![]() |
ພິທີມອບ-ຮັບມີຂຶ້ນໃນວັນທີ 3 ກັນຍາຜ່ານມາທີ່ ແຂວງອຸດົມໄຊ,ຕາງໜ້າກະຊວງອຸດສາຫະກຳ ແລະ ການຄ້າ ກ່າວມອບໂດຍ ທ່ານ ອາລຸນ ບຸນວິໄລ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງອຸດົມໄຊ ມອບເງິນສົດ ຈຳນວນ 200 ລ້ານກີບ.
ໃນຂະນະທີ່, ຕາງໜ້າຝ່າຍກິດຈະການອົງກອນ, ສັງຄົມ ແລະ ຄວາມຍືນຍົງ ພ້ອມດ້ວຍຝ່າຍຂາຍພາກເໜືອ ບໍລິສັດ ເບຍລາວ ຈຳກັດ ມອບເຄື່ອງອຸປະໂພກ-ບໍລິໂພກ ປະກອບມີ: ນ້ຳຫວານ 400 ແພັກ ແລະ ນ້ຳດື່ມ 1,000 ແພັກ ມູນຄ່າ 137 ລ້ານກີບ ລວມມູນຄ່າທັງ 2 ພາກສ່ວນ ຈຳນວນ 337 ລ້ານກີບ,ກ່າວຮັບໂດຍ ທ່ານ ວົງສະຫວັນ ໄຊຍະວົງ ປະທານຄະນະກຳມະການປົກຄອງແຂວງອຸດົມໄຊ ດໂດຍມີພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
ທ່ານ ວົງສະຫວັນ ໄຊຍະວົງ ໄດ້ສະແດງຄວາມຂອບໃຈຢ່າງເລິກເຊິ່ງ ຕໍ່ກະຊວງອຸດສາຫະກຳ ແລະ ການຄ້າ ແລະບໍລິສັດ ເບຍລາວ ຈຳກັດ ທີ່ໄດ້ຍື່ນມືເຂົ້າມາຊ່ວຍເຫຼືອຢ່າງທັນການ ແລະ ທາງແຂວງອຸດົມໄຊ ຈະນຳເອົາເງິນ ແລະ ເຄື່ອງຊ່ວຍເຫຼືອດັ່ງກ່າວ ໄປຈັດສັນ ແລະ ແຈກຢາຍໃຫ້ເຖິງມືຜູ້ປະສົບໄພນ້ຳຖ້ວມຢ່າງທົ່ວເຖິງ ແລະ ມີປະສິດທິຜົນ ເພື່ອບັນເທົາຄວາມເດືອດຮ້ອນໃນເບື້ອງຕົ້ນ.
ຂ່າວ: ແສງອາທິດ

ຄໍາເຫັນ