ການພັດທະນາສີມືແຮງງານລາວ

ການພັດທະນາສີມືແຮງງານລາວ
ມາຮອດປັດຈຸບັນ ກະຊວງແຮງງານ-ສະຫວັດດີການສັງຄົມ (ຮສສ)ສາມາດສ້າງໄດ້ແລ້ວໃນ 37 ສາຂາວິຊາຊ່າງ ແລະ ສ້າງເປັນຫຼັກສູດເພື່ອຍົກລະດັບສີມືແຮງງານໄດ້ 39 ຫຼັກສູດ. ສຳລັບປີ 2023 (ຮອດເດືອນ 11) ສະຖານພັດທະນາສີມືແຮງງານທັງຂອງລັດ, ເອກະຊົນ ແລະ ບັນດາຫົວໜ່ວຍແຮງງານຕ່າງໆທົ່ວປະເທດ ສາມາດພັດທະນາສີມືໃຫ້ຜູ້ອອກແຮງງານໄດ້11.554 ຄົນ ຍິງ4.617 ຄົນ.
ການພັດທະນາສີມືແຮງງານ ໄດ້ອີງໃສ່ແຜນຍຸດທະສາດການພັດທະນາຊັບພະຍາກອນມະນຸດ ແຫ່ງຊາດ ຮອດປີ 2025, ແຜນພັດທະນາແຮງງານ ແລະ ສະຫວັດດີການສັງຄົມ ໄລຍະ ປີ 2021-2025, ແຜນຍຸດທະສາດພັດທະນາຊາວໜຸ່ມ-ເຍົາວະຊົນ ປີ 2021-2030 ແມ່ນເລັ່ງໃສ່ການຍົກລະດັບສີມື ໃຫ້ແກ່ກຳລັງແຮງງານໃຫ້ມີຂີດຄວາມສາມາດໃນການເຮັດວຽກສູງຂຶ້ນ ຮອງຮັບໄດ້ຕໍ່ການປ່ຽນແປງທາງດ້ານວິທີການ, ເຕັກນິກ ແລະ ເຕັກໂນໂລຊີ ທີ່ນຳໃຊ້ເຂົ້າໃນການເຮັດວຽກໃນແຕ່ລະໄລຍະ, ເປົ້າໝາຍຂອງການພັດທະນາສີມືແຮງງານ ລວມມີຜູ້ທີ່ມີວິຊາຊີບແລ້ວ, ມີວຽກເຮັດງານທຳແລ້ວ ຫຼື ຜູ້ທີ່ມີປະສົບການໃນການເຮັດວຽກ, ປະກອບອາຊີບໃດໜຶ່ງແຕ່ຍັງບໍ່ມີວຸດທິວິຊາຊີບ ຍັງບໍ່ໄດ້ຮັບການທົດສອບ ແລະ ຢັ້ງຢືນລະດັບສີມືໃນການເຮັດວຽກ. ໄລຍະຜ່ານມາກະຊວງ ຮສສ ໄດ້ເຮັດໜ້າທີ່ດ້ວຍຄວາມເອົາໃຈໃສ່ ດ້ວຍການແນະນໍາອາຊີບໃຫ້ກຸ່ມຊາວໜຸ່ມ ເພື່ອຄວາມຮັບຮູ້, ຄວາມເຂົ້າໃຈ ແລະ ສ້າງແຮງຈູງໃຈໃຫ້ກຳລັງແຮງງານໜຸ່ມໄດ້ສົນໃຈໃນການຝຶກສີມືແຮງງານ ເພື່ອໃຫ້ມີວິຊາຊີບ, ພ້ອມນັ້ນ, ດຶງດູດການມີສ່ວນຮ່ວມຂອງທຸກພາກສ່ວນ ໂດຍສະເພາະແມ່ນພາກທຸລະກິດ ກໍຄືສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ເພື່ອໃຫ້ເອົາໃຈໃສ່ໃນການຍົກລະດັບສີມືໃຫ້ແກ່ຜູ້ອອກແຮງງານ ລວມທັງການທົດສອບ, ອອກໃບຢັ້ງຢືນລະດັບສີມື ແລະ ໃຫ້ຜົນຕອບແທນຕາມລະດັບສີມືດັ່ງກ່າວ ຊຶ່ງໃນປັດຈຸບັນເຫັນວ່າພາກທຸລະກິດໄດ້ໃຫ້ການຮ່ວມມືເປັນຢ່າງດີ ແລະ ຈະໄດ້ຮ່ວມກັນສ້າງກົດໝາຍ ວ່າດ້ວຍການພັດທະນາສີມືແຮງງານໃຫ້ສຳເລັດ ເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດ. ນອກຈາກນີ້ ຍາດແຍ່ງການສະໜັບສະໜູນທາງດ້ານງົບປະມານ ແລະ ວິຊາການກັບບັນດາອົງການຈັດຕັ້ງສາກົນ ເພື່ອນໍາໃຊ້ເຂົ້າໃນວຽກງານພັດທະນາສີມືແຮງງານ, ການກໍານົດມາດຕະຖານສີມືແຮງງານ ໃນສາຂາອາຊີບທີ່ຕະຫຼາດແຮງງານມີຄວາມຕ້ອງການທັງໃນ ປັດຈຸບັນ ແລະ ອະນາຄົດ. 
ວິທີການ ແລະ ມາດຕະການແກ້ໄຂສະພາບແຮງງານລາວຫຼັ່ງໄຫຼໄປເຮັດວຽກຢູ່ປະເທດໃກ້ຄຽງແບບຜິດກົດໝາຍ ແລະ ການຂາດແຄນແຮງງານພາຍໃນປະເທດການສົ່ງແຮງງານງານລາວໄປເຮັດວຽກຢູ່ຕ່າງປະເທດ ແມ່ນທາງເລືອກໜຶ່ງທີ່ນອກຈາກຈະເປັນການເປີດໂອ ກາດໃຫ້ແຮງງານລາວ ໄດ້ຝຶກທັກສະສີມືແຮງງານ, ມີລະບຽບວິໄນ, ຮຽນຮູ້ນຳໃຊ້ເຕັກວິຊາການທີ່ທັນສະໄໝໃນລະບົບເສດຖະກິດອຸດສາຫະກຳແລ້ວ, ໃນເວລາແຮງງານເຫຼົ່ານີ້ກັບຄືນປະເທດກໍສາມາດນຳເອົາບົດຮຽນ ຫຼື ທັກສະສີມືແຮງງານ ມາປະຕິບັດຢູ່ຕຳແໜ່ງງານພາຍໃນ ຫຼື ສາມາດນຳເອົາຄວາມຮູ້ດັ່ງກ່າວ ມາປະກອບອາຊີບອິດສະລະ ແລະ ກາຍເປັນຜູ້ປະກອບການໃນອະນາຄົດ. ມາຮອດປັດຈຸບັນສາມາດສົ່ງແຮງງານລາວອອກໄປເຮັດວຽກຢູ່ຕ່າງປະເທດແບບຖືກຕ້ອງຕາມກົດໝາຍແລ້ວຈໍານວນ 134.879 ຄົນ ແລະ ແຮງງານທີ່ໄປແບບຜິດກົດໝາຍຈໍານວນ 203.161 ຄົນ ແລະ ສັງລວມເງິນທີ່ແຮງງານສົ່ງກັບຄືນປະເທດທັງໝົດ ຈໍານວນ 38.131.388 ໂດລາຕໍ່ເດືອນ ລາຍລະອຽດ ດັ່ງນີ້:
ຂໍ້ມູນອັດຕາການວ່າງງານ:
ເນື່ອງຈາກການສໍາຫຼວດກໍາລັງແຮງງານ ໄດ້ຈັດຕັ້ງປະຕິບັດໃນທຸກ 5 ປີ. ສະນັ້ນ ໃນແຕ່ລະປີ ກະຊວງ ຮສສ  ຈຶ່ງໄດ້ຄິດໄລ່ອັດຕາການວ່າງງານຕາມຂໍ້ມູນການລາຍງານແບບບໍລິຫານ ສໍາລັບຜູ້ອອກແຮງງານທີ່ມາຂຶ້ນທະບຽນໃນລະບົບຖານຂໍ້ມູນເທົ່ານັ້ນ ຈຶ່ງເຮັດໃຫ້ອັດຕາການວ່າງງານມີຄວາມແຕກຕ່າງຈາກຜົນສໍາຫຼວດກໍາລັງແຮງງານ ຄັ້ງທີ III ໃນປີ 2022. ຕໍ່ບັນຫາດັ່ງກ່າວ ກະຊວງ ຮສສ  ໄດ້ປຶກສາຫາລືກັບສູນສະຖິຕິແຫ່ງຊາດ ແລະ ພາກສ່ວນກ່ຽວຂ້ອງ ຮັບຮອງເອົາຂໍ້ມູນອັດຕາການວ່າງງານຕາມຜົນສໍາຫຼວດກໍາລັງແຮງງານ ຄັ້ງທີ III ໃນປີ 2022 ຂອງສູນສະຖິຕິແຫ່ງຊາດ ໃນອັດຕາ 2,4% (ຫຼື ປະມານ 61.207 ຄົນ)ຊຶ່ງເປັນອັດຕາການວ່າງງານໃນຂອບເຂດທົ່ວປະເທດທີ່ເປັນການສໍາຫຼວດທີ່ມີລັກສະນະວິທະຍາສາດ ແລະ ເກັບກໍາຈາກຂໍ້ມູນຕົວຈິງ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ