ການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025

ການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025

ການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025
ກອງປະຊຸມຄູ່ຮ່ວມພັດທະນາ ຄັ້ງທີ VI ສະໜັບສະໜູນການຈັດຕັ້ງປະຕິບັດການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ໄດ້ຈັດຂຶ້ນໃນວັນທີ 2 ກັນຍານີ້ ທີ່ໂຮງແຮມຮໍລິເດອິນ ໂດຍການເປັນປະທານຂອງທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ຮອງຫົວໜ້າຄະນະຊີ້ນຳການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສລະດັບຊາດ, ມີທ່ານ ບັກຕີຢໍ ຄາດີລອບ ຜູ້ຕາງໜ້ງອົງການ UNFPA ປະຈໍາ ສປປ ລາວ, ມີບັນດາທ່ານເອກອັກຄະລັດຖະທູດ, ຕານຸທູດ, ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ ແລະ ພະນັກ ງານທີ່ກ່ຽວຂ້ອງຈາກສູນສະຖິຕິແຫ່ງຊາດ ແລະ ບັນດາກະຊວງເຂົ້າຮ່ວມ.
ການສາຫວດພນລະເມອງ ແລະ ທຢອາໄສທວປະເທດ ຄງທ V ປ 2025 - image 1
 

 

 

ທ່ານ ສັນຕິພາບ ພົມວິຫານ ກ່າວວ່າ: ກອງປະຊຸມຄັ້ງນີ້ ແມ່ນການລາຍງານຄວາມຄືບໜ້າໃນການກະ ກຽມການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ແລະ ປຶກສາຫາລືແລກປ່ຽນກ່ຽວກັບທິດທາງໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ. ເວົ້າສະເພາະແມ່ນການຊ່ວຍເຫຼືອທາງດ້ານວິຊາການ ແລະ ທຶນ ຮອນໃຫ້ກັບລັດຖະບານ ສປປ ລາວ ໃຫ້ສຳເລັດການສຳຫຼວດດັ່ງກ່າວຢ່າງມີໄຊ. ປັດຈຸບັນ, ລັດຖະບານແຫ່ງ ສປປ ລາວ ກໍາລັງຂຸ້ນຂ້ຽວສຸມໃສ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ IX (2021-2025) ຊຶ່ງປີ 2025 ເປັນປີມ້ວນທ້າຍຂອງການຈັດຕັ້ງປະຕິບັດແຜນພັດທະນາດັ່ງກ່າວໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້. ພ້ອມກັນນັ້ນ, ກໍກໍາລັງສຸມໃສ່ການສໍາເລັດສ້າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ X (2026-2030) ແລະ ແຜນງົບປະມານແຫ່ງລັດ ຊຶ່ງໄດ້ວາງຄາດໝາຍສູ້ຊົນຕ່າງໆ ເປັນຕົ້ນຄາດໝາຍທາງດ້ານເສດຖະກິດມີສະຖຽນລະພາບ, ຂະຫຍາຍຕົວຢ່າງຕໍ່ເນື່ອງ, ໝັ້ນທ່ຽງ ແລະ ຍືນຍົງ ດ້ວຍອັດຕາການເຕີບໂຕ 5.5% ຂຶ້ນໄປ ແລະ ອັດຕາສ່ວນການເກັບລາຍຮັບສູ້ຊົນໃຫ້ໄດ້ 20% ຂອງລວມຍອດຜະລິດຕະພັນພາຍໃນ GDP. ພ້ອມທັງສຸມໃສ່ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ດີຂຶ້ນ ແລະ ມຸ້ງໃສ່ການສ້າງ ຄວາມເປັນເອກະລາດທາງດ້ານການຜະລິດ ກໍຄືເສດຖະກິດ, ການເຂົ້າເຖິງ ແລະ ການເຊື່ອມໂຍງລະຫວ່າງແຂວງ, ຂົງເຂດ ແລະ ພາກພື້ນ. ການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ 5 ນີ້ຈຶ່ງເປັນເຫດການທາງດ້ານປະຫວັດສາດຂອງ ສປປ ລາວ ທັງເປັນແຫຼ່ງຂໍ້ມູນທີ່ສໍາຄັນທີ່ສຸດໃນການຕີລາຄາສະພາບການ ດໍາລົງຊີວິດຂອງປະຊາຊົນບັນດາເຜົ່າ, ຜົນສໍາເລັດ ແລະ ໝາກຜົນຂອງການພັດທະນາເສດຖະກິດ-ສັງຄົມໃນ 10 ປີທີ່ຜ່ານມາ.

ລັດຖະບານແຫ່ງ ສປປ ລາວ ມີຄວາມມຸ້ງໝັ້ນ ແລະ ຕັດສິນໃຈຢ່າງສູງ ເພື່ອສືບຕໍ່ຈັດຕັ້ງປະຕິບັດການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ໃຫ້ສຳເລັດ, ຫ້ອງການສຳຫຼວດ, ສູນສະຖິຕິແຫ່ງຊາດໄດ້ເປັນເຈົ້າການປະສານສົມທົບກັບທຸກພາກສ່ວນ ໃນການກະກຽມເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດການສຳຫຼວດດັ່ງກ່າວສຳເລັດຕາມວັດຖຸປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້. ການສຳຫຼວດຄັ້ງນີ້ໄດ້ຍົກລະດັບທາງດ້ານເຕັກນິກວິທະຍາການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ V ນີ້, ເມື່ອທຽບໃສ່ການສໍາຫຼວດຄັ້ງທີ່ຜ່ານມາ ຈາກວິທີການເກັບກຳຂໍ້ມູນດ້ວຍການນໍາໃຊ້ແບບສອບຖາມ ຫັນມານໍາໃຊ້ການເກັບກຳແບບເອເລັກໂຕນິກ ດ້ວຍລະບົບກາປີ້ (CAPI) ແບບອອນລາຍ ແລະ ຈາກການຂຶ້ນບັນຊີຫຼັງຄາເຮືອນ ແມ່ນໄດ້ນໍາໃຊ້ພາບຖ່າຍດາວທຽມ (Satellite Image) ທີ່ມີຄວາມຊັດເຈນສູງໃນການກໍານົດຈຸດທີ່ຕັ້ງຂອງບັນດາຕຶກ, ອາຄານ, ຫຼັງຄາບ່ອນພັກອາໄສ ແລະ ຈຸດທີ່ຕັ້ງພື້ນຖານໂຄງລ່າງຕ່າງໆທີ່ສຳຄັນ.

ໃນການສໍາຫຼວດຄັ້ງນີ້, ລັດຖະບານລາວໄດ້ມີຄວາມຕັດສິນໃຈສູງ ໃນການຈັດສັນງົບປະມານແຫ່ງລັດເຂົ້າໃນການຈັດຕັ້ງປະຕິບັດການສໍາຫຼວດ ຊຶ່ງກວມເອົາ 40% ຂອງງົບປະມານການສໍາຫຼວດທັງໝົດ (423 ຕື້ກີບ ຫຼືປະມານ 22.2 ລ້ານໂດລາ). ສ່ວນທີ່ເຫຼືອ 60% ແມ່ນໄດ້ລະດົມກັບຄູ່ຮ່ວມພັດທະນາ, ຜູ້ໃຫ້ທຶນ ແລະ ຈາກບັນດາປະເທດໂດຍຜ່ານການຮ່ວມມືສອງຝ່າຍ. ໃນກອງປະຊຸມຄະນະຊີ້ນໍາລະດັບຊາດ, ສູນສະຖິຕິແຫ່ງຊາດ ກະ ຊວງການເງິນ ກໍໄດ້ລາຍງານວ່າ: ມາຮອດປັດຈຸບັນນີ້ ສາມາດລະດົມແຫຼ່ງທຶນໄດ້ທັງໝົດປະມານ 80% ຂອງຄວາມຕ້ອງການທຶນ.

ຂໍ້ມູນທີ່ໄດ້ຈາກການສຳຫຼວດຈະເປັນພື້ນຖານທີ່ຈຳເປັນທີ່ສຸດຮັບໃຊ້ການສ້າງ, ການຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ X (2026-2030), ການສ້າງບົດລາຍງານແຫ່ງຊາດແບບສະໝັກໃຈ (VNR) ຂອງລັດຖະບານເຫຼັ້ມທີ 4 ໃນປີ 2027 ແລະ ທີ 5 ໃນປີ 2030 ຊຶ່ງເປັນຜົນຕິດຕາມການບັນລຸເປົ້າໝາຍການພັດທະນາແບບຍືນຍົງ, ການຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາໃນປີ 2026, ການຄິດໄລ່ດັດ ສະນີພັດທະນາມະນຸດ, ການປັບປຸງນະໂຍບາຍທາງດ້ານພົນລະເມືອງ ກໍຄືຍຸດທະສາດການພັດທະນາຊັບພະຍາ ກອນມະນຸດແຫ່ງຊາດ, ການນຳໃຊ້ແຮງງານຂອງ ສປປ ລາວ ແລະ ການຕິດຕາມແຜນງານທາງດ້ານປະຊາກອນຂອງອົງການສະຫະປະຊາຊາດໃນລະດັບພາກພື້ນ ແລະ ສາກົນ.

ຂ່າວ-ພາບ: ບຸນຕອມ-ບຸນອຸ້ມ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ປັດຈຸບັນຄໍາມ່ວນເກັບກ່ຽວເຂົ້ານາປີໄດ້ແລ້ວ 21,010 ເຮັກຕາ

ປັດຈຸບັນຄໍາມ່ວນເກັບກ່ຽວເຂົ້ານາປີໄດ້ແລ້ວ 21,010 ເຮັກຕາ

ຕາມການໃຫ້ຂໍ້ມູນຈາກຂະແໜງປູກຝັງ ພະແນກກະສິກໍາ ແລະ ປ່າໄມ້ ແຂວງຄໍາມ່ວນໃຫ້ຮູ້ວ່າ: ໃນລະດູການປູກເຂົ້ານາປີ 2025 ທົ່ວແຂວງຄໍາມ່ວນມີເນື້ອທີ່ແຜນການປູກເຂົ້າລວມທັງໝົດ 92,791 ເຮັກຕາ, ຄາດຄະເນຜົນຜະລິດ 351,604 ເຮັກຕາ . ໃນນັ້ນ, ເນື້ອທີ່ແຜນການປູກເຂົ້າເພື່ອເປັນສະບຽງອາຫານ 61,189 ເຮັກຕາ, ຄາດຄະເນຜົນຜະລິດ 228,856 ໂຕນ, ເນື້ອທີ່ແຜນການປູກເຂົ້າເພື່ອເປັນສິນຄ້າ 31,602 ເຮັກຕາ, ຄາດຄະເນຜົນຜະລິດ 122,748 ໂຕນ.
ຮອງເລຂາພັກແຂວງມອບເຄື່ອງໃຫ້ບ້ານພູກາເຟ

ຮອງເລຂາພັກແຂວງມອບເຄື່ອງໃຫ້ບ້ານພູກາເຟ

ໃນວັນທີ 22 ຕຸລາ 2025, ທ່ານ ບົວເງິນ ຫຸມໄຊຍະພົມ ຮອງເລຂາພັກແຂວງ ຮອງເຈົ້າແຂວງໆຊຽງຂວາງ ພ້ອມດ້ວຍຄະນະ ແລະ ການນຳເມືອງຄູນ ໄດ້ລົງຢ້ຽມຢາມ ໂອ້ລົມພໍ່ແມ່ປະຊາຊົນ ແລະ ມອບເຄື່ອງຊ່ວຍເຫຼືອຜູ້ປະສົບໄພພິບັດ ນ້ຳໄຫຼສຸບ້ານ ຍ້ອນພາຍຸບົວລອຍ ຄັ້ງວັນທີ 29-30 ກັນຍາ 2025, ທ່ານ ໄຊສືຊົ່ງ ຮອງນາຍບ້ານໆພູກາເຟ ເມືອງຄູນ ໄດ້ລາຍງານຜົນເສຍຫາຍຍ້ອນພາຍຸບົວລອຍວ່າ: ມີ 10 ຄອບຄົວ, ມີ 40 ຄົນ, ເສຍຊີວິດ 2 ຄົນ, ງົວ 19 ໂຕ, ຄວາຍ 2 ໂຕ, ເຮືອນ 4 ຫຼັງ, ຫ້ອງການບ້ານ 1 ຫຼັງ ແລະ ດິນເຈື່ອນຖົມນາ, ສວນຫຍ້າ, ເສັ້ນທາງ, ຜ່ານມາ ການນຳເມືອງ, ທະຫານເຂດ 4 ສສ ຫວຽດນາມ ທີ່ປະຈຳຢູ່ຈຸດສຸມສັນຫຼວງໄດ້ເຂົ້າຊ່ວຍເຫຼືອ ເບື້ອງຕົ້ນທັນທີ ເປັນຕົ້ນແມ່ນເຄື່ອງນຸ່ງຫົ່ມ, ອາຫານ, ຢາປົວພະຍາດ ເຄື່ອງໃຊ້ຄົວເຮືອນ.
ຕະຫຼອດ 5 ປີ ສຊປລ ສົ່ງເສີມຊາວໜຸ່ມໃນການລິເລີ່ມທຸລະກິດຊາວໜຸ່ມຢູ່ບັນດາແຂວງ ແລະ ນວ ໄດ້ຫຼາຍກວ່າ200 ຄົນ

ຕະຫຼອດ 5 ປີ ສຊປລ ສົ່ງເສີມຊາວໜຸ່ມໃນການລິເລີ່ມທຸລະກິດຊາວໜຸ່ມຢູ່ບັນດາແຂວງ ແລະ ນວ ໄດ້ຫຼາຍກວ່າ200 ຄົນ

ໃນໄລຍະຜ່ານມາ ອົງຄະນະພັກ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ໄດ້ເອົາໃຈໃສ່ສ້າງ ແລະ ສົ່ງເສີມໃຫ້ຊາວໜຸ່ມທົ່ວປະເທດໄດ້ມີອາຊີບສ້າງລາຍຮັບໃຫ້ຕົນເອງ. ທ່ານ ທອງລີ ສີສຸລິດ ຮອງເລຂາຄະນະພັກ ເລຂາຄະນະບໍລິຫານງານ (ສຊປລ) ໄດ້ລາຍງານຕໍ່ກອງປະຊຸມໃຫຍ່ສະມາຊິກພັກອົງຄະນະພັກສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ເມື່ອບໍ່ດົນມານີ້ວ່າ: ຕະຫຼອດໄລຍະ 5 ປີ ຜ່ານມາ ຄະນະບໍລິຫານງານພັກ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ຢຶດໝັ້ນຖືເອົາວຽກງານສຶກສາອົບຮົມການເມືອງແນວຄິດ ເປັນກົກ ແລະ ສອດຫ້ອຍໄປໃນທຸກວຽກງານ ເພື່ອກໍ່ສ້າງການຈັດຕັ້ງພັກ, ສະມາຊິກພັກ, ລັດຖະກອນໃຫ້ເຂັ້ມແຂງ. ຄະນະພັກພວກເຮົາໄດ້ລົງເລິກຄົ້ນຄວ້າເພື່ອຍົກສູງຄຸນນະພາບຂອງເນື້ອໃນ, ຮູບການສຶກສາອົບຮົມໃຫ້ມີປະສິດທິຜົນ, ເອົາການຫັນປ່ຽນພຶດຕິກຳເປັນສິ່ງວັດແທກຄຸນນະພາບຂອງວຽກງານນີ້. ຈາກທີ່ເຄີຍນຳໃຊ້ຮູບການເຜີຍແຜ່ມູນ ເຊື້ອ, ມະຕິຄຳສັ່ງຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດ ດ້ວຍການບັນລະຍາຍ, ປາຖະກະຖາ ໄດ້ປັບປຸງມາເປັນຫຼາຍຮູບແບບ ທີ່ແທດເໝາະກັບສະພາບ, ຈິດຕະສາດຂອງຊາວໜຸ່ມ, ເຍົາວະຊົນໃນໄລຍະໃໝ່. ອັນພົ້ນເດັ່ນ ໄດ້ຈັດພິທີໂຮມຊຸມນຸມສະເຫຼີມສະຫຼອງ ວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 70 ປີ. ຕະຫຼອດໄລຍະ 5 ປີ ສາມາດຈັດຕັ້ງປະຕິບັດ ໄດ້ທັງໝົດ 305 ຄັ້ງ ມີຜູ້ເຂົ້າຮ່ວມ17,145 ເທື່ອຄົນ.
ປຶກສາຫາລືປັບປຸງ ແຕ່ງຕັ້ງຄະນະບໍລິຫານງານ ສຕ.ນວ ຊຸດໃໝ່

ປຶກສາຫາລືປັບປຸງ ແຕ່ງຕັ້ງຄະນະບໍລິຫານງານ ສຕ.ນວ ຊຸດໃໝ່

ສະຫະພັນບານເຕະ ນະຄອນຫຼວງວຽງຈັນ ຫຼື ສຕ.ນວ ຈັດກອງປະຊຸມເພື່ອປຶກສາຫາລືບັນຫາທີ່ຈຳເປັນ ແລະ ຮີບດ່ວນ ພ້ອມທັງປັບປຸງຂໍ້ຕົກລົງແຕ່ງຕັ້ງຄະນະບໍລິຫານງານຄືນໃໝ່ ແນໃສ່ໃຫ້ຄະນະບໍລິຫານ ສຕ.ນວ ຊຸດໃໝ່ ສາມາດກະກຽມຄວາມພ້ອມໃຫ້ແກ່ທີມນັກກິລາເຈົ້າພາບ ເຂົ້າຮ່ວມຊີງຫຼຽນຄຳງານມະຫະກຳກິລາແຫ່ງຊາດ ຄັ້ງທີ 12 ຫຼື ນະຄອນຫຼວງວຽງຈັນ 2025 ທີ່ຈະຈັດຂຶ້ນໄວໆນີ້.
ຊາວກະສິກອນໃນທົ່ວແຂວງຄໍາມ່ວນເກັບກູ້ຜົນຜະລິດລະດູຝົນສໍາເລັດໃນເນື້ອທີ່ 7,211 ເຮັກຕາ

ຊາວກະສິກອນໃນທົ່ວແຂວງຄໍາມ່ວນເກັບກູ້ຜົນຜະລິດລະດູຝົນສໍາເລັດໃນເນື້ອທີ່ 7,211 ເຮັກຕາ

ໃນລະດູການປູກພືດລະດູຝົນປີ 2025 ທົ່ວແຂວງຄໍາມ່ວນມີເນື້ອທີ່ແຜນການປູກພືດລວມທັງໝົດ 13,795 ເຮັກຕາ, ຄາດຄະເນຜົນຜະລິດ 226,681 ໂຕນ. ໃນນັ້ນ, ເນື້ອທີ່ແຜນການປູກພືດເພື່ອເປັນສະບຽງອາຫານ 2,607 ເຮັກຕາ, ຄາດຄະເນຜົນຜະລິດ 28,839 ໂຕນ, ເນື້ອທີ່ແຜນການປູກພືດເພື່ອເປັນສິນຄ້າ 11,188 ເຮັກຕາ, ຄາດຄະເນຜົນຜະລິດ 197,842 ໂຕນ.
ຍທຂ ແຂວງອັດຕະປື ຫາລືການຈັດຕັ້ງປະຕິບັດໂຄງການກໍ່ສ້າງ ແລະ ສ້ອມແປງພື້ນຖານໂຄງລ່າງ.

ຍທຂ ແຂວງອັດຕະປື ຫາລືການຈັດຕັ້ງປະຕິບັດໂຄງການກໍ່ສ້າງ ແລະ ສ້ອມແປງພື້ນຖານໂຄງລ່າງ.

ວັນທີ 22 ຕຸລານີ້ ທີ່ພະແນກ ໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງອັດຕະປື ໄດ້ຈັດກອງປະຊຸມປຶກສາຫາລືການຈັດຕັ້ງປະຕິບັດໂຄງການກໍ່ສ້າງ ແລະ ສ້ອມແປງພື້ນຖານໂຄງລ່າງ, ໂດຍການເປັນປະທານຂອງ ທ່ານ ທະນູໄຊ ບັນຊາລິດ ຮອງເຈົ້າແຂວງອັດຕະປື ຜູ້ຊີ້ນໍາວຽກງານເສດຖະກິດ.
ຮອງລັດຖະມົນຕີກະຊວງ ສທຂ ເຄື່ອນໄຫວຊຸກຍູ້ໂຄງການກໍ່ສ້າງນໍ້າປະປາ ຢູ່ແຂວງອັດຕະປື.

ຮອງລັດຖະມົນຕີກະຊວງ ສທຂ ເຄື່ອນໄຫວຊຸກຍູ້ໂຄງການກໍ່ສ້າງນໍ້າປະປາ ຢູ່ແຂວງອັດຕະປື.

ໃນວັນທີ 21 ຕຸລາຜ່ານມາ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ເຄື່ອນໄຫວລົງຕິດຕາມ, ຊຸກຍູ້ໂຄງການກໍ່ສ້າງລະບົບນໍ້າປະປາ ແລະ ສຸຂາພິບານ ຢູ່ 2 ເມືອງ ຂອງແຂວງອັດຕະປືຄື: ເມືອງສາມັກຄີໄຊ ແລະ ສະໜາມໄຊ.
ສະຫຼຸບການຈັດຕັ້ງປະຕິບັດວຽກງານ ຂອງໂຄງການ HSCD

ສະຫຼຸບການຈັດຕັ້ງປະຕິບັດວຽກງານ ຂອງໂຄງການ HSCD

ໃນວັນທີ 21 ຕຸລາຜ່ານມານີ້, ພະແນກສາທາລະນະສຸກແຂວງເຊກອງ ຮ່ວມກັບ ໂຄງການ ສ້າງຄວາມເຂັ້ມແຂງແກ່ສະຖານທີ່ບໍລິການຮັກສາສຸຂະພາບ ແລະ ການພັດທະນາຊຸມຊົນແບບມີສ່ວນຮ່ວມ (HSCD) ໄດ້ສະຫຼຸບການຈັດຕັ້ງປະຕິບັດກິດຈະກຳ ປະຈຳ 6 ເດືອນ ແລະ ສະຫຼຸບຜົນການປະເມີນໄລຍະກາງແຕ່ເດືອນ 4/2024-9/2025 ຢູ່ທີ່ສະໂມສອນສະພາປະຊາຊົນແຂວງ ໂດຍມີ ທ່ານ ນາງ ສີສະຫງ່າ ແກ້ວດວງດີ ຮອງປະທານຄະນະກຳມະການປົກຄອງແຂວງເຊກອງ, ທ່ານ ນາງ ສົມຄິດ ໂຫລຍອິນຕອງ ຜູ້ບໍລິຫານໂຄງການຊ່ວຍເຫຼືອເຊິ່ງກັນ ແລະ ກັນ (SFE) ປະຈຳນະຄອນຫຼວງວຽງຈັນ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງຈາກກະຊວງ, ແຂວງ, ເມືອງ, ກຸ່ມບ້ານທີ່ມີສຸກສາລາເຂົ້າຮ່ວມ.
ມອບ-ຮັບໜ້າທີ່ ຫົວໜ້າກອງບັນນາທິການໜັງສືພິມຄວາມສະຫງົບ

ມອບ-ຮັບໜ້າທີ່ ຫົວໜ້າກອງບັນນາທິການໜັງສືພິມຄວາມສະຫງົບ

ພິທີມອບ-ຮັບໜ້າທີ່ ຫົວໜ້າກອງບັນນາທິການໜັງສືພິມຄວາມສະຫງົບ ກົມສື່ມວນຊົນ ກົມໃຫຍ່ການເມືອງ ກະຊວງ ປກສ ລະຫວ່າງ ພັທ ນາງ ຄໍາແສງ ທໍາມະວົງ ຫົວໜ້າກອງບັນນາທິການໜັງສືພິມຄວາມສະຫງົບ ຜູ້ເກົ່າ ແລະ ພັທ ນາງ ວິຄູນ ພົມມະຈັກ ຫົວໜ້າກອງບັນນາທິການໜັງສືພິມຄວາມສະຫງົບ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 20 ຕຸລາ ຜ່ານມາ, ໂດຍມີ ທ່ານ ພັອ ພອນພິລຸນ ປັນຍາສິລິ ຫົວ ໜ້າກົມສື່ມວນຊົນ ປກສ, ມີຄະນະພັກ- ຄະນະກົມ, ພ້ອມດ້ວຍຫົວໜ້າພະແນກ-ກອງ, ຕະຫຼອດຮອດ ນາຍ ແລະ ພົນຕໍາຫຼວດ ພາຍໃນກອງບັນນາທິການໜັງສືພິມຄວາມສະຫງົບ ເຂົ້າຮ່ວມ.
ເຜີຍແຜ່ກົດໝາຍວ່າດ້ວຍການພິມຈຳໜ່າຍ

ເຜີຍແຜ່ກົດໝາຍວ່າດ້ວຍການພິມຈຳໜ່າຍ

ກົມວັນນະຄະດີ ແລະ ພິມຈໍາໜ່າຍ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ໄດ້ຈັດກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍການພິມຈຳໜ່າຍ (ສະບັບປັບປຸງ) ຂຶ້ນໃນວັນທີ 22 ຕຸລານີ້ ທີ່ສູນອົບຮົມແມ່ຍິງ (ໂພນທັນ), ໂດຍການເປັນປະທານ ທ່ານ ນາງ ພວງວັນ ພົມມີໄຊ ຮອງຫົວໜ້າກົມວັນນະຄະດີ ແລະ ພິມຈໍາໜ່າຍ, ບັນດາຜູ້ປະກອບການ ໂຮງພິມ, ຮ້ານພິມ, ຮ້ານອອກແບບພິມ, ສໍານັກພິມ, ຮ້ານຈໍາໜ່າຍ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ