ການສ້າງ ນວ ເປັນຫົວໜ່ວຍຍຸດທະສາດສາມາດບັນລຸ2 ໃນ 7 ດ້ານ

ການສ້າງ ນວ ເປັນຫົວໜ່ວຍຍຸດທະສາດສາມາດບັນລຸ2 ໃນ 7 ດ້ານ
ໂດຍ: ສ.ບຸດປະຊາ
ການສ້າງນະຄອນຫຼວງວຽງຈັນ (ນວ) ເປັນຫົວໜ່ວຍຍຸດທະສາດ ແມ່ນໄດ້ດຳເນີນໄປຕາມທິດທາງ 3 ສ້າງ ປະກອບດ້ວຍ 7 ດ້ານ 66 ຕົວຊີ້ບອກ ຊຶ່ງໃນບົດສະຫຼຸບການປະເມີນຜົນ ວຽກງານ 3 ສ້າງຂອງ ນວ ໄລຍະ 2016-2020 ກໍໃຫ້ສະແດງໃຫ້ເຫັນວ່າ: ພາຍຫຼັງໄດ້ຮັບການຢັ້ງຢືນ ແລະ ຮັບຮອງເອົາເປັນຫົວໜ່ວຍຍຸດທະສາດແລ້ວ, ນວ ຍັງຕ້ອງສືບຕໍ່ເຮັດໃຫ້ສຳເລັດ 6 ຕົວຊີ້ບອກທີ່ຍັງບໍ່ທັນບັນລຸ; ບັນດາຕົວຊີ້ບອກນັ້ນ, ແມ່ນນອນໃນ 5 ດ້ານ. ສະນັ້ນ, ກໍມີ 2 ດ້ານໃນການສ້າງເປັນຫົວໜ່ວຍຍຸດທະສາດ ທີ່ບັນລຸ ຊຶ່ງ 2 ດ້ານນັ້ນກໍຄື: ຫົວໜ່ວຍຍຸດທະສາດດ້ານການປົກຄອງ-ບໍລິຫານລັດ ແລະ ຫົວໜ່ວຍການເງິນຂອງປະເທດ.
ນວ ແມ່ນຫົວໜ່ວຍການປົກຄອງທ້ອງຖິ່ນ ຊຶ່ງມີຂັ້ນ ນວ, ຂັ້ນເມືອງ ແລະ ຂັ້ນບ້ານ; ໃນນີ້, ຂັ້ນເມືອງ ມີ 9 ເມືອງ ແລະ ຂັ້ນບ້ານ ມີ 481 ບ້ານ; ມີລະບົບໂຄງປະກອບກົງຈັກຂັ້ນ ນວ, ມີຫ້ອງວ່າການ, 2 ກອງບັນຊາການ, 17 ພະແນກ, 2 ອົງການລັດທຽບເທົ່າພະແນກ, ມີ 5 ອົງການຈັດຕັ້ງຊ່ວຍວຽກພັກ, ແນວລາວສ້າງຊາດ, 3 ອົງການຈັດຕັ້ງມະຫາຊົນ, ສະພາປະຊາຊົນ, ອົງການໄອຍະການປະຊາຊົນ ແລະ ສານປະຊາຊົນ ນວ, ສະຖາບັນຄົ້ນຄວ້າພັດທະນາເສດຖະກິດ-ສັງຄົມ ນວ. ທຸກການຈັດຕັ້ງແມ່ນເຄື່ອນໄຫວວຽກຕາມພາລະບົດບາດ, ສິດ, ໜ້າທີ່ຂອງຕົນ ແຕ່ລະພາກສ່ວນໄດ້ສ້າງນິຕິກໍາແບ່ງຂັ້ນຄຸ້ມຄອງວຽກຕາມພາລະບົດບາດ, ຕາມກົດໝາຍ, ນະໂຍບາຍ ແລະ ມາດຕະການຕ່າງໆເພື່ອສະເໜີສະພາປະຊາຊົນ ນວ ພິຈາລະນາຮັບຮອງ ແລະ ປະກາດໃຊ້, ເຂດແດນເຊື່ອມຕໍ່ລະຫວ່າງບ້ານ ຕໍ່ບ້ານ, ເມືອງຕໍ່ເມືອງ ແລະ ນວ ກັບບັນດາແຂວງອ້ອມຂ້າງ ໄດ້ຮັບການປັບປຸງແກ້ໄຂ ຊັດເຈນຂຶ້ນ, ກົນໄກການປະສານງານ ລະຫວ່າງ ນວ, ເມືອງ, ບ້ານ ມີຄວາມສະດວກວ່ອງໄວ, ບໍລິການຮັບໃຊ້ປະຊາຊົນ ໄດ້ຮັບການປັບປຸງ ຢ່າງເປັນລະບົບ, ມີປະສິດທິຜົນດີຂຶ້ນຫຼາຍກວ່າເກົ່າ ປັບປຸງ ແລະ ຂະຫຍາຍໜ່ວຍງານ ບໍລິການປະຕູດຽວໄດ້ 8 ເມືອງ ແລະ 7 ພະແນກການ, ລວມ 15 ໜ່ວຍບໍລິການ (ຍັງ 1 ເມືອງ ຄື: ເມືອງ ນາຊາຍທອງ).ການປົກຄອງ ແລະ ຄຸ້ມຄອງບໍລິຫານລັດ ສາມາດບັນລຸໄດ້ 9 ຕົວຊີ້ບອກ ເທົ່າກັບ 90%, ບໍ່ບັນລຸ 1 ຕົວຊີ້ບອກຍ້ອນເຂດແດນເຊື່ອມຕໍ່ ລະຫ່ວາງ ນວ ກັບບັນດາແຂວງອອ້ມຂ້າງຍັງບໍ່ສາມາດແກ້ໄຂໄດ້ແຕ່ມາຮອດປັດຈຸບັນແມ່ນແກ້ສໍາເລັດ.
ໃນດ້ານການເງິນຂອງປະເທດ ທີ່ມີ 6 ຕົວຊີ້ບອກ ກໍໄດ້ປະຕິບັດຕາມຍຸດທະສາດ, ແຜນພັດທະນານວ ຕາມມະຕິກອງປະຊຸມໃຫຍ່ຄັ້ງທີ VI ຂອງ ອົງຄະນະພັກ ນວ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 8 ໃຫ້ປະກົດຜົນເປັນຈິງເທື່ອລະກ້າວ, ເປັນເຈົ້າການໃນການສ້າງຄວາມເຂັ້ມແຂງທາງດ້ານງົບປະມານ ໂດຍການຊອກຄົ້ນທ່າແຮງບົ່ມຊ້ອນ,ຂຸດຄົ້ນແຫຼ່ງລາຍຮັບດ້ວຍຫຼາຍຮູບການ ແລະ ກໍາຈັດການຮົ່ວໄຫຼ ຊຸກຍູ້ໃຫ້ທຸກພາກສ່ວນ ຂອງສັງຄົມປະກອບສ່ວນພັນທະ ໄດ້ທັງໝົດ 21.000,69 ຕື້ກີບ,ທຽບໃສ່ແຜນການ (21.500,17) ປະຕິບັດໄດ້ 97,68%, ໃນນີ້: ລາຍຮັບພູດສູນກາງ ປະຕິບັດຢູ່ ນວ  (ພາສີ) ປະຕິບັດໄດ້ 14.557,24 ຕື້ກີບ, ເທົ່າກັບ 96,28% ຂອງແຜນການ 15.119,64 ຕື້ກີບ, ຮັບຈາກສ່ວຍສາອາກອນ 5.903,47 ຕື້ກີບ, ເທົ່າກັບ 95,98% ຂອງແຜນການ, ຈາກຊັບສິນ 400,03 ຕື້ກີບ, ເທົ່າກັບ 128,24% ຂອງແຜນການ 311,93 ຕື້ກີບ, ຈາກຄຸ້ມຄອງວິສາຫະກິດລັດລົງທຶນ 5,05 ຕື້ ກີບ, ເທົ່າກັບ 117,72% ຂອງແຜນການ 4,29 ຕື້ກີບ, ລາຍຮັບອື່ນໆ ປະຕິບັດໄດ້ 0,40 ຕື້ກີບ;ດ້ານລາຍຈ່າຍທີ່ ກະຊວງມອບໃຫ້ ນວ ປະຕິບັດ 3.346,70 ຕື້ກີບ, ຜ່ານການຈັດຕັ້ງປະຕິບັດໄດ້ 3.276.47 ຕື້ກີບ, ເທົ່າກັບ 97,90%ຂອງແຜນການ; ການດຸ່ນດ່ຽງ: ອີງໃສ່ແຜນລາຍຮັບ-ລາຍຈ່າຍ ນວ ຕ້ອງດຸ່ນດ່ຽງໃຫ້ສູນກາງຕາມແຜນການແມ່ນ 4.105,63 ຕື້ກີບ, ສາມາດປະຕິບັດໄດ້ 2.921,06 ຕື້ກີບ ເທົ່າກັບ 88,92% ຂອງແຜນການ, ບັນດາເມືອງກໍໄດ້ສຸມໃສ່ການເກັບລາຍຮັບຕາມແຜນຂອງ ນວ, ຄຸ້ມຄອງລາຍຈ່າຍ ຢ່າງມີປະສິດທິຜົນ ແລະ ສາມາດຊ່ວຍໜູນໃຫ້ ນວ ແລະ ເມືອງ ທີ່ສາມາດກຸ້ມຕົນເອງທາງດ້ານລາຍຮັບ-ລາຍຈ່າຍໂດຍພື້ນຖານ ຄື: ເມືອງຈັນທະບູລີ, ສີສັດຕະນາກ, ໄຊເສດຖາ ແລະ ສີໂຄດຕະບອງ. ການເງິນຂອງປະເທດ ສາມາດບັນລຸ 6 ຕົວຊີ້ບອກ, ເທົ່າກັບ 100%.
ສັງລວມແລ້ວ, ການສ້າງ ນວ ເປັນຫົວໜ່ວຍຍຸດທະສາດ ເຖິງຈະສາມາດບັນລຸ 2 ໃນ 7 ດ້ານຂ້າງເທິງນັ້ນ, ແຕ່ກໍຕ້ອງໄດ້ສືບຕໍ່ ເພື່ອໃຫ້ 2 ດ້ານນັ້ນ ໄດ້ຮັບການສືບຕໍ່ຈັດຕັ້ງຜັນຂະຫຍາຍດ້ານດີ ແລະ ແກ້ໄຂຈຸດອ່ອນ ຊຶ່ງຫົວໜ່ວຍຍຸດທະສາດດ້ານການປັກຄອງ-ບໍລິຫານລັດ ຕ້ອງໄດ້ສືບຕໍ່ປັບປຸງກົງຈັກການຈັດຕັ້ງ ໃຫ້ກະທັດຮັດສົມເຫດ, ສົມຜົນ, ບັນຈຸ, ສັບຊ້ອນ ແລະ ຈັດວາງ ໃຫ້ເໝາະສົມ, ສ້າງແຜນກຳນົດພະນັກງານ ຕິດພັນກັບການປັບປຸງການກຳນົດຕໍາແໜ່ງງານ ຕາມນິຕິກຳຂັ້ນເທິງວາງອອກ; ສືບຕໍ່ຊຸກຍູ້ການແບ່ງຂັ້ນຄຸ້ມຄອງໃຫ້ເມືຶອງ ຕາມພາລະບົດບາດທີ່ກຳນົດໄວ້ໃນກົດໝາຍ ເພື່ອສາມາດສ້າງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ ເພື່ອເປັນພື້ນຖານໃຫ້ແກ່ ການເປັນຫົວໜ່ວຍຍຸດທະສາດຂອງ ນວ. ສຳລັບດ້ານການເປັນຫົວໜ່ວຍການເງິນຂອງປະເທດ, ກໍຕ້ອງສືບຕໍ່ຊຸກຍູ້ບັນດາຂະແໜງການຕ່າງໆ ຈັດເກັບລາຍຮັບເຂົ້າງົບປະມານ ຕາມການມອບໝາຍຂອງຂັ້ນເທິງ, ຄຸ້ມຄອງລາຍຮັບຫົວໜ່ວຍວິຊາການຂອງລັດ, ຕິດຕາມກວດກາງົບປະມານໃຫ້ຖືກຕ້ອງ, ທັນຕາມເວລາ ແລະ ຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານ ໃຫ້ໄປຕາມແຜນ ທີ່ສະພາປະຊາຊົນ ນວ ຮັບຮອງ; ພ້ອມນີ້, ກໍສືບຕໍ່ຊຸກຍູ້ບັນດາເມືອງ, ພະແນກການ ຈັດເກັບລາຍຮັບວິຊາການ ເຂົ້າງົບປະມານໃນແຕ່ລະປີ ໃຫ້ໄດ້ຕາມແຜນການ ແລະ ໃຫ້ລື່ນຄາດໝາຍໃນແຕ່ລະປີ.

ຄໍາເຫັນ

ຂ່າວເສດຖະກິດ

ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ແຂວງຄໍາມ່ວນ ໄດ້ສຸມໃສ່ທຸກຄວາມພະຍາຍາມ ໃນການປຸກລະດົມທຸກກຳລັງແຮງ ທຸກພາກສ່ວນເສດຖະກິດ-ສັງຄົມ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ຂອງແຂວງ ໄປຕາມຍຸດທະສາດການພັດທະນາ ທີ່ກຳນົດໄວ້ “ເປັນແຫຼ່ງຜະລິດສະບຽງອາຫານ, ເປັນຖານພັດທະນາອຸດສາຫະກຳ, ການບໍລິການ ແລະ ການທ່ອງທ່ຽວ” ເພື່ອບັນລຸບັນດາຄາດໝາຍຕ່າງໆ; ໃນນີ້, ສະເພາະດ້ານເສດຖະກິດ ແມ່ນໄດ້ມີການເຕີບໂຕຢ່າງຕໍ່ເນື່ອງ, ມີຄຸນນະພາບ ແລະ ຍືນຍົງ.
5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

ໄລຍະ 5 ປີຜ່ານມາເສດຖະກິດ ແຂວງຄໍາມ່ວນ ໄດ້ສືບຕໍ່ຂະຫຍາຍຕົວຕໍ່ເນື່ອງໃນລະດັບ 6.2%, ລວມຍອດຜະລິດຕະພັນພາຍໃນປີ 2025 ບັນລຸໄດ້ 26,772 ຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸໄດ້ 58.1 ລ້ານກີບ ຫຼື 2,701 ໂດລາສະຫະລັດ/ຄົນ/ປີ; ການລະດົມທຶນທົ່ວສັງຄົມເຂົ້າໃສ່ການພັດທະນາໄດ້ 1,245 ໂຄງການ, ມູນຄ່າ 19,026 ຕື້ກີບ, ລື່ນແຜນການ 13% (ພົ້ນເດັ່ນແມ່ນການດຶງດູດລົງທຶນຈາກ ສປ ຈີນ ມາລົງທຶນ ໃນຂະແໜງອຸດສາຫະກຳຕ່ອງໂສ້ ເກືອໂປຕາສ ມີ 24 ບໍລິສັດ ມູນຄ່າການລົງທຶນ 1,205 ລ້ານໂດລາສະຫະລັດ), ແຂວງສາມາດແກ້ໄຂໜີ້ສິນໄດ້ທັງໝົດ 1,079 ຕື້ກີບ, ສາມາດປິດບັນຊີໜີ້ສິນໄດ້ 159 ໂຄງ.
ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ຕະຫຼອດໄລຍະຜ່ານມາ ອົງຄະນະພັກເມືອງດັກຈຶງ ແຂວງເຊກອງ ໄດ້ຖືສໍາຄັນການຈັດຕັ້ງຜັນຂະຫຍາຍມະຕິຂອງພັກ ບັນດານິຕິກຳ ແລະ ມູນເຊື້ອວັນສຳຄັນຂອງຊາດ ແລະ ສາກົນ ເຮັດໃຫ້ພະນັກງານມີຄວາມໜັກແໜ້ນທາງດ້ານການເມືອງ ມີຄຸນສົມບັດສິນທຳປະຕິວັດ ມີຄວາມເປັນເອກະພາບ ເຊື່ອໝັນຕໍ່ການຊີນຳໆພາຂອງພັກ ເປັນເຈົ້າການປະຕິບັດໜ້າທີ່ ແລະ ເຮັດສຳເລັດການມອບໝາຍ ຊຶ່ງເຮັດໃຫ້ເສດຖະກິດຂອງເມືອງມີການຂະຫຍາຍຕົວດີ.
ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ຕາມແຫຼ່ງຂ່າວຈາກເພຈ໌ທາງການ ຂອງທະນາຄານແຫ່ງ ສປປ ລາວໃຫ້ຮູ້ວ່າ: ໃນກາງເດືອນສິງຫາຜ່ານມານີ້, ໄດ້ມີກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ III ປະຈຳ ປີ 2025 ໂດຍກອງປະຊຸມຄັ້ງນີ້ ໄດ້ຊີ້ໃຫ້ເຫັນຫຼາຍບັນຫາທີ່ມີຜົນຄືບໜ້າດີ ເປັນຕົ້ນ: ສະພາບອັດຕາເງິນເຟີ້ ມີຈັງຫວະຫຼຸດລົງຢ່າງຈະແຈ້ງ ໂດຍສະເພາະເດືອນກໍລະກົດ 2025 ເງິນເຟີ້ຢູ່ໃນລະດັບ 5.30% ຫຼຸດລົງຈາກ 8.3% ໃນເດືອນພຶດສະພາ ແລະ ພາຍໃນເດືອນສິງຫານີ້ ໄດ້ຫຼຸດລົງມາຢູ່ທີ່ 5.0%. ບັນຫານີ້, ໄດ້ບົ່ງບອກໃຫ້ຮູ້ເຖິງສະ ພາບເສດຖະກິດ-ການເງິນ, ເງິນຕາ ຂອງ ສປປ ລາວ ເລີ່ມມີສັນຍານບວກ.
ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ທ່ານ ຄຳແຫວນ ປັນຍານຸວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ ໄດ້ຂຶ້ນຜ່ານແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຕໍ່ກອງປະຊຸມໃຫຍ່ອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ VIII ໃນວັນທີ 25 ສິງຫານີ້ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ V (2021-2025). ໃນຕະຫຼອດໄລຍະເວລາ 5 ປີທີ່ຜ່ານມາ ແຂວງພວກເຮົາແມ່ນມີຜົນສໍາເລັດ ແລະ ພົ້ນເດັ່ນຫຼາຍດ້ານ ຊຶ່ງສະແດງອອກໃນການຈັດຕັ້ງປະຕິບັດ 6 ເປົ້າໝາຍ ແລະ 21 ວຽກຈຸດ ດັ່ງນີ້:
7 ເດືອນຕົ້ນປີ ຫຼວງພະບາງສຸມໃສ່ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ

7 ເດືອນຕົ້ນປີ ຫຼວງພະບາງສຸມໃສ່ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ

ໃນວັນທີ 15 ສິງຫານີ້ ທີ່ຫ້ອງປະຊຸມ ຫ້ອງວ່າການແຂວງຫຼວງພະບາງ ໄດ້ຈັດປະຊຸມສະຫຼຸບ ການຈັດຕັ້ງປະຕິບັດວຽກງານ ຂອງຄະນະສະເພາະກິດການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດຂັ້ນແຂວງ ໃນໄລຍະ 7 ເດືອນຕົ້ນ ແລະ ກຳນົດທິດທາງ ແຜນການໃນ 5 ເດືອນທ້າຍປີ 2025 ໂດຍເປັນປະທານຂອງ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫຼວງພະບາງ ຫົວໜ້າຄະນະສະເພາະກິດຂັ້ນແຂວງ.
6 ເດືອນຕົ້ນປີ ເສດຖະກິດເມືອງລະມາມ ຂະຫຍາຍຕົວໃນລະດັບ 5.95%

6 ເດືອນຕົ້ນປີ ເສດຖະກິດເມືອງລະມາມ ຂະຫຍາຍຕົວໃນລະດັບ 5.95%

ໄລຍະ 6 ເດືອນຕົ້ນປີ 2025 ນີ້, ເມືອງລະມາມ ແຂວງເຊກອງ ໄດ້ເອົາໃຈໃສ່ຂຸດຄົ້ນທ່າແຮງບົ່ມຊ້ອນພາຍໃນເມືອງ ເຂົ້າໃນການພັດທະນາພື້ນຖານໂຄງລ່າງ, ສ້າງສິ່ງອໍານວຍຄວາມສະດວກ, ຊຸກຍູ້ສົ່ງເສີມການບໍລິການ ແລະ ການຜະລິດກະສິກໍາທີ່ເປັນທ່າແຮງ, ເຮັດໃຫ້ເສດຖະກິດ ຂອງເມືອງຂະຫຍາຍຕົວໃນລະດັບ 5.59% ລວມຍອດຜະລິດຕະພັນພາຍໃນ ຫຼື (GDP) ບັນລຸໄດ້ 1,029.64 ຕື້ກີບ, ສະເລ່ຍໃສ່ພົນລະເມືອງ 23.28 ລ້ານກີບ/ຄົນ.
ປີ 2025 ເສດຖະກິດ ນວ ຂະຫຍາຍຕົວໃນລະດັບ 6.6%

ປີ 2025 ເສດຖະກິດ ນວ ຂະຫຍາຍຕົວໃນລະດັບ 6.6%

ຄາດຄະເນວ່າ ໃນປີ 2025 ເສດຖະກິດ ນະຄອນຫຼວງວຽງຈັນ (ນວ) ຈະຂະຫຍາຍຕົວໃນລະດັບ 6.6% (ລື່ນມະຕິສະພາ 0.1%), ໂດຍປັດໄຈຕົ້ນຕໍທີ່ຈະເຮັດໃຫ້ GDP ຂະຫຍາຍຕົວລື່ນແຜນການ ແມ່ນມາຈາກຂະແໜງອຸດສາຫະກໍາຂະຫຍາຍຕົວ 8.1%, ກວມເອົາ 49%
ສຳເລັດຊຸດອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ສຳເລັດຊຸດອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ກະຊວງ ຍຸຕິທຳ ໄດ້ຊຸດອົບຮົມ ວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດໄດ້ດຳເນີນໃນລະຫວ່າງວັນທີ23-27 ມິຖຸນາ 2025 ຢູ່ໂມສອນຂອງແຂວງ ບໍລິຄຳໄຊ, ມີສຳມະນາກອນຈາກສະພາທະນາຍຄວາມນະຄອນຫຼວງວຽງຈັນ,ແຂວງ ບໍລິຄຳໄຊ,ຕາງໜ້າພະແນກການຈາກຂົງເຂດເສດຖະກິດ,ສະພາອຸດສາຫະກຳການຄ້າແຂວງເຂົ້າຮ່ວມ. ມາໃນຕອນເຊົ້າຂອງວັນທີ 27 ມີຖຸນາໄດ້ ສຳເລັດລົງຢ່າງຈົບງາມ, ເປັນກຽດເຂົ້າຮ່ວມ ແລະ ກ່າວມອບໃບຢັ້ງຢືນ ຂອງທ່ານ ນາງ ວັນນາ ປະເສີດກຸນ ຫົວໜ້າພະແນກ ຍຸຕິທຳແຂວງ ບໍລິຄຳໄຊ.
ຄອບຄົວ ທ່ານ ຄຳພັດ ພອນປະເສີດ ລ້ຽງປາສ້າງລາຍຮັບປີລະ 300 ລ້ານກ່ວາກີບ

ຄອບຄົວ ທ່ານ ຄຳພັດ ພອນປະເສີດ ລ້ຽງປາສ້າງລາຍຮັບປີລະ 300 ລ້ານກ່ວາກີບ

ໂດຍ: ແສງອາທິດ ໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ, ການສ້າງເສດຖະກິດຄອບຄົວໃຫ້ເຂັ້ມແຂງຖືເປັນປັດໄຈສຳຄັນໃນການພັດທະນາຊີວິດການເປັນຢູ່ໃຫ້ດີຂຶ້ນ ແລະ ພົ້ນທຸກ. ດັ່ງຄອບຄົວຂອງທ່ານ ຄຳພັດ ພອນປະເສີດ ຊາວກະສິກອນຜູ້ມີວິໄສທັດ ແລະ ຄວາມດຸໝັ່ນ, ອາໄສຢູ່ບ້ານດອນງີ້ວ ເມືອງງາ ແຂວງອຸດົມໄຊ, ຊຶ່ເປັນຜູ້ທີ່ໄດ້ຫັນປ່ຽນຈາກການເຮັດກະສິກຳແບບດັ້ງເດີມ ມາສູ່ການລ້ຽງປາແບບເປັນສິນຄ້າ ຈົນສາມາດສ້າງລາຍຮັບໃຫ້ຄອບຄົວໄດ້ຢ່າງມະຫາສານ.
ເພີ່ມເຕີມ