ກະສິກຳ ແລະ ປ່າໄມ້ ນວ ສຸມໃສ່ພື້ນທີ່ສະໜອງຊົນລະປະທານ

ກະສິກຳ ແລະ ປ່າໄມ້ ນວ ສຸມໃສ່ພື້ນທີ່ສະໜອງຊົນລະປະທານ

ກະສິກຳ ແລະ ປ່າໄມ້ ນວ ສຸມໃສ່ພື້ນທີ່ສະໜອງຊົນລະປະທານ
ທ່ານ ແສງອາລຸນ ສຸລິຍະວົງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ (ນວ) ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອ 9 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ໃນວັນທີ 8 ກໍລະກົດນີ້ ພາຍໃຕ້ການເປັນປະທານຂອງທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ວ່າ:

ໂດຍຕິດພັນກັບວຽກງານການຄຸ້ມຄອງຂະແໜງກະສິກໍາ ແລະ ປ່າໄມ້ ການຊຸກຍູ້ສົ່ງເສີມການຜະລິດກະສິກໍາເປັນສິນຄ້າ ເພື່ອໃຫ້ໄດ້ປະລິມານ ແລະ ຄຸນນະພາບທີ່ດີທີ່ສຸດນັ້ນ ການປູກເຂົ້າເປັນສິນຄ້າທີ່ຈັດເປັນອັນສະເພາະ ໄດ້ສຸມໃສ່ພື້ນທີ່ທີ່ມີຄວາມສາມາດສະໜອງຊົນລະປະທານໄດ້ຫຼາຍທີ່ສຸດເຊັ່ນ: ເມືອງຫາດຊາຍຟອງ, ເມືອງໄຊທານີ, ເມືອງປາກງື່ມ ແລະ ເມືອງນາຊາຍທອງ, ການປູກພືດຜັກເປັນສິນຄ້າແມ່ນສຸມໃສ່ກຸ່ມການຜະລິດພືດຜັກອິນຊີ ຊຶ່ງມີເນື້ອທີ່ 4.950ເຮັກຕາ, ປູກພືດຜັກກະສິກຳທີ່ດີ ມີ ເມືອງຫາດຊາຍຟອງ, ເມືອງໄຊທານີ, ເມືອງປາກງື່ມ, ເມືອງໄຊເຊດຖາ, ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ມີເນື້ອທີ່1.327 ເຮັກຕາ; ການປູກໄມ້ໃຫ້ໝາກສຸມໃສ່ຜູ້ປະກອບການລົງທຶນປູກເພື່ອເປັນສິນຄ້າສົ່ງອອກ ໃນນັ້ນມີເມືອງໄຊທານີ, ປາກງື່ມ, ນາຊາຍທອງ ແລະ ສັງທອງ ມີເນື້ອທີ່ 3.215 ເຮັກຕາ ແລະ ສ່ວນພືດອຸດສາຫະກຳແມ່ນ ສຸມໃສ່ການຊຸກຍູ້ການປູກມັນຕົ້ນ ແລະ ສາລີອາຫານສັດ ໂດຍສຸມໃສ່ເມືອງທີ່ມີໂຮງງານປຸງແຕ່ງແປ້ງມັນຕົ້ນ ໂຮງງານຫົວອາຫານສັດ ເຊັ່ນ: ໄຊທານີ, ປາກງື່ມ ແລະ ສັງທອງ; ນອກນັ້ນ ກໍໄດ້ເອົາໃຈໃສ່ສ້າງຄວາມເຂັ້ມແຂງຈັດຕັ້ງເປັນກຸ່ມປູກທົ່ວໄປໃຫ້ເປັນກຸ່ມສະຫະກອນ ໂດຍແມ່ນທາງຂະແໜງກະສິກໍາມີການລົງຊຸກຍູ້ຕິດຕາມຝຶກອົບຮົມ, ສຳມະນາ, ເຜີຍແຜ່ເຕັກນິກວິຊາການ, ລະບຽບການ, ມາດຕະຖານທາງດ້ານວິຊາການຢ່າງໃກ້ຊິດຕິດແທດເປັນປະຈໍາ; ທາງສູນບໍລິການເຕັກນິກຂອງພວກເຮົາກໍໄດ້ໃຫ້ການຊ່ວຍເຫຼືອຊຸກຍູ້ກຸ່ມການຜະລິດ ແລະ ຜູ້ປະກອບການ ຊ່ວຍໃນການບໍລິການກົນຈັກ ຮັບໃຊ້ການຜະລິດຕາມນະໂຍບາຍຫັນເປັນທັນສະໄໝ ໂດຍນໍາໃຊ້ກົນຈັກເຄື່ອງມືອຸປະກອນ, ກົນຈັກທີ່ທັນສະໄໝ, ນໍາໃຊ້ນະວັດຕະກຳໃໝ່, ນຳປັດໄຈການຜະລິດທີ່ມີປະສິດທິພາບຫຼາຍເພື່ອຍົກສູງຜະລິດຕະພາບ ແລະ ຫຼຸດຜ່ອນແຮງງານຄົນເຂົ້າໃນການຜະລິດ; ຊຸກຍູ້ປຸກລະດົມຜູ້ປະກອບການ ໂຮງງານປຸງແຕ່ງ ເຊັ່ນ: ໂຮງງານຜະລິດຫົວອາຫານສັດ, ໂຮງງານແປ້ງມັນຕົ້ນ ໃຫ້ມີສ່ວນຮ່ວມໃນການຊຸກຍູ້ສົ່ງເສີມການຜະລິດໃຫ້ກັບຊາວກະສິກອນທົ່ວໄປໃຫ້ຫັນໄປປູກ ໂດຍໃຫ້ມີເຕັກນິກໃນການປູກ, ການໃສ່ປຸ໋ຍ, ການກໍານົດເຂດປູກຢ່າງແທດເໝາະ, ປັດໄຈຮັບໃຊ້ການຜະລິດ, ການວາງແຜນການຜະລິດ ແລະ ການໄລ່ລຽງຕົ້ນທຶນຢ່າງຊັດເຈນ ລວມໄປເຖິງການເຮັດສັນຍາຮ່ວມກັນລະຫວ່າງຜູ້ຜະລິດ ແລະ ຜູ້ເກັບຊື້; ບັນຫາໝາກເລັ່ນເຂດເມືອງຫາດຊາຍຟອງ ໃນລະດູແລ້ງຜ່ານມາມີຊາວກະສິກອນໄດ້ມີການປູກໝາກເລັ່ນໃນເນື້ອທີ່ທັງໝົດ 46 ເຮັກຕາ ໃນນັ້ນມີ ເມືອງຫາດຊາຍຟອງ ແລະ ສີໂຄດຕະບອງ ຕໍ່ສະພາບບັນຫາລາຄາໝາກເລັ່ນຖືກ ຍ້ອນການຜະລິດກະແຈກກະຈາຍຍັງບໍ່ມີກຸ່ມຜະລິດແບບຊັດເຈນ ແລະ ໄລຍະຜ່ານມາກໍຖືກກະທົບຈາກນ້ຳຖ້ວມເມື່ອເວລານໍ້າລົງ ເຮັດໃຫ້ຜົນຜະລິດອອກພ້ອມກັນ ຈຶ່ງເຮັດໃຫ້ຜົນຜະລິດລົ້ນຕະຫຼາດ ແລະ ຄວາມຕ້ອງການມີໜ້ອຍກວ່າການສະໜອງຈຶ່ງເຮັດໃຫ້ມີລາຄາຖືກລົງ; ລະດົມຜູ້ປະກອບການທັງພາຍໃນ ແລະ ຕ່າງປະເທດ ລົງທຶນຊຸກຍູ້ສົ່ງເສີມການຜະລິດ ແລະ ເກັບຊື້ ຕິດພັນເພື່ອນໍາມາປຸງແຕ່ງ, ແປຮູບເປັນຜະລິດຕະພັນສໍາເລັດຮູບ; ຝຶກອົບຮົມການວາງແຜນການຜະລິດໃຫ້ຊາວກະສິກອນ ໃຫ້ມີຄວາມຮູ້ ແລະ ໄດ້ກຳນົດແຜນການຜະລິດຂອງຕົນເອງໃຫ້ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດ ແລະ ວຽກງານອື່ນ.

(ຂ່າວ: ແສງຈັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ