ທີ່ມີຄຸນນະພາບສູງຢ່າງຕໍ່ເນື່ອງ ຈະເພີ່ມແຮງຂັບເຄື່ອນ ແລະ ຄວາມແນ່ນອນຫຼາຍຂຶ້ນກວ່າເກົ່າໃຫ້ແກ່ເສດຖະກິດໂລກ.
ຂ່າວລະບຸວ່າ: ຜູ້ເຂົ້າຮ່ວມກອງປະຊຸມເຫັນວ່າ: ຈີນພວມສະສົມແຮງຂັບເຄື່ອນໃໝ່ໃນຂົງເຂດຕ່າງໆໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ. ນີ້ຈະເປັນພະລັງແຮງທີ່ຍືນຍົງ ແລະ ເຂັ້ມແຂງໃນການຊຸກຍູ້ການພັດທະນາເສດຖະກິດຈີນ, ທັງເປັນກາລະໂອກາດໃໝ່ຂອງໂລກ. ນອກນີ້, ການປະດິດສ້າງຂອງຈີນພວມໄດ້ຮັບຜົນສຳເລັດຢ່າງວ່ອງໄວ, ເຮັດໃຫ້ຜູ້ຮ່ວມປະຊຸມໄດ້ສຳຜັດເຖິງກຳລັງບົ່ມຊ້ອນອັນມະຫາສານແຫ່ງການພັດທະນາຂອງຕະຫຼາດຈີນ.
ກ່ອນໜ້ານີ້, ຈີນໄດ້ວາງ 20 ມາດຕະການທີ່ຕິດແທດຕົວຈິງ ເພື່ອເຮັດໃຫ້ທຶນຕ່າງປະເທດມີຄວາມໝັ້ນຄົງ. ຜູ້ຮ່ວມປະຊຸມເຫັນວ່າ: ນີ້ເປັນສັນຍານທີ່ດີອັນຕັ້ງໜ້າຂອງຈີນໃນການຊຸກຍູ້ການເປີດປະຕູສູ່ພາຍນອກໃນລະດັບສູງກວ່າເກົ່າຢ່າງຕໍ່ເນື່ອງ.
ຄໍາເຫັນ