ການສົ່ງອອກໄຟຟ້າ ໃນ 6ເດືອນຕົ້ນປີນີ້ ຄາດວ່າຈະໄດ້ 17,813 ລ້ານກິໂລວັດໂມງ

ການສົ່ງອອກໄຟຟ້າ ໃນ 6ເດືອນຕົ້ນປີນີ້ ຄາດວ່າຈະໄດ້ 17,813 ລ້ານກິໂລວັດໂມງ

ການສົ່ງອອກໄຟຟ້າ ໃນ 6ເດືອນຕົ້ນປີນີ້ ຄາດວ່າຈະໄດ້ 17,813 ລ້ານກິໂລວັດໂມງ
ບົດລາຍງານກ່ຽວກັບສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ໄລຍະ 6 ເດືອນ ຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025 ຕິດພັນກັບ 2 ວາລະແຫ່ງຊາດ ແລະ ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ ໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມີຕີ ທີ່ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີIXທີ່ໄດ້ກຳເນີນໃນວັນທີ 9 ມິຖຸນາຜ່ານມາ ໄດ້ໃຫ້ຮູ້ວ່າ: ການສົ່ງອອກໄຟຟ້າໄປຕ່າງປະເທດ ໃນ 6 ເດືອນຕົ້ນປີນີ້ ຄາດວ່າຈະໄດ້17,816 ລ້ານກິໂລວັດໂມງ ເທົ່າກັບ 42.33% ຂອງແຜນການ.

 

ບົດລາຍງານດັ່ງກ່າວລະບຸວ່າ: ໄດ້ສືບຕໍ່ພັດທະນາດ້ານພະລັງງານໄຟຟ້າຈາກແຫຼ່ງຕ່າງໆ (ພະລັງງານນໍ້າ, ພະລັງງານລົມ, ແສງຕາເວັນ, ຊີວະມວນແລະຄວາມຮ້ອນຈາກຖ່ານຫີນ) ຊຶ່ງມາຮອດປັດຈຸບັນແຫຼ່ງພະລັງງານໄຟຟ້າທີ່ມີກໍາລັງຕິດຕັ້ງ1 ເມກາວັດ(MW)ຂຶ້ນໄປມີຈໍານວນ109ແຫ່ງ, ລວມກໍາລັງຕິດຕັ້ງ12,235.84 MW,ຄວາມສາມາດຜະລິດພະລັງງານໄຟຟ້າ61,023.92ລ້ານກິໂລວັດໂມງຕໍ່ປີ. ໃນໄລຍະ3ເດືອນຕົ້ນປີ, ສາມາດຜະລິດພະລັງງານໄຟຟ້າໄດ້10,815ລ້ານກິໂລວັດໂມງ, ເທົ່າກັບ20.23%ຂອງແຜນການ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ7.36%,ຄິດເປັນມູນຄ່າເທົ່າກັບ14,081ຕື້ກີບເທົ່າກັບ20.15%ຂອງແຜນການ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ6.55%ແລະໃນ6ເດືອນຕົ້ນປີຄາດວ່າສາມາດຜະລິດພະລັງງານໄຟຟ້າໄດ້23,215ລ້ານກິໂລວັດໂມງເທົ່າກັບ43.43%ຂອງແຜນການ (ມະຕິສະພາ: 53,459ລ້ານກິໂລວັດໂມງ), ຄິດເປັນມູນຄ່າ31,097ຕື້ກີບເທົ່າກັບ44.50%ຂອງແຜນການ (ມະຕິສະພາ: 69,877ຕື້ກີບ).

ການສົ່ງອອກໄຟຟ້າໄປຕ່າງປະເທດໃນ3ເດືອນຕົ້ນປີໄດ້8,446ລ້ານກິໂລວັດໂມງເທົ່າກັບ20.06%ຂອງແຜນການ, ຄິດເປັນມູນຄ່າ521 ລ້ານໂດລາເທົ່າກັບ18.08%ຂອງແຜນການແລະໃນ6ເດືອນຕົ້ນປີຄາດວ່າສາມາດສົ່ງອອກໄຟຟ້າໄດ້17,816ລ້ານກິໂລວັດໂມງເທົ່າກັບ42.33%ຂອງແຜນການ (ມະຕິສະພາ: 42,098ລ້ານກິໂລວັດໂມງ), ຄິດເປັນມູນຄ່າ1,101ລ້ານໂດລາເທົ່າກັບ38.23%ຂອງແຜນການ (ມະຕິສະພາ: 2,881ລ້ານໂດລາ) ແລະການຈໍາໜ່າຍໄຟຟ້າພາຍໃນປະເທດໃນ 3ເດືອນຕົ້ນປີໄດ້2,765ລ້ານກິໂລວັດໂມງເທົ່າກັບ19.88%ຂອງແຜນການ, ຄິດເປັນມູນຄ່າ98ລ້ານໂດລາເທົ່າກັບ11.43%ຂອງແຜນການແລະໃນ6ເດືອນຕົ້ນປີຄາດວ່າສາມາດຈໍາຫນ່າຍໄຟຟ້າພາຍໃນໄດ້ 5,250 ລ້ານກິໂລວັດໂມງເທົ່າກັບ37,73%ຂອງແຜນການ (ມະຕິສະພາ: 13,909ລ້ານກິໂລວັດໂມງ), ຄິດເປັນມູນຄ່າ304ລ້ານໂດລາເທົ່າກັບ35.47%ຂອງແຜນການ (ມະຕິສະພາ: 857ລ້ານໂດລາ).

ນອກນີ້, ຍັງໄດ້ໃຫ້ຮູ້ວ່າ: ລັດຖະບານ ໄດ້ສຸມໃສ່ແກ້ໄຂສະພາບຂາດແຄນໄຟຟ້າໂດຍເລັ່ງສ້າງພະລັງງານແສງຕາເວັນຂະໜາດນ້ອຍ5MWລົງມາເສີມໃສ່ສະຖານີໄຟຟ້າໃນຈຸດທີ່ຂາດແຄນໄຟຟ້າ;ມາຮອດປັດຈຸບັນ,ໄດ້ເຊັນສັນຍາກັນ ໃນບົດບັນທຶກຄວາມເຂົ້າໃຈໃນການຮັບຊື້ໄຟຟ້າ(Tariff MOU)ກັບ 3 ບໍລິສັດໃນກໍາລັງຕິດຕັ້ງ138 MWແຜນກໍ່ສ້າງສໍາເລັດແຜນວັນທີ່ໂຮງງານໄຟຟ້າ/ຜູ້ຜະລິດໄຟຟ້າເລີ່ມມີການຊື້-ຂາຍໄຟຟ້າ (Commercial Operation Date : COD)ປີ2026, ກະກຽມເຊັນສັນຍາTarill MOUຈໍານວນ11 ບໍລິສັດໃນກໍາລັງຕິດຕັ້ງ66.5 MW,ແຜນກໍ່ສ້າງສໍາເລັດCODປີ2026; ກໍາລັງຄົ້ນຄວ້າຄັດເລືອກບໍລິສັດຜູ້ພັດທະນາເພື່ອເຊັນສັນຍາTariff MOUຮ່ວມກັນໃນກອບ36 ຈຸດ, ມີກໍາລັງຕິດຕັ້ງ123 MWໃຫ້ສໍາເລັດCOD 2026;ພ້ອມກັນນັ້ນ,ກໍໄດ້ສຸມໃສ່ຊຸກຍູ້ໂຄງການພະລັງງານໄຟຟ້າທີ່ໄດ້ຮັບອະນຸມັດແລ້ວໃຫ້ດໍາເນີນການກໍ່ສ້າງສໍາເລັດຕາມແຜນ.

(ຂ່າວ: ສຸກສະຫວັນ)

ຄໍາເຫັນ

ຂ່າວການເມືອງ

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນແນວລາວສ້າງຊາດ ແຂວງຄຳມ່ວນ ໄດ້ໄຂຂຶ້ນໃນວັນທີ 23 ທັນວານີ້, ໂດຍການເປັນປະທານຂອງທ່ານ ພິດສະໄໝ ກອງຊາເດດ ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາການນຳແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 22 ທັນວານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ກອງປະຊຸມສະໄໝສາມັນເທື່ອທີ 10 ທີ່ເປັນກອງປະຊຸມທ້າຍສະໄໝຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 16 ທັນວານີ້ ທີ່ຫໍວັດທະນະທຳໄກສອນພົມວິຫານ ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ພ້ອມດ້ວຍການນຳຂັ້ນສູງຂອງແຂວງ, ເມືອງ, ນະຄອນ ເຂົ້າຮ່ວມ.
ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ກອງປະຊຸມສະໄໝ ສາມັນເທື່ອທີ່ 10 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV, ໄດ້ໄຂຂຶ້ນ ໃນວັນທີ່ 16 ທັນວານີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ, ໂດຍເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງ, ມີການນຳຂອງແຂວງ, ອະດິດສະມາຊິກ ສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2025 ທີ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ,ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມໂດຍ ສະຫາຍ ບົວໄລ ພານຸວົງ ເລຂາໜ່ວຍພັກ ,ໂດຍໃຫ້ກ່ຽດເຂົ້າຮ່ວມຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງ ຄອສພ ພ້ອມດ້ວຍສະມາຊິກພັກສົມບູນ ສຳຮອງ ແລນະ ແຂກຖືກເຊີນເຂົ້າຮ່ວມ.
ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ກອງປະຊຸມໃຫຍ່ ຄັ້ງທີ XVI ຂອງໜ່ວຍພັກສຳນັກຂ່າວສານປະເທດລາວ (ຂປລ) ໄດ້ຈັດຂຶ້ນໃນວັນທີ 15 ທັນວາ 2025 ໂດຍການເປັນປະທານຂອງ ສະຫາຍ ວັນນະສິນ ສິມມະວົງ ເລຂາໜ່ວຍພັກ, ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະຫາຍເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ທັນວານີ້ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ), ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມ ມີສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຮອງເຈົ້າຄອງ, ບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ບັນດາສະມາຊິກສະພາປະຊາຊົນນະຄອນຫຼວງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ