະແດງອອກໃນການຈັດຕັ້ງປະຕິບັດ 6 ເປົ້າໝາຍ ແລະ 21 ວຽກຈຸດ ດັ່ງນີ້:
7 ເດືອນຕົ້ນປີ ຫຼວງພະບາງສຸມໃສ່ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ

7 ເດືອນຕົ້ນປີ ຫຼວງພະບາງສຸມໃສ່ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ

ໃນວັນທີ 15 ສິງຫານີ້ ທີ່ຫ້ອງປະຊຸມ ຫ້ອງວ່າການແຂວງຫຼວງພະບາງ ໄດ້ຈັດປະຊຸມສະຫຼຸບ ການຈັດຕັ້ງປະຕິບັດວຽກງານ ຂອງຄະນະສະເພາະກິດການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດຂັ້ນແຂວງ ໃນໄລຍະ 7 ເດືອນຕົ້ນ ແລະ ກຳນົດທິດທາງ ແຜນການໃນ 5 ເດືອນທ້າຍປີ 2025 ໂດຍເປັນປະທານຂອງ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫຼວງພະບາງ ຫົວໜ້າຄະນະສະເພາະກິດຂັ້ນແຂວງ.
6 ເດືອນຕົ້ນປີ ເສດຖະກິດເມືອງລະມາມ ຂະຫຍາຍຕົວໃນລະດັບ 5.95%

6 ເດືອນຕົ້ນປີ ເສດຖະກິດເມືອງລະມາມ ຂະຫຍາຍຕົວໃນລະດັບ 5.95%

ໄລຍະ 6 ເດືອນຕົ້ນປີ 2025 ນີ້, ເມືອງລະມາມ ແຂວງເຊກອງ ໄດ້ເອົາໃຈໃສ່ຂຸດຄົ້ນທ່າແຮງບົ່ມຊ້ອນພາຍໃນເມືອງ ເຂົ້າໃນການພັດທະນາພື້ນຖານໂຄງລ່າງ, ສ້າງສິ່ງອໍານວຍຄວາມສະດວກ, ຊຸກຍູ້ສົ່ງເສີມການບໍລິການ ແລະ ການຜະລິດກະສິກໍາທີ່ເປັນທ່າແຮງ, ເຮັດໃຫ້ເສດຖະກິດ ຂອງເມືອງຂະຫຍາຍຕົວໃນລະດັບ 5.59% ລວມຍອດຜະລິດຕະພັນພາຍໃນ ຫຼື (GDP) ບັນລຸໄດ້ 1,029.64 ຕື້ກີບ, ສະເລ່ຍໃສ່ພົນລະເມືອງ 23.28 ລ້ານກີບ/ຄົນ.
ເພີ່ມເຕີມ