ການຢ້ຽມຢາມ ສປປ ລາວ ຂອງ ສະຫາຍ ໂຕເລິມ ມີຜົນສໍາເລັດ ດ້ວຍທ່າອ່ຽງໃໝ່

ການຢ້ຽມຢາມ ສປປ ລາວ ຂອງ ສະຫາຍ ໂຕເລິມ ມີຜົນສໍາເລັດ ດ້ວຍທ່າອ່ຽງໃໝ່

ການຢ້ຽມຢາມ ສປປ ລາວ ຂອງ ສະຫາຍ ໂຕເລິມ ມີຜົນສໍາເລັດ ດ້ວຍທ່າອ່ຽງໃໝ່
ການຢ້ຽມຢາມ ສປປ ລາວ ໃນລະດັບປະມຸກລັດ ຂອງສະຫາຍ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງ ພັກກອມມູນິດຫວຽດນາມ, ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງຫວຽດນາມ ໃນລະຫວ່າງວັນທີ 5–6 ກຸມພາ 2026 ໄດ້ສຳເລັດລົງຢ່າງຈົບງາມ, ເປັນຂີດໝາຍອັນເລິກເຊິ່ງໃນຊີວິດການເມືອງ – ການຕ່າງປະເທດຂອງສອງປະເທດ. ສໍາລັບພັກ, ລັດ ແລະ ປະຊາຊົນລາວ, ນີ້ບໍ່ພຽງແຕ່ເປັນເຫດການທາງການທູດອັນສໍາຄັນຍິ່ງໃຫຍ່ເທົ່ານັ້ນ, ແຕ່ຍັງເປັນຫຼັກໝາຍທີ່ມີຄວາມໝາຍທາງຍຸດທະສາດ, ເປີດກວ້າງຄວາມປາຖະໜາອັນໃສແຈ້ງ ໃນອະນາຄົດຂອງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ – ຫວຽດນາມ.
ຜົນສໍາເລັດທີ່ພົ້ນເດັ່ນຂອງການຢ້ຽມຢາມ, ກ່ອນອື່ນໝົດ ສະແດງໃຫ້ເຫັນເຖິງຄວາມເປັນເອກະພາບສູງ ດ້ານຄວາມຮັບຮູ້ ແລະ ການປະຕິບັດ ລະຫວ່າງຜູ້ນໍາສອງພັກ, ສອງລັດ ໃນການສືບຕໍ່ໃຫ້ຄວາມສໍາຄັນ, ໃຫ້ບຸລິມະສິດ ແລະ ເຮັດໃຫ້ສາຍພົວພັນພິເສດ ລາວ – ຫວຽດນາມ ມີຄວາມເລິກເຊິ່ງຍິ່ງຂຶ້ນ ໃນສະພາບການພາກພື້ນ ແລະ ໂລກ ກໍາລັງມີຄວາມຜັນຜວນຢ່າງວ່ອງໄວ ແລະ ສັບຊ້ອນ. ການພົບປະປຶກສາຫາລື, ແລກປ່ຽນຄວາມຄິດເຫັນ ແລະ ການພົວພັນຂັ້ນສູງ ໄດ້ດໍາເນີນໄປໃນບັນຍາກາດທີ່ຈິງໃຈ, ໄວ້ເນື້ອເຊື່ອໃຈ ແລະ ອົບອຸ່ນດ້ວຍຈິດໃຈຖານສະຫາຍ, ອ້າຍນ້ອງ, ສະແດງໃຫ້ເຫັນຄວາມໄກ້ຊິດຕິດແທດທາງການເມືອງທີ່ເລິກເຊິ່ງ ແລະ ຫາຍາກໃນສາຍພົວພັນສາກົນສະໄໝໃໝ່.
ການຢ້ຽມຢາມເທື່ອນີ້, ດໍາເນີນໄປໃນບັນຍາກາດພິເສດສໍາຄັນ, ທີ່ສອງປະເທດລາວ ແລະ ຫວຽດນາມ ໄດ້ຈັດກອງປະຊຸມໃຫຍ່ຄະນະຜູ້ແທນທົ່ວປະເທດຂອງຕົນ ສໍາເລັດຜົນ, ກໍານົດບັນດາທິດທາງຍຸດທະສາດໃໝ່ ໃນການພັດທະນາຂອງແຕ່ລະປະເທດ ໃນໄລຍະຕໍ່ໄປ. ບົນພື້ນພື້ນຖານດັ່ງກ່າວ, ຜູ້ນໍາສອງຝ່າຍ ໄດ້ເຫັນດີເພີ່ມທະວີການປະສານງານຢ່າງໃກ້ຊິດ, ສະໜັບສະໜູນ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນການຈັດຕັ້ງຜັນຂະຫຍາຍບັນດາມະຕິຂອງພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ ເຂົ້າສູ່ການປະຕິບັດຕົວຈິງຢ່າງມີປະສິດທິຜົນ ໃນການພັດທະນາຂອງແຕ່ລະປະເທດ. ນີ້ແມ່ນການປະສານງານທີ່ມີລັກສະນະຍຸດທະສາດ, ທັງສະແດງເຖິງຈິດໃຈຖານສະຫາຍ, ທັງສະທ້ອນໃຫ້ເຫັນຄວາມຄ້າຍຄືກັນກ່ຽວກັບເປົ້າ ໝາຍການພັດທະນາ: ຍົກສູງຊີວິດການເປັນຢູ່ດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ, ປັບປຸງຄວາມໝັ້ນຄົງທາງການເມືອງ – ສັງຄົມ, ເພີ່ມທະວີສະຖານະພາບດ້ານການຕ່າງປະເທດ ແລະ ປະກອບສ່ວນຢ່າງຕັ້ງໜ້າ ໃນການຮັກສາສັນຕິພາບ, ສະຖຽນລະພາບໄລຍະຍາວໃນພາກພື້ນ.
ຈຸດພົ້ນເດັ່ນ ພາຍຫຼັງການຢ້ຽມຢາມຄັ້ງນີ້, ແມ່ນຄວາມໄວ້ເນື້ອເຊື່ອໃຈທາງການເມືອງ ລະຫວ່າງສອງພັກ, ສອງລັດ ໄດ້ຮັບການປັບປຸງຢູ່ໃນລະດັບສູງສຸດ. ສອງຝ່າຍ ໄດ້ຢືນຢັນວ່າ: ຈະຮັກສາກົນໄກການແລກປ່ຽນ ແລະ ການປຶກສາຫາລືທາງຍຸດທະສາດ ເປັນປົກກະຕິ, ແບ່ງປັນປະສົບການໃນວຽກງານກໍ່ສ້າງພັກ, ການຄຸ້ມຄອງ ແລະ ການພັດທະນາເສດຖະກິດ – ສັງຄົມ, ຮັບປະກັນວຽກງານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ກໍຄືວຽກງານການຕ່າງປະເທດ. ການພົວພັນສະໜິດແນໜ້ນ ແມ່ນເງື່ອນໄຂສໍາຄັນ ເພື່ອໃຫ້ສອງປະເທດຮ່ວມກັນ ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ນໍາໃຊ້ໂອກາດໃໝ່ ໃນຂະບວນການເຊື່ອມໂຍງສາກົນ ນັບມື້ເລິກເຊິ່ງກວ້າງຂວາງ.
ໃນການຢ້ຽມຢາມ ໄດ້ສ້າງກໍາລັງແຮງໃໝ່ ໃຫ້ແກ່ການຮ່ວມມືດ້ານເສດຖະກິດ, ການລົງທຶນ ແລະ ການຄ້າ, ມຸ່ງໄປສູ່ການພັດທະນາທີ່ເປັນຮູບປະທໍາ, ມີປະສິດທິຜົນ ແລະ ຍືນຍົງຫຼາຍຂຶ້ນ. ບົນພື້ນຖານຜົນສໍາເລັດທີ່ບັນລຸໄດ້ ໃນໄລຍະຜ່ານມາ, ສອງຝ່າຍ ໄດ້ເຫັນດີສືບຕໍ່ແກ້ໄຂຂໍ້ຫຍຸ້ງຍາກ, ສ້າງເງື່ອນໄຂສະດວກໃຫ້ວິສາຫະກິດສອງປະເທດ ເປີດກວ້າງການຮ່ວມມື ໂດຍສະເພາະໃນຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ ແລະ ທ່າແຮງເຊັ່ນ: ພະລັງງານ, ກະສິກໍາ, ໂຄງລ່າງ, ໂລຈິສຕິກ, ໂທລະຄົມມະນາຄົມ ແລະ ການບໍລິການ. ນີ້ບໍ່ພຽງແຕ່ແມ່ນການຮ່ວມມືເພື່ອຜົນປະໂຫຍດທາງເສດຖະກິດເທົ່ານັ້ນ, ແຕ່ຍັງເປັນການພົວພັນຜົນປະໂຫຍດທາງຍຸດທະສາດໄລຍະຍາວ, ປະກອບສ່ວນຍົກສູງກໍາລັງຄວາມສາມາດເປັນເຈົ້າຕົນເອງຂອງແຕ່ລະພື້ນຖານເສດຖະກິດ.
ພິເສດ, ພາຍຫຼັງການຢ້ຽມຢາມ, ການຮ່ວມມືດ້ານມະນຸດ, ການສຶກສາ – ຝຶກອົບຮົມ ແລະ ການແລກປ່ຽນປະຊາຊົນ ສືບຕໍ່ໄດ້ຮັບການຢືນຢັນວ່າ: ເປັນເສົາຄໍ້າທີ່ຍືນຍົງທີ່ສຸດຂອງສາຍພົວພັນ ລາວ – ຫວຽດນາມ. ສອງຝ່າຍ ໄດ້ເຫັນພ້ອມກັນ ສືບຕໍ່ເພີ່ມທະວີການຝຶກອົບຮົມພະນັກງານ, ນັກສຶກສາ, ຜູ້ຊ່ຽວຊານ, ຖືນີ້ແມ່ນການລົງທຶນເພື່ອອະນາຄົດຂອງສາຍພົວພັນພິເສດ. ບັນດາລຸ້ນພະນັກງານລາວ ທີ່ໄດ້ຮັບການຝຶກອົບຮົມຢູ່ຫວຽດນາມ ແມ່ນຂົວເຊື່ອມຕໍ່ທີ່ມີຊີວິດຊີວາ, ຮັບປະກັນລັກສະນະສືບທອດ ແລະ ການພັດທະນາໄລຍະຍາວຂອງນໍ້າໃຈມິດຕະພາບ ລະຫວ່າງສອງຊາດ ລາວ - ຫວຽດນາມ.
ສາມາດເວົ້າໄດ້ວ່າ, ການຢ້ຽມຢາມໃນລະດັບປະມຸກລັດ ຂອງ ສະຫາຍ ໂຕເລິມ ເລຂາທິການໃຫຍ່ ໄດ້ປະກອບສ່ວນຢ່າງເລິກເຊິ່ງຕື່ມສາຍພົວພັນຍຸດທະສາດພິເສດ ລາວ – ຫວຽດນາມ ເສີມຂະຫຍາຍມູນເຊື້ອອັນດີງາມ ທີ່ໄດ້ຮັບການກໍ່ສ້າງ, ເພີ່ມພູນຄູນສ້າງຈາກ ປະທານ ໂຮ່ຈິມິນ ແລະ ປະທານ ໄກສອນ ພົມວິຫານ. ບັນດາຜູ້ນໍາທີ່ຍິ່ງໃຫຍ່ຂອງສອງຊາດ ແມ່ນຜູ້ວາງຮາກຖານໃຫ້ກັບສາຍພົວພັນ “ທັງເປັນສະຫາຍ, ທັງເປັນອ້າຍນ້ອງ”, ໄດ້ຮັບການຝຶກຝົນຫຼໍ່ຫຼອມ ຜ່ານການຕໍ່ສູ້ທີ່ຍາກລໍາບາກ, ໄດ້ຮັບການເສີມສ້າງໃນສັນຕິພາບ ແລະ ສືບຕໍ່ພັດທະນາໃນພາລະກິດການສ້າງສາ ແລະ ປົກປັກຮັກປະເທດຊາດໃນປັດຈຸບັນ.
ສໍາລັບປະຊາຊົນລາວ, ຜົນສໍາເລັດຂອງການຢ້ຽມຢາມຂອງ ເລຂາທິການໃຫຍ່ຫວຽດນາມ ຊຶ່ງບໍ່ພຽງແຕ່ແມ່ນເຫດການທາງການເມືອງເທົ່ານັ້ນ, ແຕ່ຍັງສະແດງເຖິງຄວາມຈິງໃຈ ແລະ ຄວາມເຄົາລົບນັບຖືຢ່າງເລິກເຊິ່ງອີກດ້ວຍ. ການທີ່ຜູ້ນໍາສູງສຸດຂອງພັກກອມມູນິດຫວຽດນາມ ໃຫ້ຄວາມສົນໃຈເປັນພິເສດຕໍ່ລາວ ໄດ້ຢືນຢັນເຖິງການຮ່ວມເດີນທາງ ແລະ ການສະໜັບສະໜູນໄລຍະຍາວ, ແມ່ນແຮງບັນດານໃຈອັນໃຫຍ່ຫຼວງ ຕໍ່ພາລະກິດການພັດທະນາຂອງລາວໃນໄລຍະໃໝ່.
ພາຍຫຼັງການຢ້ຽມຢາມ, ສາມາດຢືນຢັນໄດ້ວ່າ: ສາຍພົວພັນ ລາວ – ຫວຽດນາມ ກໍາລັງກ້າວເຂົ້າສູ່ໄລຍະການພັດທະນາໃໝ່, ໜັກແໜ້ນກວ່າໃນດ້ານການເມືອງ, ເລິກເຊິ່ງກວ່າໃນການຮ່ວມມື ແລະ ຄວາມມີນໍ້າໃຈທີ່ແໜ້ນແຟ້ນກວ່າ. ນີ້ແມ່ນສາຍພົວພັນທີ່ຫາຍາກໃນຊີວິດສາກົນ, ໄດ້ຮັບການກໍ່ສ້າງບົນພື້ນຖານຂອງການເສຍສະຫຼະ, ຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມສັດຊື່ ຊຶ່ງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຈະສືບຕໍ່ຮ່ວມກັນຖະນຸຖະໜອມປົກປັກຮັກສາ, ເພີ່ມພູນຄູນສ້າງໃຫ້ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນຕະຫຼອດກາລະນານ, ເພື່ອຄວາມຜາສຸກຂອງປະຊາຊົນສອງປະເທດ ແລະ ເພື່ອສັນຕິພາບ, ສະຖຽນລະພາບໄລຍະຍາວຂອງພາກພື້ນ.
ໂດຍ: ສີວັນ

ຄໍາເຫັນ

ຂ່າວການຮ່ວມມື

ຄະນະສິລະປະກອນ ກອງບັນຊາການທະຫານເຂດ 5 ຫວຽດນາມ ສະແດງສິລະປະ ຢູ່ແຂວງອັດຕະປື

ຄະນະສິລະປະກອນ ກອງບັນຊາການທະຫານເຂດ 5 ຫວຽດນາມ ສະແດງສິລະປະ ຢູ່ແຂວງອັດຕະປື

ວັນທີ 9 ພະຈິກຜ່ານມາ, ທີ່ຫໍປະຊຸມໃຫຍ່ແຂວງອັດຕະປື, ຄະນະສິລະປະກອນ ຈາກກອງບັນຊາການທະຫານເຂດ 5 ກອງທັບປະຊາຊົນຫວຽດນາມ ນຳໂດຍ ສະຫາຍ ພັນໂທ ດິ່ງ ວັນ ເດ່ ຫົວໜ້າຄະນະສິລະປະກອນ ໄດ້ນຳພາຄະນະ ເຄື່ອນໄຫວສະແດງສິລະປະ ຢູ່ແຂວງອັດຕະປື ເພື່ອສະຫຼອງວັນຊາດແຫ່ງ ສປປ ລາວ ຄົບຮອບ 51 ປີ ຄື: ວັນທີ 2 ທັນວາ 1975-2 ທັນວາ 2026 ແລະ ໃນໂອກາດຄົບຮອບ 65 ປີ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄື: ວັນທີ 5 ກັນຍາ 1962-5 ກັນຍາ 2027 ແລະ ຄົບຮອບ 50 ປີ ວັນລົງນາມສົນທິສັນຍາມິດຕະພາບ ແລະ ການຮ່ວມມືລາວ-ຫວຽດນາມ ວັນທີ 18 ກໍລະກົດ 1977-18 ກໍລະກົດ 2027 ທີ່ຈະມາເຖິງ.
ງານບຸນມະໂຫລານຊາວໜຸ່ມຫວຽດນາມ-ກໍາປູເຈຍ-ລາວ ປີ 2026 ທີ່ຫວຽດນາມ

ງານບຸນມະໂຫລານຊາວໜຸ່ມຫວຽດນາມ-ກໍາປູເຈຍ-ລາວ ປີ 2026 ທີ່ຫວຽດນາມ

ງານບຸນມະໂຫລານຊາວໜຸ່ມຫວຽດນາມ-ກຳາປູເຈຍ-ລາວ ປີ 2026 ຈັດຂຶ້ນໃນລະຫວ່າງວັນທີ 8-11 ພະຈິກ ນີ້ ທີ່ຫ້ອງປະຊຸມ ແລະ ວາງສະແດງແຂວງກວາງຫງາຍ ສສ ຫວຽດນາມ ເປັນກຽດເຂົ້າຮ່ວມໂດຍທ່ານ ອູ່ຮວັນ ກຳມະການສຳຮອງສູນກາງພັກ ຮອງເລຂາຜູ້ປະຈຳການພັກແຂວງ ປະທານຄະນະກຳມະການແນວໂຮມຊາວຫວຽດນາມ ແຂວງກວາງຫງາຍ ພ້ອມດ້ວຍແຂກຖືກເຊີນ ແລະ ຄະນະຜູ້ແທນຊາວໜຸ່ມທັງ 3 ປະເທດເຂົ້າຮ່ວມ. ຄະນະຜູ້ແທນຊາວໜຸ່ມລາວນຳພາໂດຍ ທ່ານ ນາງ ສີສົມພອນ ຕິປັນຍາ ຮອງຫົວໜ້າກົມພັດທະນາວິຊາຊີບຊາວໜຸ່ມລາວ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ).
ເປີດອົບຮົມ-ຫັດແອບວຽກງານສືບຂ່າວ-ຕີພິເສດແລະສ້ອມແປງອາວຸດປະຈໍາປີ 2026

ເປີດອົບຮົມ-ຫັດແອບວຽກງານສືບຂ່າວ-ຕີພິເສດແລະສ້ອມແປງອາວຸດປະຈໍາປີ 2026

ວັນທີ 10 ພະຈິກຜ່ານມາ, ກອງບັນຊາການທະຫານແຂວງແທັງຮວາສສຫວຽດນາມສົມທົບກອງບັນຊາການທະຫານແຂວງຫົວພັນໄດ້ເປີດຊຸດອົບຮົມ-ຫັດແອບວຽກງານສືບຂ່າວ-ຕີພິເສດແລະສ້ອມແປງອາວຸດປະຈໍາປີ 2026 ຢູ່ກອງບັນຊາການທະຫານແຂວງຫົວພັນ, ໂດຍມີສະຫາຍພົນຈັດຕະວາຄໍາເມືອງໂຄດວົງຄູນຫົວໜ້າການທະຫານກອງບັນຊາການທະຫານແຂວງຫົວພັນພ້ອມດ້ວຍຄະນະ, ສະຫາຍພັນເອກເຈີນຮີ້ວຕຸ່ງຮອງຫົວໜ້າການທະຫານກອງບັນຊາການທະຫານແຂວງແທັງຮວາສສຫວຽດນາມພ້ອມດ້ວຍຄະນະ, ມີບັນດາຄູ-ອາຈານແລະນັກຝຶກອົບຮົມເຂົ້າຮ່ວມ.
ພິທີຮັບຮອງແຜນປະຕິບັດງານແຫ່ງຊາດ ການຈັດຕັ້ງປະຕິບັດ ຂໍ້ຕົກລົງສາກົນ ການເຄື່ອນຍ້າຍຖິ່ນຖານທີ່ປອດໄພ

ພິທີຮັບຮອງແຜນປະຕິບັດງານແຫ່ງຊາດ ການຈັດຕັ້ງປະຕິບັດ ຂໍ້ຕົກລົງສາກົນ ການເຄື່ອນຍ້າຍຖິ່ນຖານທີ່ປອດໄພ

ໃນວັນທີ 10 ພະຈິກ ນີ້ ທີ່ ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ຈັດຕັ້ງພິທີຮັບຮອງຢ່າງເປັນທາງການ ແຜນປະຕິບັດງານແຫ່ງຊາດ ການຈັດຕັ້ງປະຕິບັດ ຂໍ້ຕົກລົງສາກົນ ວ່າດ້ວຍ ການເຄື່ອນຍ້າຍຖິ່ນຖານທີ່ປອດໄພ, ເປັນລະບຽບ ແລະ ປົກກະຕິ ສຳລັບ ສປປ ລາວ, ໂດຍການເປັນປະທານຮ່ວມຂອງ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ນາງ ທັນຍາ ປາຊີຟີໂກ (Ms. Tanja Pacifico) ຫົວໜ້າອົງການສາກົນເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ປະຈໍາ ສປປ ລາວ ແລະ ຣາຊະອານາຈັກໄທ ຊຶ່ງມີຜູ້ຕາງໜ້າຈາກບັນດາກະຊວງ, ຂະແໜງ ການພາກລັດ, ອົງການເຄືອຂ່າຍ ສປຊ, ອົງການຈັດຕັ້ງສາກົນ ແລະ ແຂກທີ່ກ່ຽວຂ້ອງເຂົ້າຮ່ວມ 70 ກວ່າທ່ານ.
ທ່ານ ລິນຄໍາ ດວງສະຫວັນ ຕ້ອນຮັບເອກອັກຄະຣາຊະທູດ ຍີ່ປຸ່ນ ປະຈໍາລາວ

ທ່ານ ລິນຄໍາ ດວງສະຫວັນ ຕ້ອນຮັບເອກອັກຄະຣາຊະທູດ ຍີ່ປຸ່ນ ປະຈໍາລາວ

ໃນວັນທີ 10 ພະຈິກນີ້ ທີ່ຫ້ອງຮັບແຂກ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ກສ) ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມອໍາລາ ຂອງ ທ່ານ ໂຄອິຊຶມິ ຊຶໂຕະມຸ (Mr. KOIZUMI Tsutomu) ເອກອັກຄະຣາຊະທູດ ແຫ່ງ ຍີ່ປຸ່ນ ປະຈໍາ ສປປ ລາວ, ໃນໂອກາດສໍາເລັດພາລະກິດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.
ທ່ານ ໄມທອງ ທຳມະວົງສາຕ້ອນຮັບຜູ້ອຳນວຍການຫ້ອງການADBເຂົ້າຍື່ນສານແຕ່ງຕັ້ງ

ທ່ານ ໄມທອງ ທຳມະວົງສາຕ້ອນຮັບຜູ້ອຳນວຍການຫ້ອງການADBເຂົ້າຍື່ນສານແຕ່ງຕັ້ງ

ໃນວັນທີ 9ພະຈິກຜ່ານມາ, ທີ່ ກະຊວງການຕ່າງປະເທດ, ທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຍື່ນສານແຕ່ງຕັ້ງ ຂອງ ທ່ານນາງ ຫວງ ຈີງໝິນ(Jingmin Huang) ຜູ້ອຳນວຍການຫ້ອງການທະນາຄານພັດທະນາອາຊີ (ADB)ປະຈຳ ສປປ ລາວ ຄົນໃໝ່.
ປະທານ ສນຊ ຕ້ອນຮັບເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳລາວເຂົ້າຢ້ຽມອຳລາ

ປະທານ ສນຊ ຕ້ອນຮັບເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳລາວເຂົ້າຢ້ຽມອຳລາ

ວັນທີ 10 ພະຈິກນີ້, ທ່ານ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກປະທານສູນກາງແນວລາວສ້າງຊາດ (ສນຊ) ພ້ອມດ້ວຍຄະນະ ໄດ້ໃຫ້ການຕ້ອນຮັບ ທ່ານ ໂຄອິຊຶມິ ຊຶໂຕມຸ ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມແຫ່ງປະເທດຍີ່ປຸ່ນ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ໃນໂອກາດເຂົ້າຢ້ຽມຂໍ່ານັບອຳລາ ໃນວາລະສິ້ນສຸດການປະຕິບັດໜ້າທີ່ທາງການທູດຢູ່ ສປປ ລາວ.
ກິດຈະກຳ ແລ່ນຂ້າມຂອງ ນະຄອນພະນົມ-ຄຳມ່ວນ 2026 ເຊື່ອມສາຍສຳພັນມິດຕະພາບສອງຝັ່ງຂອງ

ກິດຈະກຳ ແລ່ນຂ້າມຂອງ ນະຄອນພະນົມ-ຄຳມ່ວນ 2026 ເຊື່ອມສາຍສຳພັນມິດຕະພາບສອງຝັ່ງຂອງ

ວັນທີ 8 ພະຈິກຜ່ານມາ, ແຂວງນະຄອນພະນົມ ປະເທດໄທ ໄດ້ຈັດກິດຈະກໍາ ແລ່ນຂ້າມຂອງ ນະຄອນພະນົມ-ຄຳມ່ວນ 2026 ພາຍໃຕ້ແນວຄິດ “ໜຶ່ງສາຍນໍ້າ ສອງແຜ່ນດິນ” ຫຼື ONE RIVER, TWO NATIONS” ເພື່ອສົ່ງເສີມການທ່ອງທ່ຽວດ້ານກິລາ, ສົ່ງເສີມສຸຂະພາບ ແລະ ກະຊັບສາຍສຳພັນອັນດີລະຫວ່າງປະຊາຊົນສອງຝັ່ງແມ່ນ້ຳຂອງ. ເຂົ້າຮ່ວມເປັນປະທານໃນພິທີເປີດງານມີ ທ່ານ ວາທີ່ພັນຕີ ອະດິສັກ ນ້ອຍສຸວັນ ຜູ້ວ່າຣາຊະການຈັງຫວັດນະຄອນພະນົມ, ທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງຄຳມ່ວນ ພ້ອມດ້ວຍບັນດາການນໍາຈາກພາກລັດ, ພາກເອກະຊົນ ແລະ ນັກແລ່ນທັງສອງແຂວງ ເຂົ້າຮ່ວມຢ່າງຄຶກຄື້ນ.
ລັດຖະບານຍີ່ປຸ່ນ ມອບອຸປະກອນ ແລະ ລົດກົນຈັກສ້ອມແປງຂົວ-ທາງໃຫ້ກະຊວງ ຍທຂ

ລັດຖະບານຍີ່ປຸ່ນ ມອບອຸປະກອນ ແລະ ລົດກົນຈັກສ້ອມແປງຂົວ-ທາງໃຫ້ກະຊວງ ຍທຂ

ພິທີມອບ-ຮັບ ອຸປະກອນ ແລະ ລົດກົນຈັກສ້ອມແປງຂົວ-ທາງຈາກລັດຖະບານຍີ່ປຸ່ນ ພາຍໃຕ້ໂຄງການພັດທະນາເສຖະກິດ-ສັງຄົມ ຈັດຂຶ້ນໃນວັນທີ 9 ພະຈິກນີ້, ທີ່ສຳນັກງານລັດວິສາຫະກິດກໍ່ສ້າງທາງເລກ 8 ນະຄອນຫຼວງວຽງຈັນ, ໂດຍມີທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງປະເທດຍີ່ປຸ່ນ ປະຈຳສປປລາວ, ທ່ານ ສົມມາດ ພົນເສນາ ອະດີດຮອງປະທານສະພາແຫ່ງຊາດ, ອະດີດລັດຖະມົນຕີກະຊວງ ຍທຂ ພ້ອມດ້ວຍແຂກຖຶກເຊີນ ເຂົ້າຮ່ວມ.
ລາວ-ຈີນ ຫາລືແຜນການຮ່ວມມືຍຸດທະສາດດ້ານການສຶກສາ

ລາວ-ຈີນ ຫາລືແຜນການຮ່ວມມືຍຸດທະສາດດ້ານການສຶກສາ

ເມື່ອບໍ່ດົນມານີ້ ທີ່ສຳນັກງານກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ສສກ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ ນາງ ເຫວີຍສືເຈີນ ຜູ້ອໍານວຍການໃຫຍ່ ມະຫາວິທະຍາໄລຊົນເຜົ່າກວາງຊີ ສປ ຈີນ ເພື່ອເຂົ້າຢ້ຽມ ຢາມ ແລະ ປຶກສາຫາລືກ່ຽວກັບແຜນການຮ່ວມມືຍຸດທະສາດ ລະຫວ່າງສອງປະເທດ ລາວ-ຈີນ ໂດຍມີຫົວໜ້າກົມ-ຮອງກົມ, ຫົວໜ້າສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ (ມຊ) ຝ່າຍລາວ ແລະ ຝ່າຍຈີນ ພ້ອມດ້ວຍຄະນະທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ເພີ່ມເຕີມ