![]() |
ໃນໂອກາດນີ້, ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ລາຍງານໃຫ້ຮູ້ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ໄລຍະ 9 ເດືອນຂອງປີ 2025. ໃນນີ້, ດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ໄດ້ສຸມກຳລັງຫັນລົງກໍ່ສ້າງຮາກຖານການເມືອງ ຕາມ 4 ເນື້ອໃນ 4 ຄາດໝາຍຢ່າງຕໍ່ເນື່ອງ, ເອົາໃຈໃສ່ປັບປຸງການຈັດຕັ້ງທຸກຂັ້ນໃຫ້ມີຄວາມເຂັ້ມແຂງ, ອົບຮົມສິນລະປະຍຸດ-ຍຸດທະວີໃຫ້ກຳລັງກອງຫຼອນ, ປກສ ກຸ່ມບ້ານ, ສ້າງບ້ານປ້ອມໝັ້ນສູ້ຮົບຕິດລ່ຽນ, ເອົາໃຈໃສ່ປົກປັກຮັກສາ ແລະ ລາດຕະເວນລຽບຕາມຊາຍແດນ, ສະກັດກັ້ນການລັກລອບຄ້າຂາຍເຖື່ອນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມໃຫ້ຫຼຸດລົງ, ຂົງເຂດເສດຖະກິດ: ລວມຍອດຜະລິດຕະພັນພາຍໃນ (GDP) ຂະຫຍາຍຕົວຢູ່ໃນລະດັບ 6.75%, ຄິດເປັນມູນຄ່າ 20,632.85 ຕື້ກີບ, ລາຍໄດ້ສະເລ່ຍຕໍ່ຫົວຄົນ 18.14 ລ້ານກີບຕໍ່ຄົນຕໍ່ປີ, ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດຂອງແຂວງ: ສາມາດຈັດເກັບລາຍຮັບງົບປະມານໄດ້ 4,609.80 ຕື້ກີບ ເທົ່າກັບ 88.10% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນປີຜ່ານມາ ເພີ່ມຂຶ້ນ 24.40% ຫຼື ເປັນເງິນປະມານ 796.46 ຕື້ກີບ, ຄາດຄະເນໝົດປີ 2025 ຈະໄດ້ 5,203.49 ຕື້ກີບ ເທົ່າກັບ 112.88% ຂອງແຜນການປີ ຫຼື ເປັນເງິນປະມານ 593.69 ຕື້ກີບ, ວຽກງານການລົງທຶນໃນທົ່ວສັງຄົມສາມາດປະຕິບັດໄດ້ 15,128 ຕື້ກີບ ເທົ່າກັບ 182% ຂອງແຜນການປີ ຊຶ່ງໄດ້ຈາກ 5 ແຫຼ່ງທຶນ. ໃນນີ້, ການລົງທຶນຂອງລັດ ໄດ້ຮັບທຶນທັງໝົດຈໍານວນ 341.44 ຕື້ກີບ. ມາຮອດປັດຈຸບັນ, ສາມາດປະຕິບັດໄດ້ 247 ໂຄງການ (ແຜນ 412 ໂຄງການ), ມູນຄ່າ 115.25 ຕື້ກີບ, ເທົ່າກັບ 88.19% (ແຜນ 130.69 ຕື້ກີບ), ພ້ອມນັ້ນ ທ່ານເຈົ້າແຂວງໄດ້ລາຍງານກ່ຽວກັບວຽກງານກະສິກຳ, ໂຍທາທິການ ແລະ ຂົນສົ່ງ, ການຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນ, ສາທາລະນະສຸກ, ສຶກສາທິການ-ກິລາ ແລະວຽກງານດ້ານອື່ນໆ.
![]() |
ທ່ານ ຄຳພັນ ພົມມະທັດ ໄດ້ໃຫ້ທິດຊີ້ນຳຕໍ່ກອງປະຊຸມ ຊຶ່ງມີບາງຕອນທ່ານກ່າວ່າ: ວຽກງານທີ່ເປັນຈຸດສຸມໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງສະຫວັນນະເຂດ ແມ່ນຕ້ອງໄດ້ນຳເອົາເນື້ອໃນຈິດໃຈກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງໄປຜັນຂະຫຍາຍໃຫ້ເກີດປະສິດທິພາບສູງ, ຊຶ່ງໃນນີ້ບັນຫາຮີບດ່ວນກໍແມ່ນການແກ້ໄຂບັນຫາດ້ານເສດຖະກິດການເງິນ, ທ່ານແນະນຳ ໃຫ້ຫັນທຸກຂົງເຂດວຽກງານເປັນລະບົບດິຈິຕັອນທັນສະໄໝ ສອດຫ້ອຍເຂົ້າກັບທຸກການຄຸ້ມຄອງບໍລິຫານເພື່ອຮັບປະກັນການໂປ່ງໃສໃນລະບົບບໍລິຫານລັດ, ເພາະວ່ານຳໃຊ້ລະບົບທີ່ທັນສະໄໝຈະເຮັດໃຫ້ມີການຮັບປະກັນໃນການອັດຕັນການຮົ່ວໄຫຼຂອງການຈັດເກັບລາຍຮັບງົບປະມານໃນທຸກຂົງເຂດ, ພ້ອມດຽວກັນນັ້ນ ກໍຕ້ອງໄດ້ສ້າງຄວາມເຂົ້າໃຈໃຫ້ທຸກຄົນໃນສັງຄົມມີສ່ວນຮ່ວມ ແລະ ເປັນເຈົ້າການໃນການຫຼຸດຜ່ອນເສດຖະກິດນອກລະບົບ (ການນຳເອົາເງິນຕາໄປໃຊ້ຈ່າຍຢູ່ຕ່າງປະເທດ ໂດຍບໍ່ຜ່ານລະບົບບັນຊີໃນທະນາຄານ) ຊຶ່ງເປັນບັນຫາທີ່ຍາກໃນການກວດສອບ, ຊຶ່ງເປັນສາເຫດໜຶ່ງທີ່ກະທົບຕໍ່ການຂະຫຍາຍຕົວຂອງລະບົບເສດຖະກິດ. ສະນັ້ນ, ການນຳໃຊ້ລະບົບດິຈິຕັອນ ຈິ່ງເປັນສິ່ງທີ່ຈຳເປັນໃນການຄວບຄຸມໃຫ້ການບໍລິຫານງານທຸກຢ່າງທັງພາກລັດ ແລະ ເອກະຊົນມີຄວາມໂປ່ງໃສ ສາມາດກວດສອບໄດ້, ອີກບັນຫາໜຶ່ງກໍແມ່ນຕ້ອງໃຫ້ເຂົ້າໃຈກ່ຽວກັບການຂາດດຸນການຄ້າ, ມູນຄ່າການສົ່ງອອກ ແລະ ການນຳເຂົ້າບໍ່ດຸ່ນດຽງກັນ, ທ່ານແນະນຳໃຫ້ປະຊາຊົນຊື້ຂອງກິນຂອງໃຊ້ ແລະ ຈ່າຍບໍລິການຕ່າງໆໃນປະເທດຂອງຕົນໃຫ້ຫຼາຍຂຶ້ນ, ການລົງທຶນຕ້ອງຫັນເປັນທັນສະໄໝເພື່ອສະດວກ ແລະ ຈະແຈ້ງໃນການແຈ້ງເສຍພາສີ-ອາກອນ, ການທ່ອງທ່ຽວຕ້ອງໄດ້ເອົາໃຈໃສ່ສົ່ງເສີມວັດທະນະທຳຈາກຮາກຖານປະເພນີປະຈຳຖິ່ນຂອງຕົນ, ເພີ່ມການພັດທະນາສີມືແຮງງານ ທັງແຮງງານທົ່ວໄປ ແລະ ແຮງງານດ້ານມັນສະໝອງ ແລະ ທ່ານໄດ້ເນັ້ນໜັກຫຼາຍຫາທີ່ເປັນປະໂຫຍດຕໍ່ການພັດທະນາເສດຖະກິດ-ສັງຄົມຂອງແຂວງສະຫວັນນະເຂດ.
(ແຫຼ່ງຂ່າວ: ແຂວງສະຫວັດ)


ຄໍາເຫັນ