ກະຊວງ ຮສສຫວນຄືນມູນເຊື້ອ 2 ວັນປະຫວັດສາດ ແລະ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະຄັ້ງທີ 7 ຂອງສູນກາງພັກ ສະໄໝທີ XI

ກະຊວງ ຮສສຫວນຄືນມູນເຊື້ອ 2 ວັນປະຫວັດສາດ ແລະ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະຄັ້ງທີ 7 ຂອງສູນກາງພັກ ສະໄໝທີ XI
ຄະນະພັກກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ (ຮສສ) ໄດ້ຈັດຕັ້ງປາຖະກະຖາຫວນຄືນມູນເຊື້ອວັນຊາດທີ 2 ທັນວາ ຄົບຮອບ 48 ປີ (2 ທັນວາ 1975-2 ທັນວາ 2023 ) ແລະ ວັນເກີດຂອງທ່ານປະທານໄກສອນ ພົມວິຫານ ຄົບຮອບ 103 ປີ (13 ທັນວາ 1920-13 ທັນວາ 2023) ແລະ ເຊື່ອມຊຶມຜັນຂະຫຍາຍມະຕິກອງປະຊຸມຄົບຄະນະຄັ້ງທີ 7 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XIຂຶ້ນໃນວັນທີ 8ທັນວານີ້ ທີ່ກະຊວງດັ່ງກ່າວ ພາຍໃຕ້ການເປັນປະທານ ແລະ ໃຫ້ກຽດເຜີຍແຜ່ເອກະສານຂອງທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງ ຮສສ, ມີບັນດາເລຂາໜ່ວຍພັກ, ສະມາຊິກພັກ, ພະນັກງານ-ລັດຖະກອນເຂົ້າຮ່ວມ.
ທ່ານນາງ ໃບຄຳ ຂັດທິຍະ ໄດ້ຍົກໃຫ້ເຫັນມູນເຊື້ອວັນຊາດທີ 2 ທັນວາ ຄົບຮອບ 48 ປີ ແລະ ວັນຄ້າຍວັນເກີດຂອງທ່ານປະທານໄກສອນ ພົມວິຫານ ຄົບຮອບ 103 ປີ ແລະ ເຊື່ອມຊຶມຜັນຂະຫຍາຍມະຕິກອງປະຊຸມຄົບຄະນະຄັ້ງທີ 7 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI.
ການປາຖະກະຖາ 2 ວັນປະຫວັດສາດ ແລະ ເຜີຍແຜ່ເອກະສານໃນຄັ້ງນີ້ ເພື່ອເຮັດໃຫ້ຄະນະພັກ, ຄະນະນຳຄະນະໜ່ວຍພັກແຕ່ລະຂັ້ນ, ພະນັກງານ, ສະມາຊິກພັກທົ່ວອົງຄະນະພັກກະຊວງ ຮສສໄດ້ຄົ້ນຄວ້າ, ເຊື່ອມຊຶມ, ກຳແໜ້ນ ແລະ ສ້າງຈິດສຳນຶກ ກໍຄືສຶກສາອົບຮົມໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນໃຫ້ມີຈິດໃຈຮັກຊາດ, ຮັກລະບອບໃໝ່ ຮັກລະບອບປະຊາທິປະໄຕປະຊາຊົນ ເພື່ອເປັນການຮຽນຮູ້ເຖິງຄຸນສົມບັດ-ສິນທຳປະຕິວັດຂອງປະທານໄກສອນ ພົມວິຫານ ພ້ອມທັງເປັນການສ້າງຄວາມຮັບຮູ້-ເຂົ້າໃຈ ແລະ ເປັນເອກະພາບສູງຕໍ່ເນື້ອໃນມະຕິກອງປະຊຸມຄົບຄະນະຄັ້ງທີ 7 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ເພື່ອພ້ອມກັນສຸມຈິດໃຈ, ເພີ່ມທະວີຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງໃນໄລນະຕໍ່ໜ້າໃຫ້ມີຜົນສຳເລັດ ຮັບປະກັນຄຸນນະພາບ ແລະ ມີປະສິດທິຜົນ.
ຂ່າວ-ພາບ: ພູວັນ

ຄໍາເຫັນ

ຂ່າວການເມືອງ

ໄຂກອງປະຊຸມໃຫຍ່ໜ່ວຍພັກຮາກຖານຄະນະກວດກາພັກ-ລັດແຂວງ ຄັ້ງທີ IX.

ໄຂກອງປະຊຸມໃຫຍ່ໜ່ວຍພັກຮາກຖານຄະນະກວດກາພັກ-ລັດແຂວງ ຄັ້ງທີ IX.

ກອງປະຊຸມໃຫຍ່ໜ່ວຍພັກຮາກຖານຄະນະກວດກາພັກ-ລັດແຂວງຄໍາມ່ວນ ຄັ້ງທີ IX ໄດ້ໄຂຂຶ້ນໃນວັນທີ 6 ມິຖຸນານີ້, ໂດຍການເປັນປະທານຂອງ ສະຫາຍ ສີສຸກ ພິມມະສອນ ເລຂາໜ່ວຍພັກຮາກຖານ ຄະນະກວດກາພັກ-ລັດແຂວງ.
ສຳເລັດການຍົກສູງຄຸນນະພາບເນື້ອໃນໃຫ້ແກ່ການດໍາເນີນກອງປະຊຸມສະໄໝສາມັນ

ສຳເລັດການຍົກສູງຄຸນນະພາບເນື້ອໃນໃຫ້ແກ່ການດໍາເນີນກອງປະຊຸມສະໄໝສາມັນ

ກອງປະຊຸມຍົກສູງຄຸນນະພາບທາງດ້ານເນື້ອໃນໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ IX ໄດ້ຮັບຜົນສຳເລັດຢ່າງຈົບງາມ ໃນວັນທີ 6 ມິຖຸນານີ້ ທີ່ຫໍປະຊຸມແຫ່ງຊາດ, ພາຍຫຼັງດຳເນີນມາເປັນເວລາ 4 ວັນ ໂດຍການເປັນປະທານ ຂອງທ່ານນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ; ມີບັນດາທ່ານສະມາຊິກສະພາແຫ່ງຊາດ (ສສຊ), ລັດຖະມົນຕີ, ຮອງລັດຖະມົນຕີກະຊວງ-ອົງການທີ່ກ່ຽວຂ້ອງ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.
ອົງຄະນະພັກ ອກສລ ມອບໃບຢັ້ງຢືນໜ່ວຍພັກປອດໃສ ໃຫ້ 9 ໜ່ວຍພັກ

ອົງຄະນະພັກ ອກສລ ມອບໃບຢັ້ງຢືນໜ່ວຍພັກປອດໃສ ໃຫ້ 9 ໜ່ວຍພັກ

ພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2024 ໃຫ້ບັນດາໜ່ວຍພັກ ຂຶ້ນກັບ ອົງຄະນະພັກ ອົງການກວດສອບແຫ່ງລັດ (ອກສລ) ແລະ ການມອບບັດສະມາຊິກພັກ ຊຸດທີ X ໃຫ້ສະມາຊິກພັກສົມບູນຂອງ ອກສລ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 6 ມິຖຸນານີ້ ທີ່ຫ້ອງປະຊຸມຂອງ ອກສລ ໂດຍການເປັນປະທານຂອງ ສະຫາຍ ວຽງທະວີສອນ ເທບພະຈັນ ກໍາມະການສໍາຮອງສູນກາງພັກ ເລຂາຄະນະພັກປະທານ ອກສລ; ເຂົ້າຮ່ວມພິທີມີບັນດາສະຫາຍຄະນະບໍລິຫານງານພັກ, ຄະນະໜ່ວຍພັກ ຕະຫຼອດຮອດສະມາຊິກພັກສົມບູນ-ສຳຮອງເຂົ້າຮ່ວມຢ່າງພ້ອມພຽງ.
ສະຫາຍ ເດດສົງຄາມ ທຳມະວົງ ຖືກຄັດເລືອກເປັນເລຂາພັກເມືອງສີສັດຕະນາກ

ສະຫາຍ ເດດສົງຄາມ ທຳມະວົງ ຖືກຄັດເລືອກເປັນເລຂາພັກເມືອງສີສັດຕະນາກ

ພາຍຫຼັງດຳເນີນມາເປັນເວລາ 1 ວັນເຄິ່ງ, ກອງປະຊຸມໃຫຍ່ຜູ້ ແທນອົງຄະນະພັກເມືອງສີສັດຕະ ນາກຄັ້ງທີ VIII ໄດ້ປິດລົງດ້ວຍຜົນສຳເລັດອັນຈົບງາມໃນວັນທີ 6 ມິຖຸນານີ້ ທີ່ສະໂມສອນໃຫຍ່ຂອງ ເມືອງດັ່ງກ່າວ, ພາຍໃຕ້ການເປັນປະທານ ຂອງ ສະຫາຍ ເດດສົງຄາມ ທຳມະວົງ ຄະນະປະຈຳພັກ ນະ ຄອນຫຼວງວຽງຈັນ ເລຂາພັກເມືອງ ເຈົ້າເມືອງສີສັດຕະນາກ, ໂດຍໃຫ້ກຽດເຂົ້າຮ່ວມຂອງສະຫາຍ ຊົງເລົ່າ ຢົງນູ ຮອງເລຂາພັກນະຄອນຫຼວງວຽງຈັນ ມີຜູ້ແທນສົມບູນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ກອງປະຊຸມໃຫຍ່ພັກເມືອງສີສັດຕະນາກ ຄັ້ງທີ VIII ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມໃຫຍ່ພັກເມືອງສີສັດຕະນາກ ຄັ້ງທີ VIII ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງສີສັດຕະນາກຄັ້ງທີ VIII ເປີດຂຶ້ນຢ່າງເປັນທາງການ ໃນວັນ ທີ 5 ມິຖຸນານີ້ ທີ່ສະໂມສອນໃຫຍ່ຂອງເມືອງດັ່ງກ່າວ, ພາຍໃຕ້ການເປັນປະທານ ຂອງ ສະຫາຍ ເດດສົງຄາມ ທຳມະວົງ ຄະນະປະຈຳພັກນະຄອນຫຼວງວຽງຈັນ ເລຂາພັກເມືອງ ເຈົ້າເມືອງສີສັດຕະນາກ,
ກອງປະຊຸມໃຫຍ່ ຄັ້ງທີ IV ໜ່ວຍພັກຮາກຖານສານປະຊາຊົນ ແຂວງຄໍາມ່ວນ

ກອງປະຊຸມໃຫຍ່ ຄັ້ງທີ IV ໜ່ວຍພັກຮາກຖານສານປະຊາຊົນ ແຂວງຄໍາມ່ວນ

ກອງປະຊຸມໜ່ວຍພັກຮາກຖານສານປະຊາຊົນ ແຂວງຄໍາມ່ວນ ຈັດຂຶ້ນໃນວັນທີ 5 ມີຖຸນາຜ່ານມາ, ໂດຍການເປັນປະທານຂອງ ສະຫາຍ ທອງເພັດ ຜຸຍຍະວົງ ເລຂາໜ່ວຍພັກຮາກຖານສານປະຊາຊົນແຂວງ.
ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ຈະເປີດຂຶ້ນຢ່າງເປັນທາງການ ໃນວັນທີ 9 ມິຖຸນານີ້

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ຈະເປີດຂຶ້ນຢ່າງເປັນທາງການ ໃນວັນທີ 9 ມິຖຸນານີ້

ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ກຳມະການສຳຮອງສູນກາງພັກ ກໍາມະການຄະນະປະຈໍາສະພາແຫ່ງຊາດ ເລຂາທິການສະພາແຫ່ງຊາດ ໄດ້ຖະແຫຼງຕໍ່ສື່ມວນຊົນ ໃນວັນທີ 5 ມິຖຸນານີ້ ທີ່ສະພາແຫ່ງຊາດ ວ່າ: ການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ຈະໄດ້ເປີດຂຶ້ນ ວັນທີ 9-26 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ສະພາແຫ່ງຊາດ ນະຄອນຫຼວງວຽງຈັນ ຈະໃຊ້ເວລາດໍາເນີນກອງປະຊຸມທັງໝົດ 14 ວັນ (ບໍ່ລວມເອົາວັນພັກທາງລັດຖະການ).
ໄຂກອງປະຊຸມໃຫຍ່ຜູ້ແທນແມ່ຍິງ ແຂວງອັດຕະປືສະໄໝທີ IX

ໄຂກອງປະຊຸມໃຫຍ່ຜູ້ແທນແມ່ຍິງ ແຂວງອັດຕະປືສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນແມ່ຍິງແຂວງ ອັດຕະປື ສະໄໝທີ IX ໄຂຂຶ້ນຢ່າງເປັນທາງການໃນວັນທີ 30 ພຶດສະພານີ້ ທີ່ຫໍປະຊຸມໃຫຍ່ຂອງແຂວງ, ໂດຍການເຂົ້າຮ່ວມຂອງ ສະຫາຍ ພົທ ວັນທອງ ກອງມະນີ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງອັດຕະປື, ມີສະຫາຍ ນາງ ອາລີ ວົງໜໍ່ບຸນທຳ, ກຳມະການສູນກາງພັກ ປະທານຄະນະບໍລິຫານສູນກາງສະຫະພັນແມ່ຍິງລາວ, ມີແຂກຖືກເຊີນ ແລະ ຜູ້ແທນສົມບູນເຂົເາຮ່ວມ.
ກະລຶມ ປະກາດແຕ່ງຕັ້ງຮັກສາການເຈົ້າເມືອງ ແລະ ຮອງເຈົ້າເມືອງ

ກະລຶມ ປະກາດແຕ່ງຕັ້ງຮັກສາການເຈົ້າເມືອງ ແລະ ຮອງເຈົ້າເມືອງ

ພິທີປະກາດການຈັດຕັ້ງ, ແຕ່ງຕັ້ງຮັກສາການເຈົ້າເມືອງ ແລະ ຮອງເຈົ້າເມືອງກະລຶມ ແຂວງເຊກອງ ໄດ້ຈັດຂຶ້ນໃນວັນທີ 29 ພຶດສະພາຜ່ານມານີ້, ທີ່ສະໂມສອນເມືອງດັ່ງກ່າວ, ໂດຍມີ ທ່ານ ເຫລັກໄຫລ ສີວິໄລ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງເຊກອງ, ທ່ານ ສາຍຄໍາ ແກ້ວບຸນປານ ເລຂາຄະນະບໍລິຫານງານພັກເມືອງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໄຂກອງປະຊຸມໃຫຍ່ ຜູ້ແທນສະຫະພັນນັກຮົບເກົ່າ ແຂວງໄຊສົມບູນ ຄັ້ງທີ lll

ໄຂກອງປະຊຸມໃຫຍ່ ຜູ້ແທນສະຫະພັນນັກຮົບເກົ່າ ແຂວງໄຊສົມບູນ ຄັ້ງທີ lll

ກອງປະຊຸມໃຫຍ່ ຜູ້ແທນສະຫະພັນນັກຮົບເກົ່າ ແຂວງໄຊສົມບູນ ຄັ້ງທີ lll ໄດ້ໄຂຂຶ້ນໃນວັນທີ 27 ພຶດສະພາ ຜ່ານມາ ທີ່ສະໂມສອນໃຫຍ່ເມືອງອະນຸວົງ ພາຍໃຕ້ການເປັນປະທານຂອງ ສະຫາຍ ພັທ ສຸວັນລໍ່ ເຢຍປໍ ປະທານສະຫະພັນນັກຮົບເກົ່າ ແຂວງໄຊສົມບູນ ເປັນກຽດເຂົ້າຮ່ວມຂອງ ສະຫາຍ ພົຈວ ລຳພອນ ນົມຈັນທະວົງ ຄະນະບໍລິຫານງານພັກ ຮອງປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ
ເພີ່ມເຕີມ