ກະຊວງ ກສ ຊີ້ແຈງ ການຊຸກຍູ້ສົ່ງເສີມການຜະລິດກະສິກຳເປັນສິນຄ້າ

ກະຊວງ ກສ ຊີ້ແຈງ ການຊຸກຍູ້ສົ່ງເສີມການຜະລິດກະສິກຳເປັນສິນຄ້າ

ກະຊວງ ກສ ຊີ້ແຈງ ການຊຸກຍູ້ສົ່ງເສີມການຜະລິດກະສິກຳເປັນສິນຄ້າ
ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 10 ມິຖຸນານີ້ ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ. ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຊີ້ແຈງຕໍ່ຄໍາຊັກຖາມ ຂອງສະມາຊິກສະພາແຫ່ງຊາດ (ສສຊ).

 

ທ່ານ ລິນຄໍາ ດວງສະຫວັນ ຊີ້ແຈງວ່າ:ສໍາລັບການຊຸກຍູ້ສົ່ງເສີມການຜະລິດກະສິກຳເປັນສິນຄ້າ ເພື່ອຫັນປ່ຽນສັງຄົມບໍລິການໄປສູ່ສັງຄົມການຜະລິດໄດ້ຈັດຕັ້ງຜັນຂະຫຍາຍ 2 ນະໂຍບາຍແຫ່ງຊາດຄື: ນະໂຍບາຍວ່າດ້ວຍການສົ່ງເສີມການລ້ຽງສັດ ແລະ ສັດນໍ້າ ແລະ ນະໂຍບາຍວ່າດ້ວຍການສົ່ງເສີມການປູກພືດ ໂດຍການປະສານສົມທົບ ກັບຂະແໜງການກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນກຳນົດເປັນແຜນງານ, ໂຄງການ, ມາຕະການ ແລະ ຈຸດສຸມລະອຽດ;ສໍາລັບການຜະລິດລະດູແລ້ງຜ່ານມາສາມາດປູກພືດເປັນສິນຄ້າໄດ້ 37,600 ກວ່າເຮັກຕາ, ລື່ນແຜນການ 18%;ສໍາລັບສິນຄ້າກະສິກໍາ ທີ່ໄດ້ສໍາເລັດການເຈລະຈາເປິດຕະຫຼາດ ກັບປະເທດຄູ່ຄ້າ ໂດຍສະເພາະ ສປ ຈີນ, ຫວຽດນາມ ແລະ ໄທ, ປັດຈຸບັນມີທັງໝົດ 74 ລາຍການເຈລະຈາ (ສັດມີ 4 ລາຍການ);ໄດ້ຈັດພິທີສົ່ງອອກໝາກມ່ວງ ໄປ ສປ ຈີນ ຄັ້ງປະຖົມມະລຶກ ໃນວັນທີ 30 ພຶດສະພາ 2025 ທີ່ ຜ່ານມາ, ມີທັງໝົດ 90 ໂຕນ (ລົດ 3 ຄັນ) ແລະ ຄາດວ່າ ໃນປີ 2025 ນີ້ ບໍລິສັດຈະສົ່ງອອກໝາກມ່ວງ ໄປ ສປ ຈີນ ໄດ້ທັງໝົດ ປະມານ 1,500 ໂຕນ ມູນຄ່າ ປະມານ 525,000 ໂດລາແລະ ໃນປີ 2026 ຈະສົ່ງອອກໄດ້ ປະມານ 15,000 ໂຕນ ມູນຄ່າ 5,250,000 ໂດລາ;ການກະກຽມສົ່ງອອກເຂົ້າ ໄປ ບຣູໄນ ຢູ່ໃນຂັ້ນຕອນສົ່ງອອກທົດລອງ ລວມທັງກາເຟ ແລະ ໝາກໄມ້ອົບແຫ້ງຈໍານວນລວມ 50 ໂຕນຊຶ່ງໄດ້ສົມທົບກັບພາກທຸລະກິດທີ່ມີທ່າແຮງ ຄື ກຸ່ມບໍລິສັດໂຊກໄຊ (ໂຮງສີເຂົ້າ ສະຫວັນນະເຂດ) ເປັນບໍລິສັດຄູ່ຄ້າຝ່າຍລາວ ແລະ ກໍາລັງລໍຖ້າຝ່າຍບຣູໄນ ຄັດເລືອກບໍລິສັດຄູ່ຄ້າຝ່າຍບຣູໄນ; ການກະກຽມສົ່ງອອກເຂົ້າ ໄປບັງກະລາເທດປັດຈຸບັນ ຢູ່ໃນຂັ້ນຕອນການກະກຽມ ເຊັນສັນຍາຮ່ວມມື, ຄາດວ່າຈະເຊັນສັນຍາຮ່ວມມືພາຍໃນເດືອນມິຖຸນາ ຫຼື ກໍລະກົດ ນີ້ຊຶ່ງບັງກາລາເທດ ຕ້ອງການນໍາເຂົ້າຈາກ ສປປ ລາວ ຈໍານວນ 200,000 ໂຕນ/ປີ. ແຜນຕໍ່ໜ້າຈະໄດ້ສົມທົບກັບພາກທຸລະກິດ ທີ່ມີທ່າແຮງດໍາເນີນການເຊັ່ນດຽວກັບກໍລະນີຂອງບຣູໄນ.

ວຽກງານປຸງແຕ່ງຜະລິດຕະພັນກະສິກຳ ທີ່ສາມາດຜະລິດໄດ້ພາຍໃນໃຫ້ມີມູນຄ່າສູງຂຶ້ນ ຈາກການ ສົ່ງອອກວັດຖຸດິບໄດ້ອອກ ຄໍາສັ່ງວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ, ການເກັບຊື້, ການປຸງແຕ່ງ ແລະ ການສົ່ງອອກມັນຕົ້ນ ສະບັບເລກທີ 4848/ກປ, ເປົ້າໝາຍເພື່ອຊຸກຍູ້ສົ່ງເສີມໃຫ້ມີການປຸງແຕ່ງກ່ອນການສົ່ງອອກຊຶ່ງໃນທົ່ວປະເທດ ມີໂຮງງານປຸງແຕ່ງມັນຕົ້ນຈໍານວນ 22 ແຫ່ງ, ຄວາມຕ້ອງການມັນຕົ້ນດິບ ປະມານ 3.7 ລ້ານໂຕນ/ປີ, ມີຄວາມສາມາດຜະລິດແປ້ງມັນຕົ້ນ ສະເລ່ຍ 978,000 ກວ່າໂຕນ/ປີ; ເຮັດໃຫ້ສັດສ່ວນການສົ່ງອອກ ແປ້ງມັນຕົ້ນທຽບໃສ່ມູນຄ່າການສົ່ງອອກລວມ ເພີ່ມຂຶ້ນຈາກ 21% ໃນປີ 2021 ມາເປັນ 31% ໃນປີ 2024; ໄດ້ອອກແຈ້ງການກ່ຽວກັບ ການເພີ່ມທະວີຄວາມເຂັ້ມງວດຈັດຕັ້ງປະຕິບັດມາດຕະການສຸຂານາໄມ ແລະ ສຸຂານາໄມພືດ ກ່ຽວກັບ ການສົ່ງອອກເຂົ້າເປືອກ ສະບັບເລກທີ 5580/ຫກ, ຈຸດປະສົງ ແມ່ນຈຳກັດການສົ່ງອອກເຂົ້າເປືອກ ທີ່ຍັງບໍ່ທັນໄດ້ຜ່ານການປຸງແຕ່ງ; ໄດ້ຊຸກຍູ້ການສ້າງຕັ້ງໂຮງງານຂ້າສັດທັນສະໄໝ ຢູ່ເມືອງຫາດຊາຍຟອງ, ປັດຈຸບັນ ສໍາເລັດການກໍ່ສ້າງພື້ນຖານໂຄງລ່າງຂອງໂຮງງານ ແລະ ກໍາລັງດໍາເນີນການນໍາເຂົ້າເຄື່ອງຈັກ; ຖ້າໂຮງງານໄດ້ເປີດນໍາໃຊ້ຈະສາມາດຂ້າສັດ (ງົວ-ຄວາຍ) ເພື່ອປຸງແຕ່ງເປັນຊິ້ນແຊ່ແຂງ ໄດ້ 300,000 ກວ່າໂຕ/ປີ;ໄດ້ຊຸກຍູ້ສົ່ງເສີມ ການສ້າງຕັ້ງໂຮງງານແປຮູບປາຊວາຍ ຢູ່ແຂວງຈໍາປາສັກ ສົ່ງໄປ ສປ ຈີນ ຊຶ່ງໄດ້ສົ່ງ ອອກແລ້ວ ຈໍານວນ 400 ກວ່າໂຕນ ແລະ ຈະສາມາດສົ່ງອອກໄດ້ປະມານ 6,000 ໂຕນ/ປີ ໃນປີ 2025 ແລະ 20,000 ໂຕນ ນັບແຕ່ປີ 2026 ເປັນຕົ້ນໄປ. ໃນນັ້ນ, ການທົດແທນການນໍາເຂົ້າ ແລະ ຮັບປະກັນ ການສ້າງຖານລາຍຮັບທີ່ເຂັ້ມແຂງ-ຍືນຍົງ ໄດ້ອອກແຈ້ງການກ່ຽວກັບການເພີ່ມທະວີປະຕິບັດມາດຕະການເກືອດຫ້າມການນໍາເຂົ້າສິນຄ້າກະສິກຳ ທີ່ສາມາດຜະລິດໄດ້ພາຍໃນຢູ່ບັນດາດ່ານທ້ອງຖິ່ນ ແລະ ດ່ານປະເພນີ ຊຶ່ງໄດ້ກຳນົດ 5 ລາຍການສິນຄ້າຄື: ເຂົ້າ, ຊີ້ນ, ໄຂ່, ປາ ແລະ ພືດຜັກຈໍານວນໜຶ່ງ. ຜ່ານການຈັດຕັ້ງປະຕິບັດຜ່ານມາ ເຫັນວ່າມີບໍລິສັດນໍາເຂົ້າສິນຄ້າກະສິກຳ ແລະ ປັດໄຈການຜະລິດ 77 ບໍລິສັດ, ສິນຄ້ານໍາເຂົ້າຕົ້ນຕໍ ແມ່ນປະເພດປຸ໋ຍ, ຫົວອາຫານສັດ, ຢາປາບສັດຕູພືດ, ອຸປະກອນການຜະລິດ. ສໍາລັບການນໍາເຂົ້າສິນຄ້າກະສິກຳ ຢູ່ບັນດາດ່ານທ້ອງຖິ່ນ ແລະ ດ່ານປະເພນີ ເຫັນວ່າມູນຄ່າຫຼຸດລົງ 10 ລ້ານກວ່າໂດລາ, ສິນຄ້າສ່ວນໃຫຍ່ແມ່ນໝວດວັດຖຸດິບໃຊ້ໂຮງງານປຸງແຕ່ງ. ສະນັ້ນ, ເຫັນຄວນໃຫ້ສືບຕໍ່ຈັດຕັ້ງປະຕິບັດການເກືອດຫ້າມດັ່ງກ່າວ ຢູ່ດ່ານປະເພນີ ເພື່ອຊຸກຍູ້ສົ່ງເສີມການຜະລິດພາຍໃນ ແລະ ອື່ນໆອີກ.

ການສົ່ງອອກສິນຄ້າກະສິກໍາ ແລະ ປ່າໄມ້, ໃນ 5 ເດືອນຕົ້ນປີຜ່ານມາ ປະຕິບັດໄດ້ 977 ລ້ານກວ່າໂດລາເທົ່າ 65% ຂອງແຜນການສະພາແຫ່ງຊາດ ຮັບຮອງ, ຄາດວ່າໝົດປີ ຈະບັນລຸໄດ້ ລື່ນ ແຜນການ, ໃນນີ້:ການສົ່ງອອກພືດ ແລະ ຜະລິດຕະພັນພືດ ປະຕິບັດໄດ້ 73.7% ຂອງແຜນການ,ການສົ່ງອອກສັດ ແລະ ຜະລິດຕະພັນສັດ ປະຕິບັດໄດ້ 49.5% ຂອງແຜນການ;ການສົ່ງອອກ ໄມ້ ແລະ ຜະລິດຕະພັນໄມ້, ຢາງພາລາ ແລະ ເຄື່ອງປ່າຂອງດົງ ປະຕິບັດໄດ້ 37.3% ຂອງແຜນການ.

ສໍາລັບຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍ1) ຍັງມີບາງລາຍການສິນຄ້າກະສິກຳ ທີ່ພວກເຮົາ ຜະລິດໄດ້ ແລະ ພ້ອມທີ່ຈະສົ່ງອອກ ແຕ່ຍັງບໍ່ໄດ້ຮັບອະນຸມັດຢ່າງເປັນທາງການ ຈາກປະເທດຄູ່ຄ້າ ສ້າງຄວາມບໍ່ແນນອນຕໍ່ຜູ້ປະກອບການ ແລະ ຜູ້ລົງທຶນ;2) ການເຂົ້າເຖິງນະໂຍບາຍສິນເຊື່ອດອກເບ້ຍທີ່ເໝາະສົມ ຍັງສືບຕໍ່ເປັນບັນຫາຕໍ່ຊາວກະສິກອນ, ກຸ່ມ ແລະ ສະຫະກອນ ແລະ ຍັງເປັນໜຶ່ງໃນຂໍ້ຈຳກັດ ສໍາລັບການຂະຫຍາຍການຜະລິດກະສິກຳ;3) ບັນດາໂຮງງານປຸງແຕ່ງກະສິກຳຂັ້ນຕົ້ນ ຍັງພົບຄວາມຫຍຸ້ງຍາກໃນການເຂົ້າເຖິງເງິນຕາຕ່າງປະເທດ ເພື່ອມາຊື້ວັດຖຸດິບຈາກຕ່າງປະເທດ ເຮັດໃຫ້ບໍ່ສາມາດປະຕິບັດຕາມແຜນການຜະລິດ ແລະ ຜະລິດ ບໍ່ເຕັມປະສິດທິພາບຂອງໂຮງງານ.

ທ່ານ ລິນຄໍາ ດວງສະຫວັນ ຊີ້ແຈງຕື່ມວ່າ: ມາດຕະການຈັດຕັ້ງປະຕິບັດໃນຕໍ່ໜ້າ1) ເພື່ອສືບຕໍ່ ການຊຸກຍູ້ສົ່ງເສີມການທີ່ຜະລິດສິນຄ້າກະສິກຳຢູ່ພາຍໃນ ໃຫ້ມີຄວາມເຂັ້ມແຂງທັງເປັນການສ້າງລາຍຮັບ ເຂົ້າງົບປະມານຄຽງຄູ່ກັບການຈັດຕັ້ງປະຕິບັດຕາມມະຕິ 04/ກມສພ ແລະ ມະຕິ 05/ລບ ໃນການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ໃນໄລຍະໃໝ່ຈະຕ້ອງໄດ້ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ຄົ້ນຄວ້າອອກມາດຕະການ ເກັບພາສີນຳເຂົ້າສິນຄ້າກະສິກຳ ທີ່ຜະລິດໄດ້ພາຍໃນຄື: ອາຫານສັດສໍາເລັດຮູບ, ຝຸ່ນອິນຊີ, ເຂົ້າ, ປະເພດ ສັດມີຊີວິດ ແລະ ຊິ້ນສ່ວນສັດ, ໄຂ່ໄກ່, ປານ້ຳຈືດ ແລະ ຜະລິດຕະພັນປານ້ຳຈືດທຸກຊະນິດ ແລະ ພືດຜັກ ທີ່ພວກເຮົາສາມາດກຸ້ມຕົນເອງໄດ້ ຕາມລະບຽບການ;2) ສືບຕໍ່ ຄົ້ນຄວ້າ, ສ້າງເງື່ອນໄຂໃຫ້ຊາວກະສິກອນ, ກຸ່ມຜະລິດ, ສະຫະກອນ ທີ່ບໍ່ມີຫຼັກຊັບ ສາມາດ ເຂົ້າເຖິງດອກເບ້ຍສິນເຊື່ອທີ່ເໝາະສົມໄດ້ (ບໍລິສັດຄໍ້າປະກັນສິນເຊື່ອໃຫ້ຊາວກະສິກອນ);3) ລັດຖະບານ ແລະ ພາກສ່ວນກ່ຽວຂ້ອງເລັ່ງຍູ້ດັນປະເທດຄູ່ຄ້າ ໂດຍສະເພາະ ສປ ຈີນ ໃນການອະນຸມັດລາຍການສິນຄ້າກະສິກຳ ທີ່ພວກເຮົາຜະລິດໄດ້ ແລະ ພ້ອມທີ່ຈະສົ່ງອອກ ເປັນຕົ້ນຢາງພາລາ ແລະ ຊີ້ນງົວແຊ່ແຂງ.(ຂ່າວ: ວັນເພັງ, ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວການເມືອງ

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ກອງປະຊຸມສະໄໝສາມັນເທື່ອທີ 10 ທີ່ເປັນກອງປະຊຸມທ້າຍສະໄໝຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 16 ທັນວານີ້ ທີ່ຫໍວັດທະນະທຳໄກສອນພົມວິຫານ ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ພ້ອມດ້ວຍການນຳຂັ້ນສູງຂອງແຂວງ, ເມືອງ, ນະຄອນ ເຂົ້າຮ່ວມ.
ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ກອງປະຊຸມສະໄໝ ສາມັນເທື່ອທີ່ 10 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV, ໄດ້ໄຂຂຶ້ນ ໃນວັນທີ່ 16 ທັນວານີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ, ໂດຍເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງ, ມີການນຳຂອງແຂວງ, ອະດິດສະມາຊິກ ສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2025 ທີ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ,ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມໂດຍ ສະຫາຍ ບົວໄລ ພານຸວົງ ເລຂາໜ່ວຍພັກ ,ໂດຍໃຫ້ກ່ຽດເຂົ້າຮ່ວມຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງ ຄອສພ ພ້ອມດ້ວຍສະມາຊິກພັກສົມບູນ ສຳຮອງ ແລນະ ແຂກຖືກເຊີນເຂົ້າຮ່ວມ.
ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ກອງປະຊຸມໃຫຍ່ ຄັ້ງທີ XVI ຂອງໜ່ວຍພັກສຳນັກຂ່າວສານປະເທດລາວ (ຂປລ) ໄດ້ຈັດຂຶ້ນໃນວັນທີ 15 ທັນວາ 2025 ໂດຍການເປັນປະທານຂອງ ສະຫາຍ ວັນນະສິນ ສິມມະວົງ ເລຂາໜ່ວຍພັກ, ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະຫາຍເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ທັນວານີ້ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ), ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມ ມີສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຮອງເຈົ້າຄອງ, ບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ບັນດາສະມາຊິກສະພາປະຊາຊົນນະຄອນຫຼວງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກ ກົມອົບຮົມ

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກ ກົມອົບຮົມ

ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກກົມອົບຮົມໄດ້​ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 11ທັນວາ ຜ່ານມານີ້ ທີ່ຫ້ອງປະຊຸມຊັ້ນ 2 ຂອງຄະນະ​ໂຄສະນາອົບຮົມສູນກາງພັກ, ໂດຍການເປັນປະທານຂອງ ສະຫາຍ ຄໍາກອງ ທໍາມະເທວາ ຄະນະພັກ ເລຂາໜ່ວຍພັກກົມອົບຮົມ, ໃຫ້ກຽດເຂົ້າຮ່ວມສະຫາຍ ຂອງ ທ່ານ ນ. ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະມາຊິກພັກ ສົມບູນ 17 ສະຫາຍ, ສໍາຮອງ 1 ສະຫາຍ ແລະ ມີບັນດາສະຫາຍເລຂາ, ຜູ້ຕາງໜ້າເລຂາໜ່ວຍພັກທີ່ຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ຄອສພ

ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ຄອສພ

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ)ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 11 ທັນວານີ້, ທີ່ສະໂມສອນໃຫຍ່ ຂອງ ຄອສພ, ໂດຍການເປັນຄະນະປະທານຂອງສະຫາຍ ລາວປາວຊົ່ງ ນະວົງໄຊ, ກຳມະການສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ບຸນເພັງ ຈັນທະດາລາ, ເລຂາໜ່ວຍພັກຫ້ອງການ ຄອສພ, ບັນດາສະຫາຍ ຜູ້ຕາງໜ້າຄະນະໜ່ວຍ 3 ອົງການຈັດຕັ້ງມະຫາຊົນ ຂອງຫ້ອງການ ພ້ອມດ້ວຍ ສະມາຊິກພັກ ຂອງໜ່ວຍພັກຫ້ອງການ ເຂົ້າຮ່ວມທັງໝົດ 27 ສະຫາຍ, ຍິງ 11 ສະຫາຍ, ສຳຮອງ 1 ສະຫາຍ.
ຄໍາມ່ວນຈັດກອງປະຊຸມ ເພື່ອດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຄໍາມ່ວນຈັດກອງປະຊຸມ ເພື່ອດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 8 ທັນວານີ້ ທີ່ສະພາປະຊາຊົນແຂວງຄໍາມ່ວນໄດ້ດໍາເນີນກອງປະຊຸມຄັ້ງປະຖົມມະລຶກຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ ພາຍໃຕ້ການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄໍາມ່ວນ.
ເພີ່ມເຕີມ