ການພັດທະນາເສດຖະກິດຂອງເມືອງກາສີ

ການພັດທະນາເສດຖະກິດຂອງເມືອງກາສີ ຂະຫຍາຍຕົວສະເລ່ຍ ໃນລະດັບ 5.41%

ການພັດທະນາເສດຖະກິດຂອງເມືອງກາສີ ຂະຫຍາຍຕົວສະເລ່ຍ ໃນລະດັບ 5.41%
ສະຫາຍ ບຸນມີ ບົວລິວັນ ຄະນະປະຈຳພັກເມືອງ ປະທານແນວລາວສ້າງຊາດເມືອງກາສີ ແຂວງວຽງຈັນ ໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ III ປີ (2020-2024)

 ແລະ ທິດທາງແຜນການ 5 ປີ ຄັ້ງທີ IV ປີ (2025-2029) ຂອງເມືອງກາສີ ຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງກາສີ ຄັ້ງທີ VIII ທີ່ໄຂຂຶ້ນລະຫວ່າງວັນທີ 8-9 ມັງກອນ 2025 ຊຶ່ງບາງຕອນສະຫາຍໄດ້ກ່າວວ່າ: ການພັດທະນາເສດຖະກິດຂອງເມືອງແມ່ນໄປຕາມກົນໄກເສດຖະກິດຕະຫຼາດ ເຮັດໃຫ້ມີລວມຍອດຜະລິດຕະພັນພາຍໃນ ຂະຫຍາຍຕົວສະເລ່ຍໃນລະດັບ 5.41% ຕໍ່ປີ (ແຜນ 6%) ລວມຍອດລາຍຮັບຂອງເມືອງ ປະຕິບັດໄດ້ 784.20 ຕື້ກີບ, ທຽບໃສ່ແຜນ ປະຕິບັດໄດ້ 97.99% ສະເລ່ຍ 5 ປີ ຕໍ່ຫົວຄົນ ປະຕິບັດໄດ້ 17.16 ລ້ານກີບ ຫຼື ເທົ່າກັບ 1,245 ໂດລາສະຫະລັດຕໍ່ຄົນຕໍ່ປີ ເທົ່າກັບ 61.43%, ອັດຕາການຂະຫຍາຍຕົວສະເລ່ຍ 5 ປີ ຕາມຂະແໜງການມີ ດັ່ງນີ້: ຂະແໜງກະສິກຳ ຂະຫຍາຍຕົວ 6.61% ກວມເອົາ 47.27% ຂອງລວມຍອດຜະລິດຕະພັນພາຍໃນ; ທຽບໃສ່ປີ 2019 ເພີ່ມຂຶ້ນ 23%; ການຜະລິດເຂົ້າໃນ 5 ປີ ໃນເນື້ອທີີ່ລວມ 21,498 ເຮັກຕາ, ປະຕິບັດໄດ້ທັງໝົດ 96,179 ໂຕນ, ສະເລ່ຍ 19,235.8 ໂຕນຕໍ່ປີ, ສະເລ່ຍເຂົ້າກິນ 433.11 ກິໂລຕໍ່ຄົນຕໍ່ປີ, ການລ້ຽງສັດເພີີ່ມຂຶ້ນໂດຍສະເລ່ຍ 2% ຕໍ່ປີ, ສະໜອງຊີ້ນ, ປາ ແລະ ໄຂ່ ໄດ້ 1,119.3 ໂຕນຕໍ່ປີ, ສະເລ່ຍ 25.60 ກິໂລກຣາມຕໍ່ຄົນຕໍ່ປີ. ສາມາດຜະລິດພືດສະບຽງອາຫານ ແລະ ເປັນສິນຄ້າສະເລ່ຍ 202,699 ໂຕນຕໍ່ປີ, ຈຳໜ່າຍເປັນສິນຄ້າອອກຕ່າງເມືອງ, ຕ່າງແຂວງໄດ້ 7,010 ໂຕນ, ອັນທີີ່ພົ້ນເດັ່ນ ໃນການປູກພືດເປັນສິນຄ້າ ເຊັ່ນ: ການປູກໝາກກ້ຽງໃຫຍ່ (ໝາກພຸກ), ໝາກກ້ຽງນ້ອຍ ມີເນື້ອທີີ່ປູກ 596 ເຮັກຕາ; ສຳລັບການຜະລິດ ຊີ້ນ, ປາ ແລະ ໄຂ່ ເປັນສິນຄ້າ ໄດ້ 5,097.05 ໂຕນ, ສະເລ່ຍ 561.93 ໂຕນຕໍ່ປີ, ເທົ່າກັບ 21.36% ຂອງແຜນການ. ຂະແໜງອຸດສາຫະກຳ ຂະຫຍາຍຕົວ 5.81% ກວມເອົາ 7.45% ຂອງລວມຍອດຜະລິດຕະພັນພາຍໃນ; ທຽບໃສ່ປີ 2019 ເພີີ່ມຂຶ້ນ 40%; ມູນຄ່າການສົ່ງອອກສິນຄ້າບັນລຸໄດ້ 748.75 ຕື້ກີບ, ເທົ່າກັບ 589.5%, ມູນຄ່າການນຳເຂົ້າປະຕິບັດໄດ້ 410.92 ຕື້ກີບ, ເທົ່າກັບ 107.29% ຂອງແຜນການ, ທຽບໃສ່ປີ 2019 ເພີີ່ມຂຶ້ນ 7.29%; ດ້ານພະລັງງານ ແລະ ບໍ່ແຮ່ ສາມາດສ້າງມູນຄ່າໄດ້ 104,274.23 ໂດລາສະຫະລັດ; ການຜະລິດພະລັງງານໄຟຟ້າໄດ້ທັງໝົດ 190,799,000 kwh, ທຽບໃສ່ແຜນ 5 ປີ ເທົ່າກັບ 90.10%, ການສົ່ງພະລັງງານໄຟຟ້າສາມາດປະຕິບັດໄດ້ທັງໝົດ 189.882.017 kwh ທຽບໃສ່ແຜນ 5 ປີ ເທົ່າກັບ 88.93%. ປັດຈຸບັນທົ່ວເມືອງມີບ້ານທີີ່ຊົມໃຊ້ໄຟຟ້າຖາວອນ ແລະ ຄອບຄົວນຳໃຊ້ໄຟຟ້າກວມ 100%. ຂະແໜງບໍລິການ ຂະຫຍາຍຕົວ 4.4% ກວມເອົາ 45.28% ຂອງລວມຍອດຜະລິດຕະພັນພາຍໃນ ທຽບໃສ່ປີ 2019 ເພີີ່ມຂຶ້ນ 88%; ອັນພົ້ນເດັ່ນແມ່ນ; ການຄ້າຂາຍຍົກ-ຂາຍຍ່ອຍ ປັດຈຸບັນມີ 401 ຫົວໜ່ວຍ, ມີທຶນຈົດທະບຽນທັງໝົດ 766.17 ຕືິ້ກີບ ແລະ ການບໍລິການບັນລຸໄດ້ 578.29 ຕື້ກີບ ເທົ່າກັບ 113.16% ຂອງແຜນການ, ທຽບໃສ່ 5 ປີ ຜ່ານມາເພີີ່ມຂຶ້ນ 13.16%; ມູນຄ່າສິນຄ້າສົ່ງອອກ ບັນລຸໄດ້ 748.75 ຕື້ກີບ; ເທົ່າກັບ 589.5% ຂອງແຜນການທຽບໃສ່ປີ 2019 ເພີີ່ມຂຶ້ນ 489.5% ແລະ ມູນຄ່າການນໍາເຂົ້າປະຕິບັດໄດ້ 410.92 ຕື້ກີບ, ເທົ່າກັບ 107.29% ຂອງແຜນການ, ທຽບໃສ່ປີ 2019 ເພີີ່ມຂຶ້ນ 7.29%. ຂະແໜງການບໍລິການທ່ອງທ່ຽວ ໄດ້ເກັບກຳສະຖິຕິນັກທ່ອງທ່ຽວທີີ່ມາພັກເຊົາຢູ່ພາຍໃນເມືອງ ມີທັງໝົດ 46.502 ເທື່ອຄົນ, ເປັນນັກທ່ອງທ່ຽວຕ່າງປະເທດ 9,818 ຄົນ, ສາມາດສ້າງລາຍຮັບທົ່ວສັງຄົມໄດ້ 12,24 ຕື້ກ່ວາກີບ ແລະ ການບໍລິການຂົນສົ່ງສິນຄ້າປະຕິບັດໄດ້ 200 ໂຕນ ແລະ ການຂົນສົ່ງໂດຍສານໄດ້ 44,000 ເທືີ່ອຄົນ; ດ້ານພາສີ ແລະ ອາກອນຜະລິດຕະພັນ ກວມເອົາໂຄງປະກອບເສດຖະກິດ ເທົ່າກັບ 0.44% ສາມາດສ້າງມູນຄ່າໄດ້ 3,876 ຕື້ກີບ, ເທົ່າກັບ 132.92% ຂອງແຜນການ 5 ປີ. ດ້ານງົບປະມານ ຕາມແຜນ 5 ປີ ສາມາດປະຕິບັດໄດ້ 12.60 ຕື້ກວ່າກີບ, ເທົ່າກັບ 122.78% ລືີ່ນແຜນການ 22.78%. ການລະດົມທຶນ ແຜນການ 5 ປີ (2020-2024) ຄາດໝາຍການລົງທຶນທົ່ວສັງຄົມໃຫ້ໄດ້ທັງໝົດ 872.61 ຕື້ກີບ, ຜ່ານການຈັດຕັ້ງປະຕິບັດການລະດົມທຸກແຫຼ່ງທຶນສາມາດບັນລຸໄດ້ 910.94 ຕື້ກີບ, ເທົ່າກັບ 104.39% ຂອງແຜນການ.

(ແຫຼ່ງຂ່າວ: ເມືອງກາສີ)

ຄໍາເຫັນ

ຂ່າວເສດຖະກິດ

ການນຳແຂວງຫຼວງພະບາງ ຊຸກຍູ້ການ ແຜນພັດທະນາເສດຖະກິດ-ສັງຄົມ ຢູ່ເມືອງຈອມເພັດ

ການນຳແຂວງຫຼວງພະບາງ ຊຸກຍູ້ການ ແຜນພັດທະນາເສດຖະກິດ-ສັງຄົມ ຢູ່ເມືອງຈອມເພັດ

ອາທິດຜ່ານມານີ້, ທີ່ສະໂມສອນໃຫ່ຍຂອງເມືອງຈອເພັດ, ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມຢູ່ເມືອງຈອມເພັດ ໂດຍໄດ້ຮັບການຕ້ອນຂອງ ທ່ານ ນາງ ຈັນດີ ເຢັ່ງວື່ ກໍາມະການພັກແຂວງ ເລຂາພັກເມືອງຈອມເພັດ ພ້ອມດ້ວຍຄະນະ ແລະ ພະນັກງານຫຼັກແຫຼ່ງຂອງເມືອງ.
ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ເພື່ອຈະສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາຂະແໜງການເງິນ ກໍຄືແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 10, ແຜນງົບປະມານແຫ່ງລັດ 5 ປີ (2026-2030), ຊຶ່ງຂະແໜງການເງິນຈະຕ້ອງໄດ້ສ້າງທ່າຫັນປ່ຽນຢ່າງແຂງແຮງ, ບຸກທະລຸ ພາຍໃຕ້ຄໍາຂວັນ: “ຍົກສູງບົດບາດຄວາມສາມາດນໍາພາຂອງຄະນະພັກ, ຕັ້ງໜ້າເປັນເຈົ້າຕົນເອງ ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝ, ຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃຫ້ມີຄວາມເຂັ້ມແຂງ, ສີຂຽວ ແລະ ຍືນຍົງ”.
ສຳມະນາການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ

ສຳມະນາການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ

ສຳມະນາກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ແລະ ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ໄດ້ຈັດຂຶ້ນໃນລະຫວ່າງວັນທີ 4-5 ພະຈິກ 2025 ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ມີບັນດາກໍາມະການຄະນະປະຈໍາ ແລະ ຮອງປະທານກໍາມາທິການສະພາແຫ່ງຊາດ, ລັດຖະມົນຕີ-ຮອງລັດຖະມົນຕີ ແລະ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ສະມາຊິກສະພາແຫ່ງຊາດຈາກ 18 ເຂດເລືອກຕັ້ງທົ່ວປະເທດ, ຜູ້ຕາງໜ້າຄູ່ຮ່ວມພັດທະນາ, ນັກຄົ້ນຄວ້າຈາກສະຖາບັນຄົ້ນຄວ້າ ແລະ ມະຫາວິທະຍາໄລແຫ່ງຊາດ, ອົງການຈັດຕັ້ງສາກົນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຄຳພັນ ພົມມະທັດ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຮອບດ້ານຂອງແຂວງສະຫວັນນະເຂດ

ທ່ານ ຄຳພັນ ພົມມະທັດ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຮອບດ້ານຂອງແຂວງສະຫວັນນະເຂດ

ໃນໂອກາດທີ່ມາເຄື່ອນໄຫວວຽກງານຢູ່ແຂວງສະຫວັນນະເຂດ ໃນວັນທີ 28 ຕຸລານີ້, ທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາລັດ ໄດ້ໃຫ້ກຽດໂອ້ລົມຄະນະການນຳຂັ້ນສູງຂອງແຂວງສະຫວັນນະເຂດ ຊຶ່ງການໂອ້ລົມຄັ້ງນີ້ໄດ້ຈັດຂຶ້ນທີ່ຫ້ອງປະຊຸມຂອງຫ້ອງວ່າການແຂວງສະຫວັນນະເຂດ ໂດຍມີທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະນຳຂອງແຂວງ ເຂົ້າຮ່ວມຮັບຟັງດ້ວຍ.
ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ໄລຍະ 6 ເດືອນຕົ້ນປີນີ້, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງໄຊທານີ ນະຄອນ ຫຼວງວຽງຈັນໂດຍລວມດ້ານເສດຖະກິດ ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ສາມາດຄໍ້າປະກັນດ້ານສະບຽງອາຫານ, ການຜະລິດເຄື່ອງອຸປະໂພກ ບໍລິໂພກພາຍໃນເມືອງໄດ້ມີບາດກ້າວໃໝ່.
ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ແຂວງຄໍາມ່ວນ ໄດ້ສຸມໃສ່ທຸກຄວາມພະຍາຍາມ ໃນການປຸກລະດົມທຸກກຳລັງແຮງ ທຸກພາກສ່ວນເສດຖະກິດ-ສັງຄົມ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ຂອງແຂວງ ໄປຕາມຍຸດທະສາດການພັດທະນາ ທີ່ກຳນົດໄວ້ “ເປັນແຫຼ່ງຜະລິດສະບຽງອາຫານ, ເປັນຖານພັດທະນາອຸດສາຫະກຳ, ການບໍລິການ ແລະ ການທ່ອງທ່ຽວ” ເພື່ອບັນລຸບັນດາຄາດໝາຍຕ່າງໆ; ໃນນີ້, ສະເພາະດ້ານເສດຖະກິດ ແມ່ນໄດ້ມີການເຕີບໂຕຢ່າງຕໍ່ເນື່ອງ, ມີຄຸນນະພາບ ແລະ ຍືນຍົງ.
5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

ໄລຍະ 5 ປີຜ່ານມາເສດຖະກິດ ແຂວງຄໍາມ່ວນ ໄດ້ສືບຕໍ່ຂະຫຍາຍຕົວຕໍ່ເນື່ອງໃນລະດັບ 6.2%, ລວມຍອດຜະລິດຕະພັນພາຍໃນປີ 2025 ບັນລຸໄດ້ 26,772 ຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸໄດ້ 58.1 ລ້ານກີບ ຫຼື 2,701 ໂດລາສະຫະລັດ/ຄົນ/ປີ; ການລະດົມທຶນທົ່ວສັງຄົມເຂົ້າໃສ່ການພັດທະນາໄດ້ 1,245 ໂຄງການ, ມູນຄ່າ 19,026 ຕື້ກີບ, ລື່ນແຜນການ 13% (ພົ້ນເດັ່ນແມ່ນການດຶງດູດລົງທຶນຈາກ ສປ ຈີນ ມາລົງທຶນ ໃນຂະແໜງອຸດສາຫະກຳຕ່ອງໂສ້ ເກືອໂປຕາສ ມີ 24 ບໍລິສັດ ມູນຄ່າການລົງທຶນ 1,205 ລ້ານໂດລາສະຫະລັດ), ແຂວງສາມາດແກ້ໄຂໜີ້ສິນໄດ້ທັງໝົດ 1,079 ຕື້ກີບ, ສາມາດປິດບັນຊີໜີ້ສິນໄດ້ 159 ໂຄງ.
ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ຕະຫຼອດໄລຍະຜ່ານມາ ອົງຄະນະພັກເມືອງດັກຈຶງ ແຂວງເຊກອງ ໄດ້ຖືສໍາຄັນການຈັດຕັ້ງຜັນຂະຫຍາຍມະຕິຂອງພັກ ບັນດານິຕິກຳ ແລະ ມູນເຊື້ອວັນສຳຄັນຂອງຊາດ ແລະ ສາກົນ ເຮັດໃຫ້ພະນັກງານມີຄວາມໜັກແໜ້ນທາງດ້ານການເມືອງ ມີຄຸນສົມບັດສິນທຳປະຕິວັດ ມີຄວາມເປັນເອກະພາບ ເຊື່ອໝັນຕໍ່ການຊີນຳໆພາຂອງພັກ ເປັນເຈົ້າການປະຕິບັດໜ້າທີ່ ແລະ ເຮັດສຳເລັດການມອບໝາຍ ຊຶ່ງເຮັດໃຫ້ເສດຖະກິດຂອງເມືອງມີການຂະຫຍາຍຕົວດີ.
ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ຕາມແຫຼ່ງຂ່າວຈາກເພຈ໌ທາງການ ຂອງທະນາຄານແຫ່ງ ສປປ ລາວໃຫ້ຮູ້ວ່າ: ໃນກາງເດືອນສິງຫາຜ່ານມານີ້, ໄດ້ມີກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ III ປະຈຳ ປີ 2025 ໂດຍກອງປະຊຸມຄັ້ງນີ້ ໄດ້ຊີ້ໃຫ້ເຫັນຫຼາຍບັນຫາທີ່ມີຜົນຄືບໜ້າດີ ເປັນຕົ້ນ: ສະພາບອັດຕາເງິນເຟີ້ ມີຈັງຫວະຫຼຸດລົງຢ່າງຈະແຈ້ງ ໂດຍສະເພາະເດືອນກໍລະກົດ 2025 ເງິນເຟີ້ຢູ່ໃນລະດັບ 5.30% ຫຼຸດລົງຈາກ 8.3% ໃນເດືອນພຶດສະພາ ແລະ ພາຍໃນເດືອນສິງຫານີ້ ໄດ້ຫຼຸດລົງມາຢູ່ທີ່ 5.0%. ບັນຫານີ້, ໄດ້ບົ່ງບອກໃຫ້ຮູ້ເຖິງສະ ພາບເສດຖະກິດ-ການເງິນ, ເງິນຕາ ຂອງ ສປປ ລາວ ເລີ່ມມີສັນຍານບວກ.
ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ທ່ານ ຄຳແຫວນ ປັນຍານຸວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ ໄດ້ຂຶ້ນຜ່ານແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຕໍ່ກອງປະຊຸມໃຫຍ່ອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ VIII ໃນວັນທີ 25 ສິງຫານີ້ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ V (2021-2025). ໃນຕະຫຼອດໄລຍະເວລາ 5 ປີທີ່ຜ່ານມາ ແຂວງພວກເຮົາແມ່ນມີຜົນສໍາເລັດ ແລະ ພົ້ນເດັ່ນຫຼາຍດ້ານ ຊຶ່ງສະແດງອອກໃນການຈັດຕັ້ງປະຕິບັດ 6 ເປົ້າໝາຍ ແລະ 21 ວຽກຈຸດ ດັ່ງນີ້:
ເພີ່ມເຕີມ