ການສົ່ງອອກຂະແໜງ ກປ 9ເດືອນຕົ້ນປີປະຕິບັດໄດ້ 1.220 ລ້ານກວ່າໂດລາ

ການສົ່ງອອກຂະແໜງ ກປ 9ເດືອນຕົ້ນປີປະຕິບັດໄດ້ 1.220 ລ້ານກວ່າໂດລາ
ທ່ານ ເພັດ ພົມພິພັກ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້(ກປ)ໄດ້ຊີ້ແຈງຕໍ່ຄຳຊັກຖາມ ຂອງສະມາຊິກສະພາແຫ່ງຊາດ(ສສຊ) ໃນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງ ສພຊ ຊຸດທີ IX (2/11/2023) ໂດຍການເປັນ ປະທານ ຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ
ທ່ານ ລັດຖະມົນຕີ ກະຊວງ ກປ ກ່າວວ່າ:ການຜະລິດເພື່ອທົດແທນການນຳເຂົ້າ ແລະ ການຜະລິດເພື່ອເປັນສິນຄ້າສົ່ງອອກໃນຂະແໜງການກະສິກຳ  ຊຶ່ງໃນມະຕິຂອງສະພາແຫ່ງຊາດໄດ້ກຳນົດຄາດໝາຍສູ້ຊົນໃຫ້ຂະແໜງການກະສິກຳ ແລະ ປ່າໄມ້ໃຫ້ຂະຫຍາຍຕົວໃນ2,5%  ກວມເອົາ 10,2% ຂອງ GDP ຜ່ານການຈັດຕັ້ງປະຕິບັດ ໄລຍະ 9 ເດືອນຜ່ານມາຂະແໜງການກະສິກຳ ແລະ ປ່າໄມ້ໄດ້ຂະຫຍາຍຕົວໃນລະດັບ3,4% ກວມເອົາ 17,2% ແລະ ປະມົງ 3,7%  ຂອງ GDP  ໃນນັ້ນປູກຝັງຂະຫຍາຍຕົວ 3%,ລ້ຽງສັດ 4,2%,ປ່າໄມ້ 4,6%,ຄາດຄະເນໝົດປີ ຢູ່ໃນລະດັບບໍ່ໃຫ້ຫຼຸດ3,4% ກວມເອົາ 21,4% ຂອງ GDP.
ສຳລັບກ່ຽວກັບການຜະລິດເພື່ອທົດແທນການນຳເຂົ້າຊຶ່ງມີ 2ໝວດໃຫຍ່,ໝວດທີ 1 ການຜະລິດສະບຽງອາຫານ,ການຜະລິດເຂົ້າ ປີ 2023 ຄາດວ່າຈະໄດ້ຕາມຄາດໝາຍ,ພືດຜັກ ໄດ້ຍູ້ແຮງຂະບວນການຜະລິດຜັກ,ໄມ້ໃຫ້ໝາກຂອງຊາວກະສິກອນຜູ້ຜະລິດຂະໝາດນ້ອຍ,ຂະໜາດກາງດ້ວຍການສ້າງ ແລະ ປັບປຸງກຸ່ມການຜະລິດໃຫ້ເຂັ້ມແຂງ ມີທັງໝົດ 4193 ກຸ່ມ,ປັດຈຸບັນທົ່ວປະເທດມີເຮືອນຮົ່ມທັງໝົດ 4.545ຫຼັງ  ແລະ ສະໜອງທຶນ ສົມທົບສຳລັບການປັບປຸງລະບົບການຜະລິດຕ່າງໆເປັນຕົ້ນນໍ້າ ແລະ ອຸປະກອນຜະລິດເຮັດໃຫ້ມີຜົນຜະລິດ ປະມານ 1,5 ລ້ານໂຕນ ແລະ ໝາກໄມ້ 1,4 ລ້ານໂຕນ,ໄຂ່,ຊີ້ນ ແລະ ປາໄດ້ຍູ້ແຮງຂະບວນການລ້ຽງສັດ ປະເພດສັດປີກ,ໝູ,ງົວ, ຄວາຍ ແລະ ແບ້ ເປັນຟາມຂອງຜູ້ປະກອບການຂະໝາດນ້ອຍ,ກາງ ແລະ ຂະໜາດໃຫຍ່ ຊຶ່ຶງມີຟາມໃໝ່ເກີດຂຶ້ນ 5 ຟາມຊຶ່ງໃນຟາມມີສັດລ້ຽງຢູ່ ປະມານ 6 ລ້ານກວ່າໂຕ,ຈາກທ່າແຮງດັ່ງກ່າວຂະແໜງກະຊິກຳພວກເຮົາໄດ້ກຳນົດມາດຕະການສົ່ງເສີມການຜະລິດພາຍໃນໄປຄຽງຄູ່ການຄວບຄຸມ ການນຳເຂົ້າ,ບັນຫາສິນຄ້າທີ່ສາມາດຜະລິດໄດ້ພາຍໃນມີ 2 ລາຍການ,ລາຍການທີ 1 ສິນຄ້າທີ່ຕ້ອງເກືອດຫ້າມນຳເຂົ້າ ແລະ ລາຍການ ທີ 2 ແມ່ນສິນຄ້າກະສິກຳທີ່ຕ້ອງຫຼຸດຜ່ານການນຳເຂົ້າ ສຳລັບສິນຄ້າທີ່ຫ້າມນຳເຂົ້າມີປະເພດພືດ ແລະ ຜະລິດຕະພັນພືດ ມີເຂົ້າ,ກາເຟ,ຊາ ແລະ ປະເພດພືດກິນໃບ,ພືດກິນໝາກ ແລະ ອື່ນໆ,ປະເພດສັດ ມີ ງົວ,ໝູ,ແບ້,ໄກ່,ຫ່ານ,ຜະລິດຕະພັນສັດ  ແລະ ຜະລິດຕະພັດປານໍ້າຈືດ ແລະ ປະເພດສິນຄ້າຫຼຸດຫຜ່ອນການນຳເຂົ້າ ປະເພດພືດຫຼາຍຊະນິດ ແລະ ປະເພດສັດ ແລະ ແນວພັນອື່ນໆຈຳນວນໜຶ່ງ,ສືບຕໍ່ຂະຫຍາຍຜະລິດລູກປາ ປັດຈຸບັນມີສະຖານີລ້ຽງລູກປາທັງໝົດ 53 ແຫ່ງ ຜູ້ປະກອບການມີ 112 ແຫ່ງ ສາມາດຜະລິດລູກປາໄດ້ 200 ກວ່າລ້ານໂຕ
ທ່ານກ່າວຕື່ມວ່າ: ສຳລັບມູນຄ່າການສົ່ງອອກ ໃນ 9 ເດືອນຕົ້ນປີ 2023 ປະຕິບັດໄດ້ 1.220 ລ້ານກວ່າໂດລາ (ໃນນັ້ນ ພືດ 982 ລ້ານກວ່າໂດລາ, ສັດ 61 ລ້ານໂດລາ ແລະ ໄມ້, ຜະລິດຕະພັນໄມ້, ຢາງພາລາ ແລະ ເຄື່ອງປ່າຂອງດົງ 183 ລ້ານກວ່າໂດລາ), ຄາດຄະເນໝົດປີ ປະມານ 1.630 ລ້ານກວ່າໂດລາ (ແຜນການ 1.200 ລ້ານໂດລາ). ສິນຄ້າທີ່ພົ້ນເດັ່ນ: ມັນຕົ້ນ 448 ລ້ານກວ່າໂດລາ, ກ້ວຍ 197 ລ້ານກວ່າໂດລາ, ຢາງພາລາ 150 ລ້ານກວ່າໂດລາ, ກາເຟ 64 ລ້ານໂດລາ, ໝາກໂມ ປະມານ 50 ລ້ານໂດລາ ແລະ ອື່ນໆ.ການສົ່ງອອກສິນຄ້າກະສິກຳໃນປີນີ້ໄດ້ມີຜູ້ປະກອບການຈົດທະບຽນສະຖານທີ່ປະກອບການເພີ່ມຂຶ້ນຫຼາຍ, ລາຍການສິນຄ້າໃໝ່ ກໍໄດ້ເພີ່ມຂຶ້ນຫຼາຍພໍສົມຄວນ, ມີທາງລົດໄຟທີ່ອຳນວຍ ຄວາມສະດວກໃນການຂົນສົ່ງ ບວກຕື່ມຕະຫຼາດ ແລະ ລາຄາ ກໍດີຂຶ້ນ ຄາດວ່າສິນຄ້າກະສິກຳ ທີ່ຈະສົ່ງອອກມີທ່າອ່ຽງເພີ່ມຂຶ້ນໃນແຕ່ລະປີ.
(ຂ່າວ-ພາບ:ສຳນານ)

ຄໍາເຫັນ

ຂ່າວການເມືອງ

ທາບທາມ ເນື້ອໃນ ແລະ ບຸກຄະລາກອນສະໝັກຮັບເລືອກຕັ້ງໂຄງປະກອບຄະນະພັກແຂວງເຊກອງ

ທາບທາມ ເນື້ອໃນ ແລະ ບຸກຄະລາກອນສະໝັກຮັບເລືອກຕັ້ງໂຄງປະກອບຄະນະພັກແຂວງເຊກອງ

ຄະນະບໍລິຫານງານພັກ ແຂວງ ເຊກອງໄດ້ຈັດກອງປະຊຸມ ທາບທາມ ເນື້ອໃນ ແລະ ບຸກຄະລາກອນທີ່ຈະອອກສະໝັກຮັບເລືອກຕັ້ງໂຄງປະກອບຄະນະພັກບໍລິຫານງານພັກແຂວງ ສະໄໝທີ XI ຮອບ II ໄດ້ຈັດຂຶ້ນໃນວັນທີ 21 ກໍລະກົດນີ້,ທີ່ຫ້ອງວ່າການປົກຄອງແຂວງ ,ໂດຍກການເປັນປະທານ ແລະ ຊີ້ນຳກອງປະຊຸມ ຂອງ ສະຫາຍ ຄຳພັັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ,ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ,ປະທານສະພາທິດສະດີສູນກາງພັກ, ມີ ສະຫາຍ ວິໄລວົງ ບຸດດາຄຳ ກໍາມະການສູນກາງພັກ ຮອງຫົວໜ້າຄະນະຈັດຕັ້ງ ສູນກາງພັກ, ຮອງກອງເລຂາປັບປຸງກົງຈັກການຈັດຕັ້ງ,ມີບັນດາ ຄະນະປະຈໍາພັກແຂວງ, ປະທານ-ຮອງປະທານສະພາປະຊາຊົນແຂວງ, ກໍາມະການພັກແຂວງ,ຄະນະຊຸກຍູ້ກອງປະຊຸມໃຫຍ່ສູນກາງ, ຂັ້ນແຂວງ ແລະ ຜູ້ແທນສົມບູນ, ສໍາຮອງ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ II ຈະມີດໍາເນີນຂື້ນໃນທ້າຍອາທິດນີ້

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ II ຈະມີດໍາເນີນຂື້ນໃນທ້າຍອາທິດນີ້

ວັນທີ່ 21ກໍລະກົດນີ້, ທ່ານ ສີວອນ ວົງຄໍາຈັນ ກໍາມະການພັກແຂວງ ຄະນະປະຈໍາ ເລຂາທິການ ສະພາປະຊາຊົນແຂວງຫຼວງພະບາງ ໄດ້ຖະແຫຼງຂ່າວ ການກະກຽມຄາວມພ້ອມດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນແຂວງ ຊຸດທີ II ວ່າ: ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ II ຈະດໍາເນີນຂຶ້ນໃນລະຫວ່າງ ວັນທີ 24-25 ກໍລະກົດ 2025 ທີ່ຫ້ອງປະຊຸມໃຫຍ່ ກອງບັນຊາການທະຫານແຂວງ, ຊຶ່ງຈະໄດ້ຮັບຟັງການລາຍງານ, ພິຈາລະນາ ແລະ ຮັບຮອງເອົາ ບັນຫາສຳຄັນພື້ນຖານຂອງແຂວງ ປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025.
ກອງປະຊຸມໃຫຍ່ ຜູ້ແທນແນວລາວສ້າງຊາດນະຄອນ ຫຼວງພະບາງ ຄັ້ງທີ V

ກອງປະຊຸມໃຫຍ່ ຜູ້ແທນແນວລາວສ້າງຊາດນະຄອນ ຫຼວງພະບາງ ຄັ້ງທີ V

ອາທິດຜ່ານມານີ້ ທີ່ສະໂມສອນໃຫຍ່ນະຄອນ ຫຼວງພະບາງ ໄດ້ເປີດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ນະຄອນ ຫຼວງພະບາງ ແຂວງຫຼວງພະບາງ ຄັ້ງທີ V ຂຶ້ນ, ໂດຍມີ ທ່ານ ສຳນານ ສົນທະນີ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກນະຄອນ, ທ່ານ ອ່ອນສີ ຈ່າເພຍວ່າ ຮອງປະທານແນວລາວສ້າງຊາດແຂວງ, ພ້ອມດ້ວຍຜູ້ແທນຮັບເຊີນ ແລະ ປະທານແນວລາວສ້າງຊາດຂັ້ນບ້ານໃນທົ່ວນະຄອນ ຫຼວງພະບາງ ເຂົ້າຮ່ວມ.
ສະພາປະຊາຊົນແຂວງຜົ້ງສາລີ ເປີດກອງປະຊຸມສະໄໝສາມັນເທື່ອທີ 9 ຊຸດທີ II

ສະພາປະຊາຊົນແຂວງຜົ້ງສາລີ ເປີດກອງປະຊຸມສະໄໝສາມັນເທື່ອທີ 9 ຊຸດທີ II

ໃນວັນທີ 17 ກໍລະກົດນີ້ ທີ່ຫ້ອງປະຊຸມສະພາປະຊາຊົນແຂວງຜົ້ງສາລີ ໄດ້ເປີດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງ ຊຸດທີ II, ພາຍໃຕ້ການເປັນປະທານຂອງທ່ານ ທອງສີ ເສົາສຸລິພົມ ຮອງເລຂາພັກແຂວງປະທານສະພາປະຊາຊົນແຂວງ, ມີທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກເລຂາພັກແຂວງເຈົ້າແຂວງຜົ້ງສາລີ, ມີແຂກຮັບເຊີນ ເຂົ້າຮ່ວມ.
ໄຂກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ II

ໄຂກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ II

ທ່ານ ສີເຮັງ ຫອມສົມບັດ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງສາລະວັນ ກ່າວໄຂກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ II ຂຶ້ນໃນຕອນເຊົ້າຂອງວັນທີ 17 ກໍລະກົດນີ້ທີ່ສະໂມສອນຂອງແຂວງສາລະວັນ;
ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງ ຊຸດທີ II

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງ ຊຸດທີ II

ໃນວັນທີ 16 ກໍລະກົດນີ້ ທີ່ຫ້ອງປະຊຸມສະພາປະຊາຊົນແຂວງບໍລິຄໍາໄຊ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອ 9 ຂອງສະພາປະຊາຊົນແຂວງບໍລິຄໍາໄຊຂຶ້ນ, ໂດຍການເປັນປະທານຂອງທ່ານ ສຸວັນນີ ໄຊຊະນະ ຮອງເລຂາຄະນະພັກແຂວງ ປະທານສະພາປະຊາຊົນແຂວງ, ມີທ່ານ ນາງ ປິ່ງຄໍາ ລາຊະສິມມາ ຄະນະປະຈໍາສະພາແຫ່ງຊາດ ປະທານກຳມາທິການເສດຖະກິດ-ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ທັງເປັນສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 11, ທ່ານ ຄໍາແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄໍາໄຊ, ມີບັນດາທ່ານສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ ແລະ ຄະນະປະຈຳພັກແຂວງ,ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງຈຳປາສັກ ຈະພິຈາລະນາຮັບຮອງບັນຫາ

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງຈຳປາສັກ ຈະພິຈາລະນາຮັບຮອງບັນຫາ

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງຈຳປາສັກ ຊຸດທີ II ໄຂຂຶ້ນໃນວັນທີ 15 ກໍລະກົດ​ນີ້​ທີ່ສະໂມສອນກອງບັນຊາການທະຫານແຂວງ​ ໂດຍການເປັນປະທານຂອງ​ ທ່ານ ສາຍທອງ ໄຊຍະວົງ ປະທານສະພາປະຊາຊົນແຂວງຈໍາປາສັກ., ມີ​ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ, ບັນດາການນໍາຈາກສູນກາງ,​ ແຂວງ ແລະ ເມືອງເຂົ້າຮ່ວມ.​
ສະພາປະຊາຊົນແຂວງເຊກອງ ຊຸດທີ II ດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 9

ສະພາປະຊາຊົນແຂວງເຊກອງ ຊຸດທີ II ດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 9

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງ (ສພຂ) ເຊກອງ ຊຸດທີ II ໄຂຂຶ້ນໃນຕອນເຊົ້າວັນທີ 15 ກໍລະກົດນີ້ ທີ່ສະໂມສອນ ສພຂ, ພາຍໃຕ້ການເປັນປະທານຂອງ ທ່ານ ດົງເພັດ ພະຍົນ ປະທານສະພາປະຊາຊົນແຂວງ, ມີທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງເຊກອງ, ມີບັນດາການນໍາ-ອະດີດການນໍາ ແລະ ພາກສ່ວນກ່ຽວຂ້ອງທົ່ວແຂວງ ເຂົ້າຮ່ວມ.
ຍົກສູງຄຸນນະພາບທາງດ້ານເນື້ອໃນກອງປະຊຸມສະໄໝສາມັນເທື່ອທີ 9ຂອງສະພາປະຊາຊົນແຂວງ ຊຸດທີII

ຍົກສູງຄຸນນະພາບທາງດ້ານເນື້ອໃນກອງປະຊຸມສະໄໝສາມັນເທື່ອທີ 9ຂອງສະພາປະຊາຊົນແຂວງ ຊຸດທີII

ເພື່ອເປັນການກະກຽມຄວາມພ້ອມທາງດ້ານເນື້ອໃນໃຫ້ແກ່ການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ II ທີ່ຈະໄຂຂຶ້ນໃນລະຫວ່າງວັນທີ 28-31 ກໍລະກົດ 2025 ທີ່ຈະມາເຖິງນີ້. ດັ່ງນັ້ນ, ໃນວັນທີ 14-15 ກໍລະກົດ 2025 ນີ້, ສະພາປະຊາຊົນແຂວງສະຫວັນນະເຂດ, ໄດ້ຈັດກອງປະຊຸມຍົກສູງຄຸນນະພາບທາງດ້ານເນື້ອໃນໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງ ຊຸດທີ II, ໂດຍພາຍໃຕ້ການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ຮອງເລຂາພັກ ປະທານສະພາປະຊາຊົນແຂວງ ແລະ ໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງເຈົ້າແຂວງສະຫວນະເຂດ, ມີບັນດາຄະນະປະຈໍາສະພາປະຊາຊົນແຂວງ, ເລຂາພັກເມືອງພີນ, ສະມາຊິສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13 ທີ່ປະຈໍາຢູ່ທ້ອງຖິ່ນ, ສະມາຊິກສະພາປະຊາຊົນແຂວງປະຈໍາເຂດເລືອກຕັ້ງ 14 ເມືອງ-ນະຄອນ, ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.
ເຈົ້າແຂວງສະຫວັນນະເຂດ ເນັ້ນໃຫ້ຄະນະນໍາເມືອງອາດສະພອນເປັນເອກະພາບຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່

ເຈົ້າແຂວງສະຫວັນນະເຂດ ເນັ້ນໃຫ້ຄະນະນໍາເມືອງອາດສະພອນເປັນເອກະພາບຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່

ໃນວັນທີ 11 ກໍລະກົດຜ່ານມາ ຢູ່ທີ່ສະໂມສອນຂອງເມືອງ, ທ່ານ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ພ້ອມດ້ວຍຄະນະການນໍາຂອງແຂວງຈາກພະແນກການ-ກົມກອງອ້ອມຂ້າງແຂວງ, ໄດ້ລົງເຄື່ອນໄຫວພົບປະໂອ້ລົມພະນັກງານການຳເມືອງອາດສະພອນ, ໂດຍມີທ່ານ ບຸນລັດ ລໍບານເຢັນ ເລຂາບໍລິຫານງານພັກເມືອງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງຂອງເມືອງເຂົ້າຮ່ວມ.
ເພີ່ມເຕີມ