​ກະ​ຕຸ້ນ​ພະ​ລັງຄວາມ​ມີ​ຊີ​ວິດ​ຊີ​ວາ​ຂອງວັດ​ທະ​ນະ​ທຳ​ຈີນ ​ທີ່​ມີ​ມູນ​ເຊື້ອ​ອັນ​ດີ​ງາມ

​ກະ​ຕຸ້ນ​ພະ​ລັງຄວາມ​ມີ​ຊີ​ວິດ​ຊີ​ວາ​ຂອງວັດ​ທະ​ນະ​ທຳ​ຈີນ ​ທີ່​ມີ​ມູນ​ເຊື້ອ​ອັນ​ດີ​ງາມ

​ກະ​ຕຸ້ນ​ພະ​ລັງຄວາມ​ມີ​ຊີ​ວິດ​ຊີ​ວາ​ຂອງວັດ​ທະ​ນະ​ທຳ​ຈີນ ​ທີ່​ມີ​ມູນ​ເຊື້ອ​ອັນ​ດີ​ງາມ
ວັນ​ທີ 18 ພຶດ​ສະ​ພາ ຜ່ານມານີ້ ເປັນ​ວັນ​ຫໍ​ພິ​ພິ​ທະ​ພັນ​ສາ​ກົນ​ ຄົບ​ຮອບ 49 ປີ. ຫໍ​ພິ​ພິ​ທະ​ພັນ​ເປັນ​ຫໍ​ວິ​ມານ​ທີ່​ສຳ​ຄັນ​ແຫ່ງ​ການ​ອະ​ນຸ​ລັກ​ ແລະ ​ສືບ​ທອດ​ອະ​ລິ​ຍະ​ທຳ​ມະ​ນຸດ, ເປັນ​​ຂົວ​ຕໍ່​ທີ່​ເຊື່ອມ​ຈອດ​ອະ​ດີດ, ປັດ​ຈຸ​ບັນ​ ແລະ​ ອະ​ນາ​ຄົດ. ທ່ານ ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ເຄີຍ​ເວົ້າ​ວ່າ: “ເມື່ອ​ຂ້າ​ພະ​ເຈົ້າ​ເດີນ​ທາງໄປ​​ເຄື່ອນ​ໄຫວ​ຢ້ຽມ​ຢາມ​ທ້ອງ​ຖິ່ນ, ຈະ​ຕ້ອງ​ຍາດ​ເວ​ລາ​ໄປ​ຢ້ຽມ​ຊົມ​ຫໍ​ພິ​ພິ​ທະ​ພັນ.”

 

ຫຼາຍປີຜ່ານມານີ້, ບໍ່ວ່າຈະເປັນການເຮັດວຽກຢູ່ທ້ອງຖິ່ນ ຫຼື ຢູ່ສູນກາງ, ທ່ານ ສີຈິ້ນຜິງ ໄດ້ໃຫ້ຄວາມສຳຄັນເປັນຢ່າງສູງຕໍ່ວຽກງານຫໍພິພິທະພັນມາໂດຍຕະຫຼອດ.

ຕອນເຮັດວຽກຢູ່ແຂວງເຈີ້ຈ່ຽງ, ພາຍໃຕ້ຄວາມເອົາໃຈໃສ່ຈາກທ່ານ ສີຈິ້ນຜິງ, ພາກສ່ວນການເງິນຂອງແຂວງເຈີ້ຈ່ຽງໄ ດ້ແກ້ໄຂບັນຫາດ້ານງົບປະມານ 10 ລ້ານຢວນ ໃຫ້ເມືອງໂຫຼງສວນ ທີ່ເປັນເມືອງທຸກຍາກຢູ່ເຂດພູດອຍເພື່ອຊ່ວຍເມືອງນີ້ເປີດໂຄງການກໍ່ສ້າງຫໍພິພິທະພັນເຄື່ອງປັ້ນດິນເຜົາເຄືອບຂຽວ.

ບໍ່ພຽງແຕ່ເທົ່ານັ້ນ, ຕອນເຮັດວຽກຢູ່ທ້ອງຖິ່ນ, ທ່ານ ສີຈິ້ນຜິງ ຍັງໄດ້ສະໜັບສະໜູນນະຄອນສວນໂຈ່ວ ແຂວງຟູຈ້ຽນ ສ້າງຕັ້ງຫໍພິພິທະພັນປະຫວັດສາດດ້ານການຄົມມະນາຄົມທາງທະເລ, ເພິ່ນຍັງເປັນຜູ້ຕົກລົງສະຫງວນຫໍວາງສະແດງແຂວງເຈີ້ຈ່ຽງທີ່ແຕ່ເດີມຖືກຈັດຢູ່ໃນບັນຊີສິ່ງກໍ່ສ້າງທີ່ຕ້ອງທັບມ້າງຖິ້ມຕາມແຜນງານ ແລະ ອື່ນໆ.

ພາຍຫຼັງດຳລົງຕຳແໜ່ງເປັນເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນແລ້ວ, ທ່ານ ສີຈິ້ນຜິງ ຍັງຄົງໃຫ້ຄວາມສຳຄັນເປັນຢ່າງສູງຕໍ່ວຽກງານການວານງແຜນແລະ ກໍ່ສ້າງຫໍພິພິທະພັນຄືເກົ່າ.

ໃນເກືອບ 10 ປີຜ່ານມານີ້, ຈຳນວນຫໍພິພິທະພັນຂອງຈີນໄດ້ຂະຫຍາຍຕົວດ້ວຍຈັງຫວະເພີ່ມຂຶ້ນ 200 ກວ່າແຫ່ງຕໍ່ປີ. ນັບມາຮອດທ້າຍປີ2024, ທົ່ວປະເທດຈີນມີຫໍພິພິທະພັນທີ່ຈົດທະບຽນລວມທັງໝົດ 7,046 ແຫ່ງ ຊຶ່ງປົກຄຸມ 300 ກວ່ານະຄອນໃນທົ່ວປະເທດ, ສະເລ່ຍແລ້ວ, ແຕ່ລະ 206,300 ຄົນ ຈະມີຫໍພິພິທະພັນແຫ່ງໜຶ່ງ.

ເດືອນມິຖຸນາ 2021, ທ່ານ ສີຈິ້ນຜິງ ພ້ອມດ້ວຍບັນດາສະຫາຍຜູ້ນຳພັກ ແລະ ລັດໄດ້ເດີນທາງໄປຫໍວາງສະແດງປະຫວັດສາດພັກກອມມູນິດຈີນ ທີ່ນະຄອນຫຼວງປັກກິ່ງ ໂດຍໄດ້ຢ້ຽມຊົມການວາງສະແດງປະຫວັດສາດພັກກອມມູນິດຈີນພາຍໃຕ້ຫົວຂໍ້ ບໍ່ລືມອຸດົມການແຕ່ຫົວທີ ຈົດຈຳພາລະກຳຢ່າງໜັກແໜ້ນ ເພື່ອສຳນຶກຮູ້ເສັ້ນທາງການສູ້ຊົນຮ້ອຍປີຂອງພັກ.

ຫໍວາງສະແດງແຫ່ງນີ້ກວມເນື້ອທີ່ກໍ່ສ້າງທັງໝົດ 147,000 ຕາແມັດ ແມ່ນທ່ານ ສີຈິ້ນຜິງ ເປັນຜູ້ກຳນົດວາງແຜນ ແລະ ອະນຸມັດກໍ່ສ້າງດ້ວຍຕົນເອງ ແລະ ງານວາງສະແດງປະຫວັດສາດພັກກອມມູນິດຈີນຄັ້ງນັ້ນກໍແມ່ນຈັດຂຶ້ນພາຍໃຕ້ຄວາມເອົາໃຈໃສ່ຈາກເພິ່ນເຊັ່ນດຽວກັນ.

ໃນເວລາຢ້ຽມຊົມການວາງສະແດງ, ທ່ານ ສີຈິ້ນຜິງ ໄດ້ເນັ້ນໜັກວ່າຕ້ອງຮຽນຮູ້ ແລະ ສະຫຼຸບຖອດຖອນປະຫວັດສາດຂອງພັກໄດ້ດີ, ສືບທອດ ແລະ ເສີມຂະຫຍາຍບົດຮຽນອັນປະເສີດຂອງພັກໃຫ້ດີ, ຈົດຈຳຂະບວນການບຸກບືນສູ້ຊົນ, ແບກຫາບພາລະກຳທາງປະຫວັດສາດ ແລະ ຮັບເອົາພະລັງແຮງຈາກປະຫວັດການສູ້ຊົນຂອງພັກເພື່ອກ້າວເດີນໄປຂ້າງໜ້າ.

ຫໍພິພິທະພັນບູຮານຄະດີຈີນ ຂອງສະຖາບັນຄົ້ນຄວ້າປະຫວັດສາດຈີນ ເປັນຫໍພິພິທະພັນທີ່ຕັ້ງຊື່ດ້ວຍບູຮານຄະດີແຫ່ງທຳອິດຂອງຈີນ. ເດືອນມິຖຸນາ 2023, ທ່ານ ສີຈິ້ນຜິງ ໄດ້ເດີນທາງໄປຢ້ຽມຢາມຫໍພິພິທະພັນແຫ່ງນີ້ເພື່ອຮັບຮູ້ຜົນງານຫຼ້າສຸດດ້ານການຂຸດຄົ້ນບູຮານຄະດີ ແລະສະ ພາບການອະນຸລັກວັດຖຸບູຮານ.

ທ່ານ ສີຈິ້ນຜິງ ເຫັນວ່າ: “ປະຊາຊາດຈີນ ແລະ ອະລິຍະທຳຈີນ ມີປະຫວັດອັນຍາວນານວັດທະນະທຳຈີນມີຄວາມເລິກເຊິ່ງ ແລະ ກວ້າງຂວາງ, ຫໍພິພິທະພັນແຫ່ງໜຶ່ງກໍເປັນໂຮງຮຽນໃຫຍ່ແຫ່ງໜຶ່ງ.”

ຫຼາຍປີມານີ້, ໃນໄລຍະລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ທ້ອງຖິ່ນຕ່າງໆ, ທ່ານ ສີຈິ້ນຜິງ ໄດ້ເດີນທາງໄປຢ້ຽມຊົມຫໍພິພິທະພັນທ້ອງຖິ່ນເຫຼົ່ານີ້, ເພິ່ນໄດ້ກ່າວເນັ້ນໜັກຫຼາຍເທື່ອວ່າ “ເຮັດໃຫ້ວັດຖຸບູຮານທີ່ສະສົມໄວ້ໃນຫໍພິພິທະພັນ, ມໍລະດົກທີ່ຢັ່ງຢາຍຢູ່ຕາມຜືນແຜ່ນດິນອັນກວ້າງໃຫຍ່ໄພສານກໍຄືຕົວໜັງສືຢູ່ໃນປຶ້ມຕຳລາບູຮານຕ່າງມີຊີວິດຊີວາຂຶ້ນ.”ເພິ່ນຍັງຊີ້ໃຫ້ເຫັນວ່າ: “ຕ້ອງຊຸກຍູ້ວັດທະນະທຳຈີນທີ່ມີມູນເຊື້ອອັນດີງາມມີການຫັນປ່ຽນແລະ ການຂະຫຍາຍຕົວຢ່າງປະດິດສ້າງ, ກະຕຸ້ນພະລັງຄວາມມີຊີວິດຊີວາຂອງວັດທະນະທຳຈີນທີ່ມີມູນເຊື້ອອັນດີງາມດ້ວຍຈິດໃຈຍຸກສະໄໝ.”

10 ກວ່າປີຜ່ານມານີ້, ຫໍພິພິທະພັນປະເພດຕ່າງໆໃນທົ່ວປະເທດຈີນໄດ້ສຸມໃສ່ເອກະລັກພິເສດພ້ອມທັງພັດທະນາຢ່າງປະດິດສ້າງໂດຍສາມາດສ້າງຊື່ສຽງໂດ່ງດັງຂຶ້ນຢ່າງຕໍ່ເນື່ອງຈົນກາຍເປັນສະຖານທີ່ທ່ອງທ່ຽວວັດທະນະທຳຢ່າງໂດດເດັ່ນທີ່ນັກທ່ອງທ່ຽວນິຍົມໄປຢ້ຽມຊົມ. ຕາມສະຖິຕິ, ປີ 2024 ຜ່ານມາ, ຫໍພິພິທະພັນແຫ່ງຕ່າງໆໃນທົ່ວປະເທດຈີນໄດ້ຕ້ອນຮັບຜູ້ເຂົ້າຊົມຈຳນວນ 1 ຕື້ 490 ລ້ານເທື່ອຄົນ. ໃນໄລຍະພັກວັນກຳມະກອນສາກົນວັນທີ 1 ພຶດສະພາ 2025, ຫໍພິພິທະພັນໃນທົ່ວປະເທດຈີນໄດ້ຕ້ອນຮັບຜູ້ເຂົ້າຊົມຫຼາຍກວ່າ 60,491,900 ເທື່ອຄົນ ຊຶ່ງໄດ້ສ້າງສະຖິຕິໃໝ່ໃນປະຫວັດສາດ.

ໂດຍ: ຊີອາໄອ

ຄໍາເຫັນ

ຂ່າວຕ່າງປະເທດ

ຈີນ​ເລີ່ມ​ປະ​ຕິ​ບັດ​ດ່ານ​ພາ​ສີ​ອິດ​ສະຫຼະ​ທົ່ວ​ເກາະ​ໄຫຫຼຳ

ຈີນ​ເລີ່ມ​ປະ​ຕິ​ບັດ​ດ່ານ​ພາ​ສີ​ອິດ​ສະຫຼະ​ທົ່ວ​ເກາະ​ໄຫຫຼຳ

ຂ່າສານຊີອາໄອລາຍງານວ່າ: ນັບ​ແຕ່​ວັນ​ທີ 18 ທັນ​ວາ 2025 ເປັນ​ຕົ້ນ​ໄປ, ຈີນ​ເລີ່ມ​ປະ​ຕິ​ບັດ​ດ່ານ​ພາ​ສີ​ອິດ​ສະຫຼະ​ທົ່ວ​ເກາະ​ໄຫຫຼຳ​ຢ່າງ​ເປັນ​ທາງ​ການ.
ຈີນ ແລະ ອາຊຽນປະຕິບັດຕາມຄຳໝັ້ນສັນຍາ​ຂອງ​ຕົນ​ພາຍ​ໃນສັນຍາປາຣີດ້ວຍພຶດຕິກຳຕົວຈິງ

ຈີນ ແລະ ອາຊຽນປະຕິບັດຕາມຄຳໝັ້ນສັນຍາ​ຂອງ​ຕົນ​ພາຍ​ໃນສັນຍາປາຣີດ້ວຍພຶດຕິກຳຕົວຈິງ

ປີນີ້ເປັນປີຄົບ​ຮອບ 10 ປີ​ຂອງການເຊັນສັນຍາປາຣີ​ວ່າ​ດ້ວຍ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ (2015-2025), ສ່ວນການຄຸ້ມຄອງດິນຟ້າອາກາດກຳລັງຢືນຢູ່ໃນທາງສີ່ແຍກແຫ່ງປະຫວັດສາດ. ດ້ານໜຶ່ງແມ່ນຍ້ອນສະພາບຂ້ຽວຂາດທີ່ການເພີ່ມຂຶ້ນຂອງອຸນຫະພູມທົ່ວໂລກໄດ້ແຕະຕ້ອງເສັ້ນ​ຕ້ອງ​ຫ້າມ​ແດງ​ລະ​ດັບ1,5 ອົງສາ ຫຼາຍຄັ້ງ ແລະ ເກີດ​ສະ​ພາບອາກາດຮຸນແຮງເລື້ອຍໆ; ອີກດ້ານໜຶ່ງແມ່ນ​ຍ້ອນສະພາບຄວາມຫຍຸ້ງຍາກດ້ານການບໍລິຫານທີ່ລັດທິຝ່າຍດຽວເງີຍໜ້າຂຶ້ນ ແລະ ບາງປະເທດບໍ່ສາມາດປະຕິບັດຕາມຄຳໝັ້ນສັນຍາ​ຂອ​ງ​ຕົນຢ່າງທັນການ. ແຕ່ຈີນ ແລະ ບັນດາປະເທດ​ສະ​ມາ​ຊິກອາຊຽນໄດ້ໃຫ້ຄຳຕອບຂອງບັນ​ຫາດັ່ງກ່າວດ້ວຍພຶດຕິກຳຕົວຈິງແບບສີຂຽວ ຄື: ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດທີ່ກ່ຽວ​ຂ້ອງກັບຊາຕາກຳຂອງມວນມະນຸດ, ມີແຕ່ຢຶດໝັ້ນລັດທິຫຼາຍຝ່າຍ ແລະ ລົງເລິກການຮ່ວມມືຕົວຈິງ ຈຶ່ງຈະສາມາດເຮັດໃຫ້ຄຳໝັ້ນສັນຍາໃນສັນຍາປາຣີກາຍເປັນການເຄື່ອນໄຫວຕົວຈິງເພື່ອ​ປົກ​ປ້ອງໂລກ.
ເສດ​ຖະ​ກິດ​ຈີນ ​ໄດ້​ຮັກ​ສາ​ສະ​ພາບ​ຄວ​າມ​ໝັ້ນ​ທ່ຽງ ທ່າ​ອ່ຽງ​ກ້າວ​ໄປ​ໜ້າ ແລະ ຄວາມ​ໝັ້ນ​ໜຽວ

ເສດ​ຖະ​ກິດ​ຈີນ ​ໄດ້​ຮັກ​ສາ​ສະ​ພາບ​ຄວ​າມ​ໝັ້ນ​ທ່ຽງ ທ່າ​ອ່ຽງ​ກ້າວ​ໄປ​ໜ້າ ແລະ ຄວາມ​ໝັ້ນ​ໜຽວ

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 8 ທັນ​ວາ ຜ່ານມາ, ໂຕ​ເລກ​ສະ​ຖິ​ຕິ​ທີ່​ເຜີຍ​ແຜ່​ໂດຍ​ລັດ​ຖະ​ບານ​ຈີນ​ສະ​ແດງ​ເຫັນ​ວ່າ, ໃນ 11 ເດືອນ​ຂອງ​ປີ 2025, ຍອດ​ມູນ​ຄ່າ​ນຳ​ເຂົ້າ-ສົ່ງ​ອອກ​ສິນ​ຄ້າ​ປະ​ເພດ​ຈັບ​ຕ້ອງ​ໄດ້​ຂອງ​ຈີນ​ມີ​ເຖິງ 41,210 ຕື້ຢວນ, ເພີ່ມ​ຂຶ້ນ 3.6% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2024. ໃນ​ນັ້ນ, ຍອດ​ມູນ​ຄ່າ ນຳ​ເຂົ້າ-ສົ່ງ​ອອກ​ສິນ​ຄ້າ​ປະ​ເພດ​ຈັບ​ຕ້ອງ​ຂອງ​ເດືອນພະ​ຈິກ​ໄດ້​ເພີ່ມ​ຂຶ້ນ 4.1% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2024 ຊຶ່ງ​ໄດ້​ຮັກ​ສາ​ການ​ເຕີບ​ໂຕ​ເປັນ​ເວ​ລາ 10 ເດືອນ​ລຽ​ນ​ຕິດ ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2024. ນັກ​ວິ​ເຄາະ​ຊີ້​ໃຫ້​ເຫັນ​ວ່າ, ໂຄງ​ປະ​ກອບ​ການ​ຄ້າ​ກັບ​ຕ່າງ​ປະ​ເທດ​ຂອງ​ຈີນ​ໄດ້​ປັບ​ປຸງ​ດີ​ຂຶ້ນ​ເລື້ອຍໆ, ປ່ອຍ​ພະ​ລັງ​ຂັບ​ເຄື່ອນ​ໃໝ່​​ຢ່າງຕໍ່​ເນື່ອງ, ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ໝັ້ນ​ໜຽວ​ທີ່​ເຂັ້ມ​ແຂງ.
ຍ້ອນ​ຫຍັງ​ດິ​ສ​ນີ​​ບໍ່​ສາ​ມາດ​ເບິ່ງ​ຂ້າມ​ຕະຫຼາດ​ຈີນ

ຍ້ອນ​ຫຍັງ​ດິ​ສ​ນີ​​ບໍ່​ສາ​ມາດ​ເບິ່ງ​ຂ້າມ​ຕະຫຼາດ​ຈີນ

ຫວ່າງ​ມໍ່ໆ​ມາ​ນີ້, ມູນ​ຄ່າ​ຂາຍ​ປີ້​ເຂົ້າ​ຊົມ​ຮູບ​ເງົາ​ເລື່ອງ“ ‌Zootopia 2” ຢູ່​ແຜ່ນ​ດິນ​ໃຫຍ່​ຈີນ​ບັນ​ລຸຫຼາຍກວ່າ 2 ຕື້ຢວນຊຶ່ງບໍ່​ພຽງ​ແຕ່​ໄດ້​ສ້າງ​ສະ​ຖິ​ຕິ​ມູນ​ຄ່າ​ຂາຍ​ປີ້​ເຂົ້າ​ຊົມ​ຮູບ​ເງົາ​ກາ​ຕູນ​ທີ່​ນຳ​ເຂົ້າ​ຈາກ​ຕ່າງ​ປະ​ເທດ​ໃນ​ປະ​ຫວັດ​ສາດ​ຮູບ​ເງົາ​ຈີນ​ໃໝ່​ເທົ່າ​ນັ້ນ, ຍິ່ງ​ໄດ້​ລື່ນ​ກາຍ​ຕະຫຼາດ​ອາ​ເມ​ຣິ​ກາ​ເໜືອ​ແລ້ວ​ກາຍ​ເປັນ​ຕະຫຼາດ​ທີ່​ໄດ້​ຂາຍ​ປີ້​ເຂົ້າ​ຊົມຫຼາຍ​ທີ່​ສຸດ​ໃນ​ໂລກອີກ​ດ້ວຍ. ກ່ອນ​ຈະ​ໄດ້​ສາຍ​ຮູບ​ເງົາ​ເລື່ອງ​ນີ້, ຜູ້​ບໍ​ລິ​ໂພກ​ຈີນ​ກໍ​ໄດ້​ພົບ​ເຫັນ​ຊັບ​ສິນ​ທາງ​ປັນ​ຍາ (IP)ນີ້​ໃນ​ຊີ​ວິດ​ປະ​ຈຳ​ວັນ​ເລື້ອຍໆເຊັ່ນ: ຈອກ​ກາ​ເຟ​ Luckin ​ທີ່​ໄດ້​ແຕ້ມ​ໂປ​ສ​ເຕີ​ຮູບ​ເງົາ​ໃສ່, ເສື້ອ​ເຊີດ​ທີ່​ມີ​ຮູບ​ກາ​ຕູນ​ຮູບ​ເງົາ​ຂອງ UNIQLO, ​ກ່ອງ​ສຸ່ມຂອງ POP MART ແລະ​ ອື່ນໆ. ຈາກ​ມູນ​ຄ່າ​ຂາຍ​ປີ້​ເຂົ້າ​ຊົມ​ຮູບ​ເງົາ​ເຖິງ​ຜະ​ລິດ​ຕະ​ພັນ​ຕ່າງໆ​ຮ່ວມ​ມື​ກັບ​ຍີ່​ຫໍ້​ຕ່າງໆ ໄດ້​ພິ​ສູດ​ໃຫ້​ເຫັນ​ເຖິງ​ຖາ​ນະ​ທີ່​ທົດ​ແທນ​ບໍ່​ໄດ້​ຂອງ​ຕະຫຼາດ​ຈີນ​ໃນ​ຍຸດ​ທະ​ສາດ​ທົ່ວ​ໂລກ​ຂອງ​ບໍ​ລິ​ສັດ​ດິ​ສ​ນີ.
AI ສາມາດຊຸກຍູ້ເສດຖະກິດອົສຕຣາລີໄດ້ເຖິງ 151 ຕື້ໂດລາ

AI ສາມາດຊຸກຍູ້ເສດຖະກິດອົສຕຣາລີໄດ້ເຖິງ 151 ຕື້ໂດລາ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້: ບົດລາຍງານຈາກສະພາວິທະຍາສາດ ແລະ ວິສະວະກຳທາງເຕັກໂນໂລຊີຂອງອົສຕຣາລີເປີດເຜີຍວ່າ, ການນຳໃຊ້ປະໂຫຍດຈາກປັນຍາປະດິດ (AI) ສາມາດຊ່ວຍຊຸກຍູ້ເສດຖະກິດອົສຕຣາລີໄດ້ເຖິງ151 ຕື້ໂດລາ ໃນທົດສະວັດຕໍ່ໄປ.
ກຳປູເຈຍ ສົ່ງອອກເຄື່ອງນຸ່ງຫົ່ມ ເກີບ ແລະ ສິນຄ່າເດີນທາງ ມູນຄ່າ 13.6 ຕື້ໂດລາ

ກຳປູເຈຍ ສົ່ງອອກເຄື່ອງນຸ່ງຫົ່ມ ເກີບ ແລະ ສິນຄ່າເດີນທາງ ມູນຄ່າ 13.6 ຕື້ໂດລາ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ກະຊວງການຄ້າຂອງກຳປູເຈຍໄດ້ປະກາດວ່າ, ກຳປູເຈຍໄດ້ສົ່ງອອກເຄື່ອງນຸ່ງຫົ່ມ, ແຜ່ນແພ, ເກີບ ແລະ ສິນຄ້າດ້ານການເດີນທາງ ມູນຄ່າ 13.6 ຕື້ໂດລາ ໃນໄລຍະ 10 ເດືອນທຳອິດຂອງປີ 2025 (ມັງກອນ-ຕຸລາ), ເພີ່ມຂຶ້ນ 20% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ.
COP30ຮັບຮອງເອົາສັນ​ຍາ​ການເຄື່ອນ​ໄຫວ​ດ້າ​ນ​ດິນ​ຟ້າ​ອາ​ກາດສະບັບໃໝ່

COP30ຮັບຮອງເອົາສັນ​ຍາ​ການເຄື່ອນ​ໄຫວ​ດ້າ​ນ​ດິນ​ຟ້າ​ອາ​ກາດສະບັບໃໝ່

ຂ່າວສານຊີອາໄອລາຍງານ ຫວ່າງບໍ່ດົນມານີ້ວ່າ: ກອງປະຊຸມພາຄີຂອບ​ສົນ​ທິສັນ​ຍາວ່າດ້ວຍການ​ປ່ຽນ​ແປງຂອງ​ດິນ​ຟ້າ​ອາ​ກາດ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ຄັ້ງທີ 30 (COP30) ໄດ້ສໍາເລັດລົງໃນວັນທີ 22 ​ພະ​ຈິກ ຜ່ານມາ​ຢູ່​ນະ​ຄອນເບເລມ ​ພາກ​ເໜືອຂອງ​ປະ​ເທດບ​ຣາ​ຊິນ. ກອງປະຊຸມໄດ້ຮັບຮອງເອົາສັນ​ຍາ​ໂດຍ​ລວມ​ກ່ຽວ​ກັບ​ການເຄື່ອນ​ໄຫວ​ດ້ານດິນ​ຟ້າ​ອາ​ກາດ​ສະ​ບັບ​ໃໝ່ ຄື: "ການລະດົມທົ່ວໂລກ: ​ສາ​ມັກ​ຄີ ແລະ ປະ​ສານ​ງານ​ກັນເພື່ອ​ຮັບ​ມື​ກັບສິ່ງທ້າທາຍຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ", ໂດຍຮຽກຮ້ອງໃຫ້ບັນດາປະເທດຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງດິນ​ຟ້າ​ອາ​ກາ​ດ​ຢ່າງ​ເປັນ​ເຈົ້າ​ການ ແລະ ເລັ່ງການເຄື່ອນ​ໄຫວດ້ານ​ດິນ​ຟ້າ​ອາ​ກາດ​ທີ່​ກ່ຽວ​ຂ້ອງ.
ການສົ່ງອອກຂອງ ສ ເກົາຫຼີ ເພີ່ມຂຶ້ນ 8.2% ໃນ 20 ມື້ທຳອິດຂອງເດືອນພະຈິກ

ການສົ່ງອອກຂອງ ສ ເກົາຫຼີ ເພີ່ມຂຶ້ນ 8.2% ໃນ 20 ມື້ທຳອິດຂອງເດືອນພະຈິກ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ຫ້ອງການພາສີຂອງ ສ ເກົາຫຼີໄດ້ປະກາດ ວ່າ, ການສົ່ງອອກຂອງ ສ ເກົາຫຼີ ໃນລະຫວ່າງວັນທີ 1-20 ພະຈິກ ເພີ່ມຂຶ້ນ 8.2% ເມື່ອທຽບກັບປີກ່ອນເປັນ 38.5 ຕື້ໂດລາ ທຽບກັບ 35.6 ຕື້ໂດລາໃນໄລຍະດຽວກັນຂອງປີກາຍ, ໂດຍໄດ້ຮັບແຮງຂັບເຄື່ອນຈາກຄວາມຕ້ອງການsemiconductorແລະ ລົດຍົນທີ່ເຂັ້ມແຂງ.
ເພີ່ມເຕີມ